ໂຮເສອາ 1
1
1ນີ້ແມ່ນຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ໃຫ້ແກ່ໂຮເສອາ ລູກຊາຍຂອງເບເອຣີ ເວລາທີ່ອຸດຊີຢາ, ໂຢທາມ, ອາຮາດ ແລະເຮເຊກີຢາເປັນກະສັດແຫ່ງຢູດາຍ; ແລະເວລາທີ່ເຢໂຣໂບອາມລູກຊາຍຂອງເຢໂຮອາດ ເປັນກະສັດແຫ່ງອິດສະຣາເອນ.
ເມຍແລະລູກຂອງໂຮເສອາ
2ເມື່ອພຣະເຈົ້າຢາເວກ່າວຕໍ່ຊາດອິດສະຣາເອນ ຄັ້ງທຳອິດຜ່ານທາງໂຮເສອານັ້ນ. ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, “ຈົ່ງໄປແຕ່ງງານ ແຕ່ເມຍຂອງເຈົ້າຈະບໍ່ສັດຊື່ ແລະລູກໆຂອງເຈົ້າກໍຈະເປັນດັ່ງແມ່. ລັກສະນະດຽວກັນນີ້ແຫຼະ ປະຊາຊົນຂອງເຮົາໄດ້ໜີປະເຮົາແລະບໍ່ສັດຊື່ຕໍ່ພຣະເຈົ້າຢາເວ.”
3ດັ່ງນັ້ນ ລາວຈຶ່ງໄດ້ແຕ່ງງານກັບຍິງຄົນໜຶ່ງຊື່ວ່າໂກເມ ລູກສາວຂອງດິບລາອິມ. ເມື່ອນາງໄດ້ລູກຊາຍຄົນທຳອິດ 4ພຣະເຈົ້າຢາເວໄດ້ກ່າວແກ່ລາວວ່າ, “ຈົ່ງຕັ້ງຊື່ໃຫ້ລາວວ່າ, ‘ຢິດຊະເຣນ’ ເພາະຍັງອີກບໍ່ດົນເຮົາຈະລົງໂທດກະສັດແຫ່ງອິດສະຣາເອນເນື່ອງຈາກວ່າເຢຮູ ບັນພະບຸລຸດຂອງລາວໄດ້ຂ້າຫລາຍຄົນທີ່ຢິດຊະເຣນ. ເຮົາຈະເຮັດໃຫ້ເຊື້ອວົງຂອງເຢຮູ ສິ້ນສຸດລົງ. 5ໃນເວລານັ້ນ ເຮົາຈະທຳລາຍອຳນາດທາງທະຫານຂອງຊາດອິດສະຣາເອນ ທີ່ຮ່ອມພູຢິດຊະເຣນ.”
6ຕໍ່ມາ ນາງໂກເມໄດ້ຖືພາອີກ; ຄາວນີ້ນາງໄດ້ລູກເປັນແມ່ຍິງ. ພຣະເຈົ້າຢາເວຈຶ່ງໄດ້ກ່າວແກ່ໂຮເສອາວ່າ, “ຈົ່ງຕັ້ງຊື່ໃຫ້ນາງວ່າ, ‘ຂາດຮັກ’ ເພາະເຮົາຈະບໍ່ສະແດງຄວາມຮັກ ຫລືອະໄພໃຫ້ປະຊາຊົນອິດສະຣາເອນອີກຕໍ່ໄປ. 7ແຕ່ເຮົາຈະສະແດງຄວາມຮັກຕໍ່ປະຊາຊົນຢູດາ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ເຮົາຈະຊ່ວຍພວກເຂົາໃຫ້ພົ້ນ; ແຕ່ບໍ່ແມ່ນດ້ວຍເສິກສົງຄາມ ຄືດ້ວຍດາບ ຫລືໜ້າທະນູແລະລູກສອນ ຫລືດ້ວຍມ້າ ແລະເຫຼົ່າທະຫານມ້າ.”
8ຫລັງຈາກນາງໂກເມໃຫ້ລູກສາວຢ່ານົມແລ້ວ ນາງກໍຖືພາອີກ ແລະໄດ້ລູກຊາຍຕື່ມຜູ້ໜຶ່ງ. 9ພຣະເຈົ້າຢາເວຈຶ່ງໄດ້ກ່າວວ່າ, “ຈົ່ງຕັ້ງຊື່ໃຫ້ລາວວ່າ, ‘ບໍ່ແມ່ນປະຊາຊົນຂອງເຮົາ’ ເພາະປະຊາຊົນອິດສະຣາເອນບໍ່ແມ່ນປະຊາຊົນຂອງເຮົາ ແລະເຮົາບໍ່ແມ່ນພຣະເຈົ້າຂອງພວກເຂົາ.”
ຊາດອິດສະຣາເອນຈະຖືກສ້າງຂຶ້ນໃໝ່
10ປະຊາຊົນອິດສະຣາເອນຈະມີຫລາຍດັ່ງເມັດຊາຍໃນແຄມທະເລ ຊຶ່ງເກີນທີ່ຈະນັບ ຫລືຕັກຕວງໄດ້. ບັດນີ້ ພຣະເຈົ້າກ່າວແກ່ພວກເຂົາວ່າ, “ພວກເຈົ້າບໍ່ແມ່ນປະຊາຊົນຂອງເຮົາ” ແຕ່ໃນວັນໜຶ່ງ ພຣະອົງຈະກ່າວແກ່ພວກເຂົາວ່າ, “ພວກເຈົ້າເປັນລູກຂອງພຣະເຈົ້າອົງຊົງພຣະຊົນຢູ່.” 11ປະຊາຊົນຢູດາແລະອິດສະຣາເອນຈະຮ່ວມເຂົ້າກັນອີກ. ພວກເຂົາຈະເລືອກເອົາຜູ້ນຳຄົນດຽວສຳລັບພວກຕົນ ພວກເຂົາຈະຮຸ່ງເຮືອງແລະອຸດົມສົມບູນອີກເທື່ອໜຶ່ງ. ແມ່ນແລ້ວ ວັນຂອງຢິດຊະເຣນ ຈະເປັນວັນຍິ່ງໃຫຍ່!
Currently Selected:
ໂຮເສອາ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.