YouVersion Logo
Search Icon

2 ຕີໂມທຽວ 3

3
ລັກສະນະ​ຈິດໃຈ​ມະນຸດ​ໃນ​ຍຸກ​ສຸດທ້າຍ
1ແຕ່​ຈົ່ງ​ຮູ້ຈັກ​ຂໍ້​ຄວາມ​ນີ້​ວ່າ, ໃນ​ຍຸກ​ສຸດທ້າຍ​ນັ້ນ ຈະ​ເກີດ​ຄວາມ​ລຳບາກ​ຢ່າງ​ຮ້າຍແຮງ. 2ເພາະວ່າ​ຄົນ​ທັງຫລາຍ​ຈະ​ເຫັນແກ່ຕົວ, ເຫັນແກ່​ເງິນຄຳ, ອວດຕົວ, ຈອງຫອງ, ມັກ​ດ່າ​ວ່າ, ບໍ່​ເຊື່ອຟັງ​ຄວາມ​ພໍ່​ແມ່, ເນຣະຄຸນ, ເປັນ​ຄົນ​ບໍ່ມີ​ສິນທຳ; 3ເປັນ​ຄົນ​ຂາດ​ມະນຸດ​ສະທຳ, ບໍ່​ຍອມ​ຜ່ອນຜັນ​ຜູ້ໃດ, ໃສ່ຮ້າຍ​ປ້າຍສີ​ກັນ, ບໍ່​ຮູ້ຈັກ​ບັງຄັບ​ຕົນ, ມີ​ໃຈ​ໂຫດຮ້າຍ, ເປັນ​ຄົນ​ບໍ່​ຮັກ​ການ​ດີ, 4ເປັນ​ຄົນ​ທໍລະຍົດ, ດື້ດ້ານ, ອວດ​ສະຫາວ ແລະ​ເປັນ​ຄົນ​ຮັກ​ຄວາມ​ສະໜຸກ ຫລາຍກວ່າ​ຮັກ​ພຣະເຈົ້າ. 5ເຂົາ​ກໍ​ເຮັດ​ເໝືອນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ, ແຕ່​ວ່າ​ຣິດອຳນາດ​ຂອງ​ການ​ນັບຖື​ນັ້ນ ເຂົາ​ກໍ​ປະຕິເສດ​ເສຍ ເຈົ້າ​ຈົ່ງ​ຫລີກ​ໜີ​ເສຍ​ຈາກ​ຄົນ​ຢ່າງ​ນັ້ນ. 6ເພາະ​ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ມີ​ຄົນ​ທີ່​ມັກ​ລ່ວງ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ ກ້ຽວກ່ອມ​ເອົາ​ໃຈ​ແມ່ຍິງ​ທີ່​ເບົາ​ປັນຍາ ໜາ​ດ້ວຍ​ຄວາມ​ຜິດບາບ ແລະ​ຫລົງ​ໄຫລ​ໄປ​ດ້ວຍ​ຕັນຫາ​ຕ່າງໆ ເອົາ​ໄປ​ເປັນ​ຊະເລີຍ, 7ຍິງ​ພວກ​ນີ້ ກໍ​ຍອມ​ຮໍ່າຮຽນ​ຢູ່​ສະເໝີ ແຕ່​ບໍ່​ອາດ​ຈະ​ເຖິງ​ການ​ສັງເກດ​ຮູ້​ຄວາມຈິງ​ໄດ້​ຈັກເທື່ອ. 8ຢາເນ​ກັບ​ຢຳເບ ຂັດຂວາງ​ຕໍ່ສູ້​ກັບ​ໂມເຊ​ສັນໃດ ຄົນ​ເຫຼົ່ານີ້ ກໍ​ຂັດຂວາງ​ຕໍ່ສູ້​ກັບ​ຄວາມຈິງ​ສັນນັ້ນ​ເໝືອນກັນ ເຂົາ​ເປັນ​ຄົນ​ມີ​ໃຈ​ຊົ່ວຮ້າຍ ແລະ​ໃນ​ດ້ານ​ຄວາມເຊື່ອ​ນັ້ນ ເຂົາ​ໃຊ້​ບໍ່ໄດ້​ເລີຍ, 9ແຕ່​ເຂົາ​ກ້າວ​ໜ້າ​ຕໍ່ໄປ​ອີກ​ບໍ່ໄດ້ ເພາະວ່າ​ຄວາມ​ໂງ່​ຂອງ​ເຂົາ​ນັ້ນ ຈະ​ປາກົດ​ແຈ້ງ​ແກ່​ຄົນ​ທັງປວງ ເໝືອນ​ດັ່ງ​ຄວາມ​ໂງ່​ຂອງ​ຊາຍ​ສອງ​ຄົນ​ນັ້ນ.
ຄຳແນະນຳ​ຂອງ​ໂປໂລ ເຖິງ​ຕີໂມທຽວ
10ບັດນີ້ ເຈົ້າ​ກໍໄດ້​ຕິດຕາມ​ເຮົາ ໃນ​ດ້ານ​ຄຳສອນ, ຄື​ດຳເນີນ​ຕາມ​ຄວາມ​ປະພຶດ, ເປົ້າໝາຍ​ຂອງ​ຊີວິດ, ຄວາມເຊື່ອ, ຄວາມ​ອົດທົນ, ຄວາມຮັກ, ຄວາມ​ໜັກແໜ້ນ​ໝັ້ນຄົງ, 11ການ​ຖືກ​ຂົ່ມເຫັງ ແລະ​ຄວາມ​ທົນທຸກ​ລຳບາກ​ຂອງເຮົາ ເຈົ້າ​ກໍ​ຮູ້ຈັກ​ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ ໃນ​ເມືອງ​ອີໂກນີອົມ ແລະ​ໃນ​ເມືອງ​ລີສະຕຣາ ຄື​ການ​ຖືກ​ຂົ່ມເຫັງ​ອັນ​ໜັກໜ່ວງ​ທີ່​ເຮົາ​ໄດ້​ທົນ​ເອົາ​ນັ້ນ, ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊ່ວຍກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ສິ່ງ​ເຫຼົ່ານັ້ນ​ທັງ​ສິ້ນ. 12ແທ້ຈິງ ບັນດາ​ຄົນ​ທີ່​ປາຖະໜາ​ຈະ​ດຳເນີນ​ຊີວິດ​ຄຣິສຕຽນ ເປັນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ ກໍ​ຈະ​ຖືກ​ກົດຂີ່​ຂົ່ມເຫັງ, 13ແຕ່​ຄົນຊົ່ວຮ້າຍ ແລະ​ຄົນ​ປອມຕົວ ຈະ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ໄປ​ລໍ້ລວງ​ຄົນອື່ນ​ໃຫ້​ຫລົງ ແລະ​ຕົວ​ເຂົາເອງ​ກໍ​ຈະ​ຖືກ​ລໍ້ລວງ​ເໝືອນກັນ. 14ແຕ່​ສຳລັບ​ເຈົ້າ ຈົ່ງ​ສືບຕໍ່​ດຳເນີນ​ຕໍ່ໄປ ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນຮູ້​ມາ​ແລ້ວ ແລະ​ໄດ້​ເຊື່ອ​ຢ່າງ​ໝັ້ນຄົງ ເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ເຈົ້າ​ໄດ້​ຮຽນຮູ້​ມາ​ຈາກ​ຜູ້ໃດ. 15ທີ່​ຈິງ​ແລ້ວ ເຈົ້າ​ໄດ້​ຮູ້​ພຣະຄຳພີ​ອັນ​ສັກສິດ ຕັ້ງແຕ່​ຄາວ​ເຈົ້າ​ຍັງ​ນ້ອຍ​ພຸ້ນ ຊຶ່ງ​ສາມາດ​ສອນ​ເຈົ້າ​ໃຫ້​ມີ​ປັນຍາ ທີ່​ນຳ​ໄປ​ເຖິງ​ຄວາມ​ພົ້ນ ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ​ເຢຊູ. 16ພຣະຄຳພີ​ທຸກ​ຕອນ​ໄດ້​ຮັບ​ການ​ຊົງ​ບັນດົນໃຈ​ຈາກ​ພຣະເຈົ້າ ແລະ​ເປັນ​ປະໂຫຍດ ໃນ​ການ​ສອນ, ການ​ກ່າວ​ຕັກເຕືອນ​ວ່າ​ກ່າວ, ການ​ປັບປຸງ​ແກ້ໄຂ​ໃຫ້​ຖືກຕ້ອງ ແລະ​ການ​ອົບຮົມ​ໃນ​ທາງ​ຊອບທຳ, 17ເພື່ອ​ຄົນ​ຂອງ​ພຣະເຈົ້າ​ຈະ​ບັນລຸ​ຜົນ​ສຳເລັດ ແລະ​ຈັດຕຽມ​ໄວ້​ພ້ອມ​ສຳລັບ​ການ​ດີ​ທຸກຢ່າງ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in