ປະຖົມມະການ 49
49
ຄຳອຳລາຂອງຢາໂຄບ
1ຢາໂຄບໄດ້ເອີ້ນພວກລູກຊາຍທຸກຄົນຂອງຕົນມາ ແລະເວົ້າວ່າ, “ຈົ່ງມາໂຮມກັນໃກ້ພໍ່ພີ້ ແລະພໍ່ຈະບອກເຖິງສິ່ງທີ່ຈະເກີດຂຶ້ນກັບພວກເຈົ້າໃນພາຍຄັ້ງໜ້າດັ່ງນີ້:
2ພວກລູກຊາຍຂອງຢາໂຄບ ຈົ່ງພ້ອມໜ້າມາຮັບຟັງ
ຟັງວາຈາຂອງອິດສະຣາເອນບິດາຂອງພວກເຈົ້າ.
3-4ຣູເບັນ ຜູ້ເປັນລູກກົກຂອງເຮົາ
ຜູ້ຊຶ່ງເປັນກຳລັງ ແລະຜົນແຮກແຫ່ງເຫື່ອແຮງຂອງເຮົາ
ທັງຂະຫຍັນແລະອົງອາດໃນບັນດາລູກຂອງພໍ່;
ແຮງເທົ່າທຽມດັ່ງກະແສນໍ້າຊັດຊົນໄປ,
ແຕ່ເຈົ້ານັ້ນຈະບໍ່ແມ່ນບຸລຸດຄົນສຳຄັນ
ເພາະເຈົ້າລັກນອນນຳເມຍນ້ອຍຂອງຂ້ອຍ.
ເຈົ້າຈຶ່ງເຮັດໃຫ້ຂ້ອຍເສື່ອມເສຍກຽດສັກສີ
ເຮັດໃຫ້ຕຽງຂ້ອຍມີຣາຄີເປັນມົນທິນໄປຕະຫລອດ.
5ສ່ວນຊີເມໂອນແລະເລວີນັ້ນ ເປັນພີ່ນ້ອງດຽວກັນ;
ເມົາແຕ່ໃຊ້ອາວຸດຍຸດທະພັນຮ່ວມກັນເຂັ່ນຂ້າ.
6ຂ້ອຍຈະບໍ່ມີໜ້າໃນການສົນທະນາລັບກັບພວກເຂົາ
ທັງຈະບໍ່ເຂົ້າໄປປະຊຸມບ່ອນໃດໆນຳເດັດຂາດ
ເພາະພວກເຂົາຂ້າຄົນຕັ້ງຫລວງຫລາຍ
ລົ້ມຕາຍກັນມາກມາຍກໍເພາະຄວາມໂກດຮ້າຍ.
ພວກເຂົາໄດ້ໃຊ້ມີດຕັດເອັນຂະນ່ອງງົວເຖິກ
ສະໜຸກດຸດດັ່ງກິລາຈົນງົວຂາພິການຍ້ອນ;
7ຂ້ອຍຂໍສາບແຊ່ງໄວ້ ຄວາມໂຫດຫ້ຽມຂອງພວກເຂົາ.
ຍ້ອນເມົາມົວໂມໂຫຈຶ່ງລືມຕົວເຮັດຊົ່ວໄວ້.
ຂ້ອຍຈະໃຫ້ພວກເຂົາແຕກກະຈັດກະຈາຍໄປທົ່ວອິດສະຣາເອນ;
ຂ້ອຍຈະໃຫ້ພວກເຂົາແຕກກັນໃນພວກເຂົາເຈົ້າ.
8ຢູດາເອີຍ ພວກພີ່ນ້ອງຈະຮ້ອງຄຳສັນລະເສີນ
ເພາະເຈົ້າເຄີຍຈັບຄໍສັດຕູຍໍຂື້ນແລະລົງໄດ້.
ອ້າຍນ້ອງນົບນ້ອມໄຫວ້ເປັນໃຈນຳທຸກທ່າ;
ພາກັນມາຊ້ອງໜ້າຢູດາທ້າວແທ້ໃດ
9ຢູດານີ້ ຍັງເກັ່ງກ້າຮ້າຍກາດເໝືອນໂຕສິງ;
ຂ້າເຫຍື່ອຍາດຊີງມາ ແລະຟ້າວໄປຫາໝົ້ງນອນລີ້.
ຢຽດຕົວລົງນອນເນີ້ງເຮັດຕາຫລັບສີພັບໆ
ໃຜບໍ່ກ້າຫຍັບເຂົ້າໃກ້ຍາມລາວໄດ້ນອນຫລັບສະບາຍ.
10ຢູດາ ຈະຖືຕາຕັ້ງອຳນາດແຫ່ງຣາຊາ
ສືບຮອດຍາດວົງໃຫ້ເຊື້ອສາຍຄອງອຳນາດ
ຈົນມີຫລາຍຊົນຊາດອາສາຫາຂອງຂວັນມາຖວາຍແດ່
ແລະກົ້ມຂາບລົງໄຫວ້ເຈົ້າຝູງຄົນເຝົ້າເຊື່ອຟັງ.
11ລາວມັດລໍລ່າມໄວ້ໃຕ້ເຫຼົ່າຕົ້ນອະງຸ່ນ
ງາມອຸ່ມຊຸ່ມເຕັມກົກພົ້ວດົກໝາກອະງຸ່ນແທ້
ໃຊ້ເຫຼົ້າອະງຸ່ນແດງແຫລ້ໆຈຸ່ມແຊ່ຊັກເຄື່ອງ
ເສື້ອຄຸມຈຶ່ງຖືກຍ້ອມດ້ວຍນໍ້າເຫຼົ້າອະງຸ່ນ.
12ດວງຕາເບິ່ງໄສແຈ້ງຍ້ອນແຮງລິດເຫຼົ້າອະງຸ່ນ;
ແຂ້ວຂາວເປັນເງົາ ຍ້ອນລາວດື່ມນໍ້ານົມຕາງນໍ້າ.
13ເຊບູໂລນ ຈະຢູ່ຕາມແຄມຝັ່ງທະເລ
ບັນດາເຮືອຈະຈອດຊຸມກັນຢູ່ທີ່ນັ້ນ
ເພາະໃນແຄມຝັ່ງຫັ້ນມີທ່າເຮືອຫລາຍບ່ອນ
ເຂດຍາວຢ້ອນກາຍພົ້ນຈົນຮອດເມືອງຊີໂດນ.
14ອິດຊາຄານັ້ນ ບໍ່ດີກວ່າໂຕລໍພໍເທົ່າໃດ
ຢຽດກາຍລົງກາງຖົງໜັງນອນສະບາຍຫາຍຮ້ອນ.
15ນອນຢູ່ຫັ້ນເພາະເຫັນດິນດອນວ່າງາມຍິ່ງ;
ດິນແດນຈຶ່ງຊື່ນຊ້ອຍຍິນດີດ້ວຍຕື່ມເຕັມ
ສະນັ້ນ ລາວຈຶ່ງຢຽດຕົວກົ້ມກົ່ງຫລັງລົງເພື່ອລໍຮັບ;
ຍອມຮັບແບກເຄື່ອງໃຊ້ບັນທຸກໄວ້ແຕ່ສິ່ງຂອງ.
ລາວຖືກບັງຄັບໃຫ້ເຮັດວຽກໜັກໜ່ວງແທ້ໃດ
ຈົນທົນຮັບໃຊ້ເຂົາເໝືອນເປັນທາດຮັບໃຊ້.
16ດານ ຈະປົກປ້ອງຄຸ້ມຄອງຄົນຂອງຕົນ
ດັ່ງຊົນເຜົ່າຝູງຊາວອິດສະຣາເອນອື່ນໄດ້.
17ດານ ຈະເປັນງູພິດຮ້າຍນອນຂວາງທາງຍ່າງ
ເລືອລ້ຽວໄປຢ່າງນັ້ນຊອກຫາເລື່ອງຕາມແຄມທາງ.
ທີ່ນັ້ນ ມັນດັກກັດຂະນ່ອງມ້າທີ່ກຳລັງແລ່ນຫອບໄປ
ຈົນຄົນຂີ່ຫງາຍຫລັງລົງຈາກຫລັງມ້າ.
18ໂອ ຂ້າແດ່ພຣະເຈົ້າຢາເວ ອົງທີ່ຂ້ານ້ອຍເຝົ້າຄອງຫາ
ເຊີນມາຊ່ວຍຊູຂ້ານ້ອຍໃຫ້ພົ້ນໄພດ້ວຍ.
19ກາດ ຈະຖືກຄົນເຂົາປຸ້ນໂອລະຫົນວຸ້ນວາຍ,
ແຕ່ລາວຈະໄລ່ຕາມຕິດຄິດບັນຊີນຳເຂົາໃຫ້ໄດ້.
20ອາເຊ ຈະມີທີ່ດິນກວ້າງປູກຝັງໄດ້ຫລາຍຢ່າງ
ຈະຫາອາຫານຢ່າງດີໃຫ້ຣາຊາເຈົ້າເຫຼົ່າກະສັດ.
21ເນັບທາລີ ເປັນດັ່ງກວາງນ້ອຍຮອຍງາມຍ່າງສະຫງ່າ
ແລ່ນລ່າເລີງເລາະຫລິ້ນເສລີແທ້ຕາມພົງໄພ;
ດັ່ງພັນໄມ້ດີມີເຊື້ອງາມງ່າງາມຕາ
ເກີດລູກມາຊ່າງໜ້າຊົມ ຊື່ນອາຣົມສົມໃຈແທ້.
22ສ່ວນໂຢເຊັບນັ້ນດັ່ງລໍປ່າຕາມແຄມນໍ້າພຸໄສ
ປຽບຄືລູກມ້າເຖິກໂຕງາມຕາມເນີນພູພຸ້ນ.
23ສັດຕູບຸກໂຈມຕີຮອບດ້ານຢ່າງໃຈອຳມະຫິດ
ແລະເລັ່ງໄລ່ຕິດຕາມຖືທະນູແລະໜ້າພ້ອມ.
24ແຕ່ໂຢເຊັບຖືໜ້າທະນູໄວ້ໃນກຳມືຢ່າງໝັ້ນແກ່ນ
ແລະແຂນລາວຈຶ່ງໄດ້ຮັບຊ່ວຍຊູຂຶ້ນໃຫ້ແຂງແຮງ;
ເປັນເພາະຣິດອຳນາດຂອງພຣະອົງ
ຄືພຣະເຈົ້າອົງຊົງນຳພາຢາໂຄບມາຕະຫລອດ.
ພຣະອົງເປັນທັງຜູ້ປົກປ້ອງຄຸ້ມຄອງຕະຫລອດມາ
ທັງເປັນພຣະຜູ້ລ້ຽງຊົນເຜົ່າຊາດອິດສະຣາເອນດ້ວຍ.
25ຍ້ອນຄວາມຊ່ວຍຊູຂອງພຣະເຈົ້າແຫ່ງພຣະບິດາ
ອົງຊົງຣິດອຳນາດຍິ່ງໃຫຍ່ຖອກເທພອນລົງມາ
ເໝືອນດັ່ງຫ່າຝົນເທລົງມາສູ່ພິພົບ
ປັດຖະພີບໍ່ຫລົບຫລີກໄດ້ເລີຍໄປສູ່ພື້ນທ້ອງທາລາ.
ໂດຍອວຍພອນໃຫ້ມີລົ້ນ ທັງຝູງງົວແລະລູກຫລານຕື່ມ
ໃຫ້ເປັນກໍເປັນເຫງົ້າຢ່າງຫລວງຫລາຍ.
26ຄືອວຍພອນໃຫ້ມີເຂົ້າແລະມາລາງາມສະຫງ່າ
ພອນຈາກພູຜາແຕ່ກ່ອນກີ້ ທັງພູນ້ອຍທັງຫຼາຍ ສືບໄປ
ຂໍໃຫ້ໂຢເຊັບໄດ້ເປັນຜູ້ຮັບພອນນີ້
ໃຫ້ພອນນັ້ນປະດັບທີ່ເທິງຫົວຂອງລາວໄວ້.
ທີ່ໜ້າຜາກຂອງຜູ້ທີ່ຖືກຕັ້ງໄວ້ສະເພາະ
ຈາກບັນດາຍາດຕິພີ່ນ້ອງຂອງຕົນນັ້ນ.
27ສ່ວນເບັນຢາມິນ ນັ້ນ ຄືໝາໄນໂຕຫ້ຽມໂຫດ
ຕອນເຊົ້າລ່າເນື້ອໄດ້ແລະແບ່ງກັນໃນຕອນແລງ.”
28ຄົນທັງໝົດນີ້ທີ່ໄດ້ເວົ້າມານັ້ນ ແມ່ນສິບສອງເຜົ່າຂອງຊາດອິດສະຣາເອນ; ແລະທຸກສິ່ງທີ່ພໍ່ຂອງພວກເຂົາໄດ້ເວົ້າເຖິງ ແມ່ນຄຳອວຍພອນອຳລາ ທີ່ເໝາະສົມສຳລັບແຕ່ລະຄົນ.
ຢາໂຄບຕາຍແລະຖືກຝັງໄວ້
29ຢາໂຄບໄດ້ສັ່ງພວກເຂົາວ່າ, “ບັດນີ້ ພໍ່ໃກ້ຈະສິ້ນໃຈຕາຍໄປຢູ່ກັບບັນພະບຸລຸດຂອງເຮົາທີ່ຕາຍໄປກ່ອນແລ້ວ; ຈົ່ງຝັງພໍ່ໄວ້ກັບປູ່ຍ່າຕາຍາຍຂອງພວກເຮົາຢູ່ໃນຂຸມຝັງສົບທີ່ນາຂອງເອຟະໂຣນຊາວຮິດຕີ 30ທີ່ມັກເປລາ ທາງທິດຕາເວັນອອກຂອງມຳເຣໃນການາອານ. ອັບຣາຮາມໄດ້ຊື້ຖໍ້າໃນທົ່ງນາຂອງເອຟະໂຣນຊາວຮິດຕີໄວ້ ກໍເພື່ອເຮັດເປັນບ່ອນຝັງສົບ. 31ແມ່ນໃນບ່ອນນັ້ນເອງທີ່ພວກເຂົາໄດ້ຝັງອັບຣາຮາມກັບນາງຊາຣາ ເມຍຂອງເພິ່ນ; ອີຊາກກັບນາງເຣເບກາເມຍຂອງເພິ່ນ; ແລະຂ້ອຍໄດ້ຝັງນາງເລອາເມຍຂອງຂ້ອຍໄວ້ຢູ່ໃນທີ່ນັ້ນເໝືອນກັນ. 32ທົ່ງນາກັບຖໍ້ານັ້ນ ໄດ້ຊື້ມາຈາກຊາວຮິດຕີ. ຈົ່ງຝັງຂ້ອຍໄວ້ຢູ່ໃນທີ່ນັ້ນ.” 33ເມື່ອຢາໂຄບສັ່ງລາພວກລູກຊາຍຂອງຕົນແລ້ວ ເພິ່ນກໍເອ່ນຕົວລົງເທິງຕຽງແລ້ວສິ້ນລົມຫາຍໃຈ ແລະຖືກຮວບຮວມໄປຢູ່ກັບບັນພະບຸລຸດຂອງເພິ່ນ.
Currently Selected:
ປະຖົມມະການ 49: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.

:
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.