ມີກາ 2
2
ຜູ້ກົດຂີ່ຄົນທຸກຈະໄດ້ຮັບເຄາະກຳ
1ຜູ້ທີ່ນອນຄິດວາງແຜນເຮັດຊົ່ວ ຈະໄດ້ຮັບໄພພິບັດຫລາຍສໍ່າໃດນໍ ເມື່ອຮຸ່ງເຊົ້າມາ ພໍໄດ້ໂອກາດ ພວກເຂົາກໍເຮັດຊົ່ວຕາມທີ່ໄດ້ວາງແຜນໄວ້ນັ້ນ. 2ເມື່ອພວກເຂົາຕ້ອງການໄຮ່ນາ ພວກເຂົາກໍຢຶດເອົາໂລດ ເມື່ອພວກເຂົາຕ້ອງການບ້ານເຮືອນ ພວກເຂົາກໍຢຶດເອົາໂລດ. ບໍ່ມີຄອບຄົວຂອງຄົນໃດ ຫລືຊັບສົມບັດຂອງຜູ້ໃດຈະປອດໄພ.
3ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, “ເຮົາກຳລັງວາງແຜນນຳໄພພິບັດມາສູ່ພວກເຈົ້າ ແລະພວກເຈົ້າຈະຫລົບຫລີກໄປບໍ່ໄດ້. ພວກເຈົ້າກຳລັງນຳຄວາມເດືອດຮ້ອນມາສູ່ພວກເຈົ້າເອງ ແລະຕໍ່ໄປ ພວກເຈົ້າຈະບໍ່ໄດ້ຍ່າງຢ່າງອວດອົ່ງທະນົງຕົວອີກຕໍ່ໄປ. 4ເມື່ອເວລານັ້ນມາເຖິງ ຄົນຈະເອົາເລື່ອງຂອງພວກເຈົ້າຂຶ້ນມາກ່າວເປັນຕົວຢ່າງໃນຄາວຖືກໄພພິບັດ ແລະພວກເຂົາກໍຈະຮ້ອງເພງ ເຖິງປະສົບການອັນຂົມຂື່ນນັ້ນວ່າ:
‘ພວກເຮົາໄດ້ຖືກທຳລາຍໃຫ້ພັງພິນາດໄປຈົນໝົດ
ພຣະເຈົ້າຢາເວໄດ້ຢຶດດິນແດນຂອງພວກເຮົາໄປແລ້ວ
ແລະໄດ້ມອບດິນແດນນັ້ນໃຫ້ແກ່ຄົນອື່ນເສຍ
ຄືບັນດາສັດຕູທີ່ໄດ້ຈັບເອົາພວກເຮົາໄປນັ້ນ.”’
5ເພາະສະນັ້ນ ເມື່ອເວລາມາເຖິງສຳລັບດິນແດນທີ່ຈະຖືກມອບຄືນ ໃຫ້ແກ່ປະຊາຊົນຂອງພຣະເຈົ້າຢາເວຈະບໍ່ມີຜູ້ໜຶ່ງຜູ້ໃດໃນພວກເຈົ້າໄດ້ຮັບສ່ວນແບ່ງ.
6ປະຊາຊົນກ່າວໃສ່ຂ້າພະເຈົ້າ ແລະເວົ້າວ່າ, “ຢ່າສູ່ເທດສະໜາໃຫ້ພວກເຮົາຟັງເລີຍ. ຢ່າສູ່ສັ່ງສອນພວກເຮົາເຖິງເລື່ອງເຫຼົ່ານັ້ນ. ພຣະເຈົ້າຈະບໍ່ເຮັດໃຫ້ພວກເຮົາອັບອາຍຂາຍໜ້າດອກ. 7ເຈົ້າຄິດວ່າປະຊາຊົນອິດສະຣາເອນຖືກສາບແຊ່ງຊັ້ນບໍ? ພຣະເຈົ້າຢາເວໝົດຄວາມອົດທົນແລ້ວຫລື? ພຣະອົງຈະເຮັດສິ່ງເຫຼົ່ານັ້ນແທ້ບໍ? ພຣະອົງຈະບໍ່ກ່າວຕໍ່ຜູ້ທີ່ເຮັດຖືກຕ້ອງ ຢ່າງເມດຕາປານີດອກຫລື?”
8ອົງພຣະຜູ້ເປັນເຈົ້າຕອບຄືນວ່າ, “ພວກເຈົ້າໂຈມຕີປະຊາຊົນຂອງເຮົາ ຄືກັບວ່າພວກເຂົາເປັນສັດຕູ. ພວກຜູ້ຊາຍທີ່ກັບມາແຕ່ສະໜາມຮົບ ກໍຄິດວ່າທີ່ເຮືອນຕົນປອດໄພແລ້ວ, ແຕ່ພວກເຈົ້າຊໍ້າພັດລໍຄອຍຢູ່ທີ່ນັ້ນ ເພື່ອລັກເອົາແມ່ນແຕ່ເສື້ອຊັ້ນນອກຂອງພວກເຂົາໄປ. 9ພວກເຈົ້າໄດ້ຂັບໄລ່ຜູ້ຍິງທີ່ເປັນປະຊາຊົນຂອງເຮົາໃຫ້ອອກຈາກເຮືອນອັນຜາສຸກຂອງພວກເຂົາ ແລະພວກເຈົ້າໄດ້ເອົາກຽດສັກສີໜີໄປຕະຫລອດ ຄືກຽດສັກສີທີ່ເຮົາໄດ້ມອບໃຫ້ພວກລູກຂອງພວກເຂົານັ້ນ. 10ຈົ່ງລຸກຂຶ້ນ ແລະໜີໄປສາ; ຢູ່ໃນທີ່ນີ້ ບໍ່ມີບ່ອນປອດໄພອີກແລ້ວ. ການບາບຂອງພວກເຈົ້າໄດ້ນຳເຄາະກຳມາສູ່ບ່ອນນີ້ໃຫ້ພິນາດໄປ.
11ປະຊາຊົນເຫຼົ່ານີ້ ຕ້ອງການຜູ້ທຳນວາຍທີ່ທ່ຽວໄປມາເວົ້າຕົວະ ແລະຫລອກລວງໂດຍເວົ້າວ່າ, ‘ຂ້ອຍຂໍທຳນວາຍວ່າ ເຫຼົ້າອະງຸ່ນແລະສຸຣາຈະຫລັ່ງໄຫລມາສຳລັບພວກເຈົ້າ.’
12ແຕ່ເຮົາຈະນຳພວກເຈົ້າມາເຕົ້າໂຮມກັນ ຄືພວກເຈົ້າຜູ້ເປັນປະຊາຊົນອິດສະຣາເອນທັງໝົດທີ່ຍັງເຫລືອຢູ່. ເຮົາຈະນຳພວກເຈົ້າເຂົ້າມາເຕົ້າໂຮມກັນ ເໝືອນດັ່ງຝູງແກະກັບຄືນມາສູ່ຄອກ. ດິນແດນຂອງພວກເຈົ້າຈະເຕັມໄປດ້ວຍຝູງຄົນອີກເທື່ອໜຶ່ງ ເໝືອນຝູງແກະຢູ່ໃນທົ່ງຫຍ້າ.”
13ພຣະເຈົ້າຈະໄຂຫົນທາງໃຫ້ພວກເຂົາ ແລະນຳພວກເຂົາອອກຈາກການເປັນຊະເລີຍໃນຕ່າງຖິ່ນ. ພວກເຂົາຈະທະລຸອອກໄປທາງປະຕູເຂົ້າເມືອງ ແລະຈະປົບໜີໄປຢ່າງອິດສະຫລະ. ພຣະເຈົ້າຢາເວເອງ ຜູ້ເປັນກະສັດຂອງພວກເຂົາຈະນຳພາພວກເຂົາອອກໄປ.
Currently Selected:
ມີກາ 2: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.