ຮາບາກຸກ 1
1
1ຕໍ່ໄປນີ້ແມ່ນຖ້ອຍຄຳທີ່ໄດ້ເປີດເຜີຍແກ່ຜູ້ທຳນວາຍຮາບາກຸກ.
ຮາບາກຸກຮ້ອງທຸກເຖິງຄວາມບໍ່ເປັນທຳ
2ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະຕ້ອງຮ້ອງຂໍໃຫ້ພຣະອົງຊ່ວຍເຫລືອດົນປານໃດ ກ່ອນພຣະອົງຈະສະດັບຮັບຟັງຂ້ານ້ອຍ ກ່ອນທີ່ພຣະອົງຈະຊ່ວຍຊູພວກຂ້ານ້ອຍໃຫ້ພົ້ນຈາກການທາລຸນ? 3ເປັນຫຍັງພຣະອົງຈຶ່ງເຮັດໃຫ້ຂ້ານ້ອຍເຫັນຄວາມເດືອດຮ້ອນເຊັ່ນນີ້? ພຣະອົງທົນເບິ່ງການກະທຳອັນຊົ່ວຊ້າເຊັ່ນນີ້ໄດ້ຢ່າງໃດ? ການທຳລາຍ ແລະການທາລຸນອ້ອມຮອບຂ້ານ້ອຍຢູ່ ທັງການສູ້ຮົບຕະຫລອດການວິວາດກັນກໍມີຢູ່ທຸກແຫ່ງທຸກຫົນ. 4ກົດບັນຍັດຖືກຫຍໍ້ຫຍັນ ແລະຄວາມຍຸດຕິທຳກໍບໍ່ມີເລີຍ. ຄົນອະທຳເອົາປຽບຄົນຊອບທຳ; ເພາະເຫດນັ້ນ ຄວາມຍຸດຕິທຳຈຶ່ງຖືກບິດເບືອນ.
ອົງພຣະຜູ້ເປັນເຈົ້າຕອບຄຳຮ້ອງທຸກ
5ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວແກ່ປະຊາຊົນຂອງພຣະອົງວ່າ, “ຈົ່ງຄອຍເຝົ້າເບິ່ງຊົນຊາດທັງຫລາຍທີ່ຢູ່ອ້ອມຮອບພວກເຈົ້າ ແລະພວກເຈົ້າກໍຈະປະຫລາດໃຈໃນສິ່ງທີ່ພວກເຈົ້າເຫັນ. ເຮົາກຳລັງຈະເຮັດໃນສິ່ງທີ່ພວກເຈົ້າຈະບໍ່ເຊື່ອ ເມື່ອພວກເຈົ້າໄດ້ຍິນກ່ຽວກັບເລື່ອງນັ້ນ. 6ເຮົາກຳລັງນຳພວກບາບີໂລນ ຄືຄົນທີ່ໂຫດຮ້າຍ ແລະໃຈໂຫດຫ້ຽມມາຄອງອຳນາດ. ພວກເຂົາກຳລັງຍົກທັບອອກໄປຢຶດ ແລະຄອບຄອງປະເທດທັງຫລາຍທົ່ວໂລກ. 7ພວກເຂົາສ້າງຄວາມຢ້ານກົວແລະຄວາມສັບສົນວຸ້ນວາຍຂຶ້ນ ໂດຍເປັນຜູ້ອອກກົດໝາຍແລະໃຊ້ກົດໝາຍເອງ.
8ມ້າຂອງພວກເຂົາຊຶ່ງກຳລັງອຶດຫິວເຫຍື່ອກໍແລ່ນໄວກວ່າເສືອດາວ ທັງຮ້າຍກາດກວ່າໝາໄນ. ທະຫານຂອງພວກເຂົາຂີ່ມ້າຫອບມາແຕ່ດິນແດນໄກ; ກີບຕີນມ້າຂອງພວກເຂົາກະທືບພື້ນດິນ. ພວກມັນເຈີດລົງກິນເຫຍື່ອເໝືອນດັ່ງນົກອິນຊີ.
9ກອງທັບຂອງພວກເຂົາບຸກໜ້າເຂົ້າມາຄອບຄອງຢ່າງຮ້າຍກາດ ແລະທຸກຄົນຕ່າງກໍສະທ້ານຢ້ານກົວເມື່ອພວກເຂົາເຂົ້າມາໃກ້. ຊະເລີຍທີ່ພວກເຂົາຈັບໄດ້ນັ້ນມີຈຳນວນຫລວງຫລາຍເໝືອນດັ່ງເມັດດິນຊາຍ. 10ພວກເຂົາດູຖູກຫຍໍ້ຫຍັນບັນດາກະສັດ ແລະຫົວເຍາະເຍີ້ຍໃສ່ບັນດາຂ້າຣາຊການຊັ້ນສູງ. ບໍ່ມີປ້ອມປ້ອງກັນບ່ອນໃດທີ່ຕ້ານທານຕໍ່ການບຸກລຸກຂອງພວກເຂົາໄດ້. ພວກເຂົາໃຊ້ຍຸດທະວິທີຍາດຢຶດເອົາປ້ອມ ໂດຍກອງດິນຂຶ້ນໃຫ້ສູງເທົ່າກັບປ້ອມ ແລະເຂົ້າຢຶດເອົາ. 11ແລ້ວພວກເຂົາກໍກວາດເອົາສິ່ງຂອງເໝືອນດັ່ງລົມພັດກວາດເອົາໄປ ຄົນພວກນີ້ນັບຖືອຳນາດຂອງຕົນເອງເປັນພຣະເຈົ້າຂອງພວກເຂົາ.”
ຮາບາກຸກຮ້ອງທຸກຂໍຄວາມເປັນທຳອີກ
12ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍຕັ້ງແຕ່ໃດໆມາ. ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ, ເປັນອົງບໍຣິສຸດ ແລະອົງເປັນຢູ່ສືບໄປເປັນນິດ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າ ແລະພຣະຜູ້ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ; ພຣະອົງໄດ້ເລືອກເອົາພວກບາບີໂລນ ແລະໄດ້ເຮັດໃຫ້ພວກເຂົາແຂງແຮງ ເພື່ອວ່າພວກເຂົາຈະລົງໂທດພວກຂ້ານ້ອຍໄດ້. 13ແຕ່ພຣະອົງທົນເບິ່ງຄົນເລ້ຫລ່ຽມຫລອກລວງ ຄືຄົນຊົ່ວຊ້າເຫຼົ່ານີ້ໄດ້ຢ່າງໃດ? ຕາຂອງພຣະອົງແສນບໍຣິສຸດຍິ່ງ ເກີນກວ່າທີ່ຈະເບິ່ງຄວາມຊົ່ວຊ້າໄດ້ ແລະພຣະອົງກໍບໍ່ອາດທົນຕໍ່ພາບຂອງປະຊາຊົນທີ່ເຮັດຜິດໄດ້. ດ້ວຍເຫດໃດ ພຣະອົງຈຶ່ງມິດງຽບຢູ່ ໃນເມື່ອພວກເຂົາທຳລາຍປະຊາຊົນ ຜູ້ທີ່ຊອບທຳກວ່າພວກເຂົາ?
14ດ້ວຍເຫດໃດ ພຣະອົງຈຶ່ງເຮັດກັບຄົນທີ່ບໍ່ມີຜູ້ຊີ້ນຳ ດັ່ງເຮັດກັບປາ ແລະກັບຝູງແມງໄມ້? 15ພວກບາບີໂລນຈັບເອົາປະຊາຊົນໂດຍໃຊ້ຂໍເກາະເອົາ ດັ່ງພວກເຂົາຕຶກເບັດເອົາປາ. ພວກເຂົາຕ່າງກໍໃຊ້ມອງກວາດເອົາປະຊາຊົນ ດ້ວຍສຽງໂຮຮ້ອງຍິນດີເພາະຈັບໄດ້ 16ພວກເຂົາຂາບໄຫວ້ແລະຖວາຍເຄື່ອງບູຊາໃຫ້ແມ່ນແຕ່ມອງຂອງພວກເຂົາ ເພາະວ່າມອງນັ້ນເຮັດໃຫ້ພວກເຂົາໃຊ້ຊີວິດຢູ່ຢ່າງຟຸມເຟືອຍ ແລະມີອາຫານການກິນຢ່າງດີໆ.
17ພວກເຂົາຈະໃຊ້ດາບທຳຮ້າຍຊົນຊາດຕ່າງໆ ສືບໄປຢ່າງບໍ່ມີຄວາມເມດຕາບໍ?
Currently Selected:
ຮາບາກຸກ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

: