ລະບຽບ^ພວກເລວີ 9
9
ອາໂຣນຖວາຍເຄື່ອງບູຊາ.
1ຫລັງຈາກມື້ພິທີສະຖາປະນາສຳເລັດແລ້ວ ໂມເຊໄດ້ເອີ້ນອາໂຣນ ແລະພວກລູກຊາຍຂອງລາວມາ ພ້ອມທັງບັນດາຜູ້ນຳຊາດອິດສະຣາເອນດ້ວຍ. 2ເພິ່ນກ່າວແກ່ອາໂຣນວ່າ, “ຈົ່ງເອົາງົວເຖິກໜຸ່ມໂຕໜຶ່ງ ແລະແກະເຖິກໜຸ່ມໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍແກ່ພຣະເຈົ້າຢາເວຄື: ງົວເຖິກໜຸ່ມໃຫ້ຖວາຍເພື່ອລຶບລ້າງບາບ ແລະແກະເຖິກໜຸ່ມໃຫ້ເຜົາຖວາຍບູຊາ. 3ແລ້ວຈົ່ງບອກປະຊາຊົນອິດສະຣາເອນໃຫ້ນຳແບ້ເຖິກໂຕໜຶ່ງ ມາຖວາຍເພື່ອລຶບລ້າງບາບ ພ້ອມທັງລູກງົວເຖິກແລະລູກແກະເຖິກອາຍຸໜຶ່ງປີແນວລະໂຕ. ທັງໝົດໃຫ້ເປັນສັດທີ່ມີສຸຂະພາບດີແລະບໍ່ມີຕຳໜິ ເປັນເຄື່ອງຖວາຍບູຊາດ້ວຍໄຟ 4ສ່ວນງົວເຖິກກັບລູກແກະເຖິກນັ້ນແມ່ນໃຫ້ຖວາຍເພື່ອຄວາມສາມັກຄີທຳ. ພວກເຂົາຕ້ອງຖວາຍບູຊາສັດເຫຼົ່ານີ້ຕໍ່ໜ້າພຣະເຈົ້າຢາເວ ພ້ອມກັບຖວາຍພືດຜົນເປັນເມັດປົນນໍ້າມັນໝາກກອກເທດ. ພວກເຂົາຕ້ອງເຮັດສິ່ງເຫຼົ່ານີ້ ເພາະວ່າພຣະເຈົ້າຢາເວຈະປາກົດແກ່ພວກເຂົາໃນມື້ນີ້.”
5ພວກເຂົາໄດ້ນຳທຸກໆສິ່ງທີ່ໂມເຊໄດ້ສັ່ງນັ້ນມາທາງໜ້າຫໍເຕັນບ່ອນຊຸມນຸມ ແລະຊຸມຊົນທັງປວງເຕົ້າໂຮມກັນຫຍັບເຂົ້າມາໃກ້ ແລະໄດ້ຢືນຕໍ່ໜ້າພຣະເຈົ້າຢາເວ. 6ໂມເຊໄດ້ກ່າວວ່າ, “ພຣະເຈົ້າຢາເວໄດ້ສັ່ງໃຫ້ພວກເຈົ້າເຮັດສິ່ງທັງໝົດນີ້ ເພື່ອວ່າແສງສຸກໃສແຫ່ງສະຫງ່າຣາສີຂອງອົງພຣະຜູ້ເປັນເຈົ້າ ຈະປາກົດແກ່ພວກເຈົ້າ.” 7ແລ້ວໂມເຊກໍກ່າວແກ່ອາໂຣນວ່າ, “ຈົ່ງໄປທີ່ແທ່ນບູຊາແລະເຮັດພິທີຖວາຍບູຊາລຶບລ້າງບາບ ແລະພິທີເຜົາບູຊາເພື່ອລຶບລ້າງການບາບຂອງພວກເຈົ້າແລະຂອງປະຊາຊົນ. ຈົ່ງຖວາຍເຄື່ອງບູຊານີ້ເພື່ອລຶບລ້າງການບາບຂອງປະຊາຊົນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກປະການ.”
8ດັ່ງນັ້ນ ອາໂຣນຈຶ່ງໄປທີ່ແທ່ນບູຊາແລະຂ້າປາດຄໍງົວເຖິກໜຸ່ມ ເພື່ອເປັນການຖວາຍບູຊາລຶບລ້າງຄວາມບາບຂອງຕົນເອງ. 9ພວກລູກຊາຍຂອງລາວໄດ້ນຳເລືອດມາ ແລະອາໂຣນກໍຈຸ່ມນິ້ວມືລົງໃນເລືອດ ແລະເອົາເລືອດສ່ວນໜຶ່ງທາໃສ່ເຂົາຂອງແທ່ນທີ່ແຈຂອງແທ່ນບູຊາ ແລະຖອກເລືອດສ່ວນທີ່ເຫຼືອນັ້ນໃສ່ຕີນຂອງແທ່ນບູຊາ. 10ຕໍ່ມາ ລາວໄດ້ເຜົາໄຂມັນ, ໝາກໄຂ່ຫລັງທັງສອງ ແລະໜັງບາງໆຫຸ້ມຫໍ່ຕັບເທິງແທ່ນບູຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງຜ່ານທາງໂມເຊທຸກປະການ. 11ແຕ່ລາວໄດ້ເຜົາຊີ້ນແລະໜັງຢູ່ນອກຄ້າຍ.
12ອາໂຣນໄດ້ຂ້າປາດຄໍສັດຊຶ່ງເປັນການເຜົາຖວາຍບູຊາສຳລັບຕົນເອງ. ພວກລູກຊາຍຂອງລາວໄດ້ນຳເລືອດມາ ແລະອາໂຣນກໍໄດ້ຖອກເລືອດນັ້ນໃສ່ທັງສີ່ຂ້າງຂອງແທ່ນບູຊາ. 13ພວກລູກຊາຍຂອງລາວໄດ້ນຳຫົວ ແລະສ່ວນອື່ນໆຂອງສັດມາໃຫ້ອາໂຣນ ແລະເພິ່ນກໍໄດ້ນຳໄປເຜົາເທິງແທ່ນບູຊາ. 14ແຕ່ເພິ່ນໄດ້ໃຊ້ນໍ້າລ້າງເຄື່ອງໃນໄສ້ພຸງກັບຂາຫລັງສັດກ່ອນ ຈຶ່ງເຜົາສິ່ງເຫຼົ່ານັ້ນເຕັງໃສ່ເຄື່ອງເຜົາ ທີ່ເຫຼືອຢູ່ເທິງແທ່ນບູຊາ.
15ຫລັງຈາກນັ້ນ ອາໂຣນໄດ້ຖວາຍເຄື່ອງບູຊາສຳລັບປະຊາຊົນ. ເພິ່ນໄດ້ນຳແບ້ເຖິກທີ່ຕ້ອງຖືກຖວາຍສຳລັບການບາບຂອງປະຊາຊົນມາ ແລ້ວຂ້າປາດຄໍແບ້ນັ້ນ ແລະຖວາຍເປັນເຄື່ອງບູຊາເໝືອນດັ່ງທີ່ເພິ່ນໄດ້ເຮັດສຳລັບພິທີລຶບລ້າງບາບຂອງຕົນ. 16ເພິ່ນຍັງໄດ້ນຳສັດມາເຜົາຖວາຍບູຊາອີກຕາມລະບຽບການທຸກຢ່າງ. 17ເພິ່ນໄດ້ຖວາຍພືດຜົນເປັນເມັດ ໂດຍໄດ້ເອົາແປ້ງກຳໜຶ່ງເຜົາທີ່ເທິງແທ່ນບູຊາ. (ຊຶ່ງເປັນການຖວາຍຕື່ມໃສ່ການຖວາຍບູຊາດ້ວຍໄຟໃນຕອນເຊົ້າ). 18ລາວໄດ້ຂ້າປາດຄໍງົວເຖິກແລະແກະເຖິກ ເປັນການຖວາຍ ເພື່ອຄວາມສາມັກຄີທຳສຳລັບປະຊາຊົນ. ພວກລູກຊາຍຂອງລາວໄດ້ນຳເລືອດມາ ແລະລາວໄດ້ຊິດເລືອດນັ້ນໃສ່ທັງສີ່ຂ້າງຂອງແທ່ນບູຊາ. 19ອາໂຣນໄດ້ເອົາໄຂມັນຂອງງົວ, ແກະເຖິກ ໄຂມັນຕິດກັບຫາງ, ໄຂມັນຕິດກັບເຄື່ອງໃນໄສ້ພຸງ, ໝາກໄຂ່ຫລັງ ແລະໜັງບາງໆຫຸ້ມຫໍ່ຕັບ, 20ເຕັງໃສ່ເທິງຊີ້ນໜ້າເອິກຂອງສັດ ແລະນຳທັງໝົດນັ້ນໄປທີ່ແທ່ນບູຊາ. ເພິ່ນໄດ້ເຜົາໄຂມັນເທິງແທ່ນບູຊາ; 21ສ່ວນຊີ້ນໜ້າເອິກແລະຂາຫລັງເບື້ອງຂວານັ້ນ ໃຫ້ເປັນເຄື່ອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ ເພື່ອເປັນສ່ວນມອບໃຫ້ປະໂຣຫິດ ຕາມທີ່ໂມເຊໄດ້ສັ່ງໄວ້ທຸກປະການ.
22ອາໂຣນໄດ້ຍົກມືຂຶ້ນຢຽດໃສ່ປະຊາຊົນເພື່ອອວຍພອນພວກເຂົາ ເມື່ອເພິ່ນໄດ້ເຮັດພິທີຖວາຍບູຊາທຸກຢ່າງແລ້ວ ກໍໄດ້ລົງມາຈາກແທ່ນບູຊາ. 23ໂມເຊແລະອາໂຣນໄດ້ເຂົ້າໄປໃນຫໍເຕັນບ່ອນຊຸມນຸມ ແລະເມື່ອອອກມາແລ້ວ ພວກເພິ່ນທັງສອງໄດ້ອວຍພອນປະຊາຊົນ ແລະສະຫງ່າຣາສີຂອງພຣະເຈົ້າຢາເວກໍປາກົດໃຫ້ປະຊາຊົນທັງໝົດໄດ້ເຫັນ. 24ໄຟໄດ້ລົງມາຕໍ່ໜ້າພຣະເຈົ້າຢາເວໄໝ້ເຄື່ອງຖວາຍບູຊາແລະສ່ວນຕ່າງໆຂອງໄຂມັນທີ່ເທິງແທ່ນບູຊາ. ເມື່ອປະຊາຊົນໄດ້ເຫັນດັ່ງນັ້ນ ພວກເຂົາກໍພາກັນໂຮຮ້ອງຂຶ້ນດ້ວຍສຽງດັງກ້ອງສະໜັ່ນ ແລະຂາບລົງຈົນໜ້າຈຸດິນ.
Currently Selected:
ລະບຽບ^ພວກເລວີ 9: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.