YouVersion Logo
Search Icon

ອົບພະຍົບ 16

16
ມານາ​ແລະ​ນົກ​ຂຸ້ມ
1ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ເດີນທາງ​ອອກ​ຈາກ​ເອລິມ ແລະ​ໃນ​ມື້​ທີ​ສິບຫ້າ​ເດືອນ​ທີ​ສອງ​ຫລັງຈາກ​ໄດ້​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ ຊຶ່ງ​ຢູ່​ລະຫວ່າງ​ເອລິມ​ແລະ​ພູເຂົາ​ຊີນາຍ. 2ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້ ພວກເຂົາ​ໄດ້​ຈົ່ມຮ້າຍ​ໃສ່​ໂມເຊ​ກັບ​ອາໂຣນ​ອີກ. 3ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ຢາກ​ໃຫ້​ພຣະເຈົ້າຢາເວ​ຂ້າ​ພວກເຮົາ​ຖິ້ມ​ຢູ່​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ໄດ້​ກິນ​ເຂົ້າ​ປາ​ອາຫານ​ເຕັມອີ່ມ​ພຸ້ນ​ສາ! ແຕ່​ທ່ານ​ຊໍ້າພັດ​ນຳ​ພວກເຮົາ​ມາ​ອຶດ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.”
4ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ບັດນີ້ ເຮົາ​ຈະ​ບັນດານ​ໃຫ້​ເຂົ້າຈີ່​ຕົກລົງ​ມາ​ຈາກ​ສະຫວັນ ດັ່ງ​ຫ່າຝົນ​ໃຫ້​ພວກເຈົ້າ​ທຸກຄົນ​ໄດ້​ກິນ. ຈົ່ງ​ບອກ​ປະຊາຊົນ​ໄປ​ເກັບ​ເອົາ​ແຕ່ລະ​ວັນ ໃຫ້​ພໍດີ​ກິນ​ສຳລັບ​ວັນ​ໜຶ່ງ. ໂດຍ​ວິທີ​ນີ້​ເຮົາ​ຈຶ່ງ​ທົດສອບ​ເບິ່ງ​ໄດ້​ວ່າ ພວກເຂົາ​ຈະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ​ນັ້ນ​ຫລື​ບໍ່. 5ໃນ​ມື້​ທີ​ຫົກ ໃຫ້​ເກັບ​ເອົາ​ຫລາຍກວ່າ​ມື້​ທຳມະດາ​ໜຶ່ງ​ເທົ່າ ເພື່ອ​ເອົາ​ໄວ້​ຕຽມ​ເປັນ​ອາຫານ.”
6ດັ່ງນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ບອກ​ຊາວ​ອິດສະຣາເອນ​ໝົດ​ທຸກຄົນ​ວ່າ, “ໃນ​ຕອນ​ຄໍ່າ​ນີ້ ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮູ້​ຄັກ​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ. 7ໃນ​ຕອນເຊົ້າ ພວກເຈົ້າ​ຈະ​ໄດ້​ເຫັນ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ຕໍ່ສູ້​ພຣະອົງ ແນ່ນອນ​ແມ່ນ​ພວກເຈົ້າ​ໄດ້​ຈົ່ມ​ຕໍ່ສູ້​ພຣະອົງ​ແທ້ ເພາະ​ພວກເຮົາ​ທັງສອງ​ເປັນ​ພຽງແຕ່​ຜູ້​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ພຣະອົງ​ເທົ່ານັ້ນ.” 8ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ​ໃນ​ຕອນແລງ ແລະ​ຈະ​ໃຫ້​ມີ​ເຂົ້າຈີ່​ກິນ​ຢ່າງ​ບໍຣິບູນ​ໃນ​ຕອນເຊົ້າ ເພາະວ່າ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ​ຢ່າງ​ຮຸນແຮງ. ເມື່ອ​ພວກເຈົ້າ​ຈົ່ມຮ້າຍ​ຕໍ່​ພວກເຮົາ ພວກເຮົາ​ທັງ​ສອງ​ແມ່ນ​ຜູ້ໃດ, ຄວາມ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ຕໍ່ສູ້​ພວກເຮົາ, ແຕ່​ຕໍ່ສູ້​ພຣະເຈົ້າຢາເວ.”
9ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ບອກ​ຊຸມຊົນ​ອິດສະຣາເອນ ເຂົ້າ​ມາ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ຍ້ອນ​ພຣະອົງ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຂົາ​ແລ້ວ.” 10ໃນ​ຂະນະທີ່​ອາໂຣນ​ກຳລັງ​ກ່າວ​ແກ່​ຊຸມຊົນ​ອິດສະຣາເອນ​ຢູ່​ນັ້ນ ພວກເຂົາ​ຕ່າງ​ກໍ​ຫັນໜ້າ​ແນມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ປາກົດ​ຂຶ້ນ​ໃນ​ເມກ. 11ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, 12“ເຮົາ​ໄດ້ຍິນ​ຊາວ​ອິດສະຣາເອນ​ຈົ່ມຮ້າຍ​ຕໍ່​ເຮົາ​ແລ້ວ. ຈົ່ງ​ບອກ​ພວກເຂົາ​ວ່າ, ‘ໃນ​ມື້​ແລງ​ນີ້​ພວກເຂົາ​ຈະ​ມີ​ຊີ້ນ​ກິນ ແລະ​ໃນ​ຕອນເຊົ້າ​ພວກເຂົາ​ຈະ​ມີ​ເຂົ້າຈີ່​ກິນ​ຕາມ​ຄວາມ​ຕ້ອງການ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”’
13ພໍ​ເຖິງ​ເວລາ​ຄໍ່າ​ມາ​ກໍ​ມີ​ຝູງ​ນົກ​ຂຸ້ມ​ບິນ​ມາ​ຢູ່​ເຕັມ​ຄ້າຍພັກ ແລະ​ພໍ​ເຖິງ​ຕອນເຊົ້າ​ມາ​ກໍ​ມີ​ນໍ້າ​ໝອກ​ປົກ​ຫຸ້ມ​ຢູ່​ຮອບ​ຄ້າຍ. 14ເມື່ອ​ນໍ້າ​ໝອກ​ເຫີຍຫາຍ​ໄປ​ແລ້ວ ໄດ້​ມີ​ສິ່ງ​ໜຶ່ງ​ບາງໆ​ເປັນ​ປ່ຽງ ປົກ​ເຕັມ​ເທິງ​ໜ້າ​ດິນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ສິ່ງ​ນັ້ນ​ເປັນ​ແຜ່ນ​ບາງໆ​ດັ່ງ​ນໍ້າໝອກ​ກ້າມ. 15ເມື່ອ​ຊາວ​ອິດສະຣາເອນ​ເຫັນ ພວກເຂົາ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ ຈຶ່ງ​ຖາມ​ກັນ​ວ່າ, “ອັນ​ນີ້​ແມ່ນ​ຫຍັງ?”
ແລ້ວ​ໂມເຊ​ກໍ​ບອກ​ພວກເຂົາ​ວ່າ, “ອັນ​ນີ້​ແມ່ນ​ເຂົ້າຈີ່​ທີ່​ພຣະເຈົ້າຢາເວ​ໃຫ້​ພວກເຈົ້າ​ກິນ. 16ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ວ່າ ໃຫ້​ແຕ່ລະຄົນ​ເກັບ​ເອົາ​ຕາມ​ທີ່​ຕົນ​ຈະ​ກິນ​ໄດ້​ໝົດ​ປະມານ​ຄົນລະ​ສອງ​ລິດ ໂດຍ​ໃຫ້​ເກັບ​ເອົາ​ຄົບ​ຕາມ​ຈຳນວນ​ຄົນ​ໃນ​ຄອບຄົວ.”
17ຊາວ​ອິດສະຣາເອນ​ກໍ​ເຮັດ​ຕາມ​ຄຳສັ່ງ​ນັ້ນ ບາງຄົນ​ກໍ​ເກັບ​ເອົາ​ຫລາຍ ແລະ​ບາງຄົນ​ກໍ​ເກັບ​ເອົາ​ໜ້ອຍ. 18ເມື່ອ​ຊັ່ງ​ເບິ່ງ​ແລ້ວ ຜູ້​ທີ່​ເກັບ​ເອົາ​ຫລາຍ​ກໍ​ບໍ່ໄດ້​ເຫຼືອ ແລະ​ຜູ້​ທີ່​ເກັບ​ເອົາ​ໜ້ອຍ​ກໍ​ບໍ່ໄດ້​ຂາດ. ທຸກຄົນ​ເກັບ​ເອົາ​ໄດ້​ພໍດີ​ກັບ​ທີ່​ຕົນ​ກິນ​ອີ່ມ. 19ໂມເຊ​ບອກ​ພວກເຂົາ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ເກັບ​ເອົາ​ໄວ້​ຈົນ​ຮອດ​ມື້ອື່ນ​ເຊົ້າ.” 20ແຕ່​ມີ​ບາງຄົນ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ໂມເຊ ຈຶ່ງ​ໄດ້​ເກັບ​ເອົາ​ບາງ​ສ່ວນ​ໄວ້. ພໍ​ຮອດ​ມື້​ເຊົ້າ​ມາ ອາຫານ​ນັ້ນ​ກໍ​ເປັນ​ໜອນ​ແລະ​ເນົ່າເໝັນ. ໂມເຊ​ຈຶ່ງ​ຮ້າຍ​ໃຫ້​ພວກເຂົາ. 21ສະນັ້ນ ທຸກໆ​ເຊົ້າ​ໃດ ແຕ່ລະຄົນ​ຈຶ່ງ​ເກັບ​ເອົາ​ຕາມ​ທີ່​ຕົນ​ຈະ​ກິນ​ໄດ້​ໝົດ. ເມື່ອ​ຕາເວັນ​ຂຶ້ນ​ສູງ ແລະ​ແດດຮ້ອນ​ແລ້ວ ອາຫານ​ນີ້​ກໍ​ຈະ​ລະລາຍ​ໄປ.
22ໃນ​ມື້​ທີ​ຫົກ ພວກເຂົາ​ກໍ​ເກັບ​ເອົາ​ອາຫານ​ໄວ້​ສອງ​ເທົ່າ ຄົນລະ​ປະມານ​ສີ່​ລິດ. ບັນດາ​ຫົວໜ້າ​ຊຸມຊົນ​ອິດສະຣາເອນ​ໄດ້​ມາ​ລາຍງານ​ເລື່ອງ​ນີ້​ຕໍ່​ໂມເຊ 23ແລະ​ໂມເຊ​ກໍໄດ້​ບອກ​ພວກເຂົາ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ວ່າ​ໃນ​ມື້ອື່ນ​ແມ່ນ​ວັນ​ພັກຜ່ອນ, ເປັນ​ວັນ​ຊະບາໂຕ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ. ສະນັ້ນ ໃນວັນນີ້ ມີ​ສິ່ງໃດ​ທີ່​ຢາກ​ປີ້ງ​ກໍ​ໃຫ້​ປີ້ງ​ສາ ແລະ​ມີ​ສິ່ງໃດ​ທີ່​ຢາກ​ຕົ້ມ​ກໍ​ໃຫ້​ຕົ້ມ​ສາ ສ່ວນ​ທີ່​ເຫຼືອ​ນັ້ນ​ຈົ່ງ​ເກັບ​ໄວ້​ສຳລັບ​ມື້ອື່ນ.” 24ເພື່ອ​ເຮັດ​ຕາມ​ໂມເຊ​ສັ່ງ ເຂົາ​ໄດ້​ເກັບ​ຮັກສາ​ອາຫານ​ທີ່​ເຫຼືອ​ນັ້ນ​ມ້ຽນ​ຈົນ​ຮອດ​ມື້ອື່ນ ແລະ​ອາຫານ​ນັ້ນ​ກໍ​ບໍ່ໄດ້​ບູດ​ເນົ່າ​ເປັນ​ໜອນ​ເລີຍ. 25ໂມເຊ​ສັ່ງ​ອີກ​ວ່າ, “ວັນນີ້ ຈົ່ງ​ກິນ​ອາຫານ​ທີ່​ເຫຼືອ​ນັ້ນ​ສາ ເພາະ​ວັນ​ນີ້​ແມ່ນ​ວັນ​ຊະບາໂຕ​ຂອງ​ພຣະເຈົ້າຢາເວ ແລະ​ພວກເຈົ້າ​ຈະ​ບໍ່​ພົບ​ອາຫານ​ໃດໆ​ທີ່​ນອກ​ຄ້າຍ. 26ພວກເຈົ້າ​ຈະ​ຕ້ອງ​ເກັບ​ເອົາ​ອາຫານ​ໃນ​ຫົກ​ວັນ, ແຕ່​ໃນ​ວັນ​ທີ​ເຈັດ​ຄື​ວັນ​ຊະບາໂຕ ວັນ​ນັ້ນ​ຈະ​ບໍ່ມີ​ເລີຍ.”
27ໃນ​ວັນ​ທີ​ເຈັດ ໄດ້​ມີ​ຊາວ​ອິດສະຣາເອນ​ບາງຄົນ​ອອກ​ໄປ​ຫາ​ເກັບ​ເອົາ​ອາຫານ ແຕ່​ພວກເຂົາ​ບໍ່ໄດ້​ພົບ​ສິ່ງໃດ​ເລີຍ. 28ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ປະຊາຊົນ​ເຫຼົ່ານີ້​ຈະ​ຂັດຂືນ​ຄຳສັ່ງ​ຂອງເຮົາ ໄປ​ອີກ​ເຫິງ​ນານ​ປານໃດ? 29ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ​ໄດ້​ປະທານ​ວັນ​ຊະບາໂຕ​ນີ້​ໃຫ້​ແກ່​ພວກເຈົ້າ; ດ້ວຍເຫດນີ້ ໃນ​ມື້​ທີ​ຫົກ​ເຮົາ​ຈຶ່ງ​ໃຫ້​ອາຫານ​ແກ່​ພວກເຈົ້າ​ພໍ​ກິນ​ສຳລັບ​ກຸ້ມ​ສອງ​ວັນ. ແຕ່​ໃນ​ວັນ​ຊະບາໂຕ ທຸກຄົນ​ຈະ​ຕ້ອງ​ຢູ່​ກັບ​ທີ່ ແລະ​ຢ່າ​ໃຫ້​ຜູ້ໃດ​ອອກ​ຈາກ​ເຮືອນ​ຂອງຕົນ.” 30ສະນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ພາກັນ​ຢຸດ​ພັກ​ໃນ​ວັນ​ທີ​ເຈັດ.
31ປະຊາຊົນ​ອິດສະຣາເອນ​ຕ່າງ​ກໍ​ເອີ້ນ​ອາຫານ​ນີ້​ວ່າ ມານາ. ອາຫານ​ນີ້​ເປັນເມັດ​ຂາວ​ເໝືອນ​ໃນ​ຜັກຊີ ແລະ​ມີ​ຣົດຊາດ​ເໝືອນ​ເຂົ້າໜົມ​ແຜ່ນ​ປະສົມ​ນໍ້າເຜິ້ງ. 32ໂມເຊ​ກ່າວ​ວ່າ, “ພຣະເຈົ້າຢາເວ​ສັ່ງ​ພວກເຮົາ​ຮັກສາ​ມານາ​ບາງສ່ວນ​ໄວ້ ໃຫ້​ເຊື້ອສາຍ​ຂອງ​ພວກເຮົາ​ເບິ່ງ ເພື່ອ​ພວກເຂົາ​ຈະ​ໄດ້​ເຫັນ​ອາຫານ ທີ່​ພຣະອົງ​ໄດ້​ໃຫ້​ພວກເຮົາ​ກິນ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຄາວ​ເມື່ອ​ພຣະອົງ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.” 33ດັ່ງນັ້ນ ໂມເຊ​ຈຶ່ງ​ບອກ​ອາໂຣນ​ວ່າ, “ຈົ່ງ​ເອົາ​ໄຫ​ໜ່ວຍ​ໜຶ່ງ​ມາ​ຜອງ​ມານາ​ໃສ່​ສອງ​ລິດ​ໄວ້ໃນ​ໄຫ ແລະ​ເອົາ​ໄຫ​ນັ້ນ​ໄປ​ວາງ​ໄວ້​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເພື່ອ​ເອົາ​ໄວ້​ໃຫ້​ເຊື້ອສາຍ​ຂອງ​ພວກເຮົາ​ເບິ່ງ.” 34ເພື່ອ​ກະທຳ​ຕາມ​ທີ່​ພຣະເຈົ້າຢາເວ​ສັ່ງ​ໄວ້​ກັບ​ໂມເຊ ອາໂຣນ​ຈຶ່ງ​ເອົາ​ໄຫ​ມານາ ມາ​ວາງ​ໄວ້​ຕໍ່ໜ້າ​ຫີບ​ພັນທະສັນຍາ ເພື່ອ​ຈະ​ເກັບຮັກສາ​ໄວ້. 35ຊາວ​ອິດສະຣາເອນ​ໄດ້​ກິນ​ມານາ​ເປັນ​ອາຫານ ເປັນ​ເວລາ​ສີ່ສິບ​ປີ ຈົນ​ພວກເຂົາ​ໄດ້​ເດີນທາງ​ໄປ​ຮອດ​ດິນແດນ​ການາອານ ບ່ອນ​ທີ່​ຕັ້ງ​ຫຼັກແຫຼ່ງ​ຢູ່. ( 36ໜຶ່ງ​ໂອເມ​ເທົ່າ​ກັບ​ປະມານ​ສອງ​ລິດ ຫລື​ເທົ່າ​ກັບ​ໜຶ່ງສ່ວນສິບ​ຂອງ​ເອຟາ)

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in