YouVersion Logo
Search Icon

ຮັກກາຍ 1

1
ພຣະເຈົ້າ​ສັ່ງ​ໃຫ້​ສ້າງ​ພຣະວິຫານ​ຂຶ້ນ​ໃໝ່
1ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.
2ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ຮັກກາຍ​ວ່າ, “ປະຊາຊົນ​ເຫຼົ່ານີ້​ເວົ້າ​ວ່າ, ‘ຍັງ​ບໍ່​ເຖິງ​ເວລາ​ເທື່ອ ທີ່​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.”’ 3ແລ້ວ​ພຣະເຈົ້າຢາເວ​ກໍ​ມອບ​ຖ້ອຍຄຳ​ນີ້​ໃຫ້​ແກ່​ປະຊາຊົນ ໂດຍ​ຜ່ານ​ທາງ​ຜູ້ທຳນວາຍ​ຮັກກາຍ​ວ່າ: 4“ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢູ່​ໃນ​ເຮືອນ​ທີ່​ກໍ່ສ້າງ​ຢ່າງດີ ໃນ​ເມື່ອ​ວິຫານ​ຂອງເຮົາ​ຍັງ​ຮົກຮ້າງ​ເພພັງ​ຢູ່? 5ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ພວກເຈົ້າ​ບໍ່​ເຫັນ​ຫລື​ວ່າ ແມ່ນ​ຫຍັງ​ກຳລັງ​ເກີດຂຶ້ນ​ກັບ​ພວກເຈົ້າ? 6ພວກເຈົ້າ​ຫວ່ານ​ເມັດພືດ​ຢ່າງ​ຫລວງຫລາຍ ແຕ່​ເກັບກ່ຽວ​ໄດ້​ໜ້ອຍດຽວ. ພວກເຈົ້າ​ມີ​ອາຫານ ແຕ່​ກໍ​ກິນ​ບໍ່​ພໍ​ອີ່ມ. ພວກເຈົ້າ​ມີ​ເຫຼົ້າ​ອະງຸ່ນ ແຕ່​ກໍ​ດື່ມ​ບໍ່​ພໍ​ເມົາ ພວກເຈົ້າ​ມີ​ເຄື່ອງນຸ່ງຫົ່ມ ແຕ່​ກໍ​ອົບອຸ່ນ​ບໍ່​ພຽງພໍ. ຄົນ​ເຮັດ​ວຽກ​ໜັກ​ກໍ​ລ້ຽງ​ຊີບ​ຕົນ​ບໍ່​ພໍ​ກຸ້ມ. 7ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ພວກເຈົ້າ​ເຫັນ​ບໍ່​ວ່າ ເປັນຫຍັງ​ເຫດການ​ເຊັ່ນນີ້​ຈຶ່ງ​ເກີດຂຶ້ນ? 8ບັດນີ້ ຈົ່ງ​ຂຶ້ນ​ໄປ​ທີ່​ເນີນພູ​ຕ່າງໆ ຫາ​ຊອກ​ໄມ້​ມາ​ສ້າງ​ວິຫານ​ຂຶ້ນ​ໃໝ່; ແລ້ວ​ເຮົາ​ກໍ​ຈະ​ພໍໃຈ​ນຳ​ແລະ​ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ ສົມ​ກັບ​ທີ່​ເຮົາ​ຄວນ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.
9ພວກເຈົ້າ​ຫວັງ​ເກັບກ່ຽວ​ໄດ້​ຫລາຍ ແຕ່​ພັດ​ໄດ້​ໜ້ອຍ. ເມື່ອ​ພວກເຈົ້າ​ນຳ​ຜົນລະປູກ​ມາ​ບ້ານ ເຮົາ​ຊໍ້າພັດ​ໃຫ້​ມັນ​ປິວ​ໜີໄປ. ເປັນຫຍັງ​ເຮົາ​ຈຶ່ງ​ໄດ້​ເຮັດ​ເຊັ່ນນັ້ນ? ພຣະເຈົ້າຢາເວ​ກ່າວ​ວ່າ: ເພາະວ່າ​ວິຫານ​ຂອງເຮົາ​ຍັງ​ຮົກຮ້າງ​ເພພັງ​ຢູ່ ໃນ​ຂະນະທີ່​ພວກເຈົ້າ​ແຕ່ລະຄົນ​ຫຍຸ້ງ​ຢູ່​ກັບ​ເຮັດວຽກ​ເຮັດງານ​ເພື່ອ​ບ້ານເຮືອນ​ຂອງ​ຕົນເອງ. 10ເຫດສະນັ້ນ ຝົນ​ຈຶ່ງ​ບໍ່​ຕົກ​ແລະ​ບໍ່ມີ​ຫຍັງ​ງອກຂຶ້ນ​ໄດ້. 11ເຮົາ​ໄດ້​ນຳ​ໄພ​ແຫ້ງແລ້ງ​ມາ​ສູ່​ດິນແດນ​ຄື: ເນີນພູ​ຕ່າງໆ, ທົ່ງນາ, ສວນອະງຸ່ນ, ສວນ​ໝາກກອກເທດ ຕະຫລອດ​ທັງ​ເຄື່ອງປູກ​ຂອງຝັງ​ທຸກໆ​ຊະນິດ ທີ່​ໄດ້​ເກີດຂຶ້ນ​ຕາມ​ພື້ນດິນ; ສູ່​ມະນຸດ​ແລະ​ສັດ​ທັງຫລາຍ ແລະ​ທຸກສິ່ງ​ທີ່​ພວກເຈົ້າ​ພະຍາຍາມ​ປູກ​ຂຶ້ນ.”
ປະຊາຊົນ​ເຊື່ອຟັງ​ຄຳສັ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ
12ແລ້ວ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ ແລະ​ປະຊາຊົນ​ທັງໝົດ ຜູ້​ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃນ​ບາບີໂລນ ກໍ​ເຮັດ​ຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຕົນ​ໄດ້​ບອກ. ພວກເຂົາ​ຢ້ານກົວ​ພຣະເຈົ້າຢາເວ​ຈຶ່ງ​ເຊື່ອຟັງ​ຜູ້ທຳນວາຍ​ຮັກກາຍ ຜູ້ນຳ​ຂ່າວ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສົ່ງ​ມາ​ເຖິງ​ເພິ່ນ. 13ແລ້ວ​ຮັກກາຍ​ຜູ້ນຳ​ຂ່າວ​ຂອງ​ພຣະເຈົ້າຢາເວ​ກໍ​ບອກ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ແກ່​ປະຊາຊົນ​ວ່າ, “ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ ນີ້​ຄື​ຄຳສັນຍາ​ຂອງເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ. 14ພຣະເຈົ້າຢາເວ​ໄດ້​ບັນດົນ​ໃຈ​ທຸກຄົນ​ໃຫ້​ຊ່ວຍ​ກັນ​ສ້າງ​ພຣະວິຫານ: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ຜູ້ປົກຄອງ​ຢູດາຍ; ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ, ຕະຫລອດ​ທັງ​ປະຊາຊົນ​ທຸກຄົນ ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ໄດ້​ເລີ່ມ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ 15ໃນ​ວັນ​ທີ​ຊາວສີ່​ເດືອນ​ຫົກ ກົງ​ກັບ​ຣາຊການ​ປີ​ທີ​ສອງ​ຂອງ​ກະສັດ​ດາຣິອຸດ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy