ຢາໂກໂບ 5
5
ຄຳຕັກເຕືອນຄົນຮັ່ງມີ
1ບັດນີ້ຄົນຮັ່ງມີເອີຍ, ຈົ່ງຟັງເຮົາເທີ້ນ ຈົ່ງຮ້ອງໄຫ້ຮໍ່າໄຮຍ້ອນຄວາມທຸກລຳບາກ ທີ່ຈະມາຖືກພວກເຈົ້າ. 2ຄວາມຮັ່ງມີຂອງພວກເຈົ້າໄດ້ເສື່ອມສູນໄປແລ້ວ ແລະເສື້ອຜ້າຂອງພວກເຈົ້າກໍຖືກມອດກັດເສຍແລ້ວ. 3ເງິນຄຳຂອງພວກເຈົ້າກໍເກີດເປັນຂີ້ໝ້ຽງ ແລະຂີ້ໝ້ຽງນັ້ນ ຈະເປັນພະຍານຫຼັກຖານຕໍ່ສູ້ພວກເຈົ້າ ຈະເຜົາຜານເລືອດເນື້ອຂອງພວກເຈົ້າເໝືອນໄຟ. ພວກເຈົ້າໄດ້ທ້ອນໂຮມຊັບສົມບັດໄວ້ສຳລັບວັນສຸດທ້າຍ. 4ເບິ່ງແມ! ຄ່າຈ້າງຂອງຄົນທີ່ໄດ້ກ່ຽວເຂົ້າໃນນາຂອງພວກເຈົ້າ ຊຶ່ງພວກເຈົ້າໄດ້ສໍ້ໂກງໄວ້ນັ້ນກໍຮ້ອງຟ້ອງຂຶ້ນ ແລະສຽງຮ້ອງທຸກຂອງຄົນທີ່ກ່ຽວເຂົ້ານັ້ນ ກໍໄດ້ຊົງຊາບແລ້ວ ເຖິງຫູຂອງອົງພຣະຜູ້ເປັນເຈົ້າ ອົງຊົງເປັນຈອມພົນ. 5ພວກເຈົ້າໄດ້ລ້ຽງຊີວິດຢູ່ໃນໂລກຢ່າງຟູມເຟືອຍແລະສະໜຸກສະໜານ, ພວກເຈົ້າໄດ້ບຳລຸງຈິດໃຈ ເໝືອນລໍຖ້າວັນປະຫານ. 6ພວກເຈົ້າໄດ້ຕັດສິນລົງໂທດແລະໄດ້ຂ້າຄົນຊອບທຳເສຍ ເຂົາກໍບໍ່ໄດ້ຕໍ່ສູ້ພວກເຈົ້າ.
ຄວາມອົດທົນ ແລະການພາວັນນາອະທິຖານ
7ເຫດສະນັ້ນ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງອົດທົນຈົນກວ່າອົງພຣະຜູ້ເປັນເຈົ້າຈະສະເດັດມາ. ຈົ່ງເບິ່ງຊາວປູກຝັງທີ່ລໍຄອຍຜົນອັນມີຄ່າ ທີ່ຈະໄດ້ຮັບຈາກແຜ່ນດິນ ເຂົາພຽນຄອຍຈົນກວ່າມີຝົນຕົ້ນລະດູແລະຝົນປາຍລະດູ. 8ພວກເຈົ້າກໍຈົ່ງອົດທົນຢ່າງນັ້ນເໝືອນກັນ, ຈົ່ງຕັ້ງໃຈໃຫ້ດີ ເພາະໃກ້ຈະເຖິງເວລາທີ່ອົງພຣະຜູ້ເປັນເຈົ້າຈະສະເດັດມາແລ້ວ.
9ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຢ່າຈົ່ມໃຫ້ກັນແລະກັນ ເພື່ອວ່າພຣະເຈົ້າຈະບໍ່ຕັດສິນພວກເຈົ້າ ຜູ້ຕັດສິນກໍຢູ່ໃກ້ແລະພ້ອມທີ່ຈະມາປາກົດ. 10ພີ່ນ້ອງທັງຫລາຍເອີຍ, ຈົ່ງເອົາແບບຢ່າງໃນການທົນທຸກ ແລະຄວາມພາກພຽນຂອງພວກຜູ້ປະກາດພຣະທຳ ຜູ້ໄດ້ກ່າວຄວາມໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ. 11ເບິ່ງແມ! ພວກເຮົາຖືວ່າຄົນເຫຼົ່ານັ້ນ ທີ່ມີຄວາມໝັ້ນໃຈກໍເປັນສຸກ. ເຈົ້າທັງຫລາຍໄດ້ຍິນເລື່ອງຄວາມໝັ້ນໃຈຂອງທ່ານໂຢບ ແລະໄດ້ເຫັນແລ້ວວ່າໃນທີ່ສຸດປາຍນັ້ນ ອົງພຣະຜູ້ເປັນເຈົ້າກໍຊົງເຕັມໄປດ້ວຍພຣະເມດຕາກະລຸນາ.
12ພີ່ນ້ອງທັງຫລາຍຂອງເຮົາເອີຍ, ທີ່ສຳຄັນກວ່າສິ່ງອື່ນໆທັງໝົດກໍຄື ຢ່າສາບານດ້ວຍອ້າງເຖິງສະຫວັນ ຫລືແຜ່ນດິນໂລກ ຫລືສິ່ງອື່ນໆ, ແຕ່ສິ່ງໃດ “ແມ່ນ.” ກໍໃຫ້ວ່າ, “ແມ່ນ.” ສິ່ງໃດທີ່ “ບໍ່ແມ່ນ.” ກໍໃຫ້ວ່າ, “ບໍ່ແມ່ນ.” ເພື່ອພວກເຈົ້າຈະບໍ່ຕົກໃນການລົງໂທດ.
13ມີຜູ້ໃດໃນພວກເຈົ້າທົນທຸກຫລື ຈົ່ງໃຫ້ຜູ້ນັ້ນພາວັນນາອະທິຖານ ມີຜູ້ໃດຊົມຊື່ນຍິນດີຫລື ໃຫ້ຜູ້ນັ້ນຮ້ອງເພງສັນລະເສີນ. 14ມີຜູ້ໃດເຈັບໄຂ້ໄດ້ປ່ວຍຫລື ຈົ່ງໃຫ້ຜູ້ນັ້ນເຊີນບັນດາເຖົ້າແກ່ໃນຄຣິສຕະຈັກ ມາພາວັນນາອະທິຖານສຳລັບຕົນ ແລະເອົານໍ້າມັນຊາໂລມທາຜູ້ນັ້ນ ໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ. 15ຄຳພາວັນນາອະທິຖານທີ່ປະກອບດ້ວຍຄວາມເຊື່ອ ຈະເຮັດໃຫ້ຜູ້ປ່ວຍນັ້ນລອດພົ້ນ ແລະອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ຜູ້ນັ້ນລຸກຂຶ້ນດີເປັນປົກກະຕິ ແລະຖ້າຜູ້ນັ້ນໄດ້ເຮັດຜິດເຮັດບາບ ພຣະອົງກໍຈະຊົງໂຜດອະໄພໃຫ້. 16ເຫດສະນັ້ນ ເຈົ້າທັງຫລາຍ ຈົ່ງສາລະພາບຜິດຂອງຕົນຕໍ່ກັນແລະກັນ, ຈົ່ງພາວັນນາອະທິຖານເພື່ອກັນແລະກັນ, ເພື່ອເຈົ້າທັງຫລາຍຈະໄດ້ດີພະຍາດ. ຄຳພາວັນນາອະທິຖານຂອງຜູ້ຊອບທຳມີຣິດສັກສິດເຮັດໃຫ້ເກີດຜົນ. 17ຜູ້ທຳນວາຍເອລີຢາ ກໍເປັນມະນຸດທຳມະດາສາມັນ ເໝືອນດັ່ງພວກເຮົາ ເພິ່ນໄດ້ພາວັນນາອະທິຖານດ້ວຍໃຈຮ້ອນຮົນ ຂໍບໍ່ໃຫ້ຝົນຕົກ ແລະຝົນກໍບໍ່ຕົກເທິງແຜ່ນດິນເຖິງສາມປີກັບຫົກເດືອນ. 18ແລ້ວເພິ່ນກໍພາວັນນາອະທິຖານອີກ ທ້ອງຟ້າກໍໄດ້ຖອກເທຝົນລົງມາ ແລະແຜ່ນດິນກໍເກີດພືດຜົນນາໆຊະນິດ.
19ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຖ້າຄົນໃດໃນພວກເຈົ້າ ຫລົງຜິດໄປຈາກຄວາມຈິງ ຖ້າຜູ້ໃດເຮັດໃຫ້ຄົນນັ້ນຕ່າວຄືນມາອີກ, 20ຈົ່ງຮູ້ວ່າ ຜູ້ທີ່ເຮັດໃຫ້ຄົນບາບຄົນໜຶ່ງຕ່າວຄືນມາຈາກທາງຜິດຂອງຕົນນັ້ນ ກໍໄດ້ຊ່ວຍຈິດວິນຍານຂອງຄົນນັ້ນໃຫ້ພົ້ນຈາກຄວາມຕາຍ ແລະທັງໃຫ້ຄວາມຜິດບາບຈຳນວນຫລວງຫລາຍໄດ້ຮັບການອະໄພ.
Currently Selected:
ຢາໂກໂບ 5: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.