ມັດທາຍ 20
20
ຄົນເຮັດວຽກໃນສວນອະງຸ່ນ
1“ຣາຊອານາຈັກສະຫວັນປຽບເໝືອນພໍ່ເຮືອນຜູ້ໜຶ່ງອອກໄປແຕ່ເຊົ້າໆ ເພື່ອຈ້າງຄົນມາເຮັດວຽກໃນສວນອະງຸ່ນຂອງຕົນ. 2ເພິ່ນຕົກລົງຈ່າຍຄ່າແຮງງານໃຫ້ພວກເຂົາຕາມອັດຕາປົກກະຕິ ຄືວັນລະໜຶ່ງຫລຽນເງິນ ແລະໃຊ້ພວກເຂົາໄປເຮັດວຽກໃນສວນອະງຸ່ນຂອງຕົນ. 3ໃນເວລາເກົ້າໂມງເຊົ້າ ເພິ່ນກໍອອກໄປອີກ ແລະເຫັນຄົນອື່ນຢູ່ລ້າໆໃນກາງຕະຫລາດ 4ເພິ່ນຈຶ່ງບອກກັບຄົນເຫຼົ່ານີ້ວ່າ, ‘ໃຫ້ພວກເຈົ້າໄປເຮັດວຽກໃນສວນອະງຸ່ນຂອງຂ້ອຍເໝືອນກັນ ແລະຂ້ອຍຈະຈ່າຍຄ່າແຮງງານໃຫ້ພວກເຈົ້າຢ່າງຍຸດຕິທຳ.’ 5ດັ່ງນັ້ນ ພວກເຂົາຈຶ່ງໄປເຮັດວຽກ, ແລ້ວໃນເວລາທ່ຽງ ແລະໃນເວລາບ່າຍສາມໂມງ ເຈົ້າຂອງສວນອະງຸ່ນກໍອອກໄປອີກ ເຮັດເໝືອນເທື່ອກ່ອນ. 6ພໍເພິ່ນອອກໄປອີກເມື່ອເວລາປະມານຫ້າໂມງແລງ ແລະເຫັນຄົນອື່ນຢືນຢູ່ທີ່ນັ້ນ ເພິ່ນຈຶ່ງຖາມພວກເຂົາວ່າ ‘ດ້ວຍເຫດໃດພວກເຈົ້າຈຶ່ງຢູ່ທີ່ນີ້ໝົດມື້ ໂດຍບໍ່ເຮັດຫຍັງ?’ 7ພວກເຂົາຕອບວ່າ ‘ເພາະບໍ່ມີຜູ້ໃດຈ້າງພວກເຮົາ.’ ເພິ່ນຈຶ່ງບອກພວກເຂົາວ່າ ‘ໃຫ້ພວກເຈົ້າໄປເຮັດວຽກຢູ່ສວນອະງຸ່ນຂອງຂ້ອຍເໝືອນກັນ.’
8ເມື່ອຮອດຕອນແລງມາ ເຈົ້າຂອງສວນອະງຸ່ນກໍບອກຜູ້ຈັດການຂອງຕົນວ່າ, ‘ຈົ່ງເອີ້ນຄົນງານມາ ແລະຈ່າຍຄ່າແຮງງານໃຫ້ພວກເຂົາ ໂດຍເລີ່ມຕັ້ງແຕ່ຜູ້ຮັບຈ້າງຜູ້ທີ່ມາຫລ້າສຸດ ຈົນເຖິງຄົນຮັບຈ້າງຜູ້ມາທຳອິດ.’ 9ເມື່ອພວກຮັບຈ້າງຜູ້ທີ່ມາເຮັດວຽກໃນເວລາຫ້າໂມງແລງ ໄດ້ຮັບຄົນລະໜຶ່ງຫລຽນເງິນ. 10ສະນັ້ນ ຄົນຮັບຈ້າງພວກທຳອິດ ທີ່ມາຮັບຄ່າຈ້າງ ຈຶ່ງຄິດວ່າພວກຕົນຈະໄດ້ຮັບຫລາຍກວ່ານັ້ນ, ແຕ່ພວກເຂົາໄດ້ຮັບໜຶ່ງຫລຽນເງິນເໝືອນກັນ. 11ເມື່ອຮັບເງິນແລ້ວ ພວກເຂົາກໍຈົ່ມຕໍ່ນາຍຈ້າງວ່າ, 12‘ຄົນຮັບຈ້າງຜູ້ທີ່ມາສຸດທ້າຍເຮັດວຽກພຽງແຕ່ຊົ່ວໂມງດຽວເທົ່ານັ້ນ, ສ່ວນພວກເຮົາເຮັດວຽກໜັກຕາກແດດຮ້ອນຕະຫລອດໝົດມື້, ແຕ່ທ່ານໄດ້ຈ່າຍໃຫ້ພວກເຮົາເທົ່າກັບພວກເຂົາ.’ 13ເຈົ້າຂອງສວນອະງຸ່ນຕອບຄົນໜຶ່ງໃນພວກເຂົາວ່າ, ‘ສະຫາຍເອີຍ ຂ້ອຍບໍ່ໄດ້ສໍ້ໂກງເຈົ້າ, ເຈົ້າຕົກລົງເຮັດວຽກໃຫ້ຂ້ອຍວັນລະໜຶ່ງຫລຽນເງິນບໍ່ແມ່ນບໍ? 14ສະນັ້ນ ສິ່ງທີ່ເປັນຂອງເຈົ້າ ຈົ່ງຮັບເອົາແລະເມືອສາ ຂ້ອຍພໍໃຈຢາກໃຫ້ຄົນຮັບຈ້າງ ຜູ້ທີ່ມາສຸດທ້າຍນີ້ເທົ່າກັບເຈົ້າ. 15ຂ້ອຍມີສິດເຮັດໃນສິ່ງທີ່ຂ້ອຍຢາກເຮັດກັບເງິນຂອງຂ້ອຍບໍ່ແມ່ນບໍ? ເປັນຫຍັງຈຶ່ງອິດສາເມື່ອເຫັນຂ້ອຍໃຈດີ?”’
16“ດັ່ງນັ້ນແຫລະ ຄົນທີ່ເປັນຜູ້ປາຍ ຈະກັບເປັນຜູ້ຕົ້ນ ແລະຜູ້ທີ່ເປັນຜູ້ຕົ້ນ ກໍຈະກັບເປັນຜູ້ປາຍ.”
ພຣະເຢຊູເຈົ້າຊົງກ່າວເປັນຄັ້ງທີສາມ ເຖິງຄວາມຕາຍຂອງພຣະອົງ
(ມຣກ 10:32-34; ລກ 18:31-34)
17ຂະນະທີ່ພຣະເຢຊູເຈົ້າກຳລັງຂຶ້ນໄປນະຄອນເຢຣູຊາເລັມນັ້ນ ພຣະອົງພາພວກສາວົກສິບສອງຄົນອອກໄປຕ່າງຫາກ ແລະກ່າວແກ່ພວກເພິ່ນເປັນການສ່ວນຕົວ. 18ຕາມທາງນັ້ນ ພຣະອົງບອກພວກເພິ່ນວ່າ, “ຈົ່ງຟັງເທີ້ນ ພວກເຮົາກຳລັງຂຶ້ນໄປນະຄອນເຢຣູຊາເລັມ ບ່ອນທີ່ບຸດມະນຸດຈະຖືກມອບໄວ້ໃນກຳມືຂອງພວກຫົວໜ້າປະໂຣຫິດແລະພວກທຳມະຈານ ພວກເຂົາຈະລົງໂທດເພິ່ນໃຫ້ເຖິງຕາຍ 19ແລະຈະມອບເພິ່ນໃຫ້ຄົນຕ່າງຊາດ, ຄົນເຫຼົ່ານີ້ຈະເຢາະເຢີ້ຍເພິ່ນ ຈະຂ້ຽນຕີເພິ່ນ ແລະຈະຄຶງເພິ່ນໄວ້ທີ່ໄມ້ກາງແຂນ ແຕ່ໃນວັນຖ້ວນສາມເພິ່ນຈະເປັນຄືນມາຈາກຕາຍສູ່ຊີວິດ.”
ຄຳຮ້ອງຂໍຕຳແໜ່ງຂອງແມ່ຢາໂກໂບ ແລະ ໂຢຮັນ
(ມຣກ 10:35-45)
20ຕໍ່ມາ ເມຍຂອງເຊເບດາຍກໍມາຫາພຣະເຢຊູເຈົ້າພ້ອມກັບລູກທັງສອງຂອງຕົນ, ພວກເພິ່ນຂາບລົງຕໍ່ໜ້າພຣະອົງ ແລະຂໍຮ້ອງສິ່ງໜຶ່ງຈາກພຣະອົງ.
21ພຣະອົງຖາມນາງວ່າ, “ເຈົ້າຕ້ອງການຫຍັງ?”
ນາງຕອບວ່າ, “ຂໍທ່ານຮັບສັ່ງໃຫ້ລູກຊາຍຂອງຂ້ານ້ອຍສອງຄົນນີ້ ນັ່ງໃນອານາຈັກຂອງທ່ານ ຄືເບື້ອງຂວາຜູ້ໜຶ່ງ ແລະເບື້ອງຊ້າຍອີກຜູ້ໜຶ່ງ.”
22ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າບໍ່ຮູ້ຈັກໃນສິ່ງທີ່ພວກເຈົ້າກຳລັງຂໍນັ້ນ ພວກເຈົ້າຈະດື່ມຈາກຈອກແຫ່ງຄວາມທົນທຸກ ທີ່ເຮົາກຳລັງຈະຕ້ອງດື່ມນັ້ນໄດ້ບໍ?”
ທ່ານທັງສອງຕອບວ່າ, “ດື່ມໄດ້.”
23ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຈະດື່ມຈາກຈອກທີ່ເຮົາຕ້ອງດື່ມແທ້ຈິງ, ແຕ່ຜູ້ໃດຈະນັ່ງທີ່ເບື້ອງຂວາ ຫລືເບື້ອງຊ້າຍຂອງເຮົານັ້ນບໍ່ແມ່ນໜ້າທີ່ຂອງເຮົາຈະຈັດໃຫ້ ແຕ່ແມ່ນພຣະບິດາເຈົ້າຂອງເຮົາຈັດຕຽມໄວ້ແລ້ວສຳລັບຜູ້ໃດ ກໍເປັນຂອງຜູ້ນັ້ນ.”
24ເມື່ອສາວົກອີກສິບຄົນໄດ້ຍິນເຖິງເລື່ອງນັ້ນແລ້ວ ພວກເພິ່ນກໍໂກດຮ້າຍສອງອ້າຍນ້ອງນີ້. 25ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງເອີ້ນພວກເພິ່ນທັງໝົດມາ ແລະກ່າວວ່າ, “ພວກເຈົ້າຕ່າງກໍຮູ້ດີວ່າ ຜູ້ປົກຄອງມີອຳນາດເໜືອປະຊາຊົນທີ່ເຂົາປົກຄອງຢູ່ ແລະຜູ້ໃຫຍ່ກໍໃຊ້ສິດເດັດຂາດເໜືອພວກເຂົາ. 26ແຕ່ໃນທ່າມກາງພວກເຈົ້າບໍ່ເປັນດັ່ງນັ້ນ, ຖ້າຜູ້ໃດໃນພວກເຈົ້າຢາກເປັນໃຫຍ່ ຜູ້ນັ້ນຕ້ອງເປັນຜູ້ຮັບໃຊ້ຂອງພວກເຈົ້າ 27ແລະຖ້າຜູ້ໃດໃນພວກເຈົ້າຢາກເປັນເອກ ລາວຕ້ອງເປັນຜູ້ຮັບໃຊ້ຂອງພວກເຈົ້າ 28ເໝືອນຢ່າງບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ຕົນ ແຕ່ມາເພື່ອຮັບໃຊ້ ແລະຍອມສະຫລະຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ.”
ພຣະເຢຊູເຈົ້າຊົງໂຜດຊາຍຕາບອດສອງຄົນ
(ມຣກ 10:46-52; ລກ 18:35-43)
29ເມື່ອພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງ ຈາກເມືອງເຢຣີໂກໄປນັ້ນ ປະຊາຊົນຢ່າງຫລວງຫລາຍໄດ້ຕິດຕາມພຣະອົງໄປ. 30ມີຊາຍຕາບອດສອງຄົນທີ່ນັ່ງຢູ່ແຄມທາງ, ເມື່ອໄດ້ຍິນວ່າພຣະເຢຊູເຈົ້າກຳລັງຜ່ານມາທາງນັ້ນ ພວກເຂົາຈຶ່ງຮ້ອງຂຶ້ນວ່າ, “ພຣະອົງເຈົ້າ ຜູ້ເປັນບຸດດາວິດເອີຍ ໂຜດເມດຕາສົງສານພວກຂ້ານ້ອຍແດ່ທ້ອນ.”
31ປະຊາຊົນໄດ້ຫ້າມປາມໄວ້ ແລະບອກພວກເຂົາໃຫ້ມິດຢູ່ ແຕ່ພວກເຂົາແຮ່ງຮ້ອງດັງຂຶ້ນວ່າ, “ພຣະອົງເຈົ້າ ຜູ້ເປັນບຸດດາວິດເອີຍ ໂຜດເມດຕາສົງສານຂ້ານ້ອຍແດ່ທ້ອນ.”
32ພຣະເຢຊູເຈົ້າຈຶ່ງຢຸດ ແລ້ວເອີ້ນຊາຍຕາບອດສອງຄົນນັ້ນມາ ພຣະອົງຖາມພວກເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາເຮັດຫຍັງໃຫ້ພວກເຈົ້າ?”
33ພວກເຂົາຈຶ່ງຕອບວ່າ, “ພຣະອົງເຈົ້າເອີຍ ຂໍໂຜດໃຫ້ຕາຂອງພວກຂ້ານ້ອຍໄດ້ເຫັນຮຸ່ງແດ່ທ້ອນ.”
34ພຣະເຢຊູເຈົ້າສົງສານພວກເຂົາ ຈຶ່ງບາຍຕາຂອງພວກເຂົາ ໃນທັນໃດນັ້ນ ພວກເຂົາກໍເຫັນຮຸ່ງ ແລະຕິດຕາມພຣະອົງໄປ.
Currently Selected:
ມັດທາຍ 20: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.