2 ຕີໂມທຽວ 1
1
1ຈາກ ໂປໂລ ອັກຄະສາວົກຂອງພຣະຄຣິດເຈົ້າເຢຊູ ຕາມນໍ້າພຣະໄທຂອງພຣະເຈົ້າ ຕາມພຣະສັນຍາທີ່ຊົງປະທານຊີວິດ ຊຶ່ງພວກເຮົາມີຢູ່ໃນພຣະຄຣິດເຈົ້າເຢຊູ.
2ເຖິງ ຕີໂມທຽວລູກທີ່ຮັກຂອງເຮົາໃນຄວາມເຊື່ອ,
ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າກັບພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໂຜດປະທານພຣະຄຸນ ຄວາມເມດຕາ ແລະສັນຕິສຸກແກ່ເຈົ້າເທີ້ນ.
ການໂມທະນາຂອບພຣະຄຸນ ແລະ ຄວາມຊູໃຈ
3ເຮົາໂມທະນາຂອບພຣະຄຸນພຣະເຈົ້າ ອົງທີ່ເຮົາຮັບໃຊ້ດ້ວຍໃຈສຳນຶກຜິດແລະຊອບອັນເສາະໃສ ດັ່ງບັນພະບຸລຸດຂອງເຮົາໄດ້ປະຕິບັດມາ ເຮົາໂມທະນາຂອບພຣະຄຸນພຣະອົງຢູ່ສະເໝີ ເມື່ອເຮົາລະນຶກເຖິງເຈົ້າໃນຄຳພາວັນນາອະທິຖານຂອງເຮົາທັງກາງຄືນແລະກາງເວັນ. 4ເຮົາລະນຶກເຖິງນໍ້າຕາຂອງເຈົ້າ ແລະເຮົາກໍຢາກເຫັນໜ້າເຈົ້າຫລາຍທີ່ສຸດ ເພື່ອວ່າເຮົາຈະໄດ້ຊື່ນຊົມຍິນດີຢ່າງເຫລືອລົ້ນ. 5ເຮົາລະນຶກເຖິງຄວາມເຊື່ອອັນຈິງໃຈຂອງເຈົ້າ ອັນເປັນຄວາມເຊື່ອ ຊຶ່ງເມື່ອກ່ອນໄດ້ມີຢູ່ໃນນາງໂລອີ ແມ່ເຖົ້າຂອງເຈົ້າ ແລະ ນາງຢູນິເກແມ່ຂອງເຈົ້າ. ບັດນີ້ ເຮົາເຊື່ອແນ່ວ່າ ມີຢູ່ໃນເຈົ້າເໝືອນກັນ. 6ເພາະເຫດນີ້ ເຮົາຈຶ່ງຂໍເຕືອນສະຕິເຈົ້າ ຈົ່ງພັດທະນາຂອງປະທານທີ່ມີໃນຕົວເຈົ້າ ໃຫ້ຈະເລີນຮຸ່ງເຮືອງຂຶ້ນ ຄືຂອງປະທານ ຊຶ່ງພຣະເຈົ້າໄດ້ໂຜດປະທານໃຫ້ເຈົ້າ ເມື່ອເຮົາໄດ້ວາງມືໃສ່ເຈົ້າ. 7ເພາະວ່າ ພຣະເຈົ້າບໍ່ໄດ້ຊົງປະທານໃຈອັນຢ້ານກົວໃຫ້ແກ່ເຮົາ, ແຕ່ໄດ້ຊົງປະທານໃຈອັນປະກອບດ້ວຍຣິດເດດອຳນາດ ຄວາມຮັກ ແລະການບັງຄັບຕົນໃຫ້ແກ່ເຮົາ.
8ເຫດສະນັ້ນ ຢ່າລະອາຍທີ່ຈະເປັນພະຍານຝ່າຍອົງພຣະຜູ້ເປັນເຈົ້າຂອງເຮົາທັງຫລາຍ ຫລືຝ່າຍຕົວເຮົາທີ່ຖືກຈຳຈອງຢູ່ເພາະເຫັນແກ່ພຣະອົງ ແຕ່ຈົ່ງມີສ່ວນໃນການລຳບາກ ເພື່ອເຫັນແກ່ຂ່າວປະເສີດ ໂດຍອາໄສຣິດອຳນາດແຫ່ງພຣະເຈົ້າ. 9ຜູ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ແລະຊົງເອີ້ນເອົາເຮົາທັງຫລາຍໃຫ້ເປັນໄພ່ພົນຂອງພຣະອົງ ບໍ່ແມ່ນເພາະເຫັນແກ່ການດີທີ່ເຮົາໄດ້ເຮັດນັ້ນ ແຕ່ເພາະເຫັນແກ່ພຣະປະສົງຂອງພຣະອົງເອງ ແລະພຣະຄຸນຊຶ່ງຊົງປະທານແກ່ພວກເຮົາໃນພຣະຄຣິດເຈົ້າເຢຊູ ຕັ້ງແຕ່ດຶກດຳບັນມານັ້ນ 10ແຕ່ບັດນີ້ ພຣະຄຸນນັ້ນຖືກເປີດເຜີຍໃຫ້ພວກເຮົາໄດ້ເຫັນ ໂດຍການສະເດັດມາປາກົດຂອງພຣະຄຣິດເຈົ້າເຢຊູພຣະຜູ້ໂຜດຊ່ວຍໃຫ້ພົ້ນຂອງພວກເຮົາ ພຣະອົງໄດ້ກຳຈັດຣິດແຫ່ງຄວາມຕາຍໃຫ້ສິ້ນສຸດໄປ ແລະໄດ້ເປີດເຜີຍຢ່າງຈະແຈ້ງເຖິງຊີວິດອັນຕາຍບໍ່ເປັນ ໂດຍທາງຂ່າວປະເສີດ.
11ພຣະເຈົ້າໄດ້ແຕ່ງຕັ້ງເຮົາໃຫ້ເປັນອັກຄະສາວົກ ແລະເປັນຜູ້ສອນ ເພື່ອປະກາດຂ່າວປະເສີດ 12ເພາະເຫດນີ້ແຫຼະ ເຮົາຈຶ່ງຍອມທົນທຸກຕໍ່ສິ່ງເຫຼົ່ານີ້ ແຕ່ເຖິງປານນັ້ນ ເຮົາກໍບໍ່ລະອາຍ ເພາະວ່າເຮົາຮູ້ຈັກພຣະອົງ ຜູ້ທີ່ເຮົາໄດ້ເຊື່ອແລະໄວ້ວາງໃຈນັ້ນ ແລະເຮົາເຊື່ອໝັ້ນວ່າພຣະອົງຊົງສາມາດຮັກສາ ຊຶ່ງເຮົາໄດ້ມອບໄວ້ກັບພຣະອົງ ຈົນເຖິງວັນນັ້ນ. 13ຈົ່ງເຮັດຕາມແບບຢ່າງແຫ່ງຄຳສອນອັນມີຫລັກ ທີ່ເຈົ້າໄດ້ຍິນຈາກເຮົາ ດ້ວຍຄວາມເຊື່ອແລະຄວາມຮັກ ທີ່ມີຢູ່ໃນພຣະຄຣິດເຈົ້າເຢຊູ. 14ເຈົ້າຈົ່ງຮັກສາຂໍ້ແນະນຳອັນດີ ຊຶ່ງໄດ້ຖືກມອບໝາຍໄວ້ແກ່ເຈົ້ານັ້ນ ໂດຍທາງຣິດເດດແຫ່ງພຣະວິນຍານບໍຣິສຸດເຈົ້າ ອົງທີ່ສະຖິດຢູ່ໃນພວກເຮົາ.
15ເຈົ້າກໍຮູ້ແລ້ວວ່າ ທຸກຄົນໃນແຂວງເອເຊຍລວມທັງຟູເຄໂລ ແລະ ເຮຣະໂມເກນໄດ້ປະຖິ້ມເຮົາ. 16ຂໍອົງພຣະຜູ້ເປັນເຈົ້າສຳແດງຄວາມເມດຕາແກ່ຄອບຄົວໂອເນຊີໂຟໂຣ ເພາະເພິ່ນໄດ້ໜູນຈິດໃຈເຮົາຕັ້ງຫລາຍເທື່ອ ເພິ່ນບໍ່ໄດ້ລະອາຍທີ່ເຮົາຖືກຄຸກ, 17ແຕ່ພໍເພິ່ນໄດ້ມາເຖິງນະຄອນໂຣມແລ້ວ ເພິ່ນກໍເລີ່ມຕົ້ນຊອກຫາເຮົາຈົນພົບ. 18ຂໍອົງພຣະຜູ້ເປັນເຈົ້າ ຊົງໂຜດປະທານພຣະເມດຕາແກ່ເພິ່ນໃນວັນນັ້ນດ້ວຍເທີ້ນ ຝ່າຍເຈົ້າກໍຮູ້ດີວ່າ ເພິ່ນໄດ້ບົວລະບັດເຮົາຫລາຍປານໃດ ເມື່ອເຮົາຢູ່ທີ່ເມືອງເອເຟໂຊນັ້ນ.
Currently Selected:
2 ຕີໂມທຽວ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.