YouVersion Logo
Search Icon

1 ເປໂຕ 2:4-8

1 ເປໂຕ 2:4-8 ພຄພ

ຈົ່ງ​ມາ​ຫາ​ພຣະອົງ ຜູ້​ຊົງ​ເປັນ​ພຣະ​ສີລາ​ທີ່​ຊົງ​ຊີວິດ ຊຶ່ງ​ຝ່າຍ​ມະນຸດ​ໄດ້​ປະຖິ້ມ​ເສຍ ແຕ່​ຝ່າຍ​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ຊົງ​ຖື​ວ່າ​ມີ​ຄຸນຄ່າ​ສູງ. ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເບິ່ງແມ! ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ລົງ ໃນ​ເມືອງ​ຊີໂອນ ເປັນ​ຫີນ​ເສົາ​ເອກ​ທີ່​ເລືອກ​ໄວ້​ແລ້ວ, ແລະ​ເປັນ​ຫີນ​ທີ່​ມີຄ່າ​ອັນ​ປະເສີດ ຜູ້​ທີ່​ວາງໃຈ​ໃນ​ຫີນ​ນັ້ນ ກໍ​ຈະ​ບໍ່ໄດ້​ຮັບ​ ຄວາມ​ອັບອາຍ​ຈັກເທື່ອ.” ຫີນ​ທີ່​ມີຄ່າສູງ​ຫລາຍນີ້ ມີ​ສຳລັບ​ເຈົ້າ​ທັງຫລາຍ​ທີ່​ວາງໃຈເຊື່ອ ແຕ່​ສຳລັບ​ຄົນ​ທັງຫລາຍ​ທີ່​ບໍ່​ເຊື່ອ​ນັ້ນ “ຫີນ​ທີ່​ຊ່າງກໍ່​ຖິ້ມ​ເສຍ​ແລ້ວ ຫີນ​ນັ້ນ​ແຫຼະ ໄດ້​ກັບ​ກາຍ​ມາ​ເປັນ​ຫີນ​ເສົາ​ເອກ.” ແລະ “ເປັນ​ຫີນ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕຳ​ສະດຸດ ແລະ​ເປັນ​ຫີນ​ທີ່​ເຮັດ​ໃຫ້​ ພວກເຂົາ​ສະດຸດ​ລົ້ມ” ທີ່​ພວກເຂົາ​ສະດຸດ​ນັ້ນ ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະທຳ ພວກເຂົາ​ກໍ​ຖືກ​ຊົງ​ກຳນົດ​ໄວ້ ສຳລັບ​ການ​ນີ້​ແຫຼະ.