ເອເຟໂຊ 2
2
ຈາກຄວາມຕາຍໄປສູ່ຊີວິດ
1ໃນອະດີດຜ່ານມາ ພວກເຈົ້າໄດ້ຕາຍແລ້ວຝ່າຍຈິດວິນຍານ ຍ້ອນພວກເຈົ້າບໍ່ເຊື່ອຟັງ ແລະເຮັດບາບນາໆປະການ. 2ໃນເວລານັ້ນ ພວກເຈົ້າໄດ້ປະຕິບັດຕາມທາງອັນຊົ່ວຊ້າແຫ່ງໂລກນີ້ ຄືພວກເຈົ້າເຊື່ອຟັງຕາມຜູ້ທີ່ມີຣິດອຳນາດປົກຄອງຢູ່ໃນຍ່ານອາກາດ ຄືວິນຍານຊຶ່ງຄອບງຳຢູ່ໃນທ່າມກາງຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ. 3ແທ້ຈິງແລ້ວ, ພວກເຮົາທຸກຄົນເຄີຍດຳເນີນຊີວິດເໝືອນດັ່ງຄົນເຫຼົ່ານັ້ນ ຄືໄດ້ດຳເນີນຊີວິດຕາມກິເລດຕັນຫາທີ່ເຮົາຕ້ອງການ ຄືປະຕິບັດຕາມສິ່ງທີ່ຮ່າງກາຍແລະຈິດໃຈຂອງຕົນເອງປາຖະໜາຕາມສັນດານ ພວກເຮົາສົມຄວນຖືກພຣະເຈົ້າລົງໂທດເໝືອນດັ່ງຄົນອື່ນ.
4ແຕ່ດ້ວຍພຣະກະລຸນາປານີຂອງພຣະເຈົ້າທີ່ອຸດົມສົມບູນຫລາຍ ແລະດ້ວຍຄວາມຮັກຂອງພຣະອົງ ທີ່ມີຕໍ່ພວກເຮົາກໍໃຫຍ່ຫລວງ, 5ເຖິງແມ່ນວ່າ ເມື່ອພວກເຮົາໄດ້ຕາຍແລ້ວຝ່າຍຈິດວິນຍານ ຍ້ອນພວກເຮົາບໍ່ເຊື່ອຟັງ ພຣະອົງກໍຍັງໄດ້ບັນດານໃຫ້ພວກເຮົາເປັນຄືນມາສູ່ຊີວິດກັບພຣະຄຣິດ ການທີ່ພວກເຮົາໄດ້ຮັບຄວາມລອດພົ້ນນັ້ນ ແມ່ນໂດຍພຣະຄຸນຂອງພຣະເຈົ້າ. 6ແລະໄດ້ຊົງບັນດານໃຫ້ເຮົາເປັນຄືນມາດ້ວຍກັນກັບພຣະອົງ ແລະຊົງໂຜດໃຫ້ເຮົານັ່ງໃນສະຫວັນສະຖານ ດ້ວຍກັນກັບພຣະເຢຊູຄຣິດເຈົ້າ, 7ເພື່ອໃນຄາວຕໍ່ໄປ ພຣະອົງຈະໄດ້ຊົງສຳແດງພຣະຄຸນອັນອຸດົມເຫລືອລົ້ນຂອງພຣະອົງ ຊຶ່ງພຣະອົງໄດ້ຊົງເມດຕາເຮົາທັງຫລາຍໃນພຣະຄຣິດເຈົ້າເຢຊູ. 8ດ້ວຍວ່າ, ຊຶ່ງເຈົ້າທັງຫລາຍໄດ້ຖືກຊົງໂຜດໃຫ້ພົ້ນນັ້ນ ກໍຍ້ອນພຣະຄຸນດ້ວຍທາງຄວາມເຊື່ອ, ສິ່ງເຫຼົ່ານີ້ ບໍ່ແມ່ນພວກເຈົ້າເຮັດເອງ ແຕ່ພຣະເຈົ້າຊົງປະທານໃຫ້. 9ຄວາມພົ້ນນັ້ນ ບໍ່ແມ່ນໄດ້ມາຍ້ອນການປະຕິບັດຂອງພວກເຈົ້າເອງ ເພື່ອວ່າບໍ່ໃຫ້ຜູ້ໃດຜູ້ໜຶ່ງອວດໄດ້. 10ເພາະວ່າ ເຮົາທັງຫລາຍເປັນສີພຣະຫັດຂອງພຣະອົງ ທີ່ຊົງສ້າງຂຶ້ນໃນພຣະຄຣິດເຈົ້າເຢຊູ ເພື່ອໃຫ້ປະກອບການດີ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງໜ້າໄວ້ກ່ອນແລ້ວ ເພື່ອໃຫ້ເຮົາທັງຫລາຍໄດ້ປະຕິບັດຕາມ.
ຄວາມເປັນອັນໜຶ່ງອັນດຽວກັນໃນພຣະຄຣິດ
11ເຫດສະນັ້ນ ພວກເຈົ້າຜູ້ທີ່ບໍ່ເປັນຄົນຢິວແຕ່ເກີດ ຄືຜູ້ທີ່ຖືກເອີ້ນວ່າ, “ຝ່າຍບໍ່ຮັບພິທີຕັດ” ໂດຍຄົນຢິວຜູ້ທີ່ເອີ້ນຕົນເອງວ່າ, “ຝ່າຍຮັບພິທີຕັດ” ຈົ່ງຈົດຈຳໄວ້ວ່າໃນອະດີດນັ້ນ ພວກເຈົ້າໄດ້ເປັນຄົນຢ່າງໃດ. 12ເມື່ອກ່ອນນັ້ນ ພວກເຈົ້າຢູ່ນອກພຣະຄຣິດ ພວກເຈົ້າເປັນຄົນຕ່າງດ້າວ ແລະບໍ່ໄດ້ເປັນໄພ່ພົນທີ່ພຣະເຈົ້າໄດ້ເລືອກໄວ້ ພວກເຈົ້າບໍ່ໄດ້ມີສ່ວນໃນບັນດາພັນທະສັນຍາ ທີ່ຊົງສັນຍາໄວ້ແກ່ໄພ່ພົນຂອງພຣະອົງ ພວກເຈົ້າອາໄສຢູ່ໃນໂລກນີ້ໂດຍບໍ່ມີຄວາມຫວັງ ແລະໂດຍບໍ່ມີພຣະເຈົ້າ. 13ແຕ່ບັດນີ້, ພວກເຈົ້າຢູ່ໃນພຣະຄຣິດເຈົ້າເຢຊູ ຊຶ່ງເມື່ອກ່ອນນັ້ນພວກເຈົ້າເຄີຍຢູ່ຫ່າງໄກ, ແຕ່ໄດ້ຫຍັບເຂົ້າມາໃກ້ໂດຍພຣະໂລຫິດຂອງພຣະຄຣິດ. 14ເພາະວ່າພຣະອົງຊົງເປັນອົງສັນຕິສຸກຂອງເຮົາທັງຫລາຍ ຄືເປັນຜູ້ຊົງກະທຳໃຫ້ທັງສອງຝ່າຍ ເຂົ້າເປັນພວກດຽວກັນ ພຣະອົງໄດ້ຊົງຮື້ກຳແພງທີ່ຂັ້ນ ລະຫວ່າງການເປັນສັດຕູກັນນັ້ນຖິ້ມເສຍ ດ້ວຍພຣະກາຍຂອງພຣະອົງ. 15ພຣະອົງໄດ້ຊົງຍົກເລີກກົດບັນຍັດທີ່ໃຫ້ຖືສິນຕ່າງໆ ເພື່ອຈະກະທຳໃຫ້ທັງສອງຝ່າຍ ເປັນຄົນໃໝ່ຄົນດຽວໃນພຣະອົງ ຢ່າງນັ້ນແຫຼະ ຈຶ່ງຊົງບັນດານໃຫ້ເກີດສັນຕິສຸກ, 16ແລະເພື່ອຈະຊົງກະທຳໃຫ້ທັງສອງພວກ ຄືນດີກັນກັບພຣະເຈົ້າ ເປັນກາຍອັນດຽວກັນໂດຍໄມ້ກາງແຂນ ຊຶ່ງເປັນສິ່ງທີ່ເຮັດໃຫ້ການເປັນສັດຕູກັນນັ້ນສູນສິ້ນໄປ. 17ດັ່ງນັ້ນ ພຣະອົງຈຶ່ງໄດ້ສະເດັດມາ ແລະໄດ້ປະກາດຂ່າວປະເສີດເລື່ອງສັນຕິສຸກແກ່ທຸກຄົນຄື: ແກ່ພວກເຈົ້າຄົນຕ່າງຊາດຜູ້ທີ່ຢູ່ຫ່າງໄກຈາກພຣະເຈົ້າ ແລະປະກາດສັນຕິສຸກແກ່ຄົນຜູ້ທີ່ຢູ່ໃກ້ພຣະອົງ. 18ໂດຍທາງພຣະອົງນີ້ແຫຼະ ທີ່ພວກເຮົາທັງສອງພວກສາມາດເຂົ້າມາເຝົ້າພຣະບິດາເຈົ້າ ໂດຍພຣະວິນຍານອົງດຽວກັນ.
19ເຫດສະນັ້ນ ເຈົ້າທັງຫລາຍຈຶ່ງບໍ່ເປັນຄົນຕ່າງດ້າວທ້າວຕ່າງແດນອີກຕໍ່ໄປ ແຕ່ເປັນພົນລະເມືອງອັນດຽວກັນກັບພວກໄພ່ພົນຂອງພຣະເຈົ້າ ແລະເປັນຄົນໃນຄອບຄົວຂອງພຣະເຈົ້າ. 20ພວກເຈົ້າໄດ້ຖືກສ້າງຂຶ້ນເທິງຮາກຖານ ຊຶ່ງພວກອັກຄະສາວົກ ແລະພວກຜູ້ປະກາດພຣະທຳໄດ້ວາງລົງແລ້ວ ພຣະເຢຊູຄຣິດເຈົ້າເອງຊົງເປັນຫີນເສົາເອກ. 21ໃນພຣະອົງນັ້ນ, ທຸກສ່ວນຂອງໂຄງຮ່າງ ກໍຕິດຕໍ່ເຊື່ອມສະໜິດກັນໂດຍດີ ແລະຈະເລີນຂຶ້ນເປັນວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ. 22ໃນພຣະອົງນັ້ນ ພວກເຈົ້າກຳລັງຖືກກໍ່ຂຶ້ນໃຫ້ເປັນທີ່ສະຖິດຂອງພຣະເຈົ້າ ໂດຍພຣະວິນຍານເໝືອນກັນ.
Currently Selected:
ເອເຟໂຊ 2: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.