2 ເທສະໂລນິກ 1
1
1ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ,
ເຖິງ ພີ່ນ້ອງທີ່ເຊື່ອໃນຄຣິສຕະຈັກ ທີ່ເມືອງເທສະໂລນິກ ທີ່ເປັນຂອງພຣະເຈົ້າ ພຣະບິດາເຈົ້າຂອງເຮົາທັງຫລາຍ ແລະ ອົງພຣະເຢຊູຄຣິດເຈົ້າ. 2ຂໍພຣະບິດາເຈົ້າ ແລະ ອົງພຣະເຢຊູຄຣິດເຈົ້າ ຊົງໂຜດໃຫ້ພຣະຄຸນແລະສັນຕິສຸກແກ່ພວກເຈົ້າເທີ້ນ.
ການພິພາກສາ ເມື່ອພຣະຄຣິດສະເດັດມາ
3ພີ່ນ້ອງທັງຫລາຍເອີຍ ພວກເຮົາຕ້ອງໂມທະນາຂອບພຣະຄຸນພຣະເຈົ້າຢູ່ຕະຫລອດເວລາ ກ່ຽວກັບເລື່ອງພວກເຈົ້າ ຊຶ່ງເປັນສິ່ງທີ່ສົມຄວນສຳລັບພວກເຮົາ ເພາະຄວາມເຊື່ອຂອງພວກເຈົ້າຈະເລີນຫລາຍຂຶ້ນ ແລະຄວາມຮັກຂອງພວກເຈົ້າທຸກຄົນທີ່ມີແກ່ກັນແລະກັນ ກໍທະວີຂຶ້ນຫລາຍກວ່າເກົ່າ. 4ດ້ວຍເຫດນັ້ນ ພວກເຮົາຈຶ່ງເວົ້າອວດເຖິງພວກເຈົ້າໃນຄຣິສຕະຈັກທັງຫລາຍຂອງພຣະເຈົ້າ ພວກເຮົາອວດເຖິງວິທີທີ່ພວກເຈົ້າສືບຕໍ່ອົດທົນ ແລະເຊື່ອໝັ້ນເມື່ອຖືກການຂົ່ມເຫັງ ແລະທົນຄວາມທຸກໃນທຸກຮູບແບບ ທີ່ພວກເຈົ້າກຳລັງພົບຢູ່ນັ້ນ.
5ສິ່ງທັງໝົດເຫຼົ່ານີ້ ພິສູດໃຫ້ເຫັນຢ່າງຈະແຈ້ງວ່າການພິພາກສາຂອງພຣະເຈົ້າຊົງຍຸດຕິທຳ ແລະຜົນທີ່ໄດ້ຮັບນັ້ນ ຄືພວກເຈົ້າຈະເປັນຜູ້ສົມຄວນກັບຣາຊອານາຈັກຂອງພຣະອົງ ຊຶ່ງພວກເຈົ້າກຳລັງຖືກທົນທຸກຢູ່ ກໍເພື່ອເຫັນແກ່ອານາຈັກນັ້ນ. 6ພຣະເຈົ້າຈະເຮັດສິ່ງທີ່ຍຸດຕິທຳ ຄືພຣະອົງຈະນຳເອົາຄວາມທົນທຸກໄປສູ່ຜູ້ທີ່ເຮັດໃຫ້ພວກເຈົ້າຖືກທົນທຸກ, 7ແລະພຣະອົງຈະໃຫ້ພວກເຈົ້າ ຜູ້ທີ່ຖືກຄວາມຍາກລຳບາກ ໄດ້ຮັບຄວາມບັນເທົາທຸກຮ່ວມກັບພວກເຮົາດ້ວຍ. ເມື່ອອົງພຣະເຢຊູເຈົ້າຈະຊົງສະເດັດມາປາກົດຈາກສະຫວັນ ໃນແປວໄຟອັນຮ້ອນກ້າພ້ອມດ້ວຍຝູງເທວະດາຕົນມີຣິດຂອງພຣະອົງ, 8ເພື່ອລົງໂທດຜູ້ທີ່ປະຕິເສດພຣະເຈົ້າ ແລະຜູ້ທີ່ບໍ່ຍອມເຊື່ອຟັງຂ່າວປະເສີດເລື່ອງອົງພຣະເຢຊູເຈົ້າຂອງພວກເຮົາ. 9ພຣະເຈົ້າຈະເຮັດໃຫ້ພວກເຂົາຖືກທົນທຸກແລະໄດ້ຮັບໂທດ ແລະຖືກທຳລາຍຕະຫລອດໄປ ຄືຖືກແຍກຈາກອົງພຣະຜູ້ເປັນເຈົ້າ ແລະຈາກຣິດທານຸພາບ ສະຫງ່າຣາສີອັນຮຸ່ງເຮືອງຂອງພຣະອົງ 10ເມື່ອພຣະອົງສະເດັດມາປາກົດໃນວັນນັ້ນ ເພື່ອຮັບກຽດຕິຍົດພ້ອມທັງໄພ່ພົນບໍຣິສຸດທັງໝົດຂອງພຣະອົງ ແລະເປັນການອັດສະຈັນໃຈໃນທ່າມກາງຜູ້ທີ່ເຊື່ອທຸກຄົນ ລວມທັງພວກເຈົ້າເພາະໄດ້ເຊື່ອຖ້ອຍຄຳ ຊຶ່ງພວກເຮົາໄດ້ປະກາດແກ່ພວກເຈົ້ານັ້ນ.
11ເພາະສະນັ້ນ ພວກເຮົາຈຶ່ງພາວັນນາອະທິຖານ ສຳລັບພວກເຈົ້າຢູ່ສະເໝີ ພວກເຮົາຂໍພຣະເຈົ້າຂອງພວກເຮົາ ໂຜດເຮັດໃຫ້ຊີວິດຂອງພວກເຈົ້າມີຄຸນຄ່າ ສົມກັບທີ່ພຣະອົງຊົງເອີ້ນເອົາພວກເຈົ້າໃຫ້ດຳເນີນຊີວິດນັ້ນ ໂດຍຣິດອຳນາດຂອງພຣະອົງ ຂໍພຣະອົງໂຜດໃຫ້ຄວາມປາຖະໜາໃນການເຮັດດີທຸກຢ່າງ ແລະໃນການດຳເນີນພາລະກິດດ້ວຍຄວາມເຊື່ອຂອງພວກເຈົ້າ ຈົ່ງບັນລຸຜົນສຳເລັດເທີ້ນ. 12ເພື່ອວ່າພຣະນາມຂອງອົງພຣະເຢຊູເຈົ້າຂອງພວກເຮົາຈະໄດ້ຮັບກຽດຕິຍົດຈາກພວກເຈົ້າ ແລະເພື່ອພວກເຈົ້າກໍຈະໄດ້ຮັບກຽດຕິຍົດເພາະພຣະອົງ ໂດຍພຣະຄຸນພຣະເຈົ້າຂອງພວກເຮົາ ແລະຂອງອົງພຣະເຢຊູຄຣິດເຈົ້າ.
Currently Selected:
2 ເທສະໂລນິກ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.