ອົບພະຍົບ 15
15
ບົດເພງຂອງໂມເຊ
1ແລ້ວໂມເຊກັບຊາວອິດສະຣາເອນກໍໄດ້ຮ້ອງເພງນີ້ ສັນລະເສີນພຣະເຈົ້າຢາເວວ່າ,
“ຂ້ານ້ອຍຈະຮ້ອງເພງຍ້ອງຍໍສັນລະເສີນພຣະເຈົ້າຢາເວ
ເພາະໄຊຊະນະຂອງພຣະອົງຊ່າລືໄປທົ່ວເທິງແຜ່ນດິນໂລກ.
ພຣະອົງໄດ້ໂຍນຝູງມ້າພ້ອມທະຫານທັງຫລາຍຂອງເອຢິບ
ໃຫ້ມໍຣະນາໃນທ້ອງທະເລອັນໃຫຍ່ກວ້າງ.
2ພຣະເຈົ້າຢາເວເປັນປ້ອມປ້ອງກັນຢ່າງເຂັ້ມແຂງ;
ພຣະອົງເປັນແຫລ່ງແຫ່ງການຊ່ວຍກູ້ຈາກໂພຍໄພຮ້າຍ.
ພຣະອົງເປັນພຣະເຈົ້າທີ່ຂ້ານ້ອຍຈະຍ້ອງຍໍສັນລະເສີນ;
ເປັນພຣະເຈົ້າແຫ່ງພຣະບິດາ ຈຶ່ງຂໍຍົກຍໍພຣະຣິດທານຸພາບ.
3ພຣະເຈົ້າຢາເວເປັນນັກຮົບຜູ້ຍິ່ງໃຫຍ່
ພຣະເຈົ້າຢາເວນັ້ນ ແມ່ນນາມອັນກຽງໄກຂອງພຣະອົງ.
4ພຣະອົງໂຍນກອງທັບເອຢິບລົງໃນທ້ອງທະເລ;
ພວກນາຍທະຫານທີ່ເກັ່ງກ້າ ຈຶ່ງຈົມລົງໃນນໍ້າ.
5ທ້ອງທະເລອັນເລິກຈຶ່ງຫຸ້ມຫໍ່ເອົາພວກເຂົາ;
ພວກເຂົາຈົມສູ່ພື້ນທະເລດັ່ງກ້ອນຫີນຈົມລົງດິ່ງໆ.
6ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງນັ້ນຊົງຣິດອຳນາດຍິ່ງ
ຂ້າແດ່ພຣະເຈົ້າຢາເວ ມືຂວາຂອງພຣະອົງນັ້ນທຳລາຍພວກສັດຕູໃຫ້ໝຸ່ນທະລາຍໄປໄດ້.
7ພຣະອົງໂຄ່ນລົ້ມສັດຕູໄດ້ດ້ວຍໄຊຊະນະອັນສະຫງ່າງາມ;
ພຣະອົງເຜົາຜານພວກເຂົາດັ່ງເຟືອງດ້ວຍຄວາມຮ້າຍທີ່ລຸກໄໝ້.
8ພຣະອົງເປົ່າທະເລດ້ວຍລົມຫາຍໃຈ ແລະນໍ້າຈຶ່ງກາຍເປັນຟອງສູງໃຫຍ່;
ຟອງນໍ້າໄດ້ຢືນແຂງຄ້າງເໝືອນດັ່ງກຳແພງ.
ທ້ອງທະເລອັນກວ້າງ ແລະເລິກຢ່າງເຫຼືອຫລາຍ;
ກໍເລີຍກາຍຄ້າງແຂງແໜ້ນໜັກໄປຈົນສິ້ນ.
9ສັດຕູເວົ້າວ່າ, ‘ຂ້ອຍຈະຕາມລ່າຈັບກຸມເອົາພວກເຂົາ
ຂ້ອຍຈະແບ່ງປັນຊັບສິນຂອງພວກເຂົາໃຫ້ໄດ້;
ແລະຢຶດເອົາສິ່ງທີ່ຂ້ອຍຕ້ອງການທັງໝົດໄປ
ຂ້ອຍຈະຊັກດາບແລະຢຶດສິ່ງຂອງທີ່ພວກເຂົາມີນັ້ນ.’
10ເມື່ອພຣະອົງຫາຍໃຈ ພຽງຄັ້ງດຽວເທົ່ານັ້ນ
ຊາວເອຢິບກໍຈົມລົງສູ່ທ້ອງທະເລທັງດີ້ນ.
ພວກເຂົາຈົມລົງດິ່ງໆເໝືອນດັ່ງກ້ອນຂີ້ກົ່ວ
ຕົນຕົວຈົມລົງສູ່ພື້ນທະເລກວ້າງຄຶກຄະນອງ.
11ຂ້າແດ່ພຣະເຈົ້າຢາເວ ໃນບັນດາພະທັງຫລາຍນັ້ນໃຜແດ່ຄືພຣະອົງ?
ແນ່ວແນ່ຄືພຣະອົງ ຜູ້ຍິ່ງໃຫຍ່ແລະບໍຣິສຸດດ້ວຍ.
ພະໃດເຮັດການອັດສະຈັນຕ່າງໆໄດ້ແດ່?
ແລະເຮັດການອັນໃຫຍ່ຍິ່ງໄດ້ດັ່ງພຣະອົງ?
12ພຽງແຕ່ພຣະອົງຢຽດມືຂວາອອກໃສ່
ພື້ນດິນກໍໄດ້ຍະອອກກຶນກິນສັດຕູຈົນດັບສູນ.
13ໂດຍສັດຊື່ຕໍ່ພຣະສັນຍາ ພຣະອົງຈຶ່ງໄດ້
ຊ່ວຍກູ້ແລະນຳພາປະຊາຊົນຂອງພຣະອົງ;
ໂດຍກຳລັງອັນສູ້ຊົນຂອງພຣະອົງ
ຈຶ່ງນຳພວກເຂົາສູ່ດິນແດນອັນສັກສິດໄດ້.
14ເມື່ອຊົນຊາດທັງຫລາຍໄດ້ຍິນເລື່ອງ
ກໍແຕກຕື່ນຕົກໃຈກົວ;
ຄວາມຢ້ານກົວອັນໃຫຍ່ຫລວງ
ໄດ້ຄວບຄຸມຊາວຟີລິດສະຕິນໄວ້.
15ສ່ວນພວກເຈົ້ານາຍຊາວເອໂດມກໍຢ້ານໃຫຍ່;
ຊາວໂມອາບຜູ້ເກັ່ງກ້າກໍເກີດຢ້ານໃຈສັ່ນເຊັນ.
ສ່ວນຊາວການາອານຊໍ້າໝົດກຳລັງໃຈຫຼາຍ;
ຕົກໃຈຢ້ານແລະໄຫວຫວັ່ນຍ້ອນຄວາມກົວ.
16ຂ້າແດ່ພຣະເຈົ້າຢາເວ
ພວກເຂົາເສຍຂວັນແລະຢ້ານກົວໃຫຍ່
ເມື່ອພວກເຂົາເຫັນພຣະເດຊານຸພາບ;
ພວກເຂົາຢືນຢ່າງສິ້ນທ່າດ້ວຍຄວາມຢ້ານກົວ
ຈົນກວ່າປະຊາຊົນຂອງພຣະອົງຜ່ານໄປໄດ້;
ຄືປະຊາຊົນທີ່ພຣະອົງປົດປ່ອຍໃຫ້ມີອິດສະຫລະເສລີ
ຈາກການເປັນທາດຮັບໃຊ້.
17-18ພຣະອົງນຳພວກເຂົາ
ເຂົ້າມາໃກ້ ແລະຕັ້ງໄວ້ທີ່ພູເຂົາສັກສິດ;
ບ່ອນທີ່ພຣະເຈົ້າຢາເວໄດ້ເລືອກສັນເປັນບ່ອນສະຖິດຢູ່.
ຄືໃນພຣະວິຫານທີ່ພຣະອົງໄດ້ສ້າງເອງ
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວເອງຈະເປັນກະສັດປົກຄອງສືບໆໄປເປັນນິດ.”
ບົດເພງຂອງມີຣີອາມ
19ເມື່ອທະຫານມ້າກັບລົດຮົບພ້ອມຄົນຂັບຊາວເອຢິບ ໄດ້ແລ່ນລົງໄປໃນທະເລນັ້ນ ພຣະເຈົ້າຢາເວໄດ້ບັນດານໃຫ້ນໍ້າໄຫລຄືນເຂົ້າກັນ ແລະຖ້ວມພວກເຂົາ, ແຕ່ສຳລັບຊາວອິດສະຣາເອນ ພວກເຂົາໄດ້ຍ່າງຂ້າມເທິງໜ້າດິນແຫ້ງໃນພື້ນທະເລໄປຢ່າງປອດໄພ.
20ແລ້ວນາງມີຣີອາມ ເອື້ອຍອາໂຣນທີ່ເປັນຜູ້ທຳນວາຍກໍຕີກອງອອກໜ້າ ຕິດຕາມດ້ວຍຜູ້ຍິງທຸກຄົນທັງຕີກອງແລະຟ້ອນລຳ. 21ນາງຮ້ອງເພງຊໍ້າໄປຊໍ້າມາວ່າ,
“ຈົ່ງຍ້ອງຍໍສັນລະສັນພຣະເຈົ້າຢາເວດ້ວຍການຮ້ອງລຳທຳເພງ
ເພາະໄຊຊະນະຂອງພຣະອົງ
ຊ່າລືໄປທົ່ວໂລກ.
ພຣະອົງໄດ້ໂຍນຝູງມ້າ ແລະທະຫານທັງຫລາຍ
ໃຫ້ມໍຣະນາໃນທ້ອງທະເລອັນກວ້າງໃຫຍ່.”
ນໍ້າມີຣົດຂົມ
22ແລ້ວໂມເຊກໍໄດ້ນຳປະຊາຊົນອິດສະຣາເອນຈາກທະເລແດງ ມຸ້ງໜ້າເຂົ້າໄປສູ່ຖິ່ນແຫ້ງແລ້ງກັນດານ ຊູເຣ. ພວກເຂົາຍ່າງຢູ່ໃນຖິ່ນແຫ້ງແລ້ງກັນດານເຖິງສາມມື້ ແຕ່ບໍ່ພົບນໍ້າ. 23ແລ້ວພວກເຂົາກໍໄດ້ມາຮອດບ່ອນໜຶ່ງທີ່ເອີ້ນວ່າ ມາຣາ, ແຕ່ນໍ້າໃນທີ່ນັ້ນຂົມຫລາຍຈົນດື່ມບໍ່ໄດ້. ສະນັ້ນ ບ່ອນນີ້ຈຶ່ງມີຊື່ວ່າ ມາຣາ. 24ປະຊາຊົນໄດ້ຈົ່ມຮ້າຍໃສ່ໂມເຊ ແລະຖາມເພິ່ນວ່າ, “ພວກເຮົາຈະຫານໍ້າມາແຕ່ໃສດື່ມ?” 25ໂມເຊຈຶ່ງໄດ້ໄຫວ້ວອນພາວັນນາອະທິຖານດ້ວຍໃຈຮ້ອນຮົນຕໍ່ພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍໄດ້ສຳແດງໃຫ້ໂມເຊເຫັນໄມ້ທ່ອນໜຶ່ງ. ໂມເຊໄດ້ຈັບເອົາໄມ້ທ່ອນນັ້ນຖິ້ມລົງໃສ່ນໍ້າ. ດັ່ງນັ້ນ ນໍ້າຈຶ່ງເຊົາຂົມແລະດື່ມໄດ້.
ໃນທີ່ນັ້ນ ພຣະເຈົ້າຢາເວໄດ້ໃຫ້ກົດບັນຍັດຕ່າງໆເພື່ອການດຳເນີນຊີວິດ ແລະໃນທີ່ນັ້ນພຣະອົງໄດ້ທົດສອບພວກເຂົາດ້ວຍ. 26ພຣະອົງໄດ້ບອກວ່າ, “ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍເຮັດສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະອົງ ແລະເຮັດຕາມຂໍ້ຄຳສັ່ງທຸກຂໍ້ຂອງພຣະອົງ ເຮົາກໍຈະບໍ່ລົງໂທດພວກເຈົ້າດ້ວຍໂຣກໄພໄຂ້ເຈັບ ດັ່ງທີ່ໄດ້ນຳມາທຳລາຍຊາວເອຢິບ. ເຮົາແມ່ນພຣະເຈົ້າຢາເວຜູ້ທີ່ປິ່ນປົວຮັກສາເຈົ້າໃຫ້ດີ.”
27ຕໍ່ມາ ພວກເຂົາໄດ້ເດີນທາງມາເຖິງເອລິມ ຊຶ່ງໃນບ່ອນນັ້ນມີນໍ້າອອກບໍ່ສິບສອງແຫ່ງ ແລະມີຕົ້ນຕານເຈັດສິບຕົ້ນ. ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຕັ້ງຄ້າຍພັກຢູ່ໃກ້ບໍ່ນໍ້າແຫ່ງນີ້.
Currently Selected:
ອົບພະຍົບ 15: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.