YouVersion Logo
Search Icon

ອົບພະຍົບ 12

12
ປັດສະຄາ
1ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ກັບ​ອາໂຣນ​ໃນ​ປະເທດ​ເອຢິບ​ວ່າ, 2“ຈົ່ງ​ຕັ້ງ​ເດືອນ​ນີ້​ໃຫ້​ເປັນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ສຳລັບ​ພວກເຈົ້າ. 3ຈົ່ງ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ຊຸມຊົນ​ອິດສະຣາເອນ​ທັງໝົດ​ວ່າ: ໃນ​ມື້​ທີ​ສິບ​ຂອງ​ເດືອນ​ນີ້​ໃຫ້​ຊາຍ​ທຸກຄົນ​ໃນ​ແຕ່ລະ​ຄອບຄົວ ເລືອກ​ເອົາ​ລູກແກະ​ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ໄວ້. 4ຖ້າ​ຄອບຄົວ​ໃດ​ມີ​ໜ້ອຍ​ຄົນ​ທີ່​ຈະ​ກິນ​ສັດ​ໂຕໜຶ່ງ​ບໍ່​ໝົດ ກໍ​ໃຫ້​ພວກເຂົາ​ລວມ​ກັບ​ເພື່ອນບ້ານ​ທີ່​ຢູ່​ໃກ້ຄຽງ​ກິນ​ສັດ​ໂຕໜຶ່ງ ໂດຍ​ໃຫ້​ຄິດໄລ່​ຕາມ​ຈຳນວນ​ຄົນ ແລະ​ຄວາມ​ສາມາດ​ຂອງ​ແຕ່ລະຄົນ​ທີ່​ຈະ​ກິນ​ໄດ້​ເທົ່າ​ໃດ. 5ລູກແກະ​ຫລື​ລູກ​ແບ້​ທີ່​ຈະ​ເລືອກ​ເອົາ​ນັ້ນ​ຈະ​ຕ້ອງ​ເປັນ​ໂຕ​ເຖິກ​ອາຍຸ​ໜຶ່ງ​ປີ ແລະ​ເປັນ​ສັດ​ທີ່​ມີ​ສຸຂະພາບ​ດີ ແລະ​ບໍ່ມີຕຳໜິ​ໃດໆ​ທັງ​ສິ້ນ. 6ແລ້ວ​ໃນ​ຕອນແລງ​ຂອງ​ມື້​ທີ​ສິບສີ່​ຂອງ​ເດືອນ ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ພາກັນ​ຂ້າ​ສັດ​ຂອງ​ພວກ​ຕົນ. 7ຈົ່ງ​ໃຫ້​ປະຊາຊົນ​ເອົາ​ເລືອດ​ບາງ​ສ່ວນ​ທາ​ໃສ່​ໄມ້​ຂອບ​ວົງ​ປະຕູ​ເຂົ້າ​ເຮືອນ ບ່ອນ​ທີ່​ກິນ​ສັດ​ນັ້ນ​ຄື: ໃຫ້​ທາ​ຂ້າງ​ຊ້າຍ, ຂ້າງ​ຂວາ ແລະ​ຂ້າງ​ເທິງ. 8ໃນ​ຄືນ​ນັ້ນ ຈົ່ງ​ປີ້ງ​ຊີ້ນ​ກິນ​ກັບ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກັບ​ຜັກຂົມ. 9ຢ່າ​ກິນ​ດິບ​ຫລື​ຢ່າ​ຕົ້ມ​ກິນ ແຕ່​ໃຫ້​ປີ້ງ​ກິນ​ທັງໝົດ​ຄື: ທັງ​ຫົວ, ທັງ​ຂາ ແລະ​ເຄື່ອງໃນ​ໄສ້​ພຸງ. 10ພວກເຈົ້າ​ບໍ່​ຕ້ອງ​ໃຫ້​ສິ່ງໃດໆ​ເຫຼືອ​ຮອດ​ມື້​ເຊົ້າ ຖ້າ​ມີ​ສິ່ງ​ເຫຼືອ​ຢູ່​ກໍ​ໃຫ້​ເຜົາ​ໄຟ​ຖິ້ມ​ເສຍ. 11ໃຫ້​ພວກເຈົ້າ​ກິນ​ໄວໆ​ເພາະ​ພວກເຈົ້າ​ຕ້ອງ​ນຸ່ງ​ເຄື່ອງ​ຕຽມ​ອອກ​ເດີນທາງ ພ້ອມ​ທັງ​ຕ້ອງ​ສຸບ​ເກີບ ແລະ​ຖື​ໄມ້ຄ້ອນເທົ້າ. ການ​ກີນລ້ຽງ​ນີ້ ແມ່ນ​ການ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ.
12ໃນ​ຄືນ​ນັ້ນ ເຮົາ​ຈະ​ຜ່ານ​ດິນແດນ​ປະເທດ​ເອຢິບ​ໄປ ເພື່ອ​ຂ້າ​ລູກຊາຍກົກ​ຂອງ​ມະນຸດ ແລະ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ ແລະ​ເພື່ອ​ລົງໂທດ​ບັນດາ​ພະ​ທັງໝົດ​ຂອງ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ. 13ເລືອດ​ທີ່​ປະຕູ​ເຮືອນ​ນັ້ນ ຈະ​ເປັນ​ໝາຍສຳຄັນ​ບອກ​ວ່າ ເປັນ​ເຮືອນ​ທີ່​ພວກເຈົ້າ​ອາໄສ​ຢູ່. ເມື່ອ​ເຮົາ​ເຫັນ​ເລືອດ​ນັ້ນ ເຮົາ​ຈະ​ຜ່ານ​ເວັ້ນ​ໄປ ແລະ​ຈະ​ບໍ່​ທຳຮ້າຍ​ພວກເຈົ້າ ເວລາ​ເຮົາ​ລົງໂທດ​ຊາວ​ເອຢິບ. 14ພວກເຈົ້າ​ຕ້ອງ​ສະຫລອງ​ວັນ​ນີ້​ເປັນ​ວັນ​ສຳຄັນ ເພື່ອ​ໃຫ້​ລະນຶກເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ພວກເຈົ້າ. ຈົ່ງ​ສະຫລອງ​ວັນ​ນີ້​ຕະຫລອດໄປ.
ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ
15ຈົ່ງ​ກິນ​ເຂົ້າຈີ່ ບໍ່ມີ​ເຊື້ອແປ້ງ​ໃຫ້​ຄົບ​ເຕັມ​ເຈັດ​ວັນ. ໃນ​ວັນ​ທຳອິດ ໃຫ້​ເອົາ​ເຊື້ອແປ້ງ​ທັງໝົດ​ໃນ​ເຮືອນ​ຖິ້ມ ເພາະວ່າ​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ກິນ​ເຂົ້າຈີ່ ມີ​ເຊື້ອແປ້ງ​ໃນ​ເຈັດ​ວັນ​ນັ້ນ ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ. 16ໃນ​ມື້​ທີ​ໜຶ່ງ ແລະ​ໃນ​ມື້​ທີ​ເຈັດ ພວກເຈົ້າ​ຕ້ອງ​ມາ​ເຕົ້າໂຮມ​ກັນ​ນະມັດສະການ​ເຮົາ. ຢ່າ​ເຮັດ​ວຽກ​ໃດໆ​ໃນ​ສອງ​ມື້​ນັ້ນ ແຕ່​ໃຫ້​ພວກເຈົ້າ​ຕຽມ​ອາຫານ​ກິນ​ໄດ້. 17ຈົ່ງ​ຖື​ຮັກສາ​ພິທີ​ກິນ​ເຂົ້າຈີ່ ບໍ່ມີ​ເຊື້ອແປ້ງ​ນີ້​ໄວ້ ເພາະ​ໃນວັນນີ້​ເອງ ທີ່​ເຮົາ​ໄດ້​ນຳ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ເອຢິບ. ຈົ່ງ​ຖື​ວັນນີ້​ເປັນ​ວັນ​ສະຫລອງ​ປະຈຳ​ປີ​ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ​ຄົນ. 18ໃນ​ຕອນ​ຄໍ່າ​ຂອງ​ມື້​ທີ​ສິບສີ່ ເດືອນ​ທີ​ໜຶ່ງ ຈົນເຖິງ​ຕອນ​ຄໍ່າ​ຂອງ​ມື້​ທີ​ຊາວເອັດ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ. 19-20ໃນ​ເຈັດ​ວັນ​ນີ້ ຢ່າ​ໃຫ້​ມີ​ເຊື້ອແປ້ງ​ຢູ່​ໃນ​ເຮືອນ. ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ ບໍ່​ວ່າ​ເປັນ​ຄົນ​ຕ່າງດ້າວ ຫລື​ເປັນ​ຄົນ​ອິດສະຣາເອນ​ກໍຕາມ ລາວ​ຈະ​ບໍ່ໄດ້​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.”
ປັດສະຄາ​ຄັ້ງ​ທຳອິດ
21ໂມເຊ​ໄດ້​ເອີ້ນ​ບັນດາ​ຫົວໜ້າ​ຂອງ​ຊາວ​ອິດສະຣາເອນ​ມາ​ຮ່ວມ​ປະຊຸມ​ກັນ ແລະ​ກ່າວ​ຕໍ່​ພວກເຂົາ​ວ່າ, “ໃຫ້​ພວກເຈົ້າ​ແຕ່ລະຄົນ​ໄປ​ເລືອກ​ເອົາ​ລູກແກະ ຫລື​ລູກ​ແບ້ເຖິກ​ໂຕໜຶ່ງ​ມາ​ຂ້າ ເພື່ອ​ເປັນ​ການ​ສະຫລອງ​ປັດສະຄາ. 22ຈົ່ງ​ເອົາ​ໃບ​ຫູສົບ​ມັດ​ໜຶ່ງ​ຈຸ່ມ​ລົງ​ໃນ​ຂັນ ທີ່​ມີ​ເລືອດ​ແລະ​ທາ​ເລືອດ​ນັ້ນ​ໃສ່​ອ້ອມ​ຂອບ​ວົງ​ປະຕູ. ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ອອກ​ຈາກ​ເຮືອນ​ຈົນກວ່າ​ຈະ​ຮຸ່ງ​ເຊົ້າ. 23ເມື່ອ​ພຣະເຈົ້າຢາເວ​ຜ່ານ​ດິນແດນ​ເອຢິບ​ໄປ ເພື່ອ​ຂ້າ​ຊາວ​ເອຢິບ​ນັ້ນ ພຣະເຈົ້າຢາເວ​ຈະ​ເຫັນ​ເລືອດ​ທີ່​ທາ​ອ້ອມ​ຂອບ​ໄມ້​ວົງປະຕູ ແລະ​ຈະ​ບໍ່​ໃຫ້​ທູດ​ແຫ່ງ​ຄວາມຕາຍ ເຂົ້າ​ໄປ​ໃນ​ເຮືອນ ແລະ​ປະຫານ​ພວກເຈົ້າ. 24ພວກເຈົ້າ​ພ້ອມ​ທັງ​ລູກຫລານ ຈົ່ງ​ຖື​ຄຳສັ່ງ​ນີ້​ຕະຫລອດໄປ. 25ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ຈະ​ມອບ​ໃຫ້​ພວກເຈົ້າ​ນັ້ນ ພວກເຈົ້າ​ຕ້ອງ​ໄດ້​ຈັດ​ພິທີ​ນີ້​ຂຶ້ນ. 26ເມື່ອ​ພວກ​ລູກຫລານ​ຖາມ​ວ່າ, ‘ພິທີ​ນີ້​ມີ​ຄວາມໝາຍ​ວ່າ​ຢ່າງ​ໃດ?’ 27ໃຫ້​ພວກເຈົ້າ​ຕອບ​ວ່າ, ‘ແມ່ນ​ພິທີ​ສະຫລອງ​ປັດສະຄາ ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ ເພາະວ່າ​ພຣະອົງ​ໄດ້​ຜ່ານ​ເວັ້ນ​ເຮືອນ​ຂອງ​ຊາວ​ອິດສະຣາເອນ​ຢູ່​ໃນ​ປະເທດ​ເອຢິບ. ພຣະອົງ​ໄດ້​ຂ້າ​ຊາວ​ເອຢິບ ແຕ່​ໄດ້​ໄວ້​ຊີວິດ​ພວກເຮົາ.”’
ຈາກ​ນັ້ນ ຊາວ​ອິດສະຣາເອນ​ກໍໄດ້​ພາກັນ​ຄຸເຂົ່າ​ລົງ​ແລະ​ນ້ອມ​ນະມັດສະການ. 28ແລ້ວ​ພວກເຂົາ​ກໍ​ພາກັນ​ໄປ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ອາໂຣນ​ໄວ້​ນັ້ນ​ທຸກປະການ.
ຄວາມ​ຕາຍ​ຂອງ​ລູກຊາຍກົກ
29ແລ້ວ​ໃນ​ຕອນ​ທ່ຽງຄືນ ພຣະເຈົ້າຢາເວ​ກໍໄດ້​ຂ້າ​ລູກຊາຍກົກ​ທັງໝົດ​ໃນ​ປະເທດ​ເອຢິບ ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບ​ບັນລັງ ເຖິງ​ລູກຊາຍກົກ​ຂອງ​ນັກໂທດ​ຜູ້​ທີ່​ຖືກ​ຄຸມຂັງ​ຢູ່​ໃນ​ຄຸກ​ມືດ; ລູກ​ສັດ​ໂຕ​ເຖິກ​ຫົວປີ​ກໍໄດ້​ຖືກ​ຂ້າ​ຄື​ກັນ. 30ໃນ​ຄືນ​ນັ້ນ ກະສັດ​ຟາໂຣ, ບັນດາ​ຂ້າຣາຊການ ແລະ​ຊາວ​ເອຢິບ​ທັງໝົດ​ຕ່າງ​ກໍ​ຕື່ນ​ຂຶ້ນ​ມາ. ສຽງ​ຮ້ອງໄຫ້​ຄໍ່າຄວນ​ອຶກກະທຶກ ໄດ້​ດັງ​ສະໜັ່ນ​ໄປ​ທົ່ວ​ປະເທດ​ເອຢິບ ເພາະວ່າ​ທຸກ​ບ້ານ ທຸກ​ເຮືອນ​ໃດ​ກໍ​ມີ​ຄົນ​ຕາຍ. 31ໃນ​ຄືນ​ນັ້ນ​ເອງ ກະສັດ​ຟາໂຣ​ໄດ້​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ ແລະ​ບອກ​ວ່າ, “ໃຫ້​ພວກເຈົ້າ​ພາ​ຊາວ​ອິດສະຣາເອນ​ອອກ​ໄປ​ສາ ຈົ່ງ​ໜີ​ອອກ​ໄປ​ຈາກ​ປະເທດ​ຂອງເຮົາ​ດຽວ​ນີ້ ໄປ​ນະມັດສະການ​ພຣະເຈົ້າຢາເວ​ຕາມ​ທີ່​ພວກເຈົ້າ​ຂໍຮ້ອງ​ສາ​ເຖີດ. 32ໃຫ້​ເອົາ​ຝູງແກະ​ຝູງແບ້​ກັບ​ຝູງງົວ​ຂອງ​ພວກເຈົ້າ​ໜີໄປ​ນຳ ແລະ​ຈົ່ງ​ພາວັນນາ​ອະທິຖານ​ຂໍ​ຊົງ​ໂຜດ​ອວຍພອນ​ເຮົາ​ດ້ວຍ.”
33ຊາວ​ເອຢິບ​ໄດ້​ຂໍຮ້ອງ​ຊົນຊາດ​ນີ້​ໃຫ້​ຟ້າວ​ອອກ​ໜີໄປ​ຈາກ​ປະເທດ. ພວກເຂົາ​ໄດ້​ເວົ້າ​ວ່າ, “ພວກເຮົາ​ຈະ​ຕາຍ​ກັນ​ໝົດ​ຖ້າ​ພວກເຈົ້າ​ບໍ່​ໜີໄປ.” 34ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຈັດຕຽມ​ເອົາ​ແປ້ງ​ດິບ​ທີ່​ບໍ່ທັນ​ມີ​ເຊື້ອແປ້ງ​ເທື່ອ ພ້ອມ​ດ້ວຍ​ຮາງ​ນວດ​ແປ້ງ​ຫໍ່​ໃສ່​ເສື້ອຄຸມ​ຊັ້ນນອກ​ແບກ​ໄປ. 35ພວກເຂົາ​ກະທຳ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ຄື​ໄດ້​ຂໍ​ໃຫ້​ເອົາ​ເຄື່ອງ​ເງິນ, ເຄື່ອງ​ຄຳ​ແລະ​ເສື້ອຜ້າ​ນຳ​ຊາວ​ເອຢິບ. 36ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊາວ​ເອຢິບ​ຢຳເກງ​ຊາວ​ອິດສະຣາເອນ ແລະ​ມອບ​ສິ່ງຂອງ​ໃຫ້​ພວກເຂົາ​ຕາມ​ທີ່​ຊາວ​ອິດສະຣາເອນ​ຂໍຮ້ອງ​ເອົາ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງໄດ້​ຢຶດເອົາ​ຊັບສົມບັດ​ຂອງ​ຊາວ​ເອຢິບ​ໄປ.
ຊາວ​ອິດສະຣາເອນ​ອອກ​ໄປ​ຈາກ​ປະເທດ​ເອຢິບ
37ຊາວ​ອິດສະຣາເອນ​ພາກັນ​ອອກ​ໄປ​ຈາກ​ເມືອງ​ຣາມາເຊັດ ມຸ້ງໜ້າ​ສູ່​ເມືອງ​ຊຸກໂກດ. ຜູ້​ເດີນທາງ​ມີ​ປະມານ​ຫົກແສນ​ຄົນ​ໂດຍ​ບໍ່​ນັບ​ຜູ້ຍິງ​ແລະ​ເດັກນ້ອຍ. 38ນອກຈາກນີ້​ກໍ​ຍັງ​ມີ​ຄົນ​ເຊື້ອຊາດ​ອື່ນໆ ຝູງແກະ​ຝູງແບ້​ແລະ​ຝູງງົວ ເດີນທາງ​ໄປ​ນຳ​ອີກ​ດ້ວຍ. 39ພວກເຂົາ​ໄດ້​ເອົາ​ກ້ອນ​ເຂົ້າຈີ່​ດິບ​ທີ່​ນຳ​ມາ​ຈາກ​ປະເທດ​ເອຢິບ ຊຶ່ງ​ຍັງ​ບໍ່​ທັນ​ໃສ່​ເຊື້ອແປ້ງ​ເທື່ອນັ້ນ ປີ້ງ​ກິນ​ເປັນ​ອາຫານ. ຍ້ອນ​ວ່າ​ພວກເຂົາ​ຖືກ​ຂັບໄລ່​ໃຫ້​ອອກ​ຈາກ​ປະເທດ​ເອຢິບ​ຢ່າງ​ກະທັນຫັນ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່ມີ​ເວລາ​ພໍ​ທີ່​ຈະ​ຕຽມ​ອາຫານ ຫລື​ເຮັດ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໄວ້​ກິນ.
40ຊາວ​ອິດສະຣາເອນ​ໄດ້​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ເປັນ​ເວລາ ສີ່ຮ້ອຍ​ສາມສິບ​ປີ. 41ພໍດີ​ສິ້ນ​ປີ​ທີ​ສີ່ຮ້ອຍ​ສາມສິບ ປະຊາຊົນ​ໝົດ​ທຸກ​ເຜົ່າ​ຂອງ​ພຣະເຈົ້າຢາເວ ກໍໄດ້​ອອກ​ໄປ​ຈາກ​ປະເທດ​ເອຢິບ. 42ຄືນ​ວັນນັ້ນ ເປັນ​ຄືນ​ທີ່​ຄວນ​ຈົດຈຳ​ໄວ້​ເປັນ​ທີ່ລະນຶກ​ອັນ​ຍິ່ງໃຫຍ່​ເຖິງ​ພຣະເຈົ້າຢາເວ ເພາະ​ໄດ້​ຊົງ​ນຳພາ​ພວກເຂົາ​ອອກ​ຈາກ​ປະເທດ​ເອຢິບ. ຄືນ​ວັນນັ້ນ ຈຶ່ງ​ເປັນ​ຄືນ​ຂອງ​ພຣະເຈົ້າຢາເວ​ທີ່​ຊາວ​ອິດສະຣາເອນ​ທັງໝົດ​ຖື​ເປັນ​ທີ່ລະນຶກ​ຕະຫລອດ​ຊົ່ວອາຍຸ​ຂອງ​ພວກເຂົາ.
ກົດລະບຽບ​ກ່ຽວກັບ​ພິທີ​ສະຫລອງ​ປັດສະຄາ
43ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ແລະ​ອາໂຣນ​ວ່າ, “ຕໍ່ໄປນີ້ ແມ່ນ​ກົດລະບຽບ​ກ່ຽວກັບ​ພິທີ​ສະຫລອງ​ປັດສະຄາ ຄື​ຢ່າ​ໃຫ້​ຄົນຕ່າງຊາດ​ຮ່ວມ​ກິນ​ປັດສະຄາ 44ແຕ່​ທາດຮັບໃຊ້​ຜູ້​ທີ່​ນາຍ​ໄດ້​ຊື້​ມາ ແລະ​ເຂົ້າ​ພິທີຕັດ​ແລ້ວ​ໃຫ້​ຮ່ວມ​ກິນ​ນຳ​ໄດ້. 45ຢ່າ​ໃຫ້​ຄົນ​ທີ່​ອາໄສ​ຢູ່​ຊົ່ວຄາວ ຫລື​ລູກຈ້າງ​ກິນ​ອາຫານ​ສຳລັບ​ພິທີ​ສະຫລອງ​ປັດສະຄາ. 46ອາຫານ​ທັງໝົດ​ໃຫ້​ກິນ​ຢູ່​ໃນ​ເຮືອນ ແລະ​ຢ່າ​ນຳ​ອອກ​ໄປ​ກິນ​ນອກ​ເຮືອນ. ຢ່າ​ຫັກ​ກະດູກ​ສັດ​ທີ່​ຕົນ​ໄດ້​ຂ້າ​ກິນ​ໃນ​ພິທີ​ນີ້. 47ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ສະຫລອງ​ເທດສະການ​ນີ້. 48ແຕ່​ຢ່າ​ໃຫ້​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ຮ່ວມ​ກິນ​ນຳ. ຖ້າ​ຄົນຕ່າງຊາດ​ຜູ້ໜຶ່ງ​ໃນ​ທ່າມກາງ​ພວກເຂົາ​ຢາກ​ຈະ​ຈັດ​ປັດສະຄາ ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ຕ້ອງ​ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ຜູ້ນັ້ນ​ຮັບ​ພິທີຕັດ​ເສຍ​ກ່ອນ. ແລ້ວ​ພວກເຂົາ​ກໍ​ຈະ​ເຂົ້າ​ຮ່ວມ​ໃນ​ພິທີ​ນີ້​ໄດ້ ໂດຍ​ຮັບ​ການ​ປະຕິບັດ​ເໝືອນ​ກັບ​ວ່າ ຕົນ​ເປັນ​ຊາວ​ອິດສະຣາເອນ​ມາ​ແຕ່​ກຳເນີດ. 49ກົດລະບຽບ​ອັນ​ດຽວກັນ​ນີ້​ໃຫ້​ໃຊ້​ສຳລັບ​ຄົນ​ອິດສະຣາເອນ​ແຕ່​ກຳເນີດ ແລະ​ສຳລັບ​ຄົນ​ຕ່າງດ້າວ​ຜູ້​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ຄື​ກັນ.” 50ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ເຮັດ​ຕາມ​ກົດລະບຽບ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ ແລະ​ອາໂຣນ​ທຸກປະການ. 51ໃນ​ວັນ​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ນຳ​ຊາວ​ອິດສະຣາເອນ​ເຜົ່າ​ຕ່າງໆ​ອອກ​ໄປ​ຈາກ​ດິນແດນ​ປະເທດ​ເອຢິບ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in