YouVersion Logo
Search Icon

ໂຮເສອາ 1

1
1ນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ໂຮເສອາ ລູກຊາຍ​ຂອງ​ເບເອຣີ ເວລາ​ທີ່​ອຸດຊີຢາ, ໂຢທາມ, ອາຮາດ ແລະ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ; ແລະ​ເວລາ​ທີ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເຢໂຮອາດ ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.
ເມຍ​ແລະ​ລູກ​ຂອງ​ໂຮເສອາ
2ເມື່ອ​ພຣະເຈົ້າຢາເວ​ກ່າວ​ຕໍ່​ຊາດ​ອິດສະຣາເອນ ຄັ້ງ​ທຳອິດ​ຜ່ານ​ທາງ​ໂຮເສອາ​ນັ້ນ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຈົ່ງ​ໄປ​ແຕ່ງງານ ແຕ່​ເມຍ​ຂອງ​ເຈົ້າ​ຈະ​ບໍ່​ສັດຊື່ ແລະ​ລູກໆ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ດັ່ງ​ແມ່. ລັກສະນະ​ດຽວກັນ​ນີ້​ແຫຼະ ປະຊາຊົນ​ຂອງເຮົາ​ໄດ້​ໜີປະ​ເຮົາ​ແລະ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ.”
3ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ແຕ່ງງານ​ກັບ​ຍິງ​ຄົນ​ໜຶ່ງ​ຊື່​ວ່າ​ໂກເມ ລູກສາວ​ຂອງ​ດິບລາອິມ. ເມື່ອ​ນາງ​ໄດ້​ລູກຊາຍ​ຄົນ​ທຳອິດ 4ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕັ້ງຊື່​ໃຫ້​ລາວ​ວ່າ, ‘ຢິດຊະເຣນ’ ເພາະ​ຍັງ​ອີກ​ບໍ່ດົນ​ເຮົາ​ຈະ​ລົງໂທດ​ກະສັດ​ແຫ່ງ​ອິດສະຣາເອນ​ເນື່ອງ​ຈາກ​ວ່າ​ເຢຮູ ບັນພະບຸລຸດ​ຂອງ​ລາວ​ໄດ້​ຂ້າ​ຫລາຍ​ຄົນ​ທີ່​ຢິດຊະເຣນ. ເຮົາ​ຈະ​ເຮັດ​ໃຫ້​ເຊື້ອວົງ​ຂອງ​ເຢຮູ ສິ້ນສຸດລົງ. 5ໃນ​ເວລາ​ນັ້ນ ເຮົາ​ຈະ​ທຳລາຍ​ອຳນາດ​ທາງ​ທະຫານ​ຂອງ​ຊາດ​ອິດສະຣາເອນ ທີ່​ຮ່ອມພູ​ຢິດຊະເຣນ.”
6ຕໍ່ມາ ນາງ​ໂກເມ​ໄດ້​ຖືພາ​ອີກ; ຄາວ​ນີ້​ນາງ​ໄດ້​ລູກ​ເປັນ​ແມ່ຍິງ. ພຣະເຈົ້າຢາເວ​ຈຶ່ງ​ໄດ້​ກ່າວ​ແກ່​ໂຮເສອາ​ວ່າ, “ຈົ່ງ​ຕັ້ງຊື່​ໃຫ້​ນາງ​ວ່າ, ‘ຂາດ​ຮັກ’ ເພາະ​ເຮົາ​ຈະ​ບໍ່​ສະແດງ​ຄວາມຮັກ ຫລື​ອະໄພ​ໃຫ້​ປະຊາຊົນ​ອິດສະຣາເອນ​ອີກ​ຕໍ່ໄປ. 7ແຕ່​ເຮົາ​ຈະ​ສະແດງ​ຄວາມຮັກ​ຕໍ່​ປະຊາຊົນ​ຢູດາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ເຮົາ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ; ແຕ່​ບໍ່ແມ່ນ​ດ້ວຍ​ເສິກ​ສົງຄາມ ຄື​ດ້ວຍ​ດາບ ຫລື​ໜ້າທະນູ​ແລະ​ລູກສອນ ຫລື​ດ້ວຍ​ມ້າ ແລະ​ເຫຼົ່າ​ທະຫານ​ມ້າ.”
8ຫລັງຈາກ​ນາງ​ໂກເມ​ໃຫ້​ລູກສາວ​ຢ່າ​ນົມ​ແລ້ວ ນາງ​ກໍ​ຖືພາ​ອີກ ແລະ​ໄດ້​ລູກຊາຍ​ຕື່ມ​ຜູ້ໜຶ່ງ. 9ພຣະເຈົ້າຢາເວ​ຈຶ່ງ​ໄດ້ກ່າວ​ວ່າ, “ຈົ່ງ​ຕັ້ງຊື່​ໃຫ້​ລາວ​ວ່າ, ‘ບໍ່ແມ່ນ​ປະຊາຊົນ​ຂອງເຮົາ’ ເພາະ​ປະຊາຊົນ​ອິດສະຣາເອນ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ບໍ່ແມ່ນ​ພຣະເຈົ້າ​ຂອງ​ພວກເຂົາ.”
ຊາດ​ອິດສະຣາເອນ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່
10ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ຊຶ່ງ​ເກີນ​ທີ່​ຈະ​ນັບ ຫລື​ຕັກຕວງ​ໄດ້. ບັດນີ້ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ແຕ່​ໃນ​ວັນ​ໜຶ່ງ ພຣະອົງ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.” 11ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ຈະ​ຮ່ວມ​ເຂົ້າ​ກັນ​ອີກ. ພວກເຂົາ​ຈະ​ເລືອກເອົາ​ຜູ້ນຳ​ຄົນດຽວ​ສຳລັບ​ພວກຕົນ ພວກເຂົາ​ຈະ​ຮຸ່ງເຮືອງ​ແລະ​ອຸດົມສົມບູນ​ອີກເທື່ອໜຶ່ງ. ແມ່ນແລ້ວ ວັນ​ຂອງ​ຢິດຊະເຣນ ຈະ​ເປັນ​ວັນ​ຍິ່ງໃຫຍ່!

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in