ເຊກາຣີຢາ 1
1
ອົງພຣະຜູ້ເປັນເຈົ້າເອີ້ນປະຊາຊົນຂອງພຣະອົງໃຫ້ກັບຄືນ
1ໃນເດືອນແປດ ຂອງຣາຊການປີທີສອງ ຂອງເຈົ້າດາຣິອຸດຈັກກະພັດແຫ່ງເປີເຊຍ ພຣະເຈົ້າຢາເວໄດ້ມອບຖ້ອຍຄຳດັ່ງຕໍ່ໄປນີ້ ໃຫ້ຜູ້ທຳນວາຍເຊກາຣີຢາລູກຊາຍຂອງເບເຣກີຢາແລະຫລານຊາຍຂອງອິດໂດວ່າ, 2“ພຣະເຈົ້າຢາເວ ໂກດຮ້າຍປູ່ຍ່າຕາຍາຍຂອງພວກເຈົ້າເຫຼືອຫລາຍ. 3ແລະບອກພວກເຂົາວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ຈົ່ງກັບຄືນມາຫາເຮົາ,’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ‘ແລະເຮົາຈະກັບຄືນໄປຫາພວກເຈົ້າ.’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ. 4‘ຢ່າສູ່ເປັນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ ນານມາແລ້ວບັນດາຜູ້ທຳນວາຍໄດ້ບອກວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ບອກພວກເຈົ້າບໍ່ໃຫ້ດຳເນີນຊີວິດໃນທາງຊົ່ວຊ້າແລະໃນທາງບາບຕໍ່ໄປ.’ ແຕ່ພວກເຂົາບໍ່ໄດ້ເຊື່ອຟັງຫລືເຮັດຕາມສິ່ງທີ່ເຮົາໄດ້ບອກ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. 5ປູ່ຍ່າຕາຍາຍຂອງພວກເຈົ້າແລະຜູ້ທຳນວາຍເຫຼົ່ານັ້ນ ບໍ່ໄດ້ມີຊີວິດຢູ່ຕໍ່ໄປແລ້ວ. 6ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’
ຜູ້ທຳນວາຍເຫັນນິມິດເລື່ອງມ້າ
7ໃນປີທີສອງ ທີ່ເຈົ້າດາຣິອຸດເປັນຈັກກະພັດ ອັນກົງກັບວັນທີຊາວສີ່ ເດືອນສິບເອັດ (ເດືອນເຊບັດ) ພຣະເຈົ້າຢາເວໄດ້ມອບຖ້ອຍຄຳໃຫ້ຂ້າພະເຈົ້າ ໃນນິມິດຕອນກາງຄືນ. 8ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງຂີ່ມ້າສີແດງໂຕໜຶ່ງ. ຜູ້ນັ້ນໄດ້ຢຸດຢູ່ທ່າມກາງຕົ້ນໄມ້ຫອມ ໃນຮ່ອມພູແຫ່ງໜຶ່ງ ແລະທາງເບື້ອງຫລັງຂອງຜູ້ນັ້ນມີມ້າໂຕອື່ນອີກ ເປັນມ້າສີແດງ, ສີດ່າງ ແລະສີຂາວ. 9ຂ້າພະເຈົ້າໄດ້ຖາມວ່າ, “ທ່ານເອີຍ ມ້າເຫຼົ່ານັ້ນໝາຍເຖິງຫຍັງ?”
ເທວະດາທີ່ກ່າວກັບຂ້າພະເຈົ້າໄດ້ຕອບຂ້າພະເຈົ້າວ່າ, “ເຮົາຈະສະແດງໃຫ້ເຈົ້າເຫັນວ່າໝາຍເຖິງຫຍັງ?” 10ດັ່ງນັ້ນ ຊາຍທີ່ຢືນຢູ່ທ່າມກາງຕົ້ນໄມ້ຫອມຈຶ່ງຕອບວ່າ, “ພຣະເຈົ້າຢາເວໄດ້ໃຊ້ພວກມັນໄປກວດກາເບິ່ງແຜ່ນດິນໂລກ.”
11ພວກເຂົາໄດ້ມາລາຍງານຕໍ່ເທວະດາຂອງພຣະເຈົ້າຢາເວວ່າ, “ພວກເຮົາໄດ້ໄປທົ່ວໂລກແລະໄດ້ພົບວ່າ ໂລກທັງໝົດມີແຕ່ຄວາມສິ້ນຫວັງແລະຄວາມງຽບເຫງົາ.”
12ແລ້ວເທວະດາຂອງພຣະເຈົ້າຢາເວກໍກ່າວວ່າ, “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ພຣະອົງໄດ້ໂກດຮ້າຍນະຄອນເຢຣູຊາເລັມ ແລະເມືອງຂອງຢູດາຍເຖິງເຈັດສິບປີແລ້ວ. ຈະຍັງອີກດົນນານປານໃດ ກ່ອນທີ່ພຣະອົງຈະໂຜດເມດຕາພວກເຂົາ?”
13ພຣະເຈົ້າຢາເວໄດ້ຕອບເທວະດາຕົນທີ່ໄດ້ກ່າວກັບຂ້າພະເຈົ້າດ້ວຍຖ້ອຍຄຳເລົ້າໂລມໃຈ 14ແລະເທວະດາຕົນທີ່ໄດ້ກ່າວກັບຂ້າພະເຈົ້າກໍໄດ້ບອກຂ້າພະເຈົ້າວ່າ, “ຈົ່ງປະກາດວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວວ່າ, ‘ເຮົາມີຄວາມຮັກແລະຄວາມຫ່ວງໃຍອັນເລິກເຊິ່ງ ຕໍ່ນະຄອນເຢຣູຊາເລັມ ແລະຕໍ່ຊີໂອນ 15ແລະເຮົາກໍໂກດຮ້າຍຢ່າງເຫລືອຫລາຍຕໍ່ຊົນຊາດຕ່າງໆ ທີ່ມ່ວນຊື່ນຢູ່ກັບຄວາມມິດງຽບແລະຄວາມສະຫງົບສຸກ. ດ້ວຍວ່າ, ໃນເມື່ອເຮົາຖອນເອົາຄວາມໂກດຮ້າຍຂອງເຮົາ ທີ່ມີຕໍ່ປະຊາຊົນຂອງເຮົາຄືນນັ້ນ ຊົນຊາດເຫຼົ່ານັ້ນກໍໄດ້ເຮັດໃຫ້ປະຊາຊົນຂອງເຮົາທົນທຸກຍິ່ງຂຶ້ນ.’ 16ເພາະສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວວ່າ, ‘ເຮົາຈະກັບມາທີ່ນະຄອນເຢຣູຊາເລັມອີກ ເພື່ອສຳແດງຄວາມເມດຕາຕໍ່ນະຄອນນີ້. ວິຫານຂອງເຮົາຈະຖືກສ້າງຂຶ້ນໃໝ່ ແລະນະຄອນກໍຈະຖືກສ້າງຂຶ້ນໃໝ່ດ້ວຍ.’ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
17ຈົ່ງປະກາດອີກວ່າ: ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ເມືອງທັງຫລາຍຂອງເຮົາຈະຈະເລີນຮຸ່ງເຮືອງຂຶ້ນໃໝ່ ແລະພຣະເຈົ້າຢາເວຈະປອບໃຈຊີໂອນ ແລະຈະເລືອກເອົານະຄອນເຢຣູຊາເລັມອີກເທື່ອໜຶ່ງ.”’
ນິມິດເລື່ອງເຂົາສັດ
18ໃນນິມິດຢ່າງອື່ນອີກ ຂ້າພະເຈົ້າໄດ້ເຫັນເຂົາສີ່ເຂົາ. 19ຂ້າພະເຈົ້າຈຶ່ງຖາມເທວະດາຕົນທີ່ກຳລັງກ່າວແກ່ຂ້າພະເຈົ້າຢູ່ນັ້ນວ່າ, “ເຂົາເຫຼົ່ານັ້ນໝາຍເຖິງຫຍັງ?”
ເພິ່ນຕອບວ່າ, “ເຂົາເຫຼົ່ານັ້ນໝາຍເຖິງບັນດາອຳນາດແຫ່ງໂລກນີ້ ທີ່ໄດ້ເຮັດໃຫ້ປະຊາຊົນຢູດາ, ອິດສະຣາເອນ ແລະເຢຣູຊາເລັມ ກະຈັດກະຈາຍໄປ.”
20ແລ້ວພຣະເຈົ້າຢາເວກໍສຳແດງໃຫ້ຂ້າພະເຈົ້າເຫັນຊ່າງຕີເຫຼັກສີ່ຄົນ. 21ຂ້າພະເຈົ້າຈຶ່ງຖາມວ່າ, “ຄົນເຫຼົ່ານັ້ນມາເຮັດຫຍັງ?”
ເພິ່ນຕອບວ່າ, “ອັນນີ້ແມ່ນເຂົາທີ່ເຮັດໃຫ້ຢູດາພັດພາກຈາກກັນຈົນບໍ່ມີຜູ້ໃດເງີຍໜ້າໄດ້ ແຕ່ພວກຊ່າງນີ້ມາເພື່ອເຮັດໃຫ້ຊົນຊາດຕ່າງໆສະທ້ານຢ້ານກົວ ແລະໂຄ່ນລົ້ມຊົນຊາດທັງຫລາຍທີ່ຢຽບຢໍ່າທຳລາຍດິນແດນຢູດາຍໃຫ້ໝຸ່ນ ແລະເຮັດໃຫ້ພົນລະເມືອງກະຈັດກະຈາຍໄປ.”
Currently Selected:
ເຊກາຣີຢາ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.