1 ເປໂຕ 3:15-16
1 ເປໂຕ 3:15-16 ພຄພ
ແຕ່ໃນໃຈຂອງເຈົ້າທັງຫລາຍ ຈົ່ງເຄົາຣົບນັບຖືພຣະຄຣິດວ່າ ເປັນອົງພຣະຜູ້ເປັນເຈົ້າ ຈົ່ງມີໃຈພ້ອມຢູ່ສະເໝີ ເພື່ອພວກເຈົ້າຈະສາມາດຕອບແກ້ຕົວໄດ້ຕໍ່ທຸກຄົນທີ່ຖາມພວກເຈົ້າວ່າ, ເຈົ້າມີເຫດຜົນປະການໃດຈຶ່ງມີຄວາມຫວັງຢ່າງນີ້. ແຕ່ຈົ່ງຕອບດ້ວຍໃຈສຸພາບແລະຢຳເກງ ແລະໃຫ້ມີໃຈສຳນຶກຜິດແລະຊອບອັນເສາະໃສ ເພື່ອວ່າເມື່ອພວກເຈົ້າຖືກປະໝາດນິນທາ ຄົນທີ່ກ່າວຫຍາບຊ້າ ຕໍ່ທຳນຽມຄຣິສຕຽນອັນດີຂອງພວກເຈົ້ານັ້ນ ກໍຈະໄດ້ຮັບຄວາມອັບອາຍ.