ລະບຽບ^ພວກເລວີ 10
10
ນາດາບແລະອາບີຮູເຮັດບາບ
1ນາດາບແລະອາບີຮູລູກຊາຍອາໂຣນ ຕ່າງກໍໄດ້ນຳໝໍ້ຂາງຂອງຕົນມາ ແລະເອົາຖ່ານໄຟທີ່ກຳລັງລຸກຢູ່ໃສ່ໃນນັ້ນ. ພວກເຂົາໄດ້ເອົາກຳຍານໂຮຍໃສ່ຕື່ມ ແລະນຳໄປຖວາຍຕໍ່ໜ້າພຣະເຈົ້າຢາເວ. ແຕ່ໄຟທີ່ຖວາຍນີ້ບໍ່ບໍຣິສຸດ ເພາະວ່າພຣະອົງບໍ່ໄດ້ສັ່ງພວກເຂົາໃຫ້ຖວາຍຢ່າງນັ້ນ. 2ດັ່ງນັ້ນ ພຣະເຈົ້າຢາເວໄດ້ສົ່ງໄຟລົງມາໄໝ້ພວກເຂົາຕາຍຄາທີ່ຢູ່ຊ້ອງໜ້າພຣະເຈົ້າຢາເວ. 3ແລ້ວໂມເຊໄດ້ກ່າວແກ່ອາໂຣນວ່າ, “ພຣະເຈົ້າຢາເວໄດ້ປະກາດໄວ້ດັ່ງນີ້: ‘ທຸກຄົນທີ່ຮັບໃຊ້ເຮົາຕ້ອງຢຳເກງຄວາມບໍຣິສຸດຂອງເຮົາ; ເຮົາຈະໃຫ້ປະຊາຊົນຂອງເຮົາເຫັນສະຫງ່າຣາສີຂອງເຮົາ.”’ ສ່ວນອາໂຣນກໍໄດ້ແຕ່ຕົກສະເງີ້ຈົນປາກບໍ່ອອກ.
4ໂມເຊໄດ້ເອີ້ນມີຊາເອນແລະເອນຊາຟັນ ລູກຊາຍຂອງອຸດຊີເອນຜູ້ເປັນລຸງຂອງອາໂຣນມາ ແລະບອກພວກເຂົາວ່າ, “ຈົ່ງຫາມສົບພີ່ນ້ອງຂອງພວກເຈົ້າ ອອກຈາກຫໍເຕັນສັກສິດໄປໄວ້ນອກຄ້າຍພັກເສຍ.” 5ດັ່ງນັ້ນ ພວກເຂົາຈຶ່ງມາຍົກເສື້ອພ້ອມສົບຄົນຕາຍອອກໄປໄວ້ນອກຄ້າຍພັກ ຕາມທີ່ໂມເຊໄດ້ສັ່ງ.
6ຕໍ່ມາ ໂມເຊໄດ້ກ່າວກັບອາໂຣນ ແລະເອເລອາຊາແລະອີທາມາ ລູກຊາຍຂອງອາໂຣນວ່າ, “ຢ່າປ່ອຍຜົມໃຫ້ຫຍຸ້ງຫລືຈີກເຄື່ອງນຸ່ງຫົ່ມ ເພື່ອສະແດງວ່າພວກເຈົ້າກຳລັງໄວ້ທຸກ. ຖ້າພວກເຈົ້າເຮັດ ພວກເຈົ້າກໍຈະຕາຍ ແລະພຣະເຈົ້າຢາເວຈະໂກດຮ້າຍ ແລະລົງໂທດຊຸມຊົນທັງໝົດນີ້. ແຕ່ໃຫ້ພີ່ນ້ອງຊາວອິດສະຣາເອນຄົນອື່ນໆພາກັນໄວ້ທຸກ ຍ້ອນການຕາຍດ້ວຍໄຟທີ່ພຣະເຈົ້າຢາເວໄດ້ສົ່ງມາ. 7ຢ່າໜີໄປຈາກທາງເຂົ້າຫໍເຕັນບ່ອນຊຸມນຸມ ຖ້າບໍ່ດັ່ງນັ້ນ ພວກເຈົ້າຈະຕາຍ ຍ້ອນວ່າພວກເຈົ້າຖືກອຸທິດຖວາຍແລ້ວ ໂດຍນໍ້າມັນເຈີມສັກສິດຂອງພຣະເຈົ້າຢາເວ.” ສະນັ້ນ ພວກເຂົາຈຶ່ງໄດ້ປະຕິບັດຕາມສິ່ງທີ່ໂມເຊໄດ້ບອກ.
ລະບຽບການສຳລັບພວກປະໂຣຫິດ
8ພຣະເຈົ້າຢາເວໄດ້ບອກອາໂຣນວ່າ, 9“ເຈົ້າແລະພວກລູກຊາຍຂອງເຈົ້າບໍ່ຕ້ອງເຂົ້າມາທີ່ຫໍເຕັນບ່ອນຊຸມນຸມ ເມື່ອພວກເຈົ້າດື່ມເຫຼົ້າອະງຸ່ນ ຫລືເຫລົ້າປຸກ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າຈະຕາຍ. ອັນນີ້ແມ່ນລະບຽບການທີ່ຈະຕ້ອງປະຕິບັດກັນ ທຸກຊົ່ວເຊັ່ນເຊື້ອສາຍຂອງພວກເຈົ້າ. 10ພວກເຈົ້າຕ້ອງໄຈ້ແຍກໃຫ້ຈະແຈ້ງ ລະຫວ່າງສິ່ງທີ່ເປັນບໍຣິສຸດແລະສິ່ງທີ່ໃຊ້ກັນຢູ່ທົ່ວໆໄປ; ລະຫວ່າງສິ່ງທີ່ເປັນມົນທິນແລະບໍ່ເປັນມົນທິນຕາມກົດບັນຍັດ. 11ເຈົ້າຕ້ອງສັ່ງສອນປະຊາຊົນອິດສະຣາເອນໃຫ້ຮູ້ລະບຽບການທັງໝົດນີ້ ຊຶ່ງພຣະເຈົ້າຢາເວໄດ້ໃຫ້ພວກເຈົ້າໂດຍຜ່ານທາງໂມເຊ.”
12ໂມເຊໄດ້ກ່າວແກ່ອາໂຣນແລະເອເລອາຊາແລະອີທາມາ ລູກຊາຍສອງຄົນຂອງລາວວ່າ, “ຈົ່ງເອົາພືດຜົນເປັນເມັດທີ່ເຫຼືອຈາກການຖວາຍແກ່ພຣະເຈົ້າຢາເວນັ້ນ ມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະກິນທີ່ຂ້າງແທ່ນບູຊາເພາະການຖວາຍນີ້ແມ່ນບໍຣິສຸດທີ່ສຸດ. 13ຈົ່ງກິນໃນບ່ອນບໍຣິສຸດ ເພາະແມ່ນສ່ວນຂອງເຈົ້າແລະແມ່ນສ່ວນຂອງພວກລູກຊາຍຂອງເຈົ້າ ທີ່ໄດ້ມາຈາກການຖວາຍອາຫານບູຊາດ້ວຍໄຟແກ່ພຣະເຈົ້າຢາເວ. ອັນນີ້ແມ່ນສິ່ງທີ່ເຮົາໄດ້ຮັບສັ່ງໄວ້ແລ້ວ. 14ແຕ່ເຈົ້າພ້ອມຄອບຄົວຂອງເຈົ້າຈົ່ງກິນຊີ້ນໜ້າເອິກແລະຊີ້ນຂາຫລັງ ແລະຈົ່ງກິນໄດ້ໃນທຸກໆບ່ອນທີ່ບໍ່ເປັນມົນທິນຕາມກົດບັນຍັດ. ເຄື່ອງຖວາຍເຫຼົ່ານີ້ໄດ້ມອບແກ່ເຈົ້າແລະເຊື້ອສາຍຂອງເຈົ້າແລ້ວ ຊຶ່ງເປັນສ່ວນທີ່ພວກເຈົ້າໄດ້ຮັບຈາກການຖວາຍ ເພື່ອຄວາມສາມັກຄີທຳຂອງປະຊາຊົນອິດສະຣາເອນ. 15ຊີ້ນຂາຫລັງກັບຊີ້ນໜ້າເອິກພ້ອມໄຂມັນ ທຸກຢ່າງທີ່ຖວາຍບູຊາດ້ວຍໄຟ ຈົ່ງເອົາມາເປັນຂອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ. ສ່ວນນີ້ເປັນຂອງເຈົ້າກັບເຊື້ອສາຍຂອງເຈົ້າສືບໄປ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.”
16ໂມເຊໄດ້ສອບຖາມກ່ຽວກັບຊີ້ນແບ້ທີ່ໄດ້ຖວາຍເພື່ອລຶບລ້າງບາບນັ້ນ ເມື່ອເພິ່ນຮູ້ວ່າແບ້ນັ້ນໄດ້ເຜົາໝົດເສຍແລ້ວ. ໂມເຊຈຶ່ງຮ້າຍເອເລອາຊາແລະອີທາມາກ່ຽວກັບເລື່ອງນີ້. ເພິ່ນໄດ້ຖາມເຂົາວ່າ, 17“ເປັນຫຍັງພວກເຈົ້າຈຶ່ງບໍ່ກິນເຄື່ອງຖວາຍລຶບລ້າງບາບໃນບ່ອນບໍຣິສຸດ? ມັນເປັນຂອງບໍຣິສຸດທີ່ສຸດ ແລະພຣະອົງໄດ້ມອບສິ່ງນັ້ນໃຫ້ພວກເຈົ້າ ເພື່ອລຶບລ້າງບາບຂອງປະຊາຊົນຕໍ່ໜ້າພຣະເຈົ້າຢາເວ. 18ເມື່ອບໍ່ໄດ້ນຳເລືອດສັດເຂົ້າໄປໃນຫໍເຕັນ ພວກເຈົ້າຕ້ອງກິນເຄື່ອງຖວາຍບູຊາໃນທີ່ນັ້ນ ຕາມທີ່ຂ້ອຍໄດ້ສັ່ງໄວ້.”
19ອາໂຣນໄດ້ຕອບວ່າ, “ເບິ່ງແມ! ໃນມື້ນີ້ ປະຊາຊົນໄດ້ນຳເຄື່ອງມາຖວາຍເພື່ອລຶບລ້າງບາບ ແລະພວກເຂົາກໍໄດ້ນຳເຄື່ອງຖວາຍບູຊາດ້ວຍໄຟມາຖວາຍຕໍ່ໜ້າພຣະເຈົ້າຢາເວ, ແຕ່ເຖິງປານນັ້ນ ເລື່ອງຫຍຸ້ງຍາກແບບນີ້ກໍຍັງຕົກຖືກຂ້ອຍຈົນໄດ້. ຖ້າຂ້ອຍກິນເຄື່ອງຖວາຍບູຊາລຶບລ້າງບາບໃນມື້ນີ້ ຈະເຮັດໃຫ້ພຣະເຈົ້າຢາເວເຫັນຊອບບໍ?” 20ເມື່ອໂມເຊໄດ້ຍິນດັ່ງນັ້ນເພິ່ນກໍເຫັນດີນຳ.
Currently Selected:
ລະບຽບ^ພວກເລວີ 10: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.