ພຣະອົງຕອບວ່າ, “ພວກເຈົ້າບໍ່ໄດ້ອ່ານພຣະຄຳພີບໍ ທີ່ວ່າຕັ້ງແຕ່ຕົ້ນເດີມພຣະຜູ້ສ້າງມະນຸດ ໄດ້ສ້າງໃຫ້ເປັນຊາຍແລະຍິງ? ແລະ ພຣະເຈົ້າຊົງກ່າວວ່າ, ‘ດ້ວຍເຫດນີ້ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນ ແລ້ວໄປຜູກພັນຢູ່ກັບເມຍຂອງຕົນ ແລະເຂົາທັງສອງກໍເປັນກາຍອັນດຽວກັນ.’