YouVersion Logo
Search Icon

ມັດທາຍ 19

19
ພຣະເຢຊູເຈົ້າ​ສອນ​ເລື່ອງ​ການ​ຢ່າຮ້າງ
(ມຣກ 10:1-12; ລກ 16:18)
1ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຄຳ​ເຫຼົ່ານີ້​ຈົບ​ແລ້ວ, ພຣະອົງ​ກໍ​ຈາກ​ແຂວງ​ຄາລີເລ​ໄປ​ຍັງ​ເຂດ​ແຂວງ​ຢູດາຍ ຊຶ່ງ​ຢູ່​ທາງ​ຟາກ​ໜຶ່ງ​ອີກ​ຂອງ​ແມ່ນໍ້າ​ຈໍແດນ. 2ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ແລະ​ໃນ​ທີ່ນັ້ນ​ພຣະອົງ​ໄດ້​ຊົງໂຜດ​ຮັກສາ​ພວກເຂົາ​ໃຫ້​ດີ​ພະຍາດ.
3ພວກ​ຟາຣີຊາຍ​ມາ​ຫາ​ພຣະອົງ ເພື່ອ​ທົດລອງ​ພຣະອົງ​ໂດຍ​ຖາມ​ວ່າ, “ກົດບັນຍັດ​ຂອງ​ພວກເຮົາ​ອະນຸຍາດ​ໃຫ້​ຜູ້ຊາຍ​ຢ່າຮ້າງ​ເມຍ​ຂອງຕົນ ດ້ວຍ​ສາເຫດ​ໃດໜຶ່ງ​ກໍໄດ້​ບໍ?”
4ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ບໍ່ໄດ້​ອ່ານ​ພຣະຄຳພີ​ບໍ ທີ່​ວ່າ​ຕັ້ງແຕ່​ຕົ້ນເດີມ​ພຣະ​ຜູ້​ສ້າງ​ມະນຸດ ໄດ້​ສ້າງ​ໃຫ້​ເປັນ​ຊາຍ​ແລະ​ຍິງ? 5ແລະ ພຣະເຈົ້າ​ຊົງ​ກ່າວ​ວ່າ, ‘ດ້ວຍເຫດນີ້​ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່​ແມ່​ຂອງຕົນ ແລ້ວ​ໄປ​ຜູກ​ພັນ​ຢູ່​ກັບ​ເມຍ​ຂອງຕົນ ແລະ​ເຂົາ​ທັງສອງ​ກໍ​ເປັນ​ກາຍ​ອັນ​ດຽວກັນ.’ 6ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ເປັນ​ສອງ​ອີກ​ຕໍ່ໄປ ແຕ່​ເປັນ​ກາຍ​ອັນ​ດຽວກັນ ສະນັ້ນ ສິ່ງ​ທີ່​ພຣະເຈົ້າ​ໃຫ້​ເຂົ້າ​ຮ່ວມ​ກັນ​ແລ້ວ​ນັ້ນ ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ພາກ​ຈາກ​ກັນ.”
7ພວກ​ຟາຣີຊາຍ​ຖາມ​ພຣະອົງ​ວ່າ, “ຖ້າ​ຢ່າງ​ນັ້ນ​ເປັນຫຍັງ​ໂມເຊ​ຈຶ່ງ​ມີ​ກົດ​ໃຫ້​ຜູ້ຊາຍ​ເຮັດ​ໜັງສື​ຢ່າຮ້າງ​ເມຍ​ຂອງຕົນ ແລະ​ໃຫ້​ໄລ່​ນາງ​ໜີ​ໄດ້?”
8ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ອະນຸຍາດ​ໃຫ້​ພວກເຈົ້າ​ຢ່າ​ຮ້າງ​ເມຍ​ຂອງຕົນ​ໄດ້ ເພາະ​ພວກເຈົ້າ​ມີ​ໃຈ​ດື້ດ້ານ​ຫລາຍ, ແຕ່​ໃນ​ເວລາ​ເນຣະມິດ​ສ້າງ​ນັ້ນ​ບໍ່​ເປັນ​ຢ່າງ​ນີ້. 9ເຮົາ​ຂໍ​ບອກ​ພວກເຈົ້າ​ວ່າ, ຊາຍ​ໃດ​ທີ່​ປະ​ຮ້າງ​ເມຍ​ຂອງຕົນ ໂດຍ​ນາງ​ບໍ່ໄດ້​ຫລີ້ນຊູ້​ກັບ​ຊາຍ​ອື່ນ ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້ນັ້ນ​ກໍ​ຜິດ​ໃນ​ຖານ​ຫລິ້ນຊູ້ ແລະ​ຜູ້ໃດ​ເອົາ​ແມ່ຮ້າງ​ນັ້ນ​ມາ​ເປັນ​ເມຍ ກໍ​ຜິດ​ໃນ​ຖານ​ຫລີ້ນຊູ້​ເໝືອນກັນ.”
10ພວກ​ສາວົກ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຖ້າ​ການ​ເປັນ​ຜົວ​ເມຍ​ກັນ​ເປັນ​ເຊັ່ນນີ້ ບໍ່​ແຕ່ງງານ​ກໍ​ຄົງ​ຈະ​ເປັນ​ການ​ດີກວ່າ.”
11ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ບໍ່ແມ່ນ​ທຸກຄົນ​ທີ່​ຮັບ​ຄຳສັ່ງສອນ​ນີ້​ໄດ້ ຮັບ​ໄດ້​ແຕ່​ຜູ້​ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ເທົ່ານັ້ນ. 12ດ້ວຍວ່າ, ຜູ້​ທີ່​ເປັນ​ກະເທີຍ​ແຕ່​ກຳເນີດ​ກໍ​ມີ ຜູ້​ທີ່​ມະນຸດ​ເຮັດ​ໃຫ້​ເປັນ​ກະເທີຍ​ກໍ​ມີ ຜູ້​ທີ່​ປະຕິເສດ​ການ​ແຕ່ງງານ ​ເພາະ​ເຫັນ​ແກ່​ຣາຊອານາຈັກ​ກໍ​ມີ ຜູ້ໃດ​ຮັບ​ປະຕິບັດ​ໄດ້ ກໍ​ໃຫ້​ຮັບ​ເອົາ.”
ພຣະເຢຊູເຈົ້າ​ຊົງ​ອວຍພອນ​ພວກ​ເດັກນ້ອຍ
(ມຣກ 10:13-16; ລກ 18:15-17)
13ເມື່ອນັ້ນ ບາງຄົນ​ໄດ້​ນຳ​ເດັກນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ໃຫ້​ພຣະອົງ​ວາງ​ມື​ໃສ່​ພວກເຂົາ ແລະ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ ແຕ່​ພວກ​ສາວົກ​ໄດ້​ຫ້າມປາມ​ພວກເຂົາ​ໄວ້. 14ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ​ເພາະ​ອານາຈັກ​ສະຫວັນ​ເປັນ​ເໝືອນ​ເດັກນ້ອຍ​ເຫຼົ່ານີ້​ແຫຼະ.”
15ພຣະອົງ​ໄດ້​ວາງ​ມື​ໃສ່​ພວກເຂົາ​ແລ້ວ ກໍ​ສະເດັດ​ອອກ​ໄປ​ຈາກ​ບ່ອນ​ນັ້ນ.
ເລື່ອງ​ເສດຖີ​ໜຸ່ມ
(ມຣກ 10:17-31; ລກ 18:18-30)
16ຄັ້ງ​ໜຶ່ງ ມີ​ຊາຍ​ຄົນ​ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ເຂົາ​ຖາມ​ພຣະອົງ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຕ້ອງ​ເຮັດ​ຄວາມດີ​ຢ່າງ​ໃດ​ແດ່ ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”
17ພຣະເຢຊູເຈົ້າ​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ຖາມ​ເຮົາ​ເຖິງ​ສິ່ງ​ທີ່​ດີ? ຜູ້​ທີ່​ດີ​ນັ້ນ​ມີ​ແຕ່​ຜູ້​ດຽວ ຖ້າ​ເຈົ້າ​ຕ້ອງການ​ເຂົ້າ​ສູ່​ຊີວິດ ຈົ່ງ​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງຫລາຍ​ໄວ້.”
18ລາວ​ຖາມ​ຄືນ​ວ່າ, “ຂໍ້ຄຳສັ່ງ​ຂໍ້​ໃດ?”
ພຣະເຢຊູເຈົ້າ​ຕອບ​ວ່າ, “ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວ​ເມຍ, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ 19ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ ແລະ​ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”
20ຊາຍໜຸ່ມ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ເຫຼົ່ານີ້​ຢູ່​ແລ້ວ ມີ​ສິ່ງໃດ​ອີກ​ແດ່​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?”
21ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຖ້າ​ເຈົ້າ​ຢາກ​ເປັນ​ຜູ້​ດີ​ຄົບຖ້ວນ ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ​ແຈກທານ​ໃຫ້​ແກ່​ຄົນ​ຍາກຈົນ ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”
22ເມື່ອ​ຊາຍ​ໜຸ່ມ​ໄດ້ຍິນ​ເຊັ່ນ​ນີ້ ລາວ​ກໍ​ໜີໄປ​ດ້ວຍ​ຄວາມ​ທຸກໃຈ​ຢ່າງ​ໜັກ ເພາະ​ລາວ​ເປັນ​ຄົນ​ຮັ່ງມີ​ຫລາຍ.
23ແລ້ວ​ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ທີ່​ຄົນ​ຮັ່ງມີ​ຈະ​ເຂົ້າ​ໃນ​ອານາຈັກ​ສະຫວັນ​ກໍ​ຍາກ​ແທ້. 24ເຮົາ​ຂໍ​ບອກ​ພວກເຈົ້າ​ອີກ​ວ່າ, ອູດ​ໂຕໜຶ່ງ​ຈະ​ລອດ​ຮູ​ເຂັມ ກໍ​ງ່າຍ​ກວ່າ​ຄົນ​ຮັ່ງມີ​ຜູ້ໜຶ່ງ​ຈະ​ເຂົ້າ​ໃນ​ອານາຈັກ​ສະຫວັນ.”
25ເມື່ອ​ພວກ​ສາວົກ​ໄດ້ຍິນ​ດັ່ງນີ້​ແລ້ວ ກໍ​ປະຫລາດ​ໃຈ​ຫລາຍ​ຈຶ່ງ​ຖາມ​ວ່າ, “ຖ້າ​ຢ່າງ​ນັ້ນ ຜູ້ໃດ​ຈະ​ພົ້ນ​ໄດ້?”
26ພຣະເຢຊູເຈົ້າ​ຫລຽວ​ເບິ່ງ​ພວກ​ສາວົກ ແລ້ວ​ຕອບ​ວ່າ, “ສຳລັບ​ມະນຸດ​ແລ້ວ​ເປັນ​ໄປ​ບໍ່ໄດ້ ແຕ່​ສຳລັບ​ພຣະເຈົ້າ​ແລ້ວ​ທຸກສິ່ງ​ເປັນ​ໄປ​ໄດ້.”
27ແລ້ວ​ເປໂຕ​ເວົ້າ​ຂຶ້ນ​ວ່າ, “ເບິ່ງແມ! ພວກ​ຂ້ານ້ອຍ​ໄດ້​ສະຫລະ​ທຸກໆ​ສິ່ງ​ແລ້ວ ແລະ​ຕິດຕາມ​ທ່ານ​ມາ ພວກ​ຂ້ານ້ອຍ​ຈະ​ໄດ້​ຫຍັງ​ແດ່?”
28ພຣະເຢຊູເຈົ້າ​ຊົງ​ຕອບ​ພວກ​ສາວົກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ບຸດ​ມະນຸດ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງຕົນ​ໃນ​ໂລກ​ໃໝ່​ແລ້ວ ພວກເຈົ້າ​ຜູ້​ຕາມ​ເຮົາ​ມາ​ກໍ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ​ສິບສອງ​ບ່ອນ ເພື່ອ​ພິພາກສາ​ພວກ​ອິດສະຣາເອນ​ສິບສອງ​ຕະກຸນ​ເໝືອນກັນ. 29ແລະ ຜູ້ໃດ​ທີ່​ໄດ້​ປະ​ບ້ານ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່​ແມ່ ຫລື​ລູກ ຫລື​ໄຮ່​ນາ​ເພື່ອ​ເຫັນ​ແກ່​ນາມຊື່​ຂອງເຮົາ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ​ຮ້ອຍ​ເທົ່າ ແລະ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ. 30ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ ຈະ​ກັບ​ເປັນ​ຜູ້ປາຍ ແລະ​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ປາຍ ຈະ​ກັບ​ເປັນ​ຜູ້ຕົ້ນ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in