YouVersion Logo
Search Icon

Popular Bible Verses from 2 ຕີໂມທຽວ 3

ແຕ່​ຈົ່ງ​ຮູ້ຈັກ​ຂໍ້​ຄວາມ​ນີ້​ວ່າ, ໃນ​ຍຸກ​ສຸດທ້າຍ​ນັ້ນ ຈະ​ເກີດ​ຄວາມ​ລຳບາກ​ຢ່າງ​ຮ້າຍແຮງ. ເພາະວ່າ​ຄົນ​ທັງຫລາຍ​ຈະ​ເຫັນແກ່ຕົວ, ເຫັນແກ່​ເງິນຄຳ, ອວດຕົວ, ຈອງຫອງ, ມັກ​ດ່າ​ວ່າ, ບໍ່​ເຊື່ອຟັງ​ຄວາມ​ພໍ່​ແມ່, ເນຣະຄຸນ, ເປັນ​ຄົນ​ບໍ່ມີ​ສິນທຳ; ເປັນ​ຄົນ​ຂາດ​ມະນຸດ​ສະທຳ, ບໍ່​ຍອມ​ຜ່ອນຜັນ​ຜູ້ໃດ, ໃສ່ຮ້າຍ​ປ້າຍສີ​ກັນ, ບໍ່​ຮູ້ຈັກ​ບັງຄັບ​ຕົນ, ມີ​ໃຈ​ໂຫດຮ້າຍ, ເປັນ​ຄົນ​ບໍ່​ຮັກ​ການ​ດີ, ເປັນ​ຄົນ​ທໍລະຍົດ, ດື້ດ້ານ, ອວດ​ສະຫາວ ແລະ​ເປັນ​ຄົນ​ຮັກ​ຄວາມ​ສະໜຸກ ຫລາຍກວ່າ​ຮັກ​ພຣະເຈົ້າ. ເຂົາ​ກໍ​ເຮັດ​ເໝືອນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ, ແຕ່​ວ່າ​ຣິດອຳນາດ​ຂອງ​ການ​ນັບຖື​ນັ້ນ ເຂົາ​ກໍ​ປະຕິເສດ​ເສຍ ເຈົ້າ​ຈົ່ງ​ຫລີກ​ໜີ​ເສຍ​ຈາກ​ຄົນ​ຢ່າງ​ນັ້ນ.

Free Reading Plans and Devotionals related to 2 ຕີໂມທຽວ 3