ແລະຂໍຊົງໂຜດໃຫ້ຕາພາຍໃນຂອງເຈົ້າທັງຫລາຍສະຫວ່າງຂຶ້ນ ເພື່ອພວກເຈົ້າຈະໄດ້ຮູ້ວ່າ ໃນການທີ່ພຣະອົງຊົງເອີ້ນພວກເຈົ້ານັ້ນ ພຣະອົງໄດ້ຊົງປະທານຄວາມຫວັງອັນໃດແກ່ພວກເຈົ້າ ແລະຮູ້ວ່າມໍຣະດົກຂອງພຣະອົງສຳລັບພວກໄພ່ພົນຂອງພຣະອົງນັ້ນ ມີສະຫງ່າຣາສີອັນອຸດົມສົມບູນພຽງໃດ. ແລະຮູ້ວ່າຣິດອຳນາດອັນໃຫຍ່ເຫຼືອປະມານຂອງພຣະອົງ ມີຫລາຍພຽງໃດສຳລັບພວກເຮົາຜູ້ທີ່ເຊື່ອ ຕາມອຳນາດພຣະກຳລັງ ແລະຣິດທານຸພາບອັນໃຫຍ່ຫລວງຂອງພຣະອົງ ຊຶ່ງພຣະອົງໄດ້ຊົງກະທຳໃນພຣະຄຣິດ ເມື່ອຊົງບັນດານໃຫ້ພຣະອົງຄືນພຣະຊົນ ແລະຊົງໃຫ້ປະທັບເບື້ອງຂວາພຣະຫັດຂອງພຣະເຈົ້າໃນສະຫວັນສະຖານ. ສູງກວ່າບັນດາວິນຍານທີ່ຄອບຄອງ, ຜູ້ມີອຳນາດ, ຜູ້ມີຣິດເດດ, ຜູ້ມີອານຸພາບ ແລະເໜືອກວ່ານາມຊື່ທັງປວງທີ່ເຂົາເອີ່ຍຂຶ້ນ ບໍ່ແມ່ນໃນສະໄໝນີ້ເທົ່ານັ້ນ ແຕ່ວ່າໃນສະໄໝທີ່ຈະມາເຖິງດ້ວຍ.