YouVersion Logo
Search Icon

ເຢເຣມີຢາ 33

33
ຄຳສັນຍາ​ອື່ນໆ​ອີກ​ທີ່​ໃຫ້​ຄວາມຫວັງ
1ໃນ​ຂະນະທີ່​ຂ້າພະເຈົ້າ​ຢູ່​ໃນ​ຄຸກ​ຂອງ​ບໍລິເວນ​ຣາຊວັງ​ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ຂ້າພະເຈົ້າ​ອີກ​ວ່າ, 2“ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ສ້າງ​ແຜ່ນດິນ​ໂລກ ແລະ​ພຣະເຈົ້າຢາເວ​ປະກອບ​ໃຫ້​ເປັນ​ຮູບຮ່າງ ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້: 3‘ຈົ່ງ​ຮ້ອງ​ຫາ​ເຮົາ ແລະ​ເຮົາ​ຈະ​ຕອບ​ເຈົ້າ; ເຮົາ​ຈະ​ບອກ​ໃຫ້​ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໜ້າງຶດງໍ້​ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເຈົ້າ​ບໍ່​ຮູ້.’ 4ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ ເຮືອນ​ທັງຫລາຍ​ຂອງ​ນະຄອນ​ເຢຣູຊາເລັມ​ກັບ​ຣາຊວັງ​ຂອງ​ຢູດາຍ​ຈະ​ຖືກ​ທຳລາຍ​ເນື່ອງ​ຈາກ​ຖືກ​ປິດລ້ອມ​ແລະ​ຖືກ​ໂຈມຕີ. 5ບາງຄົນ​ຈະ​ຕໍ່ສູ້​ພວກ​ບາບີໂລນ ຄື​ພວກ​ທີ່​ຈະ​ປະ​ຊາກສົບ​ໄວ້​ເຕັມ​ເຮືອນ​ທັງຫລາຍ ເປັນ​ຊາກສົບ​ຂອງ​ພວກ​ທີ່​ເຮົາ​ກຳລັງ​ຈະ​ທຳລາຍ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ. ເຮົາ​ໄດ້​ຫັນໜ້າ​ໜີ​ຈາກ​ເມືອງ​ນີ້​ເພາະ​ຄວາມ​ຊົ່ວຊ້າ ຊຶ່ງ​ຊາວ​ເມືອງ​ນີ້​ໄດ້​ກະທຳ. 6ແຕ່​ເຮົາ​ຈະ​ປິ່ນປົວ​ເມືອງ​ນີ້ ແລະ​ປະຊາຊົນ​ຂອງເຮົາ ແລະ​ປົວແປງ​ສຸຂະພາບ​ຂອງ​ພວກເຂົາ​ຂຶ້ນໃໝ່. ເຮົາ​ຈະ​ໃຫ້​ພວກເຂົາ​ສະຫງົບສຸກ​ແລະ​ປອດໄພ​ຢ່າງ​ຫລວງຫລາຍ. 7ເຮົາ​ຈະ​ເຮັດ​ໃຫ້​ອານາຈັກ​ຢູດາຍ​ກັບ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ ແລະ​ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນໃໝ່​ໃຫ້​ເປັນ​ດັ່ງ​ແຕ່​ກ່ອນ. 8ເຮົາ​ຈະ​ຫລໍ່ຫລອມ​ພວກເຂົາ​ໃຫ້​ພົ້ນ​ຈາກ​ການບາບ ທີ່​ພວກເຂົາ​ໄດ້​ກະທຳ​ຕໍ່ສູ້​ເຮົາ​ນັ້ນ ແລະ​ເຮົາ​ຈະ​ຍົກ​ບາບກຳ​ເຫຼົ່ານັ້ນ ແລະ​ການ​ກະບົດ​ຂອງ​ພວກເຂົາ. 9ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ບໍ່​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ, ກຽດສັກສີ ແລະ​ຄວາມ​ພາກພູມ​ໃຈ​ໃຫ້​ແກ່​ເຮົາ ແລະ​ທຸກໆ​ຊົນຊາດ​ໃນ​ໂລກ​ຈະ​ຢ້ານກົວ​ແລະ​ສັ່ນເຊັນ ເມື່ອ​ພວກເຂົາ​ໄດ້ຍິນ​ເຖິງ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ເຮັດ​ໃຫ້​ແກ່​ຊາວ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້ຍິນ​ເຖິງ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ນີ້.”
10ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ປະຊາຊົນ​ກຳລັງ​ເວົ້າ​ວ່າ ບ່ອນ​ນີ້​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ; ໃນ​ທີ່ນັ້ນ​ບໍ່ມີ​ແມ່ນແຕ່​ຄົນ ແລະ​ສັດ​ອາໄສ​ຢູ່. ເຂົາ​ເວົ້າ​ຖືກ​ແລ້ວ; ເມືອງ​ຂອງ​ຢູດາຍ​ກັບ​ຕາມ​ທ້ອງ​ຖະໜົນ​ຂອງ​ນະຄອນ​ເຢຣູຊາເລັມ​ກໍ​ຫວ່າງເປົ່າ; ບໍ່ມີ​ຄົນ​ຫລື​ສັດ​ອາໄສ​ຢູ່​ເລີຍ, ແຕ່​ໃນ​ບ່ອນ​ເຫຼົ່ານີ້ ພວກເຈົ້າ​ຈະ​ໄດ້ຍິນ​ອີກ​ເທື່ອ​ໃໝ່ 11ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ,
ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ
ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.
ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.
12ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ຢູ່​ໃນ​ດິນແດນ​ທີ່​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ເປັນ​ບ່ອນ​ທີ່​ບໍ່ມີ​ຄົນ ຫລື​ສັດ​ອາໄສ​ຢູ່​ນີ້; ດິນແດນ​ນັ້ນ​ຈະ​ມີ​ທົ່ງຫຍ້າ ຊຶ່ງ​ຄົນລ້ຽງແກະ​ເບິ່ງແຍງ​ຝູງແກະ​ຂອງ​ພວກເຂົາ. 13ຕາມ​ເມືອງ​ຕ່າງໆ​ແລະ​ຕາມ​ເຂດ​ເນີນພູ, ຕາມ​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ, ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ຢູ່​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ແລະ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ, ພວກ​ລ້ຽງແກະ​ຈະ​ນັບເບິ່ງ​ຝູງແກະ​ຂອງ​ພວກເຂົາ​ອີກ​ເທື່ອໜຶ່ງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.
14ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ເຮົາ​ຈະ​ໃຫ້​ຄຳສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ເປັນ​ຜົນ​ສຳເລັດ. 15ໃນ​ເວລາ​ນັ້ນ ເຮົາ​ຈະ​ເລືອກ​ເອົາ​ຜູ້​ຊອບທຳ​ຄົນ​ໜຶ່ງ ຈາກ​ເຊື້ອສາຍ​ຂອງ​ດາວິດ​ໃຫ້​ເປັນ​ກະສັດ. ກະສັດ​ຜູ້​ນີ້​ຈະ​ເຮັດ​ແຕ່​ສິ່ງ​ທີ່​ຖືກຕ້ອງ​ແລະ​ຍຸດຕິທຳ​ທົ່ວ​ທັງ​ດິນແດນ. 16ປະຊາຊົນ​ຢູດາ​ກັບ​ເຢຣູຊາເລັມ​ຈະ​ຖືກ​ຊ່ວຍກູ້​ເອົາ ແລະ​ໃຊ້​ຊີວິດ​ຢູ່​ຢ່າງ​ປອດໄພ. ຄົນ​ຈະ​ເອີ້ນ​ເມືອງ​ນີ້​ວ່າ ‘ພຣະເຈົ້າຢາເວ​ອົງ​ເປັນ​ຄວາມຊອບທຳ​ຂອງ​ພວກ​ຂ້ານ້ອຍ.’ 17ເພາະ​ພຣະເຈົ້າຢາເວ​ສັນຍາ​ວ່າ, ຈະ​ມີ​ຄົນ​ໜຶ່ງ​ຈາກ​ເຊື້ອສາຍ​ຂອງ​ດາວິດ ໄດ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ຢູ່​ເລື້ອຍໄປ. 18ແລະ​ຈະ​ມີ​ປະໂຣຫິດ​ຈາກ​ເຜົ່າເລວີ​ໄດ້​ຮັບໃຊ້​ເຮົາ​ຢູ່​ເລື້ອຍໄປ ເພື່ອ​ຖວາຍ​ເຄື່ອງ​ເຜົາບູຊາ, ພືດຜົນ​ເປັນເມັດ ແລະ​ຖວາຍ​ເຄື່ອງບູຊາ​ຕ່າງໆ.”
19ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ, 20“ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ມື້​ເວັນ​ແລະ​ກັບ​ມື້ຄືນ ເພື່ອ​ວ່າ​ສິ່ງນັ້ນ​ຈະ​ມາ​ຖືກຕ້ອງ​ຕາມ​ເວລາ​ສະເໝີ; ແລະ​ພັນທະສັນຍາ​ນັ້ນ​ຈະ​ບໍ່​ຖືກ​ລົບລ້າງ​ຈັກເທື່ອ. 21ໃນທຳນອງ​ດຽວກັນ ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ​ວ່າ ລາວ​ຈະ​ມີ​ເຊື້ອສາຍ​ຂຶ້ນ​ເປັນ​ກະສັດ​ຕະຫລອດໄປ; ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງ​ໜຶ່ງ​ໄວ້​ກັບ​ພວກ​ປະໂຣຫິດ​ຈາກ​ເຜົ່າເລວີ​ວ່າ ພວກເຂົາ​ຈະ​ຮັບໃຊ້​ເຮົາ​ສະເໝີໄປ ແລະ​ພັນທະສັນຍາ​ນີ້​ຈະ​ບໍ່​ຖືກ​ລົບລ້າງ​ຈັກເທື່ອ. 22ເຮົາ​ຈະ​ຕື່ມ​ຈຳນວນ​ໃຫ້​ເຊື້ອສາຍ​ຂອງ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ ແລະ​ຕື່ມ​ຈຳນວນ​ປະໂຣຫິດ​ຈາກ​ເຜົ່າເລວີ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ມີ​ຢ່າງ​ຫລວງຫລາຍ ເໝືອນ​ດັ່ງ​ດວງດາວ​ໃນ​ທ້ອງຟ້າ ຫລື​ເມັດ​ດິນ​ຊາຍ​ທີ່​ແຄມ​ທະເລ.”
23ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວ​ວ່າ, 24“ພວກເຈົ້າ​ບໍ່ໄດ້​ສັງເກດ​ເບິ່ງ​ບໍ​ສິ່ງ​ທີ່​ຄົນ​ກຳລັງ​ເວົ້າ​ກັນ​ວ່າ ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ອິດສະຣາເອນ ແລະ​ຢູດາ ສອງ​ຄອບຄົວ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ? ສະນັ້ນ ພວກເຂົາ​ຈຶ່ງ​ໝິ່ນປະໝາດ​ຄົນ​ຂອງເຮົາ ແລະ​ບໍ່ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ. 25ແຕ່​ພຣະເຈົ້າຢາເວ​ໄດ້​ເຮັດ​ພັນທະສັນຍາ​ໄວ້​ທັງ​ກາງເວັນ​ແລະ​ກາງຄືນ ແລະ​ເຮົາ​ໄດ້​ຕັ້ງ​ກົດ​ຕ່າງໆ​ຄວບຄຸມ​ສະຫວັນ ແລະ​ແຜ່ນດິນ​ໂລກ. 26ເຮົາ​ໄດ້​ເຮັດ​ສິ່ງ​ນີ້​ໄວ້​ຢ່າງ​ແນ່ນອນ​ສັນໃດ ເຮົາ​ກໍ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ໄວ້​ຢ່າງ​ແນ່ນອນ​ສັນນັ້ນ ກັບ​ເຊື້ອສາຍ​ຂອງ​ຢາໂຄບ ແລະ​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ເລືອກ​ເອົາ​ເຊື້ອສາຍ​ຂອງ​ດາວິດ​ຜູ້ໜຶ່ງ​ໄວ້ ເພື່ອ​ໃຫ້​ປົກຄອງ​ເຊື້ອສາຍ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ເຮົາ​ຈະ​ເມດຕາ​ປະຊາຊົນ​ຂອງເຮົາ ແລະ​ຈະ​ເຮັດ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ອີກ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Video for ເຢເຣມີຢາ 33