YouVersion Logo
Search Icon

ເຢເຣມີຢາ 34

34
ພຣະເຈົ້າ​ກ່າວ​ເຕືອນ​ເຈົ້າ​ເຊເດກີຢາ
1ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ເພິ່ນ ໂດຍ​ໄດ້​ຮັບ​ການສະໜັບ​ສະໜູນ​ຈາກ​ກຳລັງ​ທະຫານ​ຂອງ​ຊົນຊາດ​ທັງໝົດ​ທີ່​ຂຶ້ນ​ກັບ​ເພິ່ນ ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ທັງຫລາຍ​ທີ່​ໃກ້ຄຽງ. 2ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ສັ່ງ​ຂ້າພະເຈົ້າ ໃຫ້​ໄປ​ບອກ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ເຮົາ​ຈະ​ມອບ​ເມືອງ​ນີ້​ໃຫ້​ແກ່​ກະສັດ​ແຫ່ງ​ບາບີໂລນ ແລະ​ລາວ​ຈະ​ຈູດ​ເຜົາ​ເມືອງ​ຖິ້ມ. 3ເຈົ້າ​ຈະ​ປົບໜີ​ໄປ​ບໍ່ໄດ້; ເຈົ້າ​ຈະ​ຖືກ​ຈັບ​ໄປ​ມອບ​ໃຫ້​ລາວ. ເຈົ້າ​ຈະ​ເຫັນ​ລາວ​ໜ້າຕໍ່ໜ້າ​ແລະ​ກ່າວ​ກັບ​ລາວ​ຕົວຕໍ່ຕົວ; ແລ້ວ​ເຈົ້າ​ກໍ​ຈະ​ຖືກ​ນຳ​ໄປ​ທີ່​ບາບີໂລນ. 4ເຊເດກີຢາ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ເຈົ້າ. ເຈົ້າ​ຈະ​ບໍ່​ຖືກ​ຂ້າ​ໃນ​ສະໜາມຮົບ. 5ເຈົ້າ​ຈະ​ຕາຍ​ຢ່າງ​ສັນຕິສຸກ; ປະຊາຊົນ​ເຜົາ​ເຄື່ອງຫອມ​ເມື່ອ​ພວກເຂົາ​ຝັງສົບ​ບັນພະບຸລຸດ​ຂອງ​ເຈົ້າ ຜູ້​ທີ່​ເປັນ​ກະສັດ​ກ່ອນ​ເຈົ້າ​ສັນໃດ; ພວກເຂົາ​ກໍ​ຈະ​ເຜົາ​ເຄື່ອງຫອມ​ໃຫ້​ເຈົ້າ​ສັນນັ້ນ. ພວກເຂົາ​ຈະ​ໄວ້ທຸກ​ໃຫ້​ເຈົ້າ ແລະ​ເວົ້າ​ວ່າ, ‘ໂອ່ຍ ເຈົ້ານາຍ​ເອີຍ!’ ເພາະ​ເຮົາ​ໄດ້​ກ່າວ​ຖ້ອຍຄຳ​ນີ້​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.
6ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ຖ້ອຍຄຳ​ນີ້ ໃຫ້​ແກ່​ກະສັດ​ເຊເດກີຢາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ 7ໃນ​ຂະນະທີ່​ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ໂຈມຕີ​ເມືອງ​ຢູ່. ກອງທັບ​ນັ້ນ​ໄດ້​ໂຈມຕີ​ເມືອງ​ລາກິດ ແລະ​ອາເຊກາ ຊຶ່ງ​ເປັນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ເຫຼືອ​ຢູ່​ໃນ​ຢູດາຍ.
ເຊເດກີຢາ​ຈັບ​ທາດຮັບໃຊ້​ທີ່​ໄດ້​ປ່ອຍ​ໄປ​ຄືນ​ມາ
8ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເຢເຣມີຢາ ຫຼັງຈາກ​ກະສັດ​ເຊເດກີຢາ​ກັບ​ຊາວ​ນະຄອນ​ເຢຣູຊາເລັມ​ໄດ້​ເຮັດ​ຂໍ້​ຕົກລົງ​ຢ່າງໜຶ່ງ ທີ່​ຈະ​ປົດປ່ອຍ​ພວກ​ທາດຮັບໃຊ້​ຊາວ​ເຮັບເຣີ​ທັງ​ຊາຍ​ແລະ​ຍິງ 9ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ພີ່ນ້ອງ​ອິດສະຣາເອນ​ນຳ​ກັນ​ເປັນ​ທາດຮັບໃຊ້. 10ປະຊາຊົນ​ທັງໝົດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຂົາ​ໄດ້​ຕົກລົງ​ກັນ ປົດປ່ອຍ​ທາດຮັບໃຊ້​ຂອງ​ພວກຕົນ ແລະ​ຈະ​ບໍ່​ເອົາ​ພວກເຂົາ​ເປັນ​ທາດຮັບໃຊ້​ອີກ. ພວກເຂົາ​ຕ່າງ​ກໍໄດ້​ປົດປ່ອຍ​ທາດຮັບໃຊ້​ນັ້ນ​ໄປ 11ແຕ່​ຕໍ່ມາ ພວກເຂົາ​ໄດ້​ປ່ຽນໃຈ ແລະ​ເອົາ​ຄົນ​ເຫຼົ່ານັ້ນ​ຄືນ​ມາ ແລະ​ບັງຄັບ​ພວກເຂົາ​ໃຫ້​ເປັນ​ທາດຮັບໃຊ້​ອີກ.
12ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ເຢເຣມີຢາ​ມາຈາກ​ພຣະເຈົ້າຢາເວ​ແຫ່ງ​ຊາດ​ອິດສະຣາເອນ ໄດ້​ກ່າວ​ແກ່​ເຢເຣມີຢາ​ດ້ວຍ​ຖ້ອຍຄຳ​ດັ່ງນີ້​ວ່າ, 13“ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ກ່າວ​ວ່າ: ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງໜຶ່ງ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ໄດ້ນຳ​ພວກເຂົາ​ອອກ​ມາ​ຈາກ​ດິນແດນ​ເອຢິບ ແລະ​ໄດ້​ປົດປ່ອຍ​ພວກເຂົາ​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້. ເຮົາ​ໄດ້​ບອກ​ພວກເຂົາ​ວ່າ 14‘ທຸກໆ​ເຈັດ​ປີ​ໃດ ພວກເຈົ້າ​ຕ້ອງ​ປົດປ່ອຍ​ທາດຮັບໃຊ້​ຊາວ​ເຮັບເຣີ ຜູ້​ທີ່​ໄດ້​ຮັບໃຊ້​ພວກເຈົ້າ​ມາ​ໄດ້​ຫົກ​ປີ​ແລ້ວ.’ ແຕ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ເຮົາ ຫລື​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ເລີຍ. 15ກ່ອນ​ນັ້ນ​ເມື່ອ​ບໍ່​ເທົ່າໃດ​ວັນ ພວກເຈົ້າ​ໄດ້​ປ່ຽນໃຈ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ພໍໃຈ ຄື​ພວກເຈົ້າ​ທັງໝົດ​ໄດ້​ຕົກລົງ​ກັນ​ປົດປ່ອຍ​ພີ່ນ້ອງ​ຊາວ​ອິດສະຣາເອນ ແລະ​ເຮັດ​ພັນທະສັນຍາ​ຢ່າງໜຶ່ງ​ຊ້ອງໜ້າ​ເຮົາ ຢູ່​ໃນ​ວິຫານ​ທີ່​ຖຶກເອີ້ນ​ຕາມ​ນາມຊື່​ຂອງ​ເຮົາ. 16ແຕ່​ແລ້ວ​ພວກເຈົ້າ​ກໍໄດ້​ປ່ຽນໃຈ​ກັບ​ມາ​ລົບຫລູ່​ກຽດຕິຍົດ​ຂອງເຮົາ​ອີກ. ພວກເຈົ້າ​ທັງໝົດ​ໄດ້​ເອົາ​ທາດຮັບໃຊ້​ທີ່​ໄດ້​ຖືກ​ປົດປ່ອຍ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ພວກເຂົາ​ນັ້ນ​ກັບ​ມາ ແລະ​ບັງຄັບ​ໃຫ້​ພວກເຂົາ​ເປັນ​ທາດຮັບໃຊ້​ອີກ. 17ເພາະສະນັ້ນ ບັດນີ້​ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ; ພວກເຈົ້າ​ບໍ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄດ້​ຮັບ​ອິດສະຫລະ​ພາບ. ດີ​ແລ້ວ ບັດນີ້​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ມີ​ອິດສະຫລະ​ພາບ, ພຣະເຈົ້າຢາເວ​ກ່າວ​ວ່າ ຄື​ອິດສະຫລະ​ພາບ​ທີ່​ຈະ​ຕາຍ​ໂດຍ​ສົງຄາມ, ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການ​ຕາຍອຶດ​ຕາຍຫິວ. ເຮົາ​ຈະ​ເຮັດ​ໃຫ້​ທຸກໆ​ຊົນຊາດ​ໃນ​ໂລກນີ້​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ. 18-19ບັນດາ​ເຈົ້ານາຍ​ຂອງ​ອານາຈັກ​ຢູດາຍ ແລະ​ຂອງ​ນະຄອນ​ເຢຣູຊາເລັມ, ຮ່ວມ​ກັບ​ບັນດາ​ເຈົ້ານາຍ​ໃນ​ຣາຊວັງ, ພວກ​ປະໂຣຫິດ ແລະ​ບັນດາ​ຜູ້ນຳ​ທັງໝົດ​ໄດ້​ເຮັດ​ພັນທະສັນຍາ​ກັບ​ເຮົາ ໂດຍ​ຍ່າງ​ຜ່ານ​ງົວເຖິກ​ໂຕໜຶ່ງ​ທີ່​ພວກເຂົາ​ໄດ້​ຕັດ​ເປັນ​ສອງ​ຕ່ອນ. ແຕ່​ພວກເຂົາ​ໄດ້​ຝ່າຝືນ ແລະ​ບໍ່​ຮັກສາ​ພັນທະສັນຍາ​ນັ້ນ. ສະນັ້ນ ເຮົາ​ຈຶ່ງ​ຈະ​ເຮັດ​ຕໍ່​ປະຊາຊົນ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ງົວເຖິກ​ນັ້ນ. 20ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຜູ້​ທີ່​ຢາກ​ສັງຫານ​ພວກເຂົາ ແລະ​ຊາກສົບ​ຂອງ​ພວກເຂົາ​ຈະ​ຖືກ​ຝູງນົກ​ເຈາະ​ແລະ​ຖືກ​ສັດປ່າ​ກັດກິນ. 21ເຮົາ​ຈະ​ມອບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ແລະ​ພວກ​ຂ້າຣາຊການ​ຂອງ​ລາວ​ໃຫ້​ຄົນ​ທີ່​ຢາກ​ຂ້າ​ພວກເຂົາ​ດ້ວຍ. ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ກອງທັບ​ຂອງ​ບາບີໂລນ ທີ່​ຢຸດ​ໂຈມຕີ​ພວກເຈົ້າ​ນັ້ນ. 22ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ສັ່ງ​ພວກເຂົາ ແລະ​ພວກເຂົາ​ຈະ​ກັບຄືນ​ມາ​ເມືອງ​ນີ້​ໂລດ. ພວກເຂົາ​ຈະ​ໂຈມຕີ​ເມືອງ​ທັງ​ຢຶດ ແລະ​ຈູດ​ເມືອງ​ຖິ້ມ. ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຂອງ​ຢູດາຍ​ເປັນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in