2 ເທສະໂລນິກ 2
2
ຜູ້ຊົ່ວຮ້າຍ
1ພວກພີ່ນ້ອງເອີຍ, ເລື່ອງການສະເດັດມາປາກົດຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ແລະການທີ່ພຣະອົງຈະເຕົ້າໂຮມພວກເຮົາໄປເປັນຂອງພຣະອົງນັ້ນ ເຮົາຂໍຮ້ອງພວກເຈົ້າວ່າ, 2ຢ່າໃຫ້ໃຈຂອງພວກເຈົ້າທັງຫລາຍປັ່ນປ່ວນໂດຍງ່າຍ ຫລືສະທ້ານຕົກໃຈ ບໍ່ວ່າຈະມາດ້ວຍທາງວິນຍານ ຫລືມາທາງຄຳເວົ້າ ຫລືທາງຈົດໝາຍທີ່ອ້າງວ່າມາຈາກເຮົາ ໂດຍອ້າງວ່າວັນຂອງອົງພຣະຜູ້ເປັນເຈົ້າມາເຖິງແລ້ວ. 3ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າໃນທາງໃດທາງໜຶ່ງເລີຍ. ດ້ວຍວ່າ, ວັນນັ້ນຈະບໍ່ມາເຖິງ ຈົນກວ່າການທໍລະຍົດຄັ້ງສຸດທ້າຍຈະເກີດຂຶ້ນກ່ອນ ແລະຜູ້ຊົ່ວຮ້າຍຈະປາກົດຕົວຂຶ້ນ ຄືຜູ້ທີ່ຖືກໝາຍໄວ້ສຳລັບນະຣົກ. 4ມັນຈະຂັດຂວາງທຸກສິ່ງທີ່ມະນຸດຂາບໄຫວ້ ແລະທຸກສິ່ງທີ່ມະນຸດຖືເປັນພຣະເຈົ້າ ແລະຈະຍົກຕົວຂຶ້ນເໜືອສິ່ງເຫຼົ່ານັ້ນທັງໝົດ. ມັນຈະເຂົ້າໄປນັ່ງຢູ່ໃນວິຫານຂອງພຣະເຈົ້າ ແລະອ້າງຕົນເອງວ່າເປັນພຣະເຈົ້າ.
5ພວກເຈົ້າຈື່ໄດ້ບໍ? ເມື່ອເຮົາຍັງຢູ່ກັບພວກເຈົ້ານັ້ນ ເຮົາກໍເຄີຍບອກສິ່ງເຫຼົ່ານີ້ທັງໝົດແກ່ພວກເຈົ້າແລ້ວ. 6ແຕ່ໃນເວລານີ້ ຍັງມີສິ່ງທີ່ກີດກັ້ນມັນໄວ້ບໍ່ໃຫ້ປາກົດຕົວ ແລະພວກເຈົ້າກໍຮູ້ວ່າສິ່ງນັ້ນແມ່ນຫຍັງ ເມື່ອເຖິງເວລາກຳນົດແລ້ວ ມັນກໍຈະປາກົດຕົວ. 7ອຳນາດອັນເລິກລັບແຫ່ງຄວາມຊົ່ວຮ້າຍກໍດຳເນີນການຢູ່ແລ້ວ ແຕ່ສິ່ງທີ່ຕ້ອງເກີດຂຶ້ນນັ້ນຈະເກີດຂຶ້ນໄດ້ ກໍຕໍ່ເມື່ອຜູ້ທີ່ກີດກັ້ນມັນໄວ້ນັ້ນຖືກຍົກໄປເສຍ. 8ໃນຂະນະນັ້ນ ຜູ້ຊົ່ວຮ້າຍຈຶ່ງຈະປາກົດຕົວ ແລະອົງພຣະເຢຊູເຈົ້າກໍຈະປະຫານມັນເສຍດ້ວຍລົມຈາກປາກຂອງພຣະອົງ ແລະຈະລ້າງຜານໃຫ້ມັນດັບສູນໄປດ້ວຍແສງອັນຮຸ່ງເຮືອງ ໃນເວລາທີ່ພຣະອົງສະເດັດມານັ້ນ. 9ຜູ້ຊົ່ວຮ້າຍນັ້ນຈະມາດ້ວຍອຳນາດຂອງມານຊາຕານ ແລະຈະເຮັດການອິດທິຣິດທຸກຢ່າງກັບໝາຍສຳຄັນແລະການອັດສະຈັນຫຼາຍຢ່າງທີ່ຈອມປອມ 10ແລະໃຊ້ກົນອຸບາຍອັນຊົ່ວຊ້າທຸກຢ່າງຫລອກລວງຜູ້ທີ່ກຳລັງຈະຈິບຫາຍໄປ. ຄົນເຫຼົ່ານີ້ຈະຈິບຫາຍໄປເພາະພວກເຂົາບໍ່ໄດ້ຍອມຮັບຄວາມຈິງ ຊຶ່ງຈະຊ່ວຍພວກເຂົາໃຫ້ພົ້ນ. 11ດັ່ງນັ້ນ ພຣະເຈົ້າຈຶ່ງໃຫ້ອິດທິພົນອັນຫລອກລວງນັ້ນ ເຮັດການຢູ່ພາຍໃນ ເພື່ອໃຫ້ພວກເຂົາເຊື່ອຟັງຄວາມບໍ່ຈິງ. 12ໃນທີ່ສຸດ ທຸກຄົນທີ່ບໍ່ໄດ້ເຊື່ອຄວາມຈິງ ຄືຜູ້ທີ່ເພີດເພີນຢູ່ໃນການຊົ່ວຮ້າຍ ກໍຈະຖືກພິພາກສາລົງໂທດ.
ພວກເຈົ້າຖືກເລືອກໄວ້ສຳລັບຄວາມພົ້ນ
13ພວກພີ່ນ້ອງ ຜູ້ທີ່ເປັນທີ່ຮັກຂອງອົງພຣະຜູ້ເປັນເຈົ້າເອີຍ ພວກເຮົາຕ້ອງໂມທະນາຂອບພຣະຄຸນພຣະເຈົ້າຢູ່ທຸກເວລາ ເພາະວ່າພຣະເຈົ້າຊົງເລືອກພວກເຈົ້າໄວ້ຕັ້ງແຕ່ຕົ້ນເດີມ ເພື່ອໂຜດໃຫ້ພົ້ນໂດຍຣິດອຳນາດຂອງພຣະວິນຍານ ອົງທີ່ເຮັດໃຫ້ພວກເຈົ້າເປັນໄພ່ພົນຜູ້ບໍຣິສຸດຂອງພຣະອົງ ແລະໂດຍພວກເຈົ້າເຊື່ອໃນຄວາມຈິງ. 14ພຣະເຈົ້າຊົງເອີ້ນເອົາພວກເຈົ້າໃຫ້ມາເຖິງຊີວິດໃໝ່ນີ້ ກໍໂດຍຂ່າວປະເສີດທີ່ພວກເຮົາໄດ້ປະກາດແກ່ພວກເຈົ້າ ພຣະອົງໄດ້ຊົງເອີ້ນເອົາພວກເຈົ້າ ໃຫ້ມີສ່ວນໃນສະຫງ່າຣາສີຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ. 15ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງຢູ່ ແລະຢຶດຖືເອົາຄຳສອນທີ່ສືບມາ ຊຶ່ງພວກເຮົາໄດ້ສອນພວກເຈົ້ານັ້ນ ບໍ່ວ່າຈະເປັນທາງວາຈາ ຫລືທາງຈົດໝາຍຂອງພວກເຮົາກໍດີ.
16ຂໍໃຫ້ອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາ ຜູ້ຊົງຮັກເຮົາທັງຫລາຍ ແລະຊົງໂຜດປະທານໃຫ້ພວກເຮົາ ມີຄວາມຊູໃຈເປັນນິດແລະຄວາມຫວັງໃຈອັນດີ ໂດຍພຣະຄຸນນັ້ນ, 17ຊົງຊູໃຈແລະຕັ້ງເຈົ້າໄວ້ໃຫ້ໝັ້ນຄົງ ໃນການງານແລະໃນວາຈາອັນດີທຸກຢ່າງ.
Currently Selected:
2 ເທສະໂລນິກ 2: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.