YouVersion Logo
Search Icon

ເອເຟໂຊ 3

3
ພາລະກິດ​ຂອງ​ໂປໂລ​ສຳລັບ​ຄົນຕ່າງຊາດ
1ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຄື​ໂປໂລ​ຜູ້​ຖືກ​ຈຳຈອງ​ຢູ່ ຍ້ອນ​ເຫັນແກ່​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ. 2ແນ່ນອນ​ພວກເຈົ້າ​ຄົງ​ໄດ້ຍິນ​ແລ້ວ​ວ່າ ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ ພຣະອົງ​ໄດ້​ມອບໝາຍ​ພາລະກິດ​ນີ້ ໃຫ້​ຂ້າພະເຈົ້າ​ຮັບໃຊ້ ເພື່ອ​ເປັນ​ຜົນ​ດີ​ແກ່​ພວກເຈົ້າ. 3ພຣະອົງ​ໄດ້​ເປີດເຜີຍ​ແຜນການ​ອັນ​ເລິກລັບ​ຂອງ​ພຣະອົງ​ໃຫ້​ຂ້າພະເຈົ້າ​ໄດ້​ຮູ້​ແຜນການ​ນັ້ນ. (ຕາມ​ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ໄວ້​ແລ້ວ ຢ່າງ​ຫຍໍ້ໆ​ກ່ຽວກັບ​ເລື່ອງ​ນີ້ 4ແລະ​ເມື່ອ​ພວກເຈົ້າ​ຈະ​ອ່ານ​ເບິ່ງ​ຖ້ອຍຄຳ ຊຶ່ງ​ຂ້າພະເຈົ້າ​ໄດ້​ຂຽນ​ນັ້ນ ກໍ​ຈະ​ຮູ້​ເຖິງ​ຄວາມ​ເຂົ້າໃຈ​ຂອງ​ຂ້າພະເຈົ້າ​ໄດ້ ໃນ​ເລື່ອງ​ຄວາມ​ເລິກລັບ​ຂອງ​ພຣະຄຣິດ.) 5ຊຶ່ງ​ໃນ​ສະໄໝ​ກ່ອນ ພຣະອົງ​ບໍ່ໄດ້​ໃຫ້​ມະນຸດສະໂລກ​ຮູ້​ຄວາມ​ເລິກລັບ​ນີ້ ແຕ່​ບັດນີ້​ພຣະອົງ​ໄດ້​ເປີດເຜີຍ​ເລື່ອງ​ນັ້ນ ໃຫ້​ແກ່​ບັນດາ​ອັກຄະສາວົກ​ທີ່​ບໍຣິສຸດ​ຂອງ​ພຣະອົງ ແລະ​ພວກ​ຜູ້​ປະກາດ​ພຣະທຳ​ໂດຍ​ທາງ​ພຣະວິນຍານ. 6ວ່າ ຄົນຕ່າງຊາດ​ນັ້ນ​ໄດ້​ເປັນ​ຜູ້​ຮັບ​ມໍຣະດົກ​ຮ່ວມ​ກັນ ເປັນ​ອະໄວຍະວະ​ຂອງ​ກາຍ​ອັນ​ດຽວກັນ ທັງ​ມີ​ສ່ວນ​ໄດ້​ຮັບ​ພຣະສັນຍາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໂດຍ​ທາງ​ຂ່າວປະເສີດ.
7ຂ້າພະເຈົ້າ​ໄດ້​ຮັບ​ການ​ແຕ່ງຕັ້ງ ໃຫ້​ເປັນ​ຜູ້ຮັບໃຊ້​ຂ່າວປະເສີດ​ໂດຍ​ພຣະຄຸນ ຊຶ່ງ​ເປັນ​ຂອງ​ປະທານ​ຢ່າງ​ພິເສດ​ຈາກ​ພຣະເຈົ້າ ຊຶ່ງ​ໂຜດ​ປະທານ​ແກ່​ຂ້າພະເຈົ້າ ໂດຍ​ແມ່ນ​ຣິດອຳນາດ​ຂອງ​ພຣະອົງ​ຊົງ​ກະທຳ​ການ. 8ໃນ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ​ທັງໝົດ​ນັ້ນ ຂ້າພະເຈົ້າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກວ່າ​ຜູ້​ທີ່​ເລັກນ້ອຍ​ທີ່ສຸດ, ເຖິງ​ປານນັ້ນ ພຣະອົງ​ກໍ​ຍັງ​ໂຜດ​ປະທານ​ພຣະຄຸນ​ນີ້​ແກ່​ຂ້າພະເຈົ້າ ຄື​ໃຫ້​ຂ້າພະເຈົ້າ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເຖິງ​ຄວາມ​ບໍຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະຄຣິດ, 9ແລະ​ເຮັດ​ໃຫ້​ຄົນ​ທັງປວງ ເຫັນ​ແຈ້ງ​ເຖິງ​ແຜນການ​ອັນ​ລັບເລິກ​ຂອງ​ພຣະເຈົ້າ​ຜູ້​ຊົງ​ສ້າງ​ສັບພະທຸກສິ່ງ ຊຶ່ງ​ໄດ້​ເຊື່ອງຊ້ອນ​ຄວາມ​ລັບເລິກ​ຂອງ​ພຣະອົງ​ໄວ້ ຕະຫລອດ​ທຸກຍຸກ​ທຸກສະໄໝ​ທີ່​ຜ່ານ​ມາ, 10ເພື່ອ​ວ່າ​ໃນ​ປະຈຸບັນ​ນີ້ ຜູ້​ຄອບຄອງ ແລະ​ຜູ້​ມີ​ອຳນາດ​ໃນ​ສະຫວັນ​ສະຖານ ຈະ​ໄດ້​ຮູ້​ເຖິງ​ພຣະ​ສະຕິປັນຍາ​ອັນ​ສັບຊ້ອນ​ຂອງ​ພຣະເຈົ້າ ໂດຍ​ທາງ​ຄຣິສຕະຈັກ. 11ພຣະເຈົ້າ​ໄດ້​ກະທຳ​ການ​ນີ້ ຕາມ​ພຣະປະສົງ​ອັນ​ນິຣັນ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ຊົງ​ກະທຳ​ໃຫ້​ສຳເລັດ ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ. 12ໃນ​ພຣະອົງ​ແລະ​ໂດຍ​ທາງ​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ໃນ​ພຣະອົງ​ນັ້ນ ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ​ທີ່​ຈະ​ເຂົ້າ​ເຝົ້າ​ພຣະອົງ ດ້ວຍ​ຄວາມ​ໝັ້ນໃຈ​ຢ່າງ​ເຕັມ​ລົ້ນ. 13ເຫດສະນັ້ນ, ຂ້າພະເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ວ່າ ຢ່າ​ທໍ້ຖອຍ​ໃຈ​ຍ້ອນ​ຂ້າພະເຈົ້າ​ຖືກ​ທົນທຸກ​ລຳບາກ ເພາະ​ເຫັນ​ແກ່​ພວກເຈົ້າ, ທັງໝົດ​ນັ້ນ​ກໍ​ເພື່ອ​ເປັນ​ກຽດຕິຍົດ​ແກ່​ພວກເຈົ້າ​ເອງ.
ໃຫ້​ຮູ້ຈັກ​ຄວາມຮັກ​ຂອງ​ພຣະຄຣິດ
14ເພາະ​ເຫດ​ນີ້ ຂ້າພະເຈົ້າ​ຈຶ່ງ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະບິດາເຈົ້າ, 15ອົງ​ທີ່​ບັນດານ​ໃຫ້​ທຸກໆ​ຄອບຄົວ ໃນ​ສະຫວັນ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ດຳລົງ​ຢູ່. 16ຂ້າພະເຈົ້າ​ພາວັນນາ​ອະທິຖານ ຂໍ​ພຣະອົງ​ຊົງ​ໂຜດ​ປະທານ​ກຳລັງ​ອັນ​ເຂັ້ມແຂງ​ຝ່າຍ​ຈິດໃຈ​ແກ່​ພວກເຈົ້າ ໂດຍ​ເດດ​ພຣະວິນຍານ​ຕາມ​ຄວາມ​ອຸດົມສົມບູນ ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ພຣະອົງ, 17ເພື່ອ​ພຣະຄຣິດ​ຈະ​ຊົງ​ສະຖິດ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ໄດ້​ວາງ​ຮາກ​ລົງ​ຢ່າງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ, 18ພວກເຈົ້າ​ກໍ​ຈະ​ມີ​ຄວາມ​ສາມາດ​ເຂົ້າໃຈ ພ້ອມ​ກັບ​ໄພ່ພົນ​ທັງປວງ​ຂອງ​ພຣະອົງ ເຖິງ​ຄວາມ​ກວ້າງ, ຄວາມ​ຍາວ, ຄວາມ​ສູງ ແລະ​ຄວາມ​ເລິກ, 19ທັງ​ຈະ​ຮູ້ຈັກ​ຄວາມຮັກ​ຂອງ​ພຣະຄຣິດ ຊຶ່ງ​ເກີນ​ຄວາມຮູ້ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ເຕັມ​ບໍຣິບູນ ຂອງ​ພຣະເຈົ້າ​ທຸກປະການ.
20ຂໍ​ໃຫ້​ພຣະ​ກຽດ​ຈົ່ງ​ເປັນ​ຂອງ​ພຣະອົງ ຜູ້​ຊົງ​ຣິດ​ສາມາດ​ກະທຳ​ການ​ນອກ​ເໜືອ​ສາລະພັດ​ທຸກສິ່ງ ເກີນ​ກວ່າ​ທີ່​ພວກເຮົາ​ຈະ​ຂໍ ຫລື​ຄິດ​ໄດ້ ຕາມ​ຣິດອຳນາດ​ທີ່​ກະທຳ​ການ​ຢູ່​ພາຍ​ໃນ​ຕົວ​ຂອງ​ພວກເຮົາ. 21ຈົ່ງ​ຖວາຍ​ພຣະ​ກຽດຕິຍົດ​ແດ່​ພຣະເຈົ້າ​ໃນ​ຄຣິສຕະຈັກ ແລະ​ໃນ​ພຣະຄຣິດເຈົ້າ​ເຢຊູ ທຸກຍຸກ​ທຸກສະໄໝ​ຕະຫລອດໄປ​ເປັນນິດ​ເທີ້ນ ອາແມນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in