ຂໍໃຫ້ພຣະຄຸນແລະສັນຕິສຸກ ຊຶ່ງມາຈາກພຣະເຈົ້າ ພຣະບິດາເຈົ້າຂອງເຮົາທັງຫລາຍ ແລະອົງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີ້ນ.
ເພື່ອໂຜດພວກເຮົາໃຫ້ພົ້ນຈາກຍຸກອັນຊົ່ວຊ້າໃນປະຈຸບັນນີ້ ພຣະຄຣິດໄດ້ສະຫລະພຣະອົງເອງ ແທນການບາບຂອງພວກເຮົາ ຕາມນໍ້າພຣະໄທຂອງພຣະເຈົ້າ ຄືພຣະບິດາເຈົ້າຂອງພວກເຮົາ.