YouVersion Logo
Search Icon

ອົບພະຍົບ 11

11
ໂມເຊ​ບອກ​ວ່າ​ລູກຊາຍກົກ​ຈະ​ຕາຍ
1ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ນຳ​ການ​ລົງໂທດ​ອີກ​ຢ່າງ​ໜຶ່ງ​ເທົ່ານັ້ນ ມາ​ສູ່​ກະສັດ​ຟາໂຣ ແລະ​ປະຊາຊົນ​ຂອງ​ລາວ. ຫລັງຈາກ​ນັ້ນ​ລາວ​ຈະ​ປ່ອຍ​ພວກເຈົ້າ​ໄປ. ຕາມ​ຄວາມຈິງ​ແລ້ວ ລາວ​ຈະ​ໄລ່​ພວກເຈົ້າ​ທຸກຄົນ​ໃຫ້​ອອກ​ໄປ​ຈາກ​ທີ່​ນີ້. 2ບັດນີ້ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້​ຂໍ​ເອົາ​ເຄື່ອງ​ເງິນ, ເຄື່ອງ​ຄຳ​ຈາກ​ເພື່ອນບ້ານ​ຂອງ​ພວກເຂົາ.” 3ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຄົນ​ເອຢິບ​ຢຳເກງ​ຄົນ​ອິດສະຣາເອນ. ແທ້ຈິງ​ແລ້ວ ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ທັງໝົດ​ຕ່າງ​ກໍ​ຍອມ​ຮັບ​ວ່າ ໂມເຊ​ເປັນ​ບຸລຸດ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ.
4ແລ້ວ​ໂມເຊ​ກໍໄດ້​ກ່າວ​ຕໍ່​ກະສັດ​ຟາໂຣ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ໃນ​ຕອນ​ປະມານ​ທ່ຽງຄືນ ເຮົາ​ຈະ​ຜ່ານ​ໄປ​ທົ່ວ​ປະເທດ​ເອຢິບ 5ແລະ​ລູກຊາຍກົກ​ໃນ​ປະເທດ​ເອຢິບ​ທັງໝົດ​ຈະ​ຕາຍ​ຄື: ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບຕໍ່​ຄອງ​ຣາຊບັນລັງ ຕະຫລອດ​ເຖິງ​ລູກຊາຍກົກ​ຂອງ​ຄົນ​ຮັບໃຊ້​ຍິງ​ໂມ້​ແປ້ງ. ສັດ​ໂຕເຖິກ​ຫົວປີ​ກໍ​ຈະ​ຕາຍ​ໝົດ​ຄືກັນ. 6ສຽງ​ຮ້ອງໄຫ້​ຈະ​ດັງ​ກ້ອງສະໜັ່ນ​ທົ່ວ​ປະເທດ​ເອຢິບ ຢ່າງ​ບໍ່ເຄີຍ​ມີ​ມາ​ກ່ອນ​ຫລື​ຈະ​ບໍ່ມີ​ອີກ​ຈັກເທື່ອ. 7ແຕ່​ໃນ​ໝູ່​ບ້ານ​ຂອງ​ຊາວ​ອິດສະຣາເອນ ແມ່ນແຕ່​ສຽງ​ໝາ​ເຫົ່າ​ຄົນ​ແລະ​ສັດ​ກໍ​ຈະ​ບໍ່ມີ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ໃຫ້​ມີ​ຄວາມ​ແຕກຕ່າງ​ກັນ ລະຫວ່າງ​ຊາວ​ເອຢິບ​ແລະ​ຊາວ​ອິດສະຣາເອນ.’ 8ບັນດາ​ຂ້າຣາຊການ​ທັງໝົດ​ຂອງທ່ານ​ຈະ​ມາ​ຫາ​ຂ້ານ້ອຍ ແລະ​ພາກັນ​ຂາບລົງ ແລະ​ຈະ​ຂໍຮ້ອງ​ຂ້ານ້ອຍ ໃຫ້​ນຳພາ​ປະຊາຊົນ​ຂອງ​ຂ້ານ້ອຍ​ທັງໝົດ​ນີ້​ອອກ​ໄປ​ຈາກ​ປະເທດ. ຫລັງຈາກ​ນັ້ນ​ແລ້ວ ຂ້ານ້ອຍ​ຈຶ່ງ​ຈະ​ຈາກ​ໄປ.” ແລ້ວ​ໂມເຊ​ກໍ​ຈາກ​ກະສັດ​ຟາໂຣ​ໄປ​ດ້ວຍ​ໃຈ​ໂກດຮ້າຍ​ທີ່ສຸດ.
9ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ, “ກະສັດ​ຟາໂຣ​ຈະ​ສືບຕໍ່​ບໍ່​ຍອມ​ຟັງ​ເຈົ້າ ເພື່ອ​ເຮົາ​ຈະ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ຕື່ມ​ອີກ​ໃນ​ປະເທດ​ເອຢິບ.” 10ໂມເຊ​ແລະ​ອາໂຣນ​ໄດ້​ເຮັດ​ການ​ອັດສະຈັນ​ເຫຼົ່ານັ້ນ​ຊ້ອງໜ້າ​ກະສັດ​ຟາໂຣ, ແຕ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ເພິ່ນ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ອອກ​ໜີໄປ​ຈາກ​ປະເທດ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in