1 ຕີໂມທຽວ 6
6
1ຝ່າຍຜູ້ທີ່ເປັນທາດຮັບໃຊ້ນັ້ນ ຕ້ອງຖືວ່ານາຍຂອງພວກຕົນ ເປັນຜູ້ສົມຄວນໄດ້ຮັບກຽດໃນທຸກຢ່າງ ເພື່ອວ່າຈະບໍ່ມີຜູ້ໃດກ່າວປະໝາດພຣະນາມຂອງພຣະເຈົ້າ ແລະຄຳສັ່ງສອນຂອງພວກເຮົາ. 2ສ່ວນບັນດາທາດຮັບໃຊ້ ທີ່ມີນາຍເປັນຄຣິສຕຽນ ກໍຢ່າລົດຄວາມນັບຖື ຍ້ອນວ່ານາຍນັ້ນເປັນພີ່ນ້ອງຄຣິສຕຽນດ້ວຍກັນ ແຕ່ໃຫ້ພວກເຂົາຮັບໃຊ້ນາຍນັ້ນໃຫ້ດີຍິ່ງຂຶ້ນ ເພາະເຫດວ່າ ນາຍຜູ້ຮັບປະໂຫຍດຈາກວຽກງານຂອງພວກເຂົານັ້ນ ກໍເປັນຄົນທີ່ເຊື່ອແລະເປັນທີ່ຮັກຂອງພວກເຂົາ.
ອັນຕະລາຍຂອງຄຳສອນປອມ ແລະ ການຮັກເງິນ
ເຈົ້າຕ້ອງສັ່ງສອນ ແລະເທດສະໜາຂໍ້ຄວາມເຫຼົ່ານີ້. 3ຜູ້ໃດກໍຕາມທີ່ສັ່ງສອນຜິດໄປຈາກນີ້ ແລະທັງບໍ່ເຫັນພ້ອມກັບຫລັກຄຳສັ່ງສອນອັນແທ້ຈິງຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ແລະຄຳສັ່ງສອນອັນຖືກຕ້ອງເປັນທຳກັບຄວາມເຊື່ອຂອງພວກເຮົາ 4ກໍເປັນຄົນຈອງຫອງພອງຕົວຂຶ້ນ ແລະບໍ່ຮູ້ຈັກສິ່ງໃດເລີຍ. ເຂົາມົວເມົາຢູ່ກັບການຖົກຖຽງ ແລະການທະເລາະວິວາດເຖິງເລື່ອງຖ້ອຍຄຳ ຊຶ່ງນຳໄປສູ່ການເຫິງສາກັນ ການຜິດຖຽງກັນ ການໝິ່ນປະໝາດກັນ ຄວາມລະແວງສົງໄສກັນ 5ແລະການໂຕ້ຖຽງກັນຢ່າງບໍ່ມີທີ່ສິ້ນສຸດ ລະຫວ່າງຄົນໃຈດື້ດ້ານແລະຄົນໃຈຄົດໂກງ ຂາດຄວາມຈິງ ເຂົາຄິດວ່າຄວາມເຊື່ອໃນພຣະເຈົ້ານັ້ນ ເປັນຫົນທາງທີ່ນຳໄປສູ່ຄວາມຮັ່ງມີສີສຸກ.
6ຈິງຢູ່ ການນັບຖືພຣະເຈົ້າຢ່າງຖືກຕ້ອງນັ້ນ ໄດ້ກຳໄລອັນມະຫາສານແກ່ຜູ້ທີ່ມີຄວາມພໍໃຈກັບສິ່ງຂອງທີ່ຕົນມີຢູ່. 7ດ້ວຍວ່າ, ພວກເຮົາບໍ່ໄດ້ເອົາສິ່ງໃດເຂົ້າມາໃນໂລກນີ້ສັນໃດ ພວກເຮົາກໍຈະເອົາສິ່ງໃດອອກໄປຈາກໂລກນີ້ບໍ່ໄດ້ສັນນັ້ນ. 8ແຕ່ຖ້າພວກເຮົາມີອາຫານການກິນກັບເຄື່ອງນຸ່ງຫົ່ມ ກໍຄວນພໍໃຈໃນສິ່ງເຫຼົ່ານີ້. 9ສ່ວນຄົນທີ່ຢາກລໍ້າລວຍກໍຕົກຢູ່ໃນການທົດລອງ ເຂົາຈຶ່ງຖືກບ້ວງແຮ້ວຂອງບັນດາກິເລດຕັນຫາອັນໂງ່ງ່າວ ແລະເຮັດໃຫ້ເຈັບປວດ ຊຶ່ງຈ່ອງດຶງຄົນເຫຼົ່ານັ້ນ ລົງສູ່ຄວາມພິນາດຈິບຫາຍ. 10ເພາະວ່າການຮັກເງິນຄຳເປັນເຄົ້າມູນຂອງຄວາມຊົ່ວທຸກຢ່າງ ແລະເພາະຄວາມໂລບນີ້ແຫຼະ ຈຶ່ງຊັກຈູງບາງຄົນໃຫ້ຫລົງໄປຈາກຄວາມເຊື່ອ ແລະແທງຕົວເອງຈົນຊອດ ດ້ວຍຄວາມເຈັບແສບຫລາຍປະການ.
ການຕໍ່ສູ້ຢ່າງເຕັມກຳລັງທາງດ້ານຄວາມເຊື່ອ
11ແຕ່ເຈົ້າ ຜູ້ເປັນຄົນຂອງພຣະເຈົ້າ ຈົ່ງຫລີກເວັ້ນຈາກສິ່ງເຫຼົ່ານັ້ນທັງໝົດເສຍ. ຈົ່ງໃຫ້ໃຈຂອງເຈົ້າຈົດຈໍ່ຢູ່ທີ່ຄວາມຊອບທຳ ການນັບຖືພຣະເຈົ້າຢ່າງຖືກຕ້ອງ ຄວາມເຊື່ອ ຄວາມຮັກ ຄວາມໝັ່ນພຽນ ແລະຄວາມອ່ອນສຸພາບ. 12ຈົ່ງອົດທົນຕໍ່ສູ້ຈົນສຸດກຳລັງແຫ່ງຄວາມເຊື່ອ ແລະຢຶດເອົາຊີວິດນິຣັນດອນ. ດ້ວຍວ່າ, ພຣະເຈົ້າໄດ້ເອີ້ນເອົາເຈົ້າໃຫ້ມາເຖິງຊີວິດນີ້ ເມື່ອເຈົ້າໄດ້ປະກາດຕົນຮັບເຊື່ອຢ່າງໜັກແໜ້ນ ຕໍ່ໜ້າພະຍານຫລາຍຄົນ. 13ເຮົາສັ່ງເຈົ້າຕໍ່ໜ້າພຣະເຈົ້າ ຜູ້ຊົງບັນດານໃຫ້ສິ່ງທັງປວງມີຊີວິດ ແລະຕໍ່ໜ້າພຣະຄຣິດເຈົ້າເຢຊູຜູ້ໄດ້ຊົງເປັນພະຍານ ເຖິງຄຳປະຕິຍານອັນດີຕໍ່ໜ້າປົນທຽວປີລາດ 14ໃຫ້ເຊື່ອຟັງຄຳສັ່ງນີ້ ແລະຢຶດຖືໄວ້ຢ່າງສັດຊື່ ຈົນເຖິງວັນທີ່ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາຈະສະເດັດມາປາກົດ. 15ຊຶ່ງພຣະເຈົ້າຜູ້ຊົງສະເຫວີຍສຸກແລະຊົງຣິດອຳນາດສູງສຸດແຕ່ພຣະອົງດຽວ ຊົງເປັນພຣະມະຫາກະສັດເໜືອກະສັດທັງປວງ ແລະຊົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງປວງ ຈະຊົງສຳແດງໃຫ້ປາກົດຕາມເວລາກຳນົດ. 16ພຣະອົງຜູ້ດຽວຊົງເປັນອະມະຕະ ແລະຊົງສະຖິດຢູ່ໃນຄວາມສະຫວ່າງ ຊຶ່ງບໍ່ມີມະນຸດຄົນໃດຈະເຂົ້າໄປເຖິງ ເປັນອົງທີ່ມະນຸດບໍ່ໄດ້ເຫັນຈັກເທື່ອ ແລະບໍ່ສາມາດເຫັນໄດ້ ພຣະກຽດແລະຣິດທານຸພາບອັນຖາວອນ ຈົ່ງມີແກ່ພຣະອົງນັ້ນ ອາແມນ.
17ຈົ່ງສັ່ງເນັ້ນຄົນທີ່ຮັ່ງມີສີສຸກຝ່າຍວັດຖຸສິ່ງຂອງແຫ່ງໂລກນີ້ ຢ່າໃຫ້ເຂົາເປັນຄົນອວດອົ່ງທະນົງຕົວ ຢ່າໃຫ້ເຂົາມອບຄວາມຫວັງໄວ້ໃນສິ່ງອະນິຈັງ, ແຕ່ມອບໄວ້ໃນພຣະເຈົ້າ ອົງຊົງໂຜດໃຫ້ສັບພະທຸກສິ່ງຢ່າງບໍຣິບູນແກ່ເຮົາທັງຫລາຍ ເພື່ອຈະໃຫ້ພວກເຮົາໃຊ້ດ້ວຍຄວາມປິຕິຍິນດີ. 18ຈົ່ງສັ່ງເຂົາໃຫ້ເຮັດແຕ່ຄຸນງາມຄວາມດີ ເປັນຄົນຮັ່ງມີໃນການກະທຳດີ ມີໃຈເອື້ອເຟື້ອເພື່ອແຜ່ ແລະພ້ອມທີ່ຈະແບ່ງປັນໃຫ້ຄົນອື່ນ. 19ດ້ວຍວິທີນີ້ ຈຶ່ງຈະເປັນການທ້ອນໂຮມຊັບສົມບັດໄວ້ສຳລັບຕົນ ຊຶ່ງຈະເປັນຮາກຖານອັນໝັ້ນຄົງເພື່ອອະນາຄົດ. ດັ່ງນັ້ນ ເຂົາຈຶ່ງຈະສາມາດຢຶດເອົາຊີວິດອັນແທ້ຈິງໄວ້ໄດ້.
20ຕີໂມທຽວເອີຍ, ສິ່ງທີ່ເຮົາຝາກໄວ້ກັບເຈົ້າແລ້ວນັ້ນ ຈົ່ງຮັກສາໄວ້ ຈົ່ງເວັ້ນເສຍຈາກການເວົ້າອັນບໍ່ເປັນປະໂຫຍດແລະຂັດຕໍ່ສາສະໜາ ແລະຈາກການໂຕ້ຖຽງໃນສິ່ງທີ່ເຂົາເອີ້ນຜິດວ່າ, “ເປັນວິຊາຄວາມຮູ້.” 21ຊຶ່ງບາງຄົນໄດ້ຍອມຮັບເອົາແລ້ວ ຈຶ່ງໄດ້ຫລົງໄປຈາກຄວາມເຊື່ອ.
ຂໍໃຫ້ພຣະຄຸນຂອງພຣະເຈົ້າ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີ້ນ.
Currently Selected:
1 ຕີໂມທຽວ 6: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.