ພຣະເຈົ້າຢາເວໄດ້ໃຫ້ຄຳຕອບນີ້ແກ່ຂ້ອຍ: “ຈົ່ງຂຽນຢ່າງແຈ່ມແຈ້ງ ເລື່ອງທີ່ເຮົາບອກເຈົ້າທາງນິມິດນີ້ໃສ່ແຜ່ນປ້າຍ ເພື່ອໃຫ້ຄົນອ່ານອອກໄດ້ງ່າຍ. ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະມັນຈະບໍ່ຊັກຊ້າ.