1 ເປໂຕ 1
1
1ຈາກ ເປໂຕ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ,
ເຖິງ ໄພ່ພົນທີ່ພຣະເຈົ້າໄດ້ຊົງເລືອກໄວ້ ຊຶ່ງອາໄສຢູ່ໃນຕ່າງຖິ່ນ ກະຈັດກະຈາຍຢູ່ຕາມແຂວງຕ່າງໆເຊັ່ນ: ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບີທີເນຍ. 2ຄືຜູ້ທີ່ພຣະເຈົ້າ ພຣະບິດາເຈົ້າໄດ້ຊົງເລືອກໄວ້ແລ້ວ ຕາມທີ່ພຣະອົງໄດ້ຊົງຮູ້ລ່ວງໜ້າໄວ້ກ່ອນ ເພື່ອພຣະວິນຍານຈະຊົງຊຳລະໃຫ້ບໍຣິສຸດ ຈະໃຫ້ນົບນ້ອມເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະຈະໃຫ້ຮັບການຊຳລະດ້ວຍພຣະໂລຫິດຂອງພຣະອົງ.
ຂໍພຣະຄຸນ ແລະສັນຕິສຸກຈົ່ງບັງເກີດທະວີຄູນແກ່ເຈົ້າທັງຫລາຍເທີ້ນ.
ຄວາມຫວັງອັນມີຊີວິດຢູ່
3ສາທຸການແດ່ພຣະເຈົ້າ ພຣະບິດາເຈົ້າແຫ່ງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງພຣະມະຫາກະລຸນາແກ່ພວກເຮົາ ຊົງໂຜດໃຫ້ພວກເຮົາບັງເກີດໃໝ່ ເຂົ້າສູ່ຄວາມຫວັງໃຈອັນມີຊີວິດຢູ່ໂດຍການຄືນພຣະຊົນຂອງພຣະເຢຊູຄຣິດເຈົ້າ, 4ເພື່ອຮັບມໍຣະດົກອັນຄົບບໍຣິບູນ ຊຶ່ງພຣະເຈົ້າໄດ້ຮັກສາໄວ້ສຳລັບໄພ່ພົນຂອງພຣະອົງໃນສະຫວັນ ຊຶ່ງເປັນບ່ອນທີ່ບໍ່ເປື່ອຍເນົ່າ ບໍ່ຊົ່ວມົວໝອງແລະບໍ່ຫ່ຽວແຫ້ງຈັກເທື່ອ. 5ຊຶ່ງເປັນຜູ້ທີ່ຣິດອຳນາດຂອງພຣະເຈົ້າ ຊົງເຝົ້າຮັກສາໄວ້ດ້ວຍຄວາມເຊື່ອ ຈົນໄດ້ເຖິງຄວາມພົ້ນ ຊຶ່ງພ້ອມແລ້ວທີ່ຈະປາກົດໃນວັນສຸດທ້າຍ.
6ໃນສິ່ງນີ້ແຫຼະ ຈຶ່ງຊົມຊື່ນຍິນດີຫລາຍ ເຖິງແມ່ນວ່າດຽວນີ້ ຈຳເປັນທີ່ພວກເຈົ້າຈະຕ້ອງທົນຄວາມທຸກໂສກ ດ້ວຍການຖືກທົດລອງຕ່າງໆໃນໄລຍະເວລາໜຶ່ງ. 7ເຖິງແມ່ນວ່າ ຄຳກໍຍັງຖືກລອງເບິ່ງດ້ວຍໄຟ ແຕ່ຄວາມເຊື່ອທີ່ຖືກລອງກໍປະເສີດກວ່າຄຳ ທີ່ຍ່ອມຮູ້ສູນຫາຍໄປ. ດັ່ງນັ້ນ ການທົດລອງຕ່າງໆເກີດຂຶ້ນ ເພື່ອໃຫ້ຄວາມເຊື່ອທີ່ລອງແລ້ວນັ້ນ ປາກົດວ່າ ຄວນໄດ້ຮັບຄຳສັນລະເສີນ ສະຫງ່າຣາສີ ແລະກຽດຕິຍົດ ໃນເວລາທີ່ພຣະເຢຊູຄຣິດເຈົ້າຈະສະເດັດມາປາກົດ. 8ພຣະອົງຜູ້ທີ່ພວກເຈົ້າຍັງບໍ່ໄດ້ເຫັນ ແຕ່ພວກເຈົ້າກໍຍັງຮັກພຣະອົງຢູ່ ເຖິງແມ່ນວ່າຂະນະນີ້ ພວກເຈົ້າບໍ່ເຫັນພຣະອົງ ແຕ່ຍັງເຊື່ອແລະຊື່ນຊົມຍິນດີ ດ້ວຍຄວາມຍິນດີອັນຮຸ່ງເຮືອງ ຊຶ່ງເຫຼືອທີ່ຈະອະທິບາຍໄດ້. 9ແລ້ວເຈົ້າທັງຫລາຍຈຶ່ງໄດ້ຮັບ ຕາມຈຸດປະສົງແຫ່ງຄວາມເຊື່ອຂອງພວກເຈົ້າ ຄືວິນຍານຈິດຂອງພວກເຈົ້າຈະໄດ້ລອດພົ້ນ.
10ບັນດາຜູ້ທຳນວາຍທີ່ໄດ້ທຳນວາຍເຖິງພຣະຄຸນ ຊຶ່ງຈະບັງເກີດແກ່ເຈົ້າທັງຫລາຍ ກໍໄດ້ຄົ້ນຄວ້າແລະສືບຖາມຫາຢ່າງຖ້ວນຖີ່ ກ່ຽວກັບເລື່ອງຄວາມພົ້ນນີ້. 11ພວກເພິ່ນໄດ້ສຶບຄົ້ນຫາວ່າ ພຣະວິນຍານຂອງພຣະຄຣິດ ຜູ້ຊົງສະຖິດຢູ່ໃນພວກເພິ່ນ ໄດ້ຖືກບົ່ງບອກໄວ້ ເຖິງຄາວໃດແລະເວລາໃດ ເມື່ອພຣະອົງຊົງທຳນວາຍໄວ້ ເຖິງຄວາມທຸກທໍລະມານຂອງພຣະຄຣິດ ແລະເຖິງສະຫງ່າຣາສີ ທີ່ຈະມາພາຍຫລັງຄວາມທົນທຸກທໍລະມານນັ້ນ. 12ກໍຊົງສຳແດງໃຫ້ພວກຜູ້ທຳນວາຍນັ້ນຮູ້ວ່າ ທີ່ທ່ານເຫຼົ່ານັ້ນໄດ້ປະຕິບັດໃນເຫດການທັງປວງນັ້ນ ບໍ່ແມ່ນສຳລັບພວກເພິ່ນເອງ ແຕ່ສຳລັບເຈົ້າທັງຫລາຍ. ບັດນີ້ ຄົນເຫຼົ່ານັ້ນທີ່ປະກາດຂ່າວປະເສີດແກ່ເຈົ້າທັງຫລາຍ ໄດ້ກ່າວສິ່ງເຫຼົ່ານັ້ນແກ່ພວກເຈົ້າແລ້ວ ໂດຍພຣະວິນຍານບໍຣິສຸດເຈົ້າ ຜູ້ຊົງຮັບໃຊ້ມາຈາກສະຫວັນ. ເຫດການເຫຼົ່ານີ້ ເປັນສິ່ງຊຶ່ງພວກເທວະດາປາຖະໜາຈະພິຈາລະນາເບິ່ງ.
ການເອີ້ນໃຫ້ດຳເນີນຊີວິດຢ່າງບໍຣິສຸດ
13ດ້ວຍເຫດນັ້ນ ຈົ່ງຕຽມຕົວຕຽມໃຈໃຫ້ພ້ອມ ຈົ່ງມີສະຕິລະວັງຕົວ ແລະຈົ່ງຕັ້ງຄວາມຫວັງໃຫ້ເຕັມບໍຣິບູນໃນພຣະຄຸນ ທີ່ຈະໂຜດປະທານໃຫ້ພວກເຈົ້າ ເມື່ອພຣະເຢຊູເຈົ້າສະເດັດມາປາກົດ. 14ຈົ່ງເປັນລູກທີ່ເຊື່ອຟັງ ແລະຢ່າດຳເນີນຊີວິດຕາມຕັນຫາແບບເກົ່າ ທີ່ພວກເຈົ້າເຄີຍມີໃນຄາວຍັງໂງ່ຢູ່ນັ້ນ. 15ແຕ່ເພາະພຣະອົງ ຜູ້ຊົງເອີ້ນເຈົ້າທັງຫລາຍນັ້ນບໍຣິສຸດ ຝ່າຍພວກເຈົ້າຈົ່ງກາຍເປັນຜູ້ບໍຣິສຸດ ໃນທາງກິຣິຍາວາຈາທຸກປະການເໝືອນກັນ. 16ເພາະມີຄຳຂຽນໄວ້ແລ້ວວ່າ, “ເຈົ້າທັງຫລາຍຈົ່ງເປັນບໍຣິສຸດ ເພາະຝ່າຍເຮົາບໍຣິສຸດ.”
17ແລະຖ້າພວກເຈົ້າພາວັນນາອະທິຖານທູນຂໍຕໍ່ພຣະອົງ ຜູ້ຊົງພິພາກສາທຸກຄົນ ຕາມກິດຈະການຂອງເຂົາ ໂດຍບໍ່ເລືອກໜ້າຜູ້ໃດ ເຖິງແມ່ນວ່າພວກເຈົ້າເອີ້ນພຣະອົງວ່າ, “ພຣະບິດາເຈົ້າ” ກໍຕາມ ຈົ່ງປະຕິບັດໄປດ້ວຍຄວາມຢຳເກງ ຕະຫລອດເວລາທີ່ພວກເຈົ້າອາໄສຢູ່ໃນໂລກນີ້. 18ເພາະພວກເຈົ້າກໍຮູ້ຢູ່ແລ້ວວ່າ ພວກເຈົ້າຖືກໄຖ່ໃຫ້ເປັນອິດສະຫລະ ຈາກການດຳເນີນຊີວິດອັນບໍ່ມີປະໂຫຍດ ທີ່ສືບທອດມາຈາກບັນພະບຸລຸດຂອງພວກເຈົ້າ ບໍ່ແມ່ນໄຖ່ດ້ວຍສິ່ງຂອງທີ່ເສື່ອມສູນໄປ ເໝືອນດັ່ງເງິນ ຫລືຄຳ 19ແຕ່ຊົງໄຖ່ດ້ວຍພຣະໂລຫິດ ອັນຊົງມີຄ່າຂອງພຣະຄຣິດ ເໝືອນດັ່ງເລືອດລູກແກະ ທີ່ບໍ່ມີຕຳໜິຫລືຮອຍດ່າງ. 20ພຣະອົງໄດ້ຖືກຊົງເລືອກໄວ້ ໂດຍພຣະເຈົ້າກ່ອນວາງຮາກສ້າງໂລກ ແຕ່ເພື່ອເຫັນແກ່ພວກເຈົ້າ ພຣະອົງຈຶ່ງໄດ້ໃຫ້ພຣະຄຣິດສະເດັດມາປາກົດໃນເວລາສຸດທ້າຍ. 21ໂດຍທາງພຣະອົງນັ້ນ ພວກເຈົ້າຈຶ່ງໄດ້ໄວ້ວາງໃຈໃນພຣະເຈົ້າ ຜູ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ ແລະຊົງປະທານສະຫງ່າຣາສີໃຫ້ແກ່ພຣະອົງ ເພື່ອຄວາມເຊື່ອແລະຄວາມຫວັງຂອງພວກເຈົ້າຈະຕັ້ງຢູ່ໃນພຣະເຈົ້າ.
22ທີ່ເຈົ້າທັງຫລາຍໄດ້ຊຳລະຈິດໃຈຂອງຕົນ ໃຫ້ບໍຣິສຸດດ້ວຍຄວາມເຊື່ອຟັງຄວາມຈິງ ຈົນມີຄວາມຮັກພວກພີ່ນ້ອງຢ່າງຈິງໃຈ ພວກເຈົ້າຈົ່ງຮັກຊຶ່ງກັນແລະກັນດ້ວຍເຕັມໃຈ. 23ດ້ວຍວ່າ, ເຈົ້າທັງຫລາຍໄດ້ເກີດໃໝ່ແລ້ວ ບໍ່ແມ່ນເກີດຈາກແນວປູກທີ່ອາດເປື່ອຍເນົ່າ ແຕ່ເກີດຈາກແນວປູກທີ່ບໍ່ອາດເປືອຍເນົ່າ ຄືເກີດຈາກພຣະທຳຂອງພຣະເຈົ້າ ອັນຊົງຊີວິດແລະຕັ້ງໝັ້ນຄົງ. 24ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ,
“ມະນຸດທຸກຄົນ ເປັນດັ່ງຕົ້ນຫຍ້າ
ແລະສະຫງ່າຣາສີຂອງພວກເຂົາ
ກໍເປັນດັ່ງດອກຫຍ້າ
ຕົ້ນຫຍ້າຫ່ຽວແຫ້ງໄປ
ແລະດອກມັນກໍລ່ວງຫລົ່ນໄປ
25 ແຕ່ພຣະຄຳຂອງອົງພຣະຜູ້ເປັນເຈົ້າ ຕັ້ງໝັ້ນຄົງຢູ່ຕະຫລອດຊົ່ວນິຣັນດອນ.”
ພຣະຄຳນັ້ນ ຄືຂ່າວປະເສີດ ທີ່ໄດ້ປະກາດໃຫ້ພວກເຈົ້າຮູ້ແລ້ວ.
Currently Selected:
1 ເປໂຕ 1: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.