YouVersion Logo
Search Icon

ຮາບາກຸກ 3

3
ຄຳ​ພາວັນນາ​ອະທິຖານ​ຂອງ​ຮາບາກຸກ
1ຕໍ່ໄປນີ້​ແມ່ນ​ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້ທຳນວາຍ​ຮາບາກຸກ:
2ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ໄດ້ຍິນ​ເຖິງ​ສິ່ງ​ທີ່​ຊົງ​ໄດ້​ກະທຳ,
ຂ້ານ້ອຍ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຢຳເກງ​ຍິ່ງ.
ບັດນີ້ ໂຜດ​ຮື້ຟື້ນ​ໃໝ່​ໃນ​ສະໄໝ​ພວກ​ຂ້ານ້ອຍ​ແດ່​ນາ
ກິດຈະການ​ອັນ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ນັ້ນ
ເຖິງ​ວ່າ​ເມື່ອ​ພຣະອົງ​ລົງໂທດ​ໂກດຮ້າຍ​ກໍຕາມ
ໂຜດ​ເມດຕາ​ສົງສານ​ພວກ​ຂ້ານ້ອຍ​ແດ່ທ້ອນ.
3ພຣະເຈົ້າ​ກຳລັງ​ກັບ​ມາ​ຈາກ​ເມືອງ​ເຕມານ​ອີກ​ໃດ
ອົງ​ບໍຣິສຸດ​ກຳລັງ​ກັບ​ມາ​ຈາກ​ພູເຂົາ​ປາຣານ​ພຸ້ນ.
ສະຫງ່າຣາສີ​ຂອງ​ພຣະອົງ​ປົກຄຸມ​ທົ່ວ​ເທິງ​ຟ້າ​ສະຫວັນ,
ທີ່​ແຜ່ນດິນ​ໂລກ​ກໍ​ເຕັມ​ດ້ວຍ​ຄຳ​ສັນລະເສີນ​ຂອງ​ພຣະອົງ.
4ພຣະອົງ​ສະເດັດ​ມາ​ພ້ອມ​ແສງ​ສະຫວ່າງ​ສະໄຫວ
ອັນ​ເປັນ​ແສງ​ທີ່​ສຸກໃສ​ຂອງ​ຟ້າ​ແມບເຫລື້ອມ;
ແສງສຸກໃສ​ແມບມາບ​ສ່ອງ​ມາ​ຈາກ​ມື​ຂອງ​ພຣະອົງ
ບ່ອນ​ທີ່​ຣິດອຳນາດ​ໄດ້​ເຊື່ອງຊ້ອນ​ໄວ້​ທີ່​ນັ້ນ.
5ພຣະອົງ​ໃຫ້​ໂຣຄາ​ພະຍາດ​ເກີດຂຶ້ນ​ຊ້ອງໜ້າ​ພຣະອົງ
ສັ່ງ​ຄວາມຕາຍ​ໃຫ້​ເກີດ​ມີ​ມາ​ຕາມ​ທີຫລັງ.
6ເມື່ອ​ພຣະອົງ​ຢຸດ​ນິ້ງ ໂລກ​ກໍ​ເກີດ​ສະທ້ານ​ຫວັ່ນໄຫວ
ພຽງ​ພຣະອົງ​ສົ່ງ​ສາຍຕາ ນາໆຊາດ​ກໍ​ສັ່ນເຊັນ​ຢ້ານ;
ພູ​ທັງຫລາຍ​ທີ່​ຕັ້ງໝັ້ນຄົງ​ຢູ່​ກໍ​ແຕກ​ສະຫລາຍ​ໄປ
ເນີນພູ​ຕ່າງໆ​ທີ່​ຕັ້ງ​ຢູ່​ຕະຫລອດໄປ​ຕ່າງ​ກໍ​ຍຸບ​ລົງ​ທັງນັ້ນ
ຄື​ເນີນພູ​ຕ່າງໆ​ບ່ອນ​ທີ່​ພຣະອົງ​ໄດ້​ຍ່າງ​ໄປມາ
ແຕ່​ຄາວ​ສະໄໝ​ດຶກດຳບັນ.
7ຂ້ານ້ອຍ​ເຫັນ​ຊາວ​ກູຊານ​ພາກັນ​ຢ້ານກົວ
ແລະ​ຊາວ​ມີດີອານ​ກໍ​ພາກັນ​ສັ່ນເຊັນ​ດ້ວຍ.
8ຂ້າແດ່​ພຣະເຈົ້າຢາເວ ຄົງ​ແມ່ນ​ແມ່ນໍ້າ​ຕ່າງໆ​ນັ້ນ​ບໍ
ທີ່​ໄດ້​ເຮັດ​ໃຫ້​ພຣະອົງ​ຕ້ອງ​ລົງໂທດ​ໂກດຮ້າຍ?
ແມ່ນ​ນໍ້າ​ທະເລ​ທີ່​ໄດ້​ເຮັດ​ໃຫ້​ພຣະອົງ​ກີ້ວໂກດ​ບໍ?
ພຣະອົງ​ຜ່ານ​ໄປມາ​ເທິງ​ກ້ອນເມກ​ທັງຫລາຍ​ນັ້ນ
ກ້ອນເມກ​ໃນ​ພະຍຸຮ້າຍ​ຄື​ລົດມ້າ​ຂອງ​ພຣະອົງ
ຂະນະທີ່​ນຳ​ໄຊຊະນະ​ມາ​ສູ່​ປະຊາຊົນ​ຂອງ​ພຣະເຈົ້າ.
9ພຣະອົງ​ຕຽມພ້ອມ​ທີ່​ຈະ​ໃຊ້​ໜ້າທະນູ​ຂອງ​ພຣະອົງ
ຕຽມພ້ອມ​ທີ່​ຈະ​ຍິງ​ລູກສອນ​ທີ່​ພຣະອົງ​ມີ​ຢູ່​ນັ້ນ.
ຟ້າ​ແມບເຫລື້ອມ​ຂອງ​ພຣະເຈົ້າ​ໄດ້​ປາກົດ​ໃຫ້​ເຫັນ
ແສງ​ຟ້າ​ຜ່າ​ຂອງ​ພຣະອົງ​ໄດ້​ແຍກ​ແຜ່ນດິນ​ໂລກ.
10ເມື່ອ​ໜ່ວຍ​ພູ​ໄດ້​ເຫັນ​ພຣະອົງ​ກໍ​ສະທ້ານ​ຫວັ່ນໄຫວ
ນໍ້າ​ຝົນ​ກໍໄດ້​ທັ່ງເທ​ລົງ​ມາ​ຈາກ​ທ້ອງຟ້າ
ນໍ້າ​ທີ່​ຢູ່​ໃຕ້​ພື້ນ​ພິພົບ​ໄດ້​ຊັດຂຶ້ນ​ຢ່າງ​ສະໜັ່ນ​ຫວັ່ນໄຫວ
ຟອງ​ກໍ​ຟົ້ງ​ຂຶ້ນ​ສູງ​ຈົນ​ເຕັມ​ຂະໜາດ.
11ຕໍ່​ແສງ​ແມບມາບ​ຂອງ​ລູກທະນູ​ທີ່​ຟົ້ງ​ໄປ​ຢ່າງໄວ
ຕໍ່​ແສງ​ເຫລື້ອມໃສ​ຂອງ​ຫອກ​ທີ່​ຟົ້ງ​ຜ່ານ​ໄປ​ນັ້ນ
ດວງຕາເວັນ​ກໍ​ຍັງ​ໄດ້​ຢູ່​ກັບ​ບ່ອນ​ຂອງມັນ
ແລະ​ດວງເດືອນ​ກໍ​ຍັງ​ບໍ່ໄດ້​ເຄື່ອນຍ້າຍ.
12ພຣະອົງ​ໄດ້​ຍ່າງ​ຜ່ານ​ໂລກ ໂກດຮ້າຍ​ໃນ​ຈິດໃຈ
ຢຽບຢໍ່າ​ທຳລາຍ​ບັນດາ​ຊົນຊາດ​ຢ່າງ​ກີ້ວໂກດ.
13ພຣະອົງ​ໄດ້​ກ້າວ​ອອກ​ຊ່ວຍຊູ​ປະຊາຊົນ​ຂອງ​ພຣະອົງ
ຄື​ຊ່ວຍ​ເອົາ​ກະສັດ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້.
ພຣະອົງ​ໄດ້​ທຳລາຍ​ເຮືອນ​ຂອງ​ຜູ້ນຳ​ຄົນຊົ່ວ​ໃຫ້​ແຫລກ​ມຸ່ນ​ໄປ
ແລະ​ທຳລາຍ​ພວກ​ທີ່​ຕິດຕາມ​ໃຫ້​ດັບສູນ​ຈົນກ້ຽງ.
14ລູກທະນູ​ພຣະອົງ​ທະລຸ​ຜູ້​ບັນຊາການ​ທັບ​ຂອງ​ພວກເຂົາ
ເມື່ອ​ມັນ​ຖືກ​ຍິງ​ມາ​ເໝືອນ​ລົມພະຍຸ​ກ້າ
ແລະ​ເຮັດ​ໃຫ້​ແຕກ​ກະຈັດ​ກະຈາຍ​ໄປ
ດັ່ງ​ນັກ​ກົດຂີ່​ກືນກິນ​ຄົນ​ຍາກຈົນ​ຢ່າງ​ປິດລັບ.
15ພຣະອົງ​ໄດ້​ຢຽບຢໍ່າ​ທະເລ​ດ້ວຍ​ຝູງມ້າ​ຂອງ​ພຣະອົງ
ແລະ​ນໍ້າ​ໃນ​ທະເລ​ກໍ​ຟົດເດືອດ​ເປັນ​ຟອງ​ອັນໃຫຍ່.
16ເມື່ອ​ໄດ້ຍິນ​ສິ່ງ​ທັງໝົດ​ນີ້​ກໍ​ຕົວສັ່ນ​ເສຍຂວັນ
ຮິມສົບ​ຂ້ານ້ອຍ​ກໍ​ສັ່ນເຊັນ​ເຕັມແຕ່​ຄວາມຢ້ານ.
ຕົນຕົວ​ຂ້ານ້ອຍ​ນັ້ນ​ກໍ​ອ່ອນເພຍ​ເປ້ຍລ່ອຍ
ແລະ​ຕີນ​ກໍ​ຄ່ອຍ​ມຶນ​ຂຶ້ນ​ຈົນ​ຄອນແຄນ​ໄປ​ໝົດ.
ຂ້ານ້ອຍ​ຈະ​ລໍຖ້າ​ວັນ​ເວລາ​ມາ​ເຖິງ​ດ້ວຍ​ໃຈ​ຈົດຈໍ່
ເມື່ອ​ພຣະອົງ​ຈະ​ລົງໂທດ​ຄົນ​ທີ່​ໂຈມຕີ​ພວກເຮົາ.
17ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກເດື່ອ​ນັ້ນ​ບໍ່ມີ​ໝາກ​ກໍດີ
ຕົ້ນອະງຸ່ນ​ບໍ່​ເກີດຜົນ​ຕາມ​ເຄືອ​ກໍຕາມ.
ເຖິງ​ແມ່ນ​ວ່າ​ຕົ້ນ​ໝາກກອກເທດ​ບໍ່​ເກີດຜົນ​ກໍດີ
ທົ່ງໄຮ່​ທົ່ງນາ​ບໍ່​ຜະລິດ​ຜົນ​ຫຍັງ​ກໍຕາມ.
ເຖິງ​ແມ່ນ​ວ່າ​ຝູງແກະ​ນັ້ນ​ລົ້ມ​ຕາຍໄປ​ຈົນ​ໝົດ​ກໍດີ
ຄອກ​ງົວ​ທັງຫລາຍ​ເປົ່າແປນ​ກໍຕາມ.
18ແຕ່​ຂ້ານ້ອຍ​ກໍ​ຍັງ​ຈະ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ
ຂ້ານ້ອຍ​ຈະ​ຕື່ນເຕັ້ນ​ຍິນດີ​ໃນ​ພຣະເຈົ້າ​ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ.
19ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ
ຊົງ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ.
ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ແລ່ນ​ທຸ່ນທ່ຽງ​ເໝືອນ​ດັ່ງ​ກວາງ
ແລະ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ ຢູ່​ທີ່​ເທິງ​ພູ​ທັງຫລາຍ​ນັ້ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in