YouVersion Logo
Search Icon

ຮາບາກຸກ 2

2
ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ຄຳ​ຮ້ອງທຸກ​ຂອງ​ຮາບາກຸກ
1ຂ້ອຍ​ຈະ​ປີນ​ຂຶ້ນ​ໄປ​ເທິງ​ຫໍຄອຍ​ຂອງຂ້ອຍ ແລະ​ຊອມເບິ່ງ​ວ່າ ພຣະອົງ​ຈະ​ບອກ​ຫຍັງ​ໃຫ້​ແກ່​ຂ້ອຍ​ຮູ້​ແດ່ ແລະ​ແມ່ນ​ຄຳຕອບ​ຢ່າງໃດ​ທີ່​ພຣະອົງ ຈະ​ໃຫ້​ກ່ຽວກັບ​ຄຳ​ຮ້ອງທຸກ​ຂອງຂ້ອຍ.
2ພຣະເຈົ້າຢາເວ​ໄດ້​ໃຫ້​ຄຳຕອບ​ນີ້​ແກ່​ຂ້ອຍ: “ຈົ່ງ​ຂຽນ​ຢ່າງ​ແຈ່ມແຈ້ງ ເລື່ອງ​ທີ່​ເຮົາ​ບອກ​ເຈົ້າ​ທາງ​ນິມິດ​ນີ້​ໃສ່​ແຜ່ນ​ປ້າຍ ເພື່ອ​ໃຫ້​ຄົນ​ອ່ານ​ອອກ​ໄດ້​ງ່າຍ. 3ຈົ່ງ​ຂຽນ​ນິມິດ​ນີ້​ໄວ້ ດ້ວຍວ່າ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ນັ້ນ ຍັງ​ບໍ່​ເຖິງ​ເວລາ​ທີ່​ຈະ​ເກີດຂຶ້ນ​ເປັນ​ຄວາມຈິງ​ເທື່ອ. ແຕ່​ກຳນົດ​ນັ້ນ​ກໍ​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້ ແລະ​ສິ່ງ​ທີ່​ເຮົາ​ສຳແດງ​ຕໍ່​ເຈົ້າ​ນັ້ນ​ຈະ​ກາຍເປັນ​ຄວາມຈິງ. ເບິ່ງ​ຄື​ວ່າ​ມັນ​ມາຮອດ​ຊ້າ​ແທ້ ແຕ່​ຈົ່ງ​ລໍຄອຍ​ເບິ່ງ; ມັນ​ຈະ​ມາຮອດ​ຕາມ​ເວລາ​ທີ່​ເຮົາ​ໄດ້​ກຳນົດ​ໄວ້​ແທ້ ແລະ​ມັນ​ຈະ​ບໍ່​ຊັກຊ້າ. 4ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງເຮົາ: ‘ຄົນ​ທີ່​ເຮັດ​ຊົ່ວ​ຈະ​ບໍ່​ລອດຊີວິດ​ຢູ່​ໄດ້​ເລີຍ. ແຕ່​ຄົນ​ທີ່​ຊອບທຳ​ຈະ​ມີ​ຊີວິດ​ຢູ່ ດ້ວຍວ່າ​ພວກເຂົາ​ສັດຊື່​ຕໍ່​ພຣະເຈົ້າ.”’
ເຄາະກຳ​ຈະ​ມາເຖິງ​ຄົນ​ອະທຳ
5ຄວາມຮັ່ງມີ​ເປັນ​ສິ່ງ​ຫລອກລວງ. ຄົນ​ໂລພາ​ກໍ​ຈອງຫອງ ແລະ​ຢູ່​ບໍ່​ເປັນສຸກ​ດັ່ງ​ມັດຈຸຣາດ​ທີ່​ບໍ່​ຮູ້ຈັກ​ອີ່ມ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຂົ້າ​ຄອບຄອງ​ຊົນຊາດ​ທັງຫລາຍ​ເພື່ອ​ພວກເຂົາ​ເອງ. 6ປະຊາຊົນ​ທີ່​ຖືກ​ຄອບຄອງ​ນັ້ນ ພວກເຂົາ​ຈະ​ປ້ອຍດ່າ​ແລະ​ດູຖູກ​ຢຽບຫຍາມ​ພວກ​ທີ່​ຄອບຄອງ​ພວກຕົນ ແລະ​ສະແດງ​ທ່າທີ​ຫຍໍ້ຫຍັນ​ໃສ່​ພວກເຂົາ​ໂດຍ​ຈະ​ເວົ້າ​ວ່າ, “ພວກສູ​ໄດ້​ເອົາ​ຂອງ​ຜູ້ອື່ນ​ມາ​ເປັນ​ຂອງຕົນ ແຕ່​ເຄາະກຳ​ຈະ​ເປັນ​ຂອງ​ພວກສູ ພວກສູ​ຈະ​ສ້າງຮັ່ງ​ຄູນມີ​ອີກ​ດົນນານ​ປານໃດ ໂດຍ​ບັງຄັບ​ລູກໜີ້​ໃຫ້​ຊຳລະ​ໜີ້ສິນ​ໝົດ?”
7ແຕ່​ກ່ອນ​ພວກເຈົ້າ​ຈະ​ຮູ້ສຶກຕົວ ພວກເຈົ້າ​ຜູ້​ຄອບຄອງ​ຄົນອື່ນ​ກໍ​ຈະ​ເປັນ​ໜີ້​ເສຍເອງ ແລະ​ຖືກ​ບັງຄັບ​ໃຫ້​ຈ່າຍ​ດອກເບ້ຍ​ຄືນ. ເຫຼົ່າ​ສັດຕູ​ຈະ​ບຸກລຸກ​ເຂົ້າ​ມາ ແລະ​ເຮັດ​ໃຫ້​ພວກເຈົ້າ​ສະທ້ານ​ຢ້ານກົວ. ພວກເຂົາ​ຈະ​ປຸ້ນຈີ້​ພວກເຈົ້າ. 8ພວກເຈົ້າ​ໄດ້​ປຸ້ນຈີ້​ປະຊາຊົນ​ຫລາຍໆ​ຊົນຊາດ; ແຕ່​ບັດນີ້ ຜູ້​ທີ່​ລອດຕາຍ​ມາ​ໄດ້​ນັ້ນ ຈະ​ປຸ້ນຈີ້​ພວກເຈົ້າ​ຄືນ ຍ້ອນ​ການນອງເລືອດ​ທີ່​ພວກເຈົ້າ​ໄດ້​ສ້າງ​ໄວ້ ແລະ​ຍ້ອນ​ການ​ໂຫດຮ້າຍ​ທາລຸນ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ປະຊາຊົນ​ໃນ​ໂລກ ແລະ​ຕາມ​ຕົວເມືອງ​ຕ່າງໆ.
9ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຜູ້​ທີ່​ໄດ້​ເຮັດ​ໃຫ້​ຄອບຄົວ​ຂອງ​ພວກ​ຕົນ​ຮັ່ງມີ​ເປັນດີ ດ້ວຍ​ສິ່ງ​ທີ່​ພວກເຈົ້າ​ຢຶດ​ມາ​ໄດ້​ດ້ວຍ​ການ​ຂ້າ​ທາລຸນ​ຄົນອື່ນ ແລະ​ດ້ວຍ​ການ​ພະຍາຍາມ​ເຮັດ​ໃຫ້​ຄອບຄົວ​ຂອງຕົນເອງ​ຢູ່​ຢ່າງ​ປອດໄພ​ຈາກ​ການ​ທຳຮ້າຍ ແລະ​ຈາກ​ອັນຕະລາຍ 10ແຕ່​ເລ້ກົນ​ຂອງ​ພວກເຈົ້າ​ນັ້ນ ໄດ້​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ຄອບຄົວ; ການ​ທີ່​ພວກເຈົ້າ​ໄດ້​ທຳລາຍ​ຊົນຊາດ​ຕ່າງໆ ກໍ​ເທົ່າກັບ​ການ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຈົ້າ​ເອງ​ເທົ່ານັ້ນ. 11ແມ່ນແຕ່​ກ້ອນຫີນ​ຕາມ​ກຳແພງ​ກໍ​ຈະ​ຮ້ອງ​ຕໍ່ສູ້​ພວກເຈົ້າ ແລະ​ໄມ້ກອນ​ຂອງເຮືອນ​ກໍ​ຈະ​ສົ່ງ​ສຽງ​ກ້ອງ​ດັງ​ສະໜັ່ນ​ອອກ​ມາ.
12ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຜູ້​ທີ່​ໄດ້​ວາງ​ຮາກຖານ​ຂອງ​ເມືອງ​ດ້ວຍ​ອາຊະຍາກຳ ແລະ​ສ້າງ​ເມືອງ​ຂຶ້ນ​ມາ​ດ້ວຍ​ຄາດຕະກຳ. 13ບັນດາ​ຊົນຊາດ​ທີ່​ພວກເຈົ້າ​ໄດ້​ເຂົ້າ​ຄອບຄອງ​ນັ້ນ ເຮັດ​ວຽກ​ອິດອ່ອນ​ໝົດ​ກຳລັງ​ໂດຍ​ບໍ່ມີ​ປະໂຫຍດ ແລະ​ສິ່ງ​ທັງໝົດ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ​ກໍ​ຖືກ​ໄຟ​ເຜົາຜານ​ກ້ຽງ. ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກະທຳການ​ນີ້. 14ທະເລ​ມີ​ນໍ້າ​ເຕັມ​ຢູ່​ສັນໃດ ແຜ່ນດິນ​ໂລກ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮອບຮູ້ ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສັນນັ້ນ.
15ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຜູ້​ທີ່​ໄດ້​ດູຖູກ ແລະ​ເຮັດ​ໃຫ້​ເພື່ອນບ້ານ​ຂອງ​ພວກເຈົ້າ​ເສື່ອມເສຍ ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພວກເຈົ້າ; ພວກເຈົ້າ​ເຮັດ​ໃຫ້​ພວກເຂົາ​ຍ່າງ​ໂຊເຊ​ເໝືອນ​ຄົນ​ເມົາ​ເຫຼົ້າ. 16ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ແທນທີ່​ຈະ​ໄດ້​ຮັບ​ກຽດຕິຍົດ. ພວກເຈົ້າ​ເອງ​ຈະ​ດື່ມ​ເຫຼົ້າ ແລະ​ຈະ​ຍ່າງ​ໂຊເຊ. ພຣະເຈົ້າຢາເວ​ເອງ​ຈະ​ມອບ​ຈອກ​ແຫ່ງ​ການລົງໂທດ​ນີ້​ໃຫ້​ພວກເຈົ້າ​ດື່ມ ແລະ​ກຽດຕິຍົດ​ຂອງ​ພວກເຈົ້າ​ກໍ​ຈະ​ເສື່ອມເສຍ​ໄປ. 17ພວກເຈົ້າ​ໄດ້​ປໍ້າ​ຕົ້ນໄມ້​ໃນ​ປ່າ​ເລບານອນ​ລົງ​ສັນໃດ ບັດນີ້ ພວກເຈົ້າ​ກໍ​ຈະ​ຖືກ​ປໍ້າ​ລົງ​ສັນນັ້ນ. ພວກເຈົ້າ​ໄດ້​ຂ້າ​ສັດ​ໃນ​ປ່າ​ສັນໃດ; ບັດນີ້ ສັດ​ທັງຫລາຍ​ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ສະທ້ານ​ຢ້ານກົວ​ສັນນັ້ນ. ເຫດການ​ນີ້​ຈະ​ເກີດຂຶ້ນ ຍ້ອນ​ການນອງເລືອດ​ທີ່​ພວກເຈົ້າ​ໄດ້​ສ້າງ​ໄວ້ ແລະ​ຍ້ອນ​ການ​ໂຫດຮ້າຍ​ທາລຸນ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ປະຊາຊົນ​ໃນ​ໂລກ ແລະ​ຕາມ​ຕົວເມືອງ​ຕ່າງໆ.
18ຮູບເຄົາຣົບ​ໃຫ້​ຜົນປະໂຫຍດ​ຫຍັງ​ແດ່? ມັນ​ເປັນ​ພຽງແຕ່​ຮູບ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ​ເທົ່ານັ້ນ ແລະ​ມັນ​ກໍ​ບໍ່​ບອກ​ຫຍັງ​ໃຫ້​ພວກເຈົ້າ​ຮູ້​ໄດ້ ເວັ້ນແຕ່​ຄຳຕົວະ​ເທົ່ານັ້ນ. ມີ​ດີ​ຫຍັງ​ແດ່​ທີ່​ຜູ້​ສ້າງ​ຮູບເຄົາຣົບ​ນັ້ນ​ປົງໃຈ​ໃນ​ມັນ ຄື​ຮູບ​ພະ​ທີ່​ປາກ​ບໍ່ໄດ້ 19ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເວົ້າ​ກັບ​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ” ຫລື​ເວົ້າ​ຕໍ່​ກ້ອນຫີນ​ວ່າ, “ຢືນ​ຂຶ້ນ​ແມ” ຮູບເຄົາຣົບ​ສະແດງ​ນິມິດ​ຢ່າງໃດ​ຢ່າງໜຶ່ງ​ໃຫ້​ພວກເຈົ້າ​ຮູ້​ໄດ້​ບໍ? ມັນ​ອາດ​ຈະ​ໂອບ​ດ້ວຍ​ເງິນ​ແລະ​ຄຳ ແຕ່​ມັນ​ບໍ່ມີ​ຊີວິດ​ຈິດໃຈ​ເລີຍ.
20ແຕ່​ພຣະເຈົ້າຢາເວ​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ; ຈົ່ງ​ໃຫ້​ມະນຸດ​ທຸກໆຄົນ​ຢູ່​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້ ມິດງຽບ​ຢູ່​ຊ້ອງໜ້າ​ພຣະອົງ​ເທີ້ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

Videos for ຮາບາກຸກ 2