YouVersion Logo
Search Icon

ອົບພະຍົບ 14

14
ຊາວ​ອິດສະຣາເອນ​ຂ້າມ​ທະເລແດງ
1ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, 2“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ກັບ​ເມືອ​ຕັ້ງ​ຄ້າຍພັກ​ຢູ່​ຕໍ່ໜ້າ​ຂອງ​ປີຮາຮີໂຣດ; ລະຫວ່າງ​ມິກໂດນ​ກັບ​ທະເລແດງ ແລະ​ຢູ່​ໃກ້​ກັບ ບາອານເຊໂຟນ. 3ແລ້ວ​ກະສັດ​ຟາໂຣ​ກໍ​ຈະ​ຄິດ​ວ່າ ຊາວ​ອິດສະຣາເອນ​ກຳລັງ​ເດີນທາງ​ວົນວຽນ​ໄປມາ​ຢູ່​ໃນ​ຂົງເຂດ​ນີ້ ໂດຍ​ມີ​ຖິ່ນ​ແຫ້ງແລ້ງ​ກັນດານ​ກີດກັ້ນ​ໄວ້. 4ເຮົາ​ຈະ​ເຮັດ​ໃຫ້​ລາວ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຂຶ້ນ​ອີກ ແລະ​ໄລ່​ຕິດຕາມ​ພວກເຈົ້າ​ມາ ແລະ​ໄຊຊະນະ​ຂອງເຮົາ​ທີ່​ມີ​ຕໍ່​ລາວ ແລະ​ກອງທັບ​ຂອງ​ລາວ ຈະ​ນຳ​ກຽດ​ສັກສີ​ແລະ​ຊື່ສຽງ​ມາ​ໃຫ້​ເຮົາ. ແລ້ວ​ຊາວ​ເອຢິບ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.” ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ເຮັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ນັ້ນ​ທຸກປະການ.
5ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ຮູ້​ວ່າ ປະຊາຊົນ​ອິດສະຣາເອນ​ໄດ້​ໜີໄປ​ແລ້ວ, ກະສັດ​ຟາໂຣ ແລະ​ບັນດາ​ຂ້າຣາຊການ​ກໍ​ປ່ຽນໃຈ​ແລະ​ສອບ​ຖາມ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ໄດ້​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໜີໄປ ແລະ​ພວກເຮົາ​ກໍ​ເສຍ​ທາດຮັບໃຊ້​ໄປ​ໝົດ.” 6ສະນັ້ນ ກະສັດ​ຟາໂຣ​ຈຶ່ງ​ຈັດ​ລົດຮົບ​ແລະ​ທະຫານ​ຕຽມພ້ອມ. 7ເພິ່ນ​ໄດ້​ເອົາ​ລົດຮົບ​ທັງໝົດ​ອອກ​ມາ​ໃຊ້ ຊຶ່ງ​ລວມ​ທັງ​ລົດຮົບ​ດີທີ່ສຸດ ຫົກຮ້ອຍ​ຄັນ​ໂດຍ​ມີ​ນາຍ​ທະຫານ​ບັນຊາການ. 8ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ ຊຶ່ງ​ພວມ​ເດີນທາງ​ໄປ​ຢ່າງ​ມີໄຊ. 9ກອງທັບ​ເອຢິບ​ຊຶ່ງ​ມີ​ທະຫານ​ມ້າ ລວມ​ທັງ​ລົດຮົບ​ແລະ​ຄົນ​ຂັບ ໄດ້​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ມາ ແລະ​ທັນ​ພວກເຂົາ​ຢູ່​ໃກ້​ກັບ ປີຮາຮີໂຣດ; ຄື​ຕໍ່ໜ້າ​ບາອານເຊໂຟນ ຊື່​ບ່ອນ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ແຄມ​ທະເລແດງ.
10ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ກະສັດ​ຟາໂຣ​ກັບ​ທະຫານ​ຂອງ​ເພິ່ນ​ໄລ່​ຕິດຕາມ​ມາ; ພວກເຂົາ​ຕ່າງ​ກໍ​ແຕກຕື່ນ​ຕົກໃຈ​ຢ່າງ​ໜັກ ທັງ​ຢ້ານ​ທັງ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ. 11ພວກເຂົາ​ຮ້ອງ​ໃສ່​ໂມເຊ​ວ່າ, “ໃນ​ປະເທດ​ເອຢິບ​ບໍ່ມີ​ບ່ອນ​ຝັງສົບ​ບໍ? ເປັນຫຍັງ​ຈຶ່ງ​ພາ​ພວກເຮົາ​ມາ​ຕາຍ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ເຊັ່ນນີ້? ເບິ່ງ​ພຸ້ນ​ດູ ຜົນ​ທີ່​ທ່ານ​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ 12ພວກເຮົາ​ບອກ​ທ່ານ​ກ່ອນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ແລ້ວ​ວ່າ ເຫດການ​ເຊັ່ນນີ້​ຈະ​ເກີດຂຶ້ນ ບໍ່ແມ່ນ​ບໍ? ພວກເຮົາ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ຢ່າ​ຫຍຸ້ງກ່ຽວ​ກັບ​ພວກເຮົາ ແລະ​ປ່ອຍ​ໃຫ້​ພວກເຮົາ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ​ຕໍ່ໄປ. ເປັນ​ທາດຮັບໃຊ້​ຢູ່​ພຸ້ນ ກໍ​ດີກວ່າ​ມາ​ຕາຍ​ຢູ່​ໃນ​ກາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ເຊັ່ນນີ້.”
13ແຕ່​ໂມເຊ​ຕອບ​ວ່າ, “ຢ່າ​ຢ້ານ​ເລີຍ ຕັ້ງໃຈ​ໃຫ້​ດີ ແລະ​ພວກເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພຣະເຈົ້າຢາເວ​ກະທຳ ເພື່ອ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໃນ​ວັນນີ້ ພວກເຈົ້າ​ຈະ​ບໍ່​ເຫັນ​ຊາວ​ເອຢິບ​ເຫຼົ່ານີ້​ອີກ​ຈັກເທື່ອ. 14ພຣະເຈົ້າຢາເວ​ຈະ​ສູ້ຮົບ​ຕາງ​ພວກເຈົ້າ ໂດຍ​ທີ່​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ຫຍັງ​ເລີຍ.”
15ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ເປັນຫຍັງ​ຈຶ່ງ​ຮ້ອງ​ຫາ​ເຮົາ​ໃຫ້​ຊ່ວຍເຫລືອ? ບອກ​ປະຊາຊົນ​ມຸ້ງໜ້າ​ຕໍ່ໄປ. 16ຝ່າຍ​ເຈົ້າ ເຈົ້າ​ຈົ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ຂຶ້ນ ແລະ​ຊີ້​ໄປ​ເທິງ​ໜ້າ​ນໍ້າ​ທະເລ ແລະ​ມັນ​ຈະ​ແຍກ​ນໍ້າ​ອອກ​ໃຫ້​ເປັນ​ທາງຍ່າງ ເພື່ອ​ຊາວ​ອິດສະຣາເອນ​ຈະ​ສາມາດ​ຍ່າງ​ເທິງ​ພື້ນດິນ​ແຫ້ງ ແລະ​ຜ່ານ​ໄປ​ໄດ້. 17ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ​ຍິ່ງ​ຂຶ້ນ ແລະ​ພວກເຂົາ​ຈະ​ໄລ່​ຕິດຕາມ​ພວກເຈົ້າ​ມາ ແລະ​ເຮົາ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກຽດຕິຍົດ ເມື່ອ​ເຮົາ​ໄດ້​ຊະນະ​ກະສັດ​ຟາໂຣ, ກອງທັບ, ທະຫານ​ມ້າ, ລົດຮົບ, ພ້ອມ​ຄົນຂັບ​ຂອງ​ລາວ​ເທົ່ານັ້ນ. 18ເມື່ອ​ເຮົາ​ໄດ້​ໄຊຊະນະ​ພວກເຂົາ​ແລ້ວ ຊາວ​ເອຢິບ​ຈຶ່ງ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”
19ສ່ວນ​ເທວະດາ​ຂອງ​ພຣະເຈົ້າ ຕົນ​ທີ່​ເຄີຍ​ນຳ​ໜ້າ​ຊາວ​ອິດສະຣາເອນ​ໄປ ກໍ​ມາ​ຢູ່​ເບື້ອງ​ຫລັງ​ພວກເຂົາ. ເສົາເມກ​ຊຶ່ງ​ຢູ່​ຂ້າງ​ໜ້າ​ກໍໄດ້​ຍ້າຍ​ກັບ​ມາ​ຂັ້ນ​ທາງ​ກາງ 20ລະຫວ່າງ​ຊາວ​ເອຢິບ​ແລະ​ຊາວ​ອິດສະຣາເອນ. ເສົາເມກ​ນັ້ນ​ໄດ້​ເຮັດ​ໃຫ້​ດ້ານ​ຂອງ​ຊາວ​ເອຢິບ​ມືດ ແລະ​ດ້ານ​ຂອງ​ຊາວ​ອິດສະຣາເອນ​ແຈ້ງ ເພື່ອ​ສອງ​ຝ່າຍ​ຈະ​ເຂົ້າ​ປະເຊີນ​ໜ້າ​ກັນ​ບໍ່ໄດ້. ເຫດການ​ເປັນ​ຢູ່​ເຊັ່ນນີ້​ຕະຫລອດ​ຄືນ.
21ໂມເຊ​ໄດ້​ເດ່​ມື​ຂອງຕົນ​ອອກ​ໄປ​ສູ່​ທະເລ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ ໃຫ້​ລົມຮ້ອນ​ທາງ​ທິດ​ຕາເວັນອອກ​ພັດ​ທະເລ​ຕະຫລອດ​ຄືນ. ລົມ​ໄດ້​ພັດ​ທະເລ​ຢູ່​ຢ່າງ​ລຽນຕິດ​ຈົນ​ເຫັນ​ພື້ນດິນ​ແຫ້ງ. ນໍ້າ​ໄດ້​ແຍກ​ອອກ​ຈາກ​ກັນ​ເປັນ​ທາງຍ່າງ 22ແລະ​ຊາວ​ອິດສະຣາເອນ​ໄດ້​ຍ່າງ​ເທິງ​ພື້ນດິນ​ແຫ້ງ​ຜ່ານ​ຂ້າມ​ໄປ ໂດຍ​ມີ​ນໍ້າ​ຂັ້ນ​ທັງສອງ​ຂ້າງ​ເໝືອນ​ກຳແພງ. 23ຊາວ​ເອຢິບ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ມາ​ຢ່າງ​ບໍ່​ລົດລະ ໂດຍ​ມີ​ທັງ​ທະຫານ​ມ້າ, ລົດຮົບ, ພ້ອມ​ຄົນຂັບ​ມຸ້ງໜ້າ​ເຂົ້າ​ໄປ​ໃນ​ທະເລ. 24ຕອນ​ໃກ້​ຮຸ່ງ​ເຊົ້າ ພຣະເຈົ້າຢາເວ​ໄດ້​ສັງເກດ​ເບິ່ງ​ກອງທັບ​ເອຢິບ​ຈາກ​ເສົາເມກ ແລະ​ເສົາໄຟ. ສະນັ້ນ ພຣະອົງ​ຈຶ່ງ​ບັນດານ​ໃຫ້​ເກີດ​ອົນລາຫົນ​ຂຶ້ນ​ໃນ​ເຫຼົ່າ​ທະຫານ. 25ພຣະອົງ​ໄດ້​ເຮັດ​ໃຫ້​ລໍ້​ລົດຮົບ​ຄາ​ດິນ ແລະ​ໝູນ​ໄປ​ໄດ້​ຍາກ​ເຕັມທີ. ເມື່ອ​ເຫັນ​ເປັນ​ເຊັ່ນນັ້ນ ຊາວ​ເອຢິບ​ຈຶ່ງ​ຮ້ອງ​ວ່າ, “ພຣະເຈົ້າຢາເວ​ກຳລັງ​ເຂົ້າ​ຂ້າງ​ພວກ​ອິດສະຣາເອນ​ສູ້ຮົບ​ພວກເຮົາ. ໃຫ້​ພາກັນ​ໜີ​ອອກ​ຈາກ​ທີ່​ນີ້​ດຽວ​ນີ້.”
26ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ວ່າ, “ເດ່​ມື​ຂອງ​ເຈົ້າ​ອອກ​ສູ່​ທະເລ ແລະ​ນໍ້າ​ຈະ​ໄຫລ​ມາ​ຖ້ວມ​ຊາວ​ເອຢິບ ພ້ອມ​ທັງ​ລົດຮົບ​ແລະ​ຄົນຂັບ​ຂອງ​ພວກເຂົາ.” 27ສະນັ້ນ ໂມເຊ​ຈຶ່ງ​ເດ່​ມື​ຂອງຕົນ​ອອກ​ສູ່​ທະເລ ແລະ​ແຕ່​ເຊົ້າໆ ນໍ້າ​ກໍໄດ້​ໄຫລ​ກັບຄືນ​ເຂົ້າ​ສູ່​ລະດັບ​ເດີມ. ຊາວ​ເອຢິບ​ພະຍາຍາມ​ແລ່ນ​ໜີ​ເອົາ​ຕົວ​ລອດ ແຕ່​ພຣະເຈົ້າຢາເວ​ໄດ້​ໂຍນ​ພວກເຂົາ​ຈົມ​ລົງ​ໃນ​ທະເລ. 28ນໍ້າ​ໄຫລ​ກັບຄືນ​ມາ​ຖ້ວມ​ລົດຮົບ​ພ້ອມ​ຄົນຂັບ​ຄື: ກອງທັບ​ຊາວ​ເອຢິບ​ທັງໝົດ ຊຶ່ງ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ທະເລ. ບໍ່ມີ​ຜູ້ໃດ​ລອດຊີວິດ​ມາ​ໄດ້​ຈັກ​ຄົນ. 29ສ່ວນ​ຊາວ​ອິດສະຣາເອນ​ນັ້ນ​ກໍໄດ້​ຍ່າງ​ໄປ​ເທິງ​ພື້ນດິນ​ແຫ້ງ​ຢ່າງ​ປອດໄພ​ຄື: ບ່ອນ​ມີ​ນໍ້າ​ຂັ້ນ​ທັງສອງ​ຂ້າງ​ດັ່ງ​ກຳແພງ.
30ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ໄດ້​ໂຜດ​ຊ່ວຍ​ປະຊາຊົນ​ອິດສະຣາເອນ ໃຫ້​ພົ້ນ​ຈາກ​ການ​ຕິດຕາມ​ທຳລາຍ​ຂອງ​ຊາວ​ເອຢິບ. ຊາວ​ອິດສະຣາເອນ​ໄດ້​ເຫັນ​ຊາກສົບ​ຂອງ​ຊາວ​ເອຢິບ ຢາຍ​ເດຍລະດາດ​ຢູ່​ຕາມ​ແຄມ​ທະເລ. 31ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໄຊ​ຊະນະ​ຊາວ​ເອຢິບ​ເຊັ່ນນີ້ ພວກເຂົາ​ຈຶ່ງ​ຢ້ານຢຳ​ພຣະເຈົ້າຢາເວ; ພວກເຂົາ​ຕ່າງ​ກໍ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າຢາເວ ແລະ​ໃນ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in