ຮາບາກຸກ 2
2
ອົງພຣະຜູ້ເປັນເຈົ້າຕອບຄຳຮ້ອງທຸກຂອງຮາບາກຸກ
1ຂ້ອຍຈະປີນຂຶ້ນໄປເທິງຫໍຄອຍຂອງຂ້ອຍ ແລະຊອມເບິ່ງວ່າ ພຣະອົງຈະບອກຫຍັງໃຫ້ແກ່ຂ້ອຍຮູ້ແດ່ ແລະແມ່ນຄຳຕອບຢ່າງໃດທີ່ພຣະອົງ ຈະໃຫ້ກ່ຽວກັບຄຳຮ້ອງທຸກຂອງຂ້ອຍ.
2ພຣະເຈົ້າຢາເວໄດ້ໃຫ້ຄຳຕອບນີ້ແກ່ຂ້ອຍ: “ຈົ່ງຂຽນຢ່າງແຈ່ມແຈ້ງ ເລື່ອງທີ່ເຮົາບອກເຈົ້າທາງນິມິດນີ້ໃສ່ແຜ່ນປ້າຍ ເພື່ອໃຫ້ຄົນອ່ານອອກໄດ້ງ່າຍ. 3ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະມັນຈະບໍ່ຊັກຊ້າ. 4ຕໍ່ໄປນີ້ແມ່ນຖ້ອຍຄຳຂອງເຮົາ: ‘ຄົນທີ່ເຮັດຊົ່ວຈະບໍ່ລອດຊີວິດຢູ່ໄດ້ເລີຍ. ແຕ່ຄົນທີ່ຊອບທຳຈະມີຊີວິດຢູ່ ດ້ວຍວ່າພວກເຂົາສັດຊື່ຕໍ່ພຣະເຈົ້າ.”’
ເຄາະກຳຈະມາເຖິງຄົນອະທຳ
5ຄວາມຮັ່ງມີເປັນສິ່ງຫລອກລວງ. ຄົນໂລພາກໍຈອງຫອງ ແລະຢູ່ບໍ່ເປັນສຸກດັ່ງມັດຈຸຣາດທີ່ບໍ່ຮູ້ຈັກອີ່ມ. ດັ່ງນັ້ນ ພວກເຂົາຈຶ່ງເຂົ້າຄອບຄອງຊົນຊາດທັງຫລາຍເພື່ອພວກເຂົາເອງ. 6ປະຊາຊົນທີ່ຖືກຄອບຄອງນັ້ນ ພວກເຂົາຈະປ້ອຍດ່າແລະດູຖູກຢຽບຫຍາມພວກທີ່ຄອບຄອງພວກຕົນ ແລະສະແດງທ່າທີຫຍໍ້ຫຍັນໃສ່ພວກເຂົາໂດຍຈະເວົ້າວ່າ, “ພວກສູໄດ້ເອົາຂອງຜູ້ອື່ນມາເປັນຂອງຕົນ ແຕ່ເຄາະກຳຈະເປັນຂອງພວກສູ ພວກສູຈະສ້າງຮັ່ງຄູນມີອີກດົນນານປານໃດ ໂດຍບັງຄັບລູກໜີ້ໃຫ້ຊຳລະໜີ້ສິນໝົດ?”
7ແຕ່ກ່ອນພວກເຈົ້າຈະຮູ້ສຶກຕົວ ພວກເຈົ້າຜູ້ຄອບຄອງຄົນອື່ນກໍຈະເປັນໜີ້ເສຍເອງ ແລະຖືກບັງຄັບໃຫ້ຈ່າຍດອກເບ້ຍຄືນ. ເຫຼົ່າສັດຕູຈະບຸກລຸກເຂົ້າມາ ແລະເຮັດໃຫ້ພວກເຈົ້າສະທ້ານຢ້ານກົວ. ພວກເຂົາຈະປຸ້ນຈີ້ພວກເຈົ້າ. 8ພວກເຈົ້າໄດ້ປຸ້ນຈີ້ປະຊາຊົນຫລາຍໆຊົນຊາດ; ແຕ່ບັດນີ້ ຜູ້ທີ່ລອດຕາຍມາໄດ້ນັ້ນ ຈະປຸ້ນຈີ້ພວກເຈົ້າຄືນ ຍ້ອນການນອງເລືອດທີ່ພວກເຈົ້າໄດ້ສ້າງໄວ້ ແລະຍ້ອນການໂຫດຮ້າຍທາລຸນທີ່ພວກເຈົ້າໄດ້ເຮັດຕໍ່ປະຊາຊົນໃນໂລກ ແລະຕາມຕົວເມືອງຕ່າງໆ.
9ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ເຮັດໃຫ້ຄອບຄົວຂອງພວກຕົນຮັ່ງມີເປັນດີ ດ້ວຍສິ່ງທີ່ພວກເຈົ້າຢຶດມາໄດ້ດ້ວຍການຂ້າທາລຸນຄົນອື່ນ ແລະດ້ວຍການພະຍາຍາມເຮັດໃຫ້ຄອບຄົວຂອງຕົນເອງຢູ່ຢ່າງປອດໄພຈາກການທຳຮ້າຍ ແລະຈາກອັນຕະລາຍ 10ແຕ່ເລ້ກົນຂອງພວກເຈົ້ານັ້ນ ໄດ້ນຳຄວາມອັບອາຍຂາຍໜ້າມາສູ່ຄອບຄົວ; ການທີ່ພວກເຈົ້າໄດ້ທຳລາຍຊົນຊາດຕ່າງໆ ກໍເທົ່າກັບການນຳເອົາຄວາມຈິບຫາຍມາສູ່ພວກເຈົ້າເອງເທົ່ານັ້ນ. 11ແມ່ນແຕ່ກ້ອນຫີນຕາມກຳແພງກໍຈະຮ້ອງຕໍ່ສູ້ພວກເຈົ້າ ແລະໄມ້ກອນຂອງເຮືອນກໍຈະສົ່ງສຽງກ້ອງດັງສະໜັ່ນອອກມາ.
12ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ວາງຮາກຖານຂອງເມືອງດ້ວຍອາຊະຍາກຳ ແລະສ້າງເມືອງຂຶ້ນມາດ້ວຍຄາດຕະກຳ. 13ບັນດາຊົນຊາດທີ່ພວກເຈົ້າໄດ້ເຂົ້າຄອບຄອງນັ້ນ ເຮັດວຽກອິດອ່ອນໝົດກຳລັງໂດຍບໍ່ມີປະໂຫຍດ ແລະສິ່ງທັງໝົດທີ່ພວກເຂົາໄດ້ສ້າງຂຶ້ນມານັ້ນກໍຖືກໄຟເຜົາຜານກ້ຽງ. ອົງພຣະຜູ້ເປັນເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກະທຳການນີ້. 14ທະເລມີນໍ້າເຕັມຢູ່ສັນໃດ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມຮອບຮູ້ ແຫ່ງສະຫງ່າຣາສີຂອງພຣະເຈົ້າຢາເວສັນນັ້ນ.
15ເຄາະກຳເປັນຂອງພວກເຈົ້າສາແລ້ວ ຜູ້ທີ່ໄດ້ດູຖູກ ແລະເຮັດໃຫ້ເພື່ອນບ້ານຂອງພວກເຈົ້າເສື່ອມເສຍ ຍ້ອນຄວາມໂກດຮ້າຍຂອງພວກເຈົ້າ; ພວກເຈົ້າເຮັດໃຫ້ພວກເຂົາຍ່າງໂຊເຊເໝືອນຄົນເມົາເຫຼົ້າ. 16ພວກເຈົ້າຈະໄດ້ຮັບຄວາມອັບອາຍຂາຍໜ້າ ແທນທີ່ຈະໄດ້ຮັບກຽດຕິຍົດ. ພວກເຈົ້າເອງຈະດື່ມເຫຼົ້າ ແລະຈະຍ່າງໂຊເຊ. ພຣະເຈົ້າຢາເວເອງຈະມອບຈອກແຫ່ງການລົງໂທດນີ້ໃຫ້ພວກເຈົ້າດື່ມ ແລະກຽດຕິຍົດຂອງພວກເຈົ້າກໍຈະເສື່ອມເສຍໄປ. 17ພວກເຈົ້າໄດ້ປໍ້າຕົ້ນໄມ້ໃນປ່າເລບານອນລົງສັນໃດ ບັດນີ້ ພວກເຈົ້າກໍຈະຖືກປໍ້າລົງສັນນັ້ນ. ພວກເຈົ້າໄດ້ຂ້າສັດໃນປ່າສັນໃດ; ບັດນີ້ ສັດທັງຫລາຍກໍຈະເຮັດໃຫ້ພວກເຈົ້າສະທ້ານຢ້ານກົວສັນນັ້ນ. ເຫດການນີ້ຈະເກີດຂຶ້ນ ຍ້ອນການນອງເລືອດທີ່ພວກເຈົ້າໄດ້ສ້າງໄວ້ ແລະຍ້ອນການໂຫດຮ້າຍທາລຸນທີ່ພວກເຈົ້າໄດ້ເຮັດຕໍ່ປະຊາຊົນໃນໂລກ ແລະຕາມຕົວເມືອງຕ່າງໆ.
18ຮູບເຄົາຣົບໃຫ້ຜົນປະໂຫຍດຫຍັງແດ່? ມັນເປັນພຽງແຕ່ຮູບທີ່ມະນຸດໄດ້ສ້າງຂຶ້ນເທົ່ານັ້ນ ແລະມັນກໍບໍ່ບອກຫຍັງໃຫ້ພວກເຈົ້າຮູ້ໄດ້ ເວັ້ນແຕ່ຄຳຕົວະເທົ່ານັ້ນ. ມີດີຫຍັງແດ່ທີ່ຜູ້ສ້າງຮູບເຄົາຣົບນັ້ນປົງໃຈໃນມັນ ຄືຮູບພະທີ່ປາກບໍ່ໄດ້ 19ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າເວົ້າກັບຮູບໄມ້ວ່າ, “ລຸກຂຶ້ນແມ” ຫລືເວົ້າຕໍ່ກ້ອນຫີນວ່າ, “ຢືນຂຶ້ນແມ” ຮູບເຄົາຣົບສະແດງນິມິດຢ່າງໃດຢ່າງໜຶ່ງໃຫ້ພວກເຈົ້າຮູ້ໄດ້ບໍ? ມັນອາດຈະໂອບດ້ວຍເງິນແລະຄຳ ແຕ່ມັນບໍ່ມີຊີວິດຈິດໃຈເລີຍ.
20ແຕ່ພຣະເຈົ້າຢາເວສະຖິດຢູ່ໃນພຣະວິຫານອັນສັກສິດ; ຈົ່ງໃຫ້ມະນຸດທຸກໆຄົນຢູ່ທີ່ເທິງແຜ່ນດິນໂລກນີ້ ມິດງຽບຢູ່ຊ້ອງໜ້າພຣະອົງເທີ້ນ.
Currently Selected:
ຮາບາກຸກ 2: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: