YouVersion Logo
Search Icon

ຄາລາເຕຍ 1

1
1ໂປໂລ​ຜູ້​ເປັນ​ອັກຄະສາວົກ (ບໍ່ແມ່ນ​ມະນຸດ​ແຕ່ງຕັ້ງ ຫລື​ມະນຸດ​ເປັນ​ຕົວແທນ​ແຕ່ງຕັ້ງ ແຕ່​ວ່າ​ພຣະເຢຊູ​ຄຣິດເຈົ້າ ແລະ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ​ໄດ້​ຊົງ​ແຕ່ງຕັ້ງ) 2ກັບ​ບັນດາ​ພີ່ນ້ອງ​ທີ່​ຢູ່​ນຳ​ເຮົາ ເຖິງ​ຄຣິສຕະຈັກ​ທັງຫລາຍ​ຢູ່​ໃນ​ແຄ້ວນ​ຄາລາເຕຍ: 3ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.
4ເພື່ອ​ໂຜດ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຍຸກ​ອັນ​ຊົ່ວຊ້າ​ໃນ​ປະຈຸບັນ​ນີ້ ພຣະຄຣິດ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ການບາບ​ຂອງ​ພວກເຮົາ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ພວກເຮົາ. 5ຈົ່ງ​ຖວາຍ​ກຽດຕິຍົດ​ແດ່​ພຣະອົງ​ນັ້ນ ສືບໆໄປ​ເປັນນິດ ອາແມນ.
ບໍ່ມີ​ຂ່າວປະເສີດ​ອື່ນ​ອີກ
6ເຮົາ​ຮູ້​ສຶກ​ປະຫລາດ​ໃຈ ທີ່​ເຈົ້າ​ທັງຫລາຍ​ພາກັນ​ປະຖິ້ມ​ພຣະອົງ​ຢ່າງ​ຮີບດ່ວນ ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ມາ​ດ້ວຍ​ພຣະຄຸນ​ຂອງ​ພຣະຄຣິດ ແຕ່​ພວກເຈົ້າ​ຕ່າວ​ຄືນ​ໄປ​ຫາ​ຂ່າວປະເສີດ​ອັນ​ແຕກຕ່າງ​ເສຍ. 7ຕາມ​ທີ່​ຈິງ​ແລ້ວ “ຂ່າວປະເສີດ​ຢ່າງ​ອື່ນ” ບໍ່ມີ ແຕ່​ທີ່​ເຮົາ​ກ່າວ​ຢ່າງ​ນີ້ ກໍ​ເພາະວ່າ​ມີ​ບາງຄົນ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ວຸ້ນວາຍ​ໃຈ ແລະ​ຫາ​ທາງ​ປ່ຽນແປງ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ. 8ແຕ່​ເຖິງ​ແມ່ນ​ວ່າ​ພວກເຮົາ ຫລື​ເທວະດາ​ຈາກ​ສະຫວັນ​ກໍຕາມ ຈະ​ປະກາດ​ຂ່າວປະເສີດ ທີ່​ແຕກຕ່າງ​ໄປ​ຈາກ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ແລ້ວ​ນັ້ນ ກໍ​ໃຫ້​ຜູ້ນັ້ນ​ຖືກ​ສາບແຊ່ງ 9ເໝືອນດັ່ງ​ພວກເຮົາ​ໄດ້​ກ່າວ​ກ່ອນ​ແລ້ວ ແລະ​ບັດນີ້ ເຮົາ​ຂໍ​ກ່າວ​ຢໍ້າ​ອີກ​ວ່າ, ຖ້າ​ຜູ້ໃດ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ ທີ່​ແຕກຕ່າງ​ໄປ​ຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ໄວ້​ແລ້ວ​ນັ້ນ ກໍ​ໃຫ້​ຜູ້ນັ້ນ​ຖືກ​ສາບແຊ່ງ.
10ບັດນີ້ ເຮົາ​ພະຍາຍາມ​ເອົາ​ໃຈ​ມະນຸດ​ຊັ້ນບໍ? ບໍ່ ເຮົາ​ຢາກ​ໃຫ້​ພຣະເຈົ້າ​ພໍໃຈ​ຕ່າງຫາກ ເຮົາ​ພະຍາຍາມ​ເຮັດ​ໃຫ້​ຖືກ​ໃຈ​ມະນຸດ​ຊັ້ນບໍ? ຖ້າ​ເຮົາ​ເຮັດ​ເຊັ່ນນີ້ ເຮົາ​ກໍ​ບໍ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.
ການ​ທີ່​ໂປໂລ​ເປັນ​ອັກຄະສາວົກ
11ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ບອກ​ໃຫ້​ພວກເຈົ້າ​ຮູ້​ວ່າ ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ບໍ່ແມ່ນ​ຂອງ​ມະນຸດ. 12ດ້ວຍວ່າ, ເຮົາ​ບໍ່ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ຈາກ​ມະນຸດ ຫລື​ບໍ່ມີ​ມະນຸດ​ຄົນ​ໃດ​ສອນ​ເຮົາ ແຕ່​ເຮົາ​ໄດ້​ຮັບ​ຂ່າວປະເສີດ​ນັ້ນ​ໂດຍ​ພຣະເຢຊູ​ຄຣິດເຈົ້າ​ຊົງ​ສຳແດງ​ແກ່​ເຮົາ.
13ເພາະວ່າ ເຈົ້າ​ທັງຫລາຍ​ໄດ້ຍິນ​ເຖິງ​ຊີວິດ​ເບື້ອງ​ຫລັງ​ຂອງເຮົາ ເມື່ອ​ເຮົາ​ຍັງ​ຢູ່​ໃນ​ລັດທິ​ຢິວ​ນັ້ນ​ວ່າ ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຢ່າງ​ຮ້າຍແຮງ​ເຫລືອເກີນ ແລະ​ທຳຮ້າຍ​ຕໍ່​ຄຣິສຕະຈັກ​ນັ້ນ. 14ເຮົາ​ເປັນ​ຜູ້​ກ້າວໜ້າ​ເກີນ​ກວ່າ​ເພື່ອນ​ຮ່ວມ​ຊາດ​ຊາວ​ຢິວ ທີ່​ມີ​ອາຍຸ​ລຸ້ນລາວ​ຄາວ​ດຽວກັນ ແລະ​ເຮົາ​ກໍ​ກະຕື​ລືລົ້ນ​ຫລາຍກວ່າ​ພວກເຂົາ ໃນ​ການ​ປະຕິບັດ​ຕາມ​ສາສະໜາ​ຢິວ ທີ່​ສືບ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຮົາ.
15ແຕ່​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ໄດ້​ຊົງ​ເລືອກ​ເຮົາ​ໄວ້​ຕັ້ງແຕ່​ຢູ່​ໃນ​ທ້ອງ​ແມ່ ແລະ​ໄດ້​ເອີ້ນ​ເຮົາ​ໃຫ້​ບົວລະບັດ​ຮັບໃຊ້​ພຣະອົງ ເມື່ອ​ພຣະອົງ​ຊົງ​ພໍພຣະໄທ 16ທີ່​ຈະ​ໂຜດ​ສຳແດງ​ພຣະບຸດ​ຂອງ​ພຣະອົງ​ໃຫ້​ປາກົດ​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ນັ້ນ ໃນ​ທ່າມກາງ​ພວກ​ຕ່າງຊາດ ເຮົາ​ບໍ່ໄດ້​ປຶກສາ​ກັນ​ກັບ​ມະນຸດ​ຄົນ​ໃດ, 17ແມ່ນແຕ່​ພວກ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ ເຮົາ​ກໍ​ຍັງ​ບໍ່ໄດ້​ໄປ​ຫາ ແຕ່​ເຮົາ​ໄດ້​ໄປ​ເຖິງ​ອາຣາເບຍ​ໃນ​ທັນທີ ແລ້ວ​ຈຶ່ງ​ກັບຄືນ​ມາ​ເມືອງ​ດາມັສກັດ. 18ຫລັງຈາກ​ນັ້ນ​ສາມ​ປີ ເຮົາ​ໄດ້​ຂຶ້ນ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ທຳ​ຄວາມ​ລື້ງເຄີຍ​ກັບ​ເປໂຕ ແລະ​ໄດ້​ພັກ​ຢູ່​ກັບ​ເພິ່ນ​ເປັນ​ເວລາ​ສອງ​ອາທິດ. 19ເຮົາ​ບໍ່ໄດ້​ພົບ​ກັບ​ອັກຄະສາວົກ​ຄົນອື່ນ​ເລີຍ ນອກຈາກ​ຢາໂກໂບ ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.
20ເລື່ອງ​ທີ່​ເຮົາ​ຂຽນ​ມາ​ນີ້​ເປັນ​ຄວາມຈິງ ພຣະເຈົ້າ​ຊົງ​ເປັນ​ພະຍານ​ໄດ້​ວ່າ ເຮົາ​ບໍ່ໄດ້​ເວົ້າ​ຕົວະ 21ຫລັງຈາກ​ນັ້ນ ເຮົາ​ໄດ້​ໄປ​ໃນ​ເຂດແດນ​ຊີເຣຍ ແລະ ກີລີເກຍ. 22ສ່ວນ​ສະມາຊິກ​ໃນ​ຄຣິສຕະຈັກ​ທັງຫລາຍ​ທີ່​ແຂວງ​ຢູດາຍ​ນັ້ນ ຍັງ​ບໍ່ໄດ້​ຮູ້ຈັກ​ໜ້າ​ຂອງເຮົາ 23ພວກເຂົາ​ພຽງແຕ່​ໄດ້ຍິນ​ວ່າ, “ຜູ້​ທີ່​ແຕ່​ກ່ອນ​ເຄີຍ​ໄດ້​ກົດຂີ່​ຂົ່ມເຫັງ​ພວກເຮົາ ມາບັດນີ້​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ຄວາມເຊື່ອ ຊຶ່ງ​ຕົນ​ໄດ້​ເຄີຍ​ທຳຮ້າຍ​ແລ້ວ​ນັ້ນ.” 24ແລະ​ເຂົາ​ທັງຫລາຍ​ຈຶ່ງ​ຖວາຍ​ກຽດ​ສັນລະເສີນ​ພຣະເຈົ້າ ເພາະ​ດ້ວຍ​ເລື່ອງ​ຂອງເຮົາ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in