YouVersion Logo
Search Icon

ເຢເຣມີຢາ 32

32
ເຢເຣມີຢາ​ຊື້​ນາ​ທົ່ງ​ໜຶ່ງ
1ໃນ​ຣາຊການ​ປີ​ທີ​ສິບ​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ອັນ​ກົງ​ກັບ​ຣາຊການ​ປີ​ທີ​ສິບແປດ​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ. 2ໃນ​ເວລາ​ນັ້ນ ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ກຳລັງ​ໂຈມຕີ​ນະຄອນ​ເຢຣູຊາເລັມ; ສ່ວນ​ຂ້າພະເຈົ້າ​ນັ້ນ​ຖືກ​ກັກ​ຂັງ​ໄວ້​ຢູ່​ໃນ​ບໍລິເວນ​ຂອງ​ຣາຊວັງ. 3ກະສັດ​ເຊເດກີຢາ​ໄດ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ທີ່ນັ້ນ ແລະ​ກ່າວຫາ​ຂ້າພະເຈົ້າ​ວ່າ, “ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ທຳນວາຍ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ‘ເຮົາ​ກຳລັງ​ໃຫ້​ກະສັດ​ແຫ່ງ​ບາບີໂລນ​ຢຶດເອົາ​ນະຄອນ​ນີ້ 4ແລະ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ກໍ​ຈະ​ປົບໜີໄປ​ບໍ່ໄດ້. ລາວ​ຈະ​ຖືກ​ຈັບ​ສົ່ງ​ໄປ​ໃຫ້​ກະສັດ​ແຫ່ງ​ບາບີໂລນ; ລາວ​ຈະ​ໄດ້​ເຫັນ​ກະສັດ​ແຫ່ງ​ບາບີໂລນ​ໜ້າຕໍ່ໜ້າ ທັງ​ຈະ​ເວົ້າ​ກັບ​ລາວ​ຕົວຕໍ່ຕົວ. 5ເຊເດກີຢາ​ຈະ​ຖືກ​ຈັບ​ໄປ​ບາບີໂລນ ແລະ​ລາວ​ຈະ​ຢູ່​ທີ່​ນັ້ນ ຈົນກວ່າ​ເຮົາ​ຈະ​ຈັດການ​ກັບ​ລາວ.’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຖິງ​ແມ່ນ​ວ່າ​ລາວ​ຈະ​ສູ້ຮົບ​ຊາວ​ບາບີໂລນ ແຕ່​ກໍ​ຈະ​ບໍ່​ສຳເລັດ​ຜົນ.”’
6ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ: 7ຮານາເມນ​ລູກຊາຍ​ຂອງ​ຊານລູມ​ລູງ​ຂອງ​ຂ້າພະເຈົ້າ ຈະ​ມາ​ຂໍ​ໃຫ້​ຂ້າພະເຈົ້າ​ຊື້​ນາ​ຂອງ​ລາວ ທີ່​ອານາທົດ​ຢູ່​ໃນ​ເຂດແດນ​ຂອງ​ເບັນຢາມິນ ຍ້ອນ​ຂ້າພະເຈົ້າ​ເປັນ​ພີ່ນ້ອງ​ທີ່​ໃກ້ຊິດ ແລະ​ມີ​ສິດ​ຊື້​ນາ​ນັ້ນ​ສຳລັບ​ຂ້າພະເຈົ້າ​ເອງ. 8ແລ້ວ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ ຮານາເມນ​ກໍ​ມາ​ຫາ​ຂ້າພະເຈົ້າ​ທີ່​ບໍລິເວນ​ຣາຊວັງ ແລະ​ຂໍ​ໃຫ້​ຂ້າພະເຈົ້າ​ຊື້​ນາ​ຂອງ​ລາວ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ຮູ້​ໄດ້​ວ່າ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ແທ້. 9ຂ້າພະເຈົ້າ​ໄດ້​ຊື້​ນາ​ຈາກ​ຮານາເມນ ແລະ​ຊັ່ງ​ເງິນ​ຈຳນວນ​ສິບເຈັດ​ຫລຽນ​ຈ່າຍ​ໃຫ້​ລາວ. 10ຂ້າພະເຈົ້າ​ໄດ້​ເຊັນ​ຊື່ ແລະ​ປະທັບຕາ​ໜັງສື​ໃບຕາດິນ ໂດຍ​ມີ​ພະຍານ​ຮູ້ເຫັນ​ນຳ​ດ້ວຍ​ແລະ​ຊັ່ງ​ເງິນ​ຈ່າຍ​ໃຫ້. 11ແລ້ວ​ຂ້າພະເຈົ້າ​ກໍ​ເອົາ​ໃບ​ຊື້ຂາຍ​ຕາດິນ​ສອງ​ສະບັບ​ນັ້ນ ຄື​ສະບັບ​ທີ່​ໄດ້​ປະທັບຕາ​ໂດຍ​ມີ​ສັນຍາ ແລະ​ເງື່ອນໄຂ​ຕ່າງໆ ແລະ​ສະບັບ​ທີ່​ບໍ່ໄດ້​ປະທັບຕາ 12ແລະ​ໄປ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ຂ້າພະເຈົ້າ​ໄດ້​ມອບ​ໃບຕາດິນ​ນັ້ນ​ໃຫ້​ລາວ ໂດຍ​ຊ້ອງໜ້າ​ຮານາເມນ​ແລະ​ພວກ​ພະຍານ ທີ່​ໄດ້​ເຊັນ​ໜັງສື​ຊື້ຂາຍ​ລວມ​ທັງ​ຄົນ​ທີ່​ໄດ້​ນັ່ງ​ຢູ່​ໃນ​ບໍລິເວນ​ນັ້ນ. 13ຢູ່​ຊ້ອງໜ້າ​ພວກເຂົາ​ທັງໝົດ ຂ້າພະເຈົ້າ​ໄດ້​ກ່າວ​ແກ່​ບາຣຸກ​ວ່າ, 14“ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ສັ່ງ​ເຈົ້າ​ໃຫ້​ຮັບ​ເອົາ​ໜັງສື​ຊື້ຂາຍ​ເຫຼົ່ານີ້ ຄື​ໜັງສື​ທັງ​ສະບັບ​ທີ່​ປະທັບຕາ​ແລະ​ບໍ່​ປະທັບຕາ ແລະ​ໃຫ້​ເອົາ​ໄປ​ໄວ້​ໃນ​ໄຫ​ເພື່ອ​ເກັບ​ຮັກສາ​ໄວ້​ໃນ​ພາຍ​ຄັ້ງໜ້າ. 15ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ ເຮືອນ, ທົ່ງໄຮ່​ທົ່ງນາ ແລະ​ສວນ​ໝາກອະງຸ່ນ ຈະ​ໄດ້​ມີ​ການ​ຊື້ຂາຍກັນ​ອີກ​ໃນ​ດິນແດນ​ນີ້.”
ເຢເຣມີຢາ​ພາວັນນາ​ອະທິຖານ​ພຣະເຈົ້າ
16ຫລັງຈາກ​ຂ້າພະເຈົ້າ​ໄດ້​ມອບ​ໜັງສື​ຊື້ຂາຍ​ໃຫ້​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ແລ້ວ ຂ້າພະເຈົ້າ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, 17“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສ້າງ​ຈັກກະວານ ແລະ​ແຜ່ນດິນ​ໂລກ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ; ບໍ່ມີ​ສິ່ງໃດ​ເລີຍ​ຍາກ​ສຳລັບ​ພຣະອົງ. 18ພຣະອົງ​ໄດ້​ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຕໍ່​ຫລາຍ​ພັນ​ເຊັ່ນຄົນ ແຕ່​ພຣະອົງ​ກໍ​ລົງໂທດ​ປະຊາຊົນ​ສຳລັບ​ການບາບ​ຂອງ​ພໍ່​ແມ່​ຂອງ​ພວກເຂົາ​ດ້ວຍ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ແລະ​ຊົງ​ຣິດເດດ; ຜູ້​ມີ​ນາມຊື່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. 19ພຣະອົງ​ວາງແຜນ​ໄດ້​ດີເລີດ ແລະ​ເຮັດ​ສິ່ງ​ຕ່າງໆ​ດ້ວຍ​ຣິດອຳນາດ. ພຣະອົງ​ເຫັນ​ທຸກໆສິ່ງ​ທີ່​ມະນຸດ​ເຮັດ ແລະ​ພຣະອົງ​ໃຫ້​ບຳເໜັດ​ຕາມ​ການກະທຳ​ຂອງ​ພວກເຂົາ. 20ດົນນານ​ມາ​ແລ້ວ ພຣະອົງ​ໄດ້​ເຮັດ​ສິ່ງ​ທີ່​ໜ້າງຶດງໍ້​ອັດສະຈັນ​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະອົງ​ໄດ້​ສືບຕໍ່​ເຮັດ​ຈົນເຖິງ​ວັນນີ້ ແລະ​ໃນ​ຊົນຊາດ​ອິດສະຣາເອນ ແລະ​ຊົນຊາດ​ອື່ນ​ດ້ວຍ ເພື່ອ​ວ່າ​ທຸກໆ​ບ່ອນ​ຈະ​ໄດ້​ຮູ້ຈັກ​ພຣະອົງ. 21ໂດຍ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຕ່າງໆ ທີ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຂ້ານ້ອຍ​ຢ້ານກົວ​ນັ້ນ ພຣະອົງ​ໄດ້​ໃຊ້​ຣິດທານຸພາບ​ນຳ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ. 22ພຣະອົງ​ໄດ້​ມອບ​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ນີ້​ໃຫ້​ພວກເຂົາ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ. 23ແຕ່​ພໍ​ພວກເຂົາ​ໄດ້​ເຂົ້າ​ຄອບຄອງ​ດິນແດນ​ນີ້​ແລ້ວ ກໍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລື​ດຳເນີນ​ຊີວິດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ; ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໃຫ້​ເຮັດ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ພວກເຂົາ.
24ຊາວ​ບາບີໂລນ​ໄດ້​ສ້າງ​ເຄື່ອງ​ປິດລ້ອມ​ເພື່ອ​ຢຶດເອົາ​ເມືອງ ແລະ​ກໍ​ຈະ​ໂຈມຕີ​ເມືອງ. ເສິກ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ເຮັດ​ໃຫ້​ເມືອງ​ນີ້​ຕົກ​ຢູ່​ໃນ​ກຳມື​ຂອງ​ພວກເຂົາ. ພຣະອົງ​ເຫັນ​ໄດ້​ວ່າ​ເຫດການ​ທັງໝົດ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈະ​ກາຍເປັນຈິງ. 25ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ແຕ່​ເຖິງປານນັ້ນ​ກໍຕາມ ພຣະອົງ​ແມ່ນ​ຜູ້​ທີ່​ໄດ້​ສັ່ງ​ໃຫ້​ຂ້ານ້ອຍ​ຊື້​ນາ​ທົ່ງນີ້​ຊ້ອງໜ້າ​ພະຍານ​ທັງຫລາຍ ເຖິງ​ແມ່ນ​ວ່າ​ເມືອງ​ນີ້​ກຳລັງ​ຈະ​ຖືກ​ຊາວ​ບາບີໂລນ​ເຂົ້າ​ຢຶດ​ແລ້ວ​ກໍຕາມ.”
26ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ, 27“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຊື້ອ​ຊາດ​ມະນຸດ​ທັງປວງ. ບໍ່ມີ​ຫຍັງ​ຍາກ​ເກີນ​ໄປ​ສຳລັບ​ເຮົາ. 28ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ເຮົາ​ກຳລັງ​ຈະ​ມອບ​ເມືອງ​ນີ້ ໃຫ້​ຢູ່​ໃນ​ກຳມື​ຂອງ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ກັບ​ກອງທັບ​ຂອງ​ລາວ. 29ພວກເຂົາ​ຈະ​ຢຶດ​ເມືອງ​ແລະ​ຈູດ​ເຜົາ​ເມືອງ​ຖິ້ມ. ພວກເຂົາ​ຈະ​ຈູດ​ເມືອງ ພ້ອມ​ກັບ​ເຮືອນ​ຂອງ​ປະຊາຊົນ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ເຜົາ​ເຄື່ອງຫອມ​ໃຫ້​ພະບາອານ​ທີ່​ເທິງ​ຫລັງຄາ ແລະ​ໂດຍ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ. 30ຕັ້ງແຕ່​ເລີ່ມຕົ້ນ​ປະຫວັດສາດ​ຂອງ​ພວກເຂົາ​ມາ ປະຊາຊົນ​ອິດສະຣາເອນ ແລະ​ປະຊາຊົນ​ຢູດາ​ບໍ່ໄດ້​ເຮັດ​ໃຫ້​ເຮົາ​ພໍໃຈ​ນຳ​ເລີຍ; ມີ​ແຕ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ເທົ່ານັ້ນ​ໃນ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ. ພຣະເຈົ້າຢາເວ​ກ່າວ​ວ່າ, 31ປະຊາຊົນ​ໃນ​ເມືອງ​ນີ້​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ແລະ​ໂມໂຫ ມາ​ແຕ່​ມື້​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ມາ. ເຮົາ​ໄດ້​ຕັດສິນໃຈ​ທຳລາຍ​ມັນ​ສາ​ແລ້ວ 32ຍ້ອນ​ຄວາມຊົ່ວ​ທັງໝົດ​ທີ່​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ໄດ້​ກະທຳ​ຮ່ວມ​ກັບ​ບັນດາ​ກະສັດ ແລະ​ພວກ​ເຈົ້ານາຍ ພວກ​ປະໂຣຫິດ ແລະ​ພວກ​ຜູ້ທຳນວາຍ. 33ພວກເຂົາ​ໄດ້​ຫັນຫລັງ​ໃຫ້​ເຮົາ ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ສືບຕໍ່​ສັ່ງສອນ​ພວກເຂົາ​ສໍ່າໃດ​ກໍດີ; ແຕ່​ພວກເຂົາ​ກໍ​ບໍ່​ຍອມ​ຟັງ​ແລະ​ຮຽນຮູ້​ເລີຍ. 34ພວກເຂົາ​ເອົາ​ແມ່ນແຕ່​ຮູບເຄົາຣົບ​ອັນ​ໜ້າລັງກຽດ​ມາ​ວາງ​ໄວ້​ໃນ​ພຣະວິຫານ ທີ່​ໄດ້​ຖືກ​ສ້າງ​ໄວ້​ເພື່ອ​ນະມັດສະການ​ເຮົາ ໂດຍ​ໄດ້​ເຮັດ​ໃຫ້​ພຣະວິຫານ​ນັ້ນ​ເປັນ​ມົນທິນ. 35ພວກເຂົາ​ໄດ້​ສ້າງ​ແທ່ນບູຊາ​ໃຫ້​ພະບາອານ​ໃນ​ຮ່ອມພູ​ຮິນໂນມ ເພື່ອ​ຖວາຍບູຊາ​ລູກຊາຍ​ແລະ​ລູກສາວ​ຂອງ​ພວກເຂົາ​ໃຫ້​ພະ​ໂມເລັກ. ເຮົາ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ເຮັດ​ສິ່ງນີ້ ແລະ​ແມ່ນແຕ່​ໃນ​ຄວາມ​ນຶກຄິດ​ຂອງເຮົາ​ກໍ​ບໍ່ມີ​ສິ່ງນີ້​ເລີຍ. ການກະທຳ​ອັນ​ໜ້າລັງກຽດ​ຂອງ​ພວກເຂົາ​ນີ້​ຈະ​ພາ​ໃຫ້​ຊາວ​ຢູດາ​ເຮັດ​ບາບ.”
ຄຳສັນຍາ​ທີ່​ໃຫ້​ຄວາມຫວັງ
36ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ປະຊາຊົນ​ກຳລັງ​ເວົ້າ​ວ່າ ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ເຮັດ​ໃຫ້​ເມືອງ​ນີ້​ຕົກ​ຢູ່​ໃນ​ກຳມື​ຂອງ​ກະສັດ​ແຫ່ງ​ບາບີໂລນ. ບັດນີ້ ຈົ່ງ​ຟັງ​ສິ່ງ​ອື່ນ​ອີກ​ທີ່​ເຮົາ​ຈະ​ຕ້ອງ​ກ່າວ. 37ເຮົາ​ຈະ​ເຕົ້າໂຮມ​ປະຊາຊົນ​ຈາກ​ທຸກ​ປະເທດ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ເພາະ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຂອງເຮົາ ແລະ​ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ບ່ອນ​ນີ້​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ຢູ່​ທີ່​ນີ້​ຢ່າງ​ປອດໄພ. 38ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ. 39ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຈຸດມຸ່ງໝາຍ​ຢ່າງດຽວ​ໃນ​ຊີວິດ ຄື​ຍ້ອງຍໍ​ໃຫ້ກຽດ​ເຮົາ​ຕະຫລອດໄປ​ເພື່ອ​ປະໂຫຍດ​ຂອງ​ພວກເຂົາ​ເອງ ແລະ​ເຊື້ອສາຍ​ຂອງ​ພວກເຂົາ. 40ເຮົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຖາວອນ​ກັບ​ພວກເຂົາ. ເຮົາ​ຈະ​ບໍ່​ຢຸດຢັ້ງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ​ສຳລັບ​ພວກເຂົາ ແລະ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ພວກເຂົາ​ຢຳເກງ​ເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຫັນໜີ​ໄປ​ຈາກ​ເຮົາ. 41ເຮົາ​ຈະ​ເຮັດ​ດີ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ເຕັມໃຈ ແລະ​ເຮົາ​ກໍ​ຈະ​ໃຫ້​ພວກເຂົາ​ຢູ່​ໃນ​ດິນແດນ​ນີ້​ຕະຫລອດໄປ.
42ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ປະຊາຊົນ​ເຫຼົ່ານີ້​ສັນໃດ ເຮົາ​ກໍ​ຈະ​ນຳ​ສິ່ງ​ທີ່​ດີ​ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ມາ​ສູ່​ພວກເຂົາ​ສັນນັ້ນ. 43ປະຊາຊົນ​ຈະ​ເວົ້າ​ວ່າ ‘ດິນແດນ​ນີ້​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ບໍ່ມີ​ທັງ​ຄົນ​ແລະ​ສັດ​ອາໄສ​ຢູ່ ແລະ​ຈະ​ຖືກ​ມອບ​ໃຫ້​ແກ່​ຊາວ​ບາບີໂລນ. ແຕ່​ທົ່ງນາ​ຈະ​ມີ​ການ​ຊື້ຂາຍ​ກັນ​ອີກເທື່ອໜຶ່ງ.’ 44ປະຊາຊົນ​ຈະ​ຊື້​ທົ່ງນາ​ເຫຼົ່ານັ້ນ ແລະ​ຈະ​ເຊັນ​ຊື່​ທັງ​ປະທັບຕາ​ໃນ​ໃບຕາດິນ ແລະ​ມີ​ຫຼັກຖານ​ພະຍານ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ໃນ​ເຂດແດນ​ຂອງ​ເບັນຢາມິນ, ໃນ​ໝູ່ບ້ານ​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ, ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ໃນ​ເມືອງ​ຕ່າງໆ​ຕາມ​ເຂດ​ເນີນພູ, ທີ່​ຕີນ​ພູ​ຕ່າງໆ ແລະ​ທາງ​ພາກໃຕ້​ຂອງ​ຢູດາຍ. ເຮົາ​ຈະ​ປົວແປງ​ປະຊາຊົນ​ຂອງເຮົາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Video for ເຢເຣມີຢາ 32