YouVersion Logo
Search Icon

ປະຖົມມະການ 49

49
ຄຳ​ອຳລາ​ຂອງ​ຢາໂຄບ
1ຢາໂຄບ​ໄດ້​ເອີ້ນ​ພວກ​ລູກຊາຍ​ທຸກຄົນ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, “ຈົ່ງ​ມາ​ໂຮມກັນ​ໃກ້​ພໍ່​ພີ້ ແລະ​ພໍ່​ຈະ​ບອກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ​ໃນ​ພາຍ​ຄັ້ງໜ້າ​ດັ່ງນີ້:
2ພວກ​ລູກຊາຍ​ຂອງ​ຢາໂຄບ ຈົ່ງ​ພ້ອມໜ້າ​ມາ​ຮັບ​ຟັງ
ຟັງ​ວາຈາ​ຂອງ​ອິດສະຣາເອນ​ບິດາ​ຂອງ​ພວກເຈົ້າ.
3-4ຣູເບັນ ຜູ້​ເປັນ​ລູກກົກ​ຂອງ​ເຮົາ
ຜູ້​ຊຶ່ງ​ເປັນ​ກຳລັງ ແລະ​ຜົນ​ແຮກ​ແຫ່ງ​ເຫື່ອແຮງ​ຂອງ​ເຮົາ
ທັງ​ຂະຫຍັນ​ແລະ​ອົງອາດ​ໃນ​ບັນດາ​ລູກ​ຂອງ​ພໍ່;
ແຮງ​ເທົ່າທຽມ​ດັ່ງ​ກະແສ​ນໍ້າ​ຊັດຊົນ​ໄປ,
ແຕ່​ເຈົ້າ​ນັ້ນ​ຈະ​ບໍ່ແມ່ນ​ບຸລຸດ​ຄົນ​ສຳຄັນ
ເພາະ​ເຈົ້າ​ລັກ​ນອນ​ນຳ​ເມຍນ້ອຍ​ຂອງຂ້ອຍ.
ເຈົ້າ​ຈຶ່ງ​ເຮັດ​ໃຫ້​ຂ້ອຍ​ເສື່ອມເສຍ​ກຽດ​ສັກສີ
ເຮັດ​ໃຫ້​ຕຽງ​ຂ້ອຍ​ມີ​ຣາຄີ​ເປັນ​ມົນທິນ​ໄປ​ຕະຫລອດ.
5ສ່ວນ​ຊີເມໂອນ​ແລະ​ເລວີ​ນັ້ນ ເປັນ​ພີ່ນ້ອງ​ດຽວກັນ;
ເມົາ​ແຕ່​ໃຊ້​ອາວຸດ​ຍຸດທະພັນ​ຮ່ວມ​ກັນ​ເຂັ່ນຂ້າ.
6ຂ້ອຍ​ຈະ​ບໍ່ມີ​ໜ້າ​ໃນ​ການ​ສົນທະນາ​ລັບ​ກັບ​ພວກເຂົາ
ທັງ​ຈະ​ບໍ່​ເຂົ້າ​ໄປ​ປະຊຸມ​ບ່ອນ​ໃດໆ​ນຳ​ເດັດຂາດ
ເພາະ​ພວກເຂົາ​ຂ້າ​ຄົນ​ຕັ້ງ​ຫລວງຫລາຍ
ລົ້ມຕາຍ​ກັນ​ມາກມາຍ​ກໍ​ເພາະ​ຄວາມ​ໂກດຮ້າຍ.
ພວກເຂົາ​ໄດ້​ໃຊ້​ມີດ​ຕັດ​ເອັນ​ຂະນ່ອງ​ງົວເຖິກ
ສະໜຸກ​ດຸດດັ່ງ​ກິລາ​ຈົນ​ງົວ​ຂາ​ພິການ​ຍ້ອນ;
7ຂ້ອຍ​ຂໍ​ສາບແຊ່ງ​ໄວ້ ຄວາມ​ໂຫດຫ້ຽມ​ຂອງ​ພວກເຂົາ.
ຍ້ອນ​ເມົາມົວ​ໂມໂຫ​ຈຶ່ງ​ລືມ​ຕົວ​ເຮັດ​ຊົ່ວ​ໄວ້.
ຂ້ອຍ​ຈະ​ໃຫ້​ພວກເຂົາ​ແຕກ​ກະຈັດ​ກະຈາຍ​ໄປ​ທົ່ວ​ອິດສະຣາເອນ;
ຂ້ອຍ​ຈະ​ໃຫ້​ພວກເຂົາ​ແຕກ​ກັນ​ໃນ​ພວກ​ເຂົາເຈົ້າ.
8ຢູດາ​ເອີຍ ພວກ​ພີ່ນ້ອງ​ຈະ​ຮ້ອງ​ຄຳ​ສັນລະເສີນ
ເພາະ​ເຈົ້າ​ເຄີຍ​ຈັບ​ຄໍ​ສັດຕູ​ຍໍ​ຂື້ນ​ແລະ​ລົງ​ໄດ້.
ອ້າຍ​ນ້ອງ​ນົບນ້ອມ​ໄຫວ້​ເປັນໃຈ​ນຳ​ທຸກ​ທ່າ;
ພາກັນ​ມາ​ຊ້ອງໜ້າ​ຢູດາ​ທ້າວ​ແທ້​ໃດ
9ຢູດາ​ນີ້ ຍັງ​ເກັ່ງກ້າ​ຮ້າຍກາດ​ເໝືອນ​ໂຕສິງ;
ຂ້າ​ເຫຍື່ອ​ຍາດ​ຊີງ​ມາ ແລະ​ຟ້າວ​ໄປ​ຫາ​ໝົ້ງ​ນອນ​ລີ້.
ຢຽດຕົວ​ລົງ​ນອນ​ເນີ້ງ​ເຮັດ​ຕາ​ຫລັບ​ສີ​ພັບໆ
ໃຜ​ບໍ່​ກ້າ​ຫຍັບ​ເຂົ້າ​ໃກ້​ຍາມ​ລາວ​ໄດ້​ນອນ​ຫລັບ​ສະບາຍ.
10ຢູດາ ຈະ​ຖື​ຕາ​ຕັ້ງ​ອຳນາດ​ແຫ່ງ​ຣາຊາ
ສືບ​ຮອດ​ຍາດ​ວົງ​ໃຫ້​ເຊື້ອສາຍ​ຄອງ​ອຳນາດ
ຈົນ​ມີ​ຫລາຍ​ຊົນຊາດ​ອາສາ​ຫາ​ຂອງຂວັນ​ມາ​ຖວາຍ​ແດ່
ແລະ​ກົ້ມ​ຂາບລົງ​ໄຫວ້​ເຈົ້າ​ຝູງ​ຄົນ​ເຝົ້າ​ເຊື່ອຟັງ.
11ລາວ​ມັດ​ລໍ​ລ່າມ​ໄວ້​ໃຕ້​ເຫຼົ່າ​ຕົ້ນ​ອະງຸ່ນ
ງາມ​ອຸ່ມຊຸ່ມ​ເຕັມ​ກົກ​ພົ້ວ​ດົກ​ໝາກອະງຸ່ນ​ແທ້
ໃຊ້​ເຫຼົ້າ​ອະງຸ່ນ​ແດງ​ແຫລ້ໆ​ຈຸ່ມ​ແຊ່​ຊັກເຄື່ອງ
ເສື້ອຄຸມ​ຈຶ່ງ​ຖືກ​ຍ້ອມ​ດ້ວຍ​ນໍ້າ​ເຫຼົ້າ​ອະງຸ່ນ.
12ດວງຕາ​ເບິ່ງ​ໄສ​ແຈ້ງ​ຍ້ອນ​ແຮງ​ລິດ​ເຫຼົ້າ​ອະງຸ່ນ;
ແຂ້ວ​ຂາວ​ເປັນ​ເງົາ ຍ້ອນ​ລາວ​ດື່ມ​ນໍ້ານົມ​ຕາງ​ນໍ້າ.
13ເຊບູໂລນ ຈະ​ຢູ່​ຕາມ​ແຄມ​ຝັ່ງ​ທະເລ
ບັນດາ​ເຮືອ​ຈະ​ຈອດ​ຊຸມກັນ​ຢູ່​ທີ່​ນັ້ນ
ເພາະ​ໃນ​ແຄມ​ຝັ່ງ​ຫັ້ນ​ມີ​ທ່າ​ເຮືອ​ຫລາຍ​ບ່ອນ
ເຂດ​ຍາວ​ຢ້ອນ​ກາຍ​ພົ້ນ​ຈົນ​ຮອດ​ເມືອງ​ຊີໂດນ.
14ອິດຊາຄາ​ນັ້ນ ບໍ່​ດີກວ່າ​ໂຕ​ລໍ​ພໍ​ເທົ່າ​ໃດ
ຢຽດກາຍ​ລົງ​ກາງ​ຖົງ​ໜັງ​ນອນ​ສະບາຍ​ຫາຍ​ຮ້ອນ.
15ນອນ​ຢູ່​ຫັ້ນ​ເພາະ​ເຫັນ​ດິນດອນ​ວ່າ​ງາມ​ຍິ່ງ;
ດິນແດນ​ຈຶ່ງ​ຊື່ນຊ້ອຍ​ຍິນດີ​ດ້ວຍ​ຕື່ມເຕັມ
ສະນັ້ນ ລາວ​ຈຶ່ງ​ຢຽດ​ຕົວ​ກົ້ມ​ກົ່ງ​ຫລັງ​ລົງ​ເພື່ອ​ລໍ​ຮັບ;
ຍອມ​ຮັບ​ແບກ​ເຄື່ອງໃຊ້​ບັນທຸກ​ໄວ້​ແຕ່​ສິ່ງຂອງ.
ລາວ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກໜ່ວງ​ແທ້​ໃດ
ຈົນ​ທົນ​ຮັບໃຊ້​ເຂົາ​ເໝືອນ​ເປັນ​ທາດຮັບໃຊ້.
16ດານ ຈະ​ປົກປ້ອງ​ຄຸ້ມຄອງ​ຄົນ​ຂອງຕົນ
ດັ່ງ​ຊົນເຜົ່າ​ຝູງ​ຊາວ​ອິດສະຣາເອນ​ອື່ນ​ໄດ້.
17ດານ ຈະ​ເປັນ​ງູພິດ​ຮ້າຍ​ນອນ​ຂວາງ​ທາງຍ່າງ
ເລືອ​ລ້ຽວ​ໄປ​ຢ່າງ​ນັ້ນ​ຊອກ​ຫາ​ເລື່ອງ​ຕາມ​ແຄມ​ທາງ.
ທີ່​ນັ້ນ ມັນ​ດັກ​ກັດ​ຂະນ່ອງ​ມ້າ​ທີ່​ກຳລັງ​ແລ່ນ​ຫອບ​ໄປ
ຈົນ​ຄົນ​ຂີ່​ຫງາຍ​ຫລັງ​ລົງ​ຈາກ​ຫລັງ​ມ້າ.
18ໂອ ຂ້າແດ່​ພຣະເຈົ້າຢາເວ ອົງ​ທີ່​ຂ້ານ້ອຍ​ເຝົ້າ​ຄອງຫາ
ເຊີນ​ມາ​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ພົ້ນໄພ​ດ້ວຍ.
19ກາດ ຈະ​ຖືກ​ຄົນ​ເຂົາ​ປຸ້ນ​ໂອລະຫົນ​ວຸ້ນວາຍ,
ແຕ່​ລາວ​ຈະ​ໄລ່ຕາມ​ຕິດ​ຄິດ​ບັນຊີ​ນຳ​ເຂົາ​ໃຫ້​ໄດ້.
20ອາເຊ ຈະ​ມີ​ທີ່ດິນ​ກວ້າງ​ປູກຝັງ​ໄດ້​ຫລາຍ​ຢ່າງ
ຈະ​ຫາ​ອາຫານ​ຢ່າງດີ​ໃຫ້​ຣາຊາ​ເຈົ້າ​ເຫຼົ່າ​ກະສັດ.
21ເນັບທາລີ ເປັນ​ດັ່ງ​ກວາງນ້ອຍ​ຮອຍ​ງາມ​ຍ່າງ​ສະຫງ່າ
ແລ່ນ​ລ່າເລີງ​ເລາະ​ຫລິ້ນ​ເສລີ​ແທ້​ຕາມ​ພົງໄພ;
ດັ່ງ​ພັນ​ໄມ້​ດີ​ມີ​ເຊື້ອ​ງາມ​ງ່າ​ງາມ​ຕາ
ເກີດ​ລູກ​ມາ​ຊ່າງ​ໜ້າ​ຊົມ ຊື່ນ​ອາຣົມ​ສົມໃຈ​ແທ້.
22ສ່ວນ​ໂຢເຊັບ​ນັ້ນ​ດັ່ງ​ລໍປ່າ​ຕາມ​ແຄມ​ນໍ້າພຸ​ໄສ
ປຽບ​ຄື​ລູກ​ມ້າ​ເຖິກ​ໂຕ​ງາມ​ຕາມ​ເນີນພູ​ພຸ້ນ.
23ສັດຕູ​ບຸກໂຈມຕີ​ຮອບດ້ານ​ຢ່າງ​ໃຈ​ອຳມະຫິດ
ແລະ​ເລັ່ງ​ໄລ່​ຕິດຕາມ​ຖື​ທະນູ​ແລະ​ໜ້າ​ພ້ອມ.
24ແຕ່​ໂຢເຊັບ​ຖື​ໜ້າທະນູ​ໄວ້​ໃນ​ກຳມື​ຢ່າງ​ໝັ້ນແກ່ນ
ແລະ​ແຂນ​ລາວ​ຈຶ່ງ​ໄດ້​ຮັບ​ຊ່ວຍ​ຊູ​ຂຶ້ນ​ໃຫ້​ແຂງແຮງ;
ເປັນ​ເພາະ​ຣິດອຳນາດ​ຂອງ​ພຣະອົງ
ຄື​ພຣະເຈົ້າ​ອົງ​ຊົງ​ນຳພາ​ຢາໂຄບ​ມາ​ຕະຫລອດ.
ພຣະອົງ​ເປັນ​ທັງ​ຜູ້​ປົກປ້ອງ​ຄຸ້ມຄອງ​ຕະຫລອດ​ມາ
ທັງ​ເປັນ​ພຣະຜູ້​ລ້ຽງ​ຊົນເຜົ່າ​ຊາດ​ອິດສະຣາເອນ​ດ້ວຍ.
25ຍ້ອນ​ຄວາມ​ຊ່ວຍຊູ​ຂອງ​ພຣະເຈົ້າ​ແຫ່ງ​ພຣະ​ບິດາ
ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຖອກເທ​ພອນ​ລົງ​ມາ
ເໝືອນ​ດັ່ງ​ຫ່າຝົນ​ເທ​ລົງ​ມາ​ສູ່​ພິພົບ
ປັດຖະພີ​ບໍ່​ຫລົບຫລີກ​ໄດ້​ເລີຍ​ໄປ​ສູ່​ພື້ນ​ທ້ອງ​ທາລາ.
ໂດຍ​ອວຍພອນ​ໃຫ້​ມີ​ລົ້ນ ທັງ​ຝູງງົວ​ແລະ​ລູກຫລານ​ຕື່ມ
ໃຫ້​ເປັນ​ກໍ​ເປັນ​ເຫງົ້າ​ຢ່າງ​ຫລວງຫລາຍ.
26ຄື​ອວຍພອນ​ໃຫ້​ມີ​ເຂົ້າ​ແລະ​ມາລາ​ງາມ​ສະຫງ່າ
ພອນ​ຈາກ​ພູຜາ​ແຕ່​ກ່ອນກີ້ ທັງ​ພູ​ນ້ອຍ​ທັງຫຼາຍ ສືບໄປ
ຂໍ​ໃຫ້​ໂຢເຊັບ​ໄດ້​ເປັນ​ຜູ້​ຮັບ​ພອນ​ນີ້
ໃຫ້​ພອນ​ນັ້ນ​ປະດັບ​ທີ່​ເທິງ​ຫົວ​ຂອງ​ລາວ​ໄວ້.
ທີ່​ໜ້າຜາກ​ຂອງ​ຜູ້​ທີ່​ຖືກ​ຕັ້ງ​ໄວ້​ສະເພາະ
ຈາກ​ບັນດາ​ຍາດຕິພີ່ນ້ອງ​ຂອງຕົນ​ນັ້ນ.
27ສ່ວນ​ເບັນຢາມິນ ນັ້ນ ຄື​ໝາໄນ​ໂຕ​ຫ້ຽມໂຫດ
ຕອນເຊົ້າ​ລ່າເນື້ອ​ໄດ້​ແລະ​ແບ່ງກັນ​ໃນ​ຕອນແລງ.”
28ຄົນ​ທັງໝົດ​ນີ້​ທີ່​ໄດ້​ເວົ້າ​ມາ​ນັ້ນ ແມ່ນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ; ແລະ​ທຸກສິ່ງ​ທີ່​ພໍ່​ຂອງ​ພວກເຂົາ​ໄດ້​ເວົ້າ​ເຖິງ ແມ່ນ​ຄຳອວຍພອນ​ອຳລາ ທີ່​ເໝາະສົມ​ສຳລັບ​ແຕ່ລະຄົນ.
ຢາໂຄບ​ຕາຍ​ແລະ​ຖືກ​ຝັງ​ໄວ້
29ຢາໂຄບ​ໄດ້​ສັ່ງ​ພວກເຂົາ​ວ່າ, “ບັດນີ້ ພໍ່​ໃກ້​ຈະ​ສິ້ນໃຈ​ຕາຍໄປ​ຢູ່​ກັບ​ບັນພະບຸລຸດ​ຂອງເຮົາ​ທີ່​ຕາຍໄປ​ກ່ອນ​ແລ້ວ; ຈົ່ງ​ຝັງ​ພໍ່​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ​ຢູ່​ໃນ​ຂຸມຝັງສົບ​ທີ່​ນາ​ຂອງ​ເອຟະໂຣນ​ຊາວ​ຮິດຕີ 30ທີ່​ມັກເປລາ ທາງທິດ​ຕາເວັນອອກ​ຂອງ​ມຳເຣ​ໃນ​ການາອານ. ອັບຣາຮາມ​ໄດ້​ຊື້​ຖໍ້າ​ໃນ​ທົ່ງນາ​ຂອງ​ເອຟະໂຣນ​ຊາວ​ຮິດຕີ​ໄວ້ ກໍ​ເພື່ອ​ເຮັດ​ເປັນ​ບ່ອນ​ຝັງສົບ. 31ແມ່ນ​ໃນ​ບ່ອນ​ນັ້ນ​ເອງ​ທີ່​ພວກເຂົາ​ໄດ້​ຝັງ​ອັບຣາຮາມ​ກັບ​ນາງ​ຊາຣາ ເມຍ​ຂອງ​ເພິ່ນ; ອີຊາກ​ກັບ​ນາງ​ເຣເບກາ​ເມຍ​ຂອງ​ເພິ່ນ; ແລະ​ຂ້ອຍ​ໄດ້​ຝັງ​ນາງ​ເລອາ​ເມຍ​ຂອງຂ້ອຍ​ໄວ້​ຢູ່​ໃນ​ທີ່ນັ້ນ​ເໝືອນກັນ. 32ທົ່ງນາ​ກັບ​ຖໍ້າ​ນັ້ນ ໄດ້​ຊື້​ມາ​ຈາກ​ຊາວ​ຮິດຕີ. ຈົ່ງ​ຝັງ​ຂ້ອຍ​ໄວ້​ຢູ່​ໃນ​ທີ່ນັ້ນ.” 33ເມື່ອ​ຢາໂຄບ​ສັ່ງ​ລາ​ພວກ​ລູກຊາຍ​ຂອງຕົນ​ແລ້ວ ເພິ່ນ​ກໍ​ເອ່ນ​ຕົວ​ລົງ​ເທິງ​ຕຽງ​ແລ້ວ​ສິ້ນ​ລົມຫາຍໃຈ ແລະ​ຖືກ​ຮວບຮວມ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in