2 ໂກຣິນໂທ 10
10
ໂປໂລກ່າວປ້ອງກັນພັນທະກິດຂອງຕົນ
1ເຮົາຄືໂປໂລ ຂໍອ້ອນວອນເຈົ້າທັງຫລາຍເປັນສ່ວນຕົວ ໂດຍເຫັນແກ່ຄວາມອ່ອນສຸພາບ ແລະໃຈກະລຸນາຂອງພຣະຄຣິດ ເຮົາຜູ້ທີ່ພວກເຈົ້າເວົ້າວ່າ ເປັນຄົນສຸພາບຖ່ອມຕົວເມື່ອຢູ່ຕໍ່ໜ້າ, ແຕ່ເມື່ອຢູ່ໄກກໍເປັນຄົນໃຈກ້າ, 2ຄືເຮົາຂໍຮ້ອງພວກເຈົ້າວ່າ ເມື່ອເຮົາມາຢູ່ນຳພວກເຈົ້າ ຢ່າໃຫ້ເຮົາສະແດງຄວາມກ້າຫານດ້ວຍຄວາມແນ່ໃຈ ເໝືອນເຮົາຄິດບັງອາດຈະເຮັດຕໍ່ບາງຄົນທີ່ນຶກເຫັນວ່າ ເຮົາຍັງເຮັດຕາມທຳມະດາມະນຸດ. 3ເພາະເຖິງແມ່ນວ່າ ເຮົາຢູ່ກິນໃນໂລກນີ້ກໍຈິງ ເຮົາກໍບໍ່ໄດ້ສູ້ຮົບຕາມທຳມະດາມະນຸດ. 4ເພາະວ່າເຄື່ອງອາວຸດຂອງເຮົາບໍ່ເປັນຂອງຝ່າຍໂລກ, ແຕ່ມີຣິດອຳນາດຈາກພຣະເຈົ້າທີ່ທຳລາຍຄ້າຍອັນເຂັ້ມແຂງໄດ້ ຄືທຳລາຍຄວາມຄິດທີ່ມີເຫດຜົນອັນບໍ່ຈິງ 5ແລະຄວາມດື້ດຶງທຸກປະການ ທີ່ຕັ້ງຕົວຂຶ້ນຂັດຂວາງຄວາມຮູ້ຈັກພຣະເຈົ້າ ແລະປາບຄວາມຄິດທຸກປະການລົງໃຫ້ຢູ່ໃຕ້ບັງຄັບ ຈົນເຖິງນ້ອມຟັງພຣະຄຣິດ. 6ແລະເມື່ອການນ້ອມຟັງຂອງເຈົ້າທັງຫລາຍສຳເລັດຄົບຖ້ວນແລ້ວ ເຮົາພ້ອມທີ່ຈະລົງໂທດແກ່ການບໍ່ນ້ອມຟັງທຸກປະການ.
7ພວກເຈົ້າຈົ່ງພິຈາລະນາເບິ່ງສິ່ງທີ່ປາກົດພາຍນອກ ຖ້າຜູ້ໃດຕາຍໃຈເຊື່ອວ່າຕົນເປັນຄົນຂອງພຣະຄຣິດ ກໍໃຫ້ຜູ້ນັ້ນຄຳນຶງວ່າ ເໝືອນດັ່ງຕົນເປັນຄົນຂອງພຣະຄຣິດ ເຮົາກໍເປັນຄົນຂອງພຣະຄຣິດເໝືອນກັນ. 8ດ້ວຍວ່າ, ເຮົາບໍ່ຮູ້ສຶກມີຄວາມອັບອາຍໃດໆ ເຖິງແມ່ນວ່າ ເຮົາໄດ້ເວົ້າອວດອ້າງຫລາຍໄປແດ່ແລ້ວກໍຕາມ ເຖິງສິດອຳນາດ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ໂຜດປະທານໃຫ້ແກ່ພວກເຮົາ ຄືສິດອຳນາດເພື່ອເສີມສ້າງພວກເຈົ້າຂຶ້ນ ແລະບໍ່ແມ່ນເພື່ອທຳລາຍພວກເຈົ້າລົງ. 9ເຮົາບໍ່ຢາກໃຫ້ພວກເຈົ້າຄິດວ່າ, ເຮົາຂຽນຈົດໝາຍມາຂົ່ມຂູ່ພວກເຈົ້າໃຫ້ຢ້ານກົວ. 10ເພາະມີບາງຄົນເວົ້າວ່າ, “ຈົດໝາຍຂອງໂປໂລມີນໍ້າໜັກ, ແຕ່ຕົວລາວເບິ່ງຄືເປັນຄົນອ່ອນແອ ແລະຄຳເວົ້າຂອງລາວກໍໃຊ້ການບໍ່ໄດ້.” 11ຈົ່ງໃຫ້ຄົນເຫຼົ່ານັ້ນເຂົ້າໃຈດັ່ງນີ້ວ່າ, ເມື່ອເຮົາບໍ່ຢູ່ ເຮົາເວົ້າໄວ້ໃນຈົດໝາຍຂອງເຮົາຢ່າງໃດ ເມື່ອເຮົາມາແລ້ວ ເຮົາກໍຈະເຮັດຢ່າງນັ້ນ.
12ເພາະວ່າ ເຮົາບໍ່ກ້ານັບຕົວເຮົາເຂົ້າ ຫລືປຽບໃສ່ກັບບາງຄົນທີ່ຖືຕົວວ່າ ເປັນຄົນສຳຄັນ ພວກເຂົາໂງ່ສໍ່າໃດໜໍ ພວກເຂົາວາງຫລັກເກນຂອງຕົນຂຶ້ນເພື່ອວັດແທກຕົນເອງ ແລະວັດແທກຕົນເອງຕາມຫລັກເກນທີ່ພວກເຂົາຕັ້ງຂຶ້ນນັ້ນ. 13ແຕ່ຝ່າຍພວກເຮົາແລ້ວ ພວກເຮົາຈະບໍ່ອວດຈົນເກີນຂອບເຂດ ການອວດຂອງພວກເຮົາຈະຢູ່ໃນຂອບເຂດຂອງພາລະກິດ ຊຶ່ງພຣະເຈົ້າໄດ້ມອບໝາຍໃຫ້ແກ່ພວກເຮົາ ລວມທັງພາລະກິດຂອງພວກເຮົາໃນທ່າມກາງພວກເຈົ້າດ້ວຍ. 14ການທີ່ເຮົາມາເຖິງເຈົ້າທັງຫລາຍນັ້ນ ບໍ່ແມ່ນເປັນການລ່ວງເກີນຂອບເຂດອັນຄວນ. ເພາະເຮົາເປັນຜູ້ນຳຂ່າວປະເສີດເລື່ອງພຣະຄຣິດມາປະກາດເຖິງພວກເຈົ້າກ່ອນໝູ່. 15ດັ່ງນັ້ນ ເຮົາຈຶ່ງບໍ່ເວົ້າອວດເຖິງພາລະກິດຂອງຄົນອື່ນໄດ້ເຮັດ, ແຕ່ກົງກັນຂ້າມ ເຮົາຫວັງວ່າຄວາມເຊື່ອຂອງພວກເຈົ້າຄົງໃຫຍ່ຂຶ້ນ ແລະເຮົາຍັງຫວັງວ່າ ພາລະກິດຂອງເຮົາຈະຂະຫຍາຍເຕີບໃຫຍ່ຂຶ້ນຫລາຍກວ່າເກົ່າ ໃນທ່າມກາງພວກເຈົ້າໃນຂອບເຂດຂອງພວກເຮົາ. 16ເພື່ອເຮົາຈະປະກາດຂ່າວປະເສີດໃນເຂດທີ່ຢູ່ນອກທ້ອງຖິ່ນຂອງພວກເຈົ້າໄດ້ ໂດຍບໍ່ຕ້ອງອວດເຖິງພາລະກິດທີ່ຄົນອື່ນໄດ້ເຮັດໄວ້ແລ້ວນັ້ນ.
17“ຖ້າຜູ້ໃດຈະອວດ ກໍຈົ່ງເອົາອົງພຣະຜູ້ເປັນເຈົ້າມາອວດເທີ້ນ.” 18ເພາະຄົນທີ່ຍົກຍ້ອງຕົນເອງ ບໍ່ເປັນທີ່ນັບຖືແກ່ຜູ້ໃດ, ແຕ່ຄົນທີ່ໜ້ານັບຖືນັ້ນ ຄືຜູ້ທີ່ອົງພຣະຜູ້ເປັນເຈົ້າຊົງຍົກຍ້ອງ.
Currently Selected:
2 ໂກຣິນໂທ 10: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.