YouVersion Logo
Search Icon

Popular Bible Verses from ປະຖົມມະການ 49

ແຕ່​ໂຢເຊັບ​ຖື​ໜ້າທະນູ​ໄວ້​ໃນ​ກຳມື​ຢ່າງ​ໝັ້ນແກ່ນ ແລະ​ແຂນ​ລາວ​ຈຶ່ງ​ໄດ້​ຮັບ​ຊ່ວຍ​ຊູ​ຂຶ້ນ​ໃຫ້​ແຂງແຮງ; ເປັນ​ເພາະ​ຣິດອຳນາດ​ຂອງ​ພຣະອົງ ຄື​ພຣະເຈົ້າ​ອົງ​ຊົງ​ນຳພາ​ຢາໂຄບ​ມາ​ຕະຫລອດ. ພຣະອົງ​ເປັນ​ທັງ​ຜູ້​ປົກປ້ອງ​ຄຸ້ມຄອງ​ຕະຫລອດ​ມາ ທັງ​ເປັນ​ພຣະຜູ້​ລ້ຽງ​ຊົນເຜົ່າ​ຊາດ​ອິດສະຣາເອນ​ດ້ວຍ. ຍ້ອນ​ຄວາມ​ຊ່ວຍຊູ​ຂອງ​ພຣະເຈົ້າ​ແຫ່ງ​ພຣະ​ບິດາ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຖອກເທ​ພອນ​ລົງ​ມາ ເໝືອນ​ດັ່ງ​ຫ່າຝົນ​ເທ​ລົງ​ມາ​ສູ່​ພິພົບ ປັດຖະພີ​ບໍ່​ຫລົບຫລີກ​ໄດ້​ເລີຍ​ໄປ​ສູ່​ພື້ນ​ທ້ອງ​ທາລາ. ໂດຍ​ອວຍພອນ​ໃຫ້​ມີ​ລົ້ນ ທັງ​ຝູງງົວ​ແລະ​ລູກຫລານ​ຕື່ມ ໃຫ້​ເປັນ​ກໍ​ເປັນ​ເຫງົ້າ​ຢ່າງ​ຫລວງຫລາຍ.

Free Reading Plans and Devotionals related to ປະຖົມມະການ 49