YouVersion Logo
Search Icon

1 ກະສັດ 3

3
ໂຊໂລໂມນ​ພາວັນນາ​ອະທິຖານ​ຂໍ​ສະຕິປັນຍາ
(2 ຂຄ 1:3-12)
1ກະສັດ​ໂຊໂລໂມນ​ໄດ້​ເປັນ​ພັນທະມິດ​ກັບ​ກະສັດ​ແຫ່ງ​ເອຢິບ ໂດຍ​ການ​ແຕ່ງງານ​ກັບ​ລູກສາວ​ຂອງ​ເພິ່ນ. ກະສັດ​ໂຊໂລໂມນ​ໄດ້​ພາ​ນາງ​ໄປ​ຢູ່​ໃນ​ເມືອງ​ຂອງ​ດາວິດ ຈົນ​ເພິ່ນ​ສ້າງ​ຣາຊວັງ, ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ກຳແພງ​ອ້ອມ​ນະຄອນ​ເຢຣູຊາເລັມ​ສຳເລັດ. 2ສ່ວນ​ວິຫານ​ເພື່ອ​ພຣະນາມ​ຂອງ​ພຣະເຈົ້າຢາເວ​ກໍ​ຍັງ​ບໍ່​ທັນ​ໄດ້​ສ້າງ​ເທື່ອ. ດັ່ງນັ້ນ ປະຊາຊົນ​ຈຶ່ງ​ຍັງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ສະຖານ​ບູຊາ​ເທິງທີ່ສູງ​ຕ່າງໆ. 3ກະສັດ​ໂຊໂລໂມນ​ຮັກ​ພຣະເຈົ້າຢາເວ ແລະ​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ກະສັດ​ດາວິດ​ພໍ່​ຂອງຕົນ; ແຕ່​ເພິ່ນ​ຍັງ​ໄດ້​ຂ້າ​ສັດ​ແລະ​ຖວາຍບູຊາ​ຕາມ​ແທ່ນບູຊາ​ຕ່າງໆ ທີ່​ເທິງ​ພູ​ເຊັ່ນດຽວ​ກັນ.
4ໃນຄັ້ງໜຶ່ງ ກະສັດ​ໂຊໂລໂມນ​ໄດ້​ໄປ​ທີ່​ເມືອງ​ກີເບໂອນ​ເພື່ອ​ຖວາຍ​ເຄື່ອງ​ບູຊາ ເພາະ​ແທ່ນບູຊາ​ໃນ​ເມືອງ​ນີ້​ມີ​ຊື່ສຽງ​ສຳຄັນ​ຫລາຍ. ໃນ​ເວລາ​ຜ່ານ​ມາ ເພິ່ນ​ເຄີຍ​ຖວາຍ​ເຄື່ອງ​ເຜົາບູຊາ​ໃນ​ບ່ອນ​ນີ້​ເປັນ​ພັນໆ​ເທື່ອ​ແລ້ວ. 5ໃນຄືນນັ້ນ ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ເພິ່ນ​ທາງ​ຄວາມຝັນ ແລະ​ຖາມ​ເພິ່ນ​ວ່າ, “ເຈົ້າ​ຢາກ​ໄດ້​ຫຍັງ​ຈາກ​ເຮົາ?”
6ໂຊໂລໂມນ​ຕອບ​ວ່າ, “ພຣະອົງ​ໄດ້​ສຳແດງ​ຄວາມຮັກ​ອັນ​ຍິ່ງໃຫຍ່​ຕໍ່​ກະສັດ​ດາວິດ​ພໍ່​ຂອງ​ຂ້ານ້ອຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ເລື້ອຍ​ມາ. ພໍ່​ຂອງ​ຂ້ານ້ອຍ​ເປັນ​ຄົນດີ, ຈົງຮັກ​ພັກດີ ແລະ​ສັດຊື່​ຕໍ່​ຄວາມ​ສຳພັນ​ທີ່​ມີ​ກັບ​ພຣະອົງ. ພຣະອົງ​ສືບຕໍ່​ສຳແດງ​ຄວາມຮັກ​ອັນ​ຍິ່ງໃຫຍ່​ແລະ​ໝັ້ນຄົງ​ຕໍ່​ເພິ່ນ ໂດຍ​ໃຫ້​ເພິ່ນ​ມີ​ລູກຊາຍ​ເປັນ​ຜູ້ປົກຄອງ​ສືບແທນ​ເພິ່ນ​ໃນວັນນີ້. 7ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ຂຶ້ນ​ເປັນ​ກະສັດ​ສືບແທນ​ພໍ່​ຂອງ​ຂ້ານ້ອຍ​ຄື​ດາວິດ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ຍັງ​ໜຸ່ມ ແລະ​ບໍ່​ຮູ້ຈັກ​ວ່າ​ຈະ​ປົກຄອງ​ຢ່າງໃດ. 8ຂ້ານ້ອຍ​ຢູ່​ທ່າມກາງ​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກໄວ້​ໃຫ້​ເປັນ​ພວກ​ຂອງ​ພຣະອົງ ຄື​ພວກ​ສຳຄັນ​ຫລາຍ​ທີ່​ມີ​ຈຳນວນ​ຫລວງຫລາຍ​ຈົນ​ນັບ​ບໍ່ໄດ້. 9ສະນັ້ນ ຂໍ​ພຣະອົງ​ໂຜດ​ໃຫ້​ສະຕິປັນຍາ​ແກ່​ຂ້ານ້ອຍ ເພື່ອ​ຈະ​ປົກຄອງ​ປະຊາຊົນ​ຂອງ​ພຣະອົງ​ຢ່າງ​ຍຸດຕິທຳ ແລະ​ເພື່ອ​ຈະ​ຮູ້ຈັກ​ຄວາມ​ແຕກຕ່າງ​ລະຫວ່າງ​ຄວາມດີ​ແລະ​ຄວາມຊົ່ວ. ຖ້າບໍ່​ດັ່ງນັ້ນ​ແລ້ວ ຂ້ານ້ອຍ​ຈະ​ປົກຄອງ​ປະຊາຊົນ​ທີ່​ສຳຄັນ​ຫລາຍ​ຂອງ​ພຣະອົງ​ນີ້​ໄດ້​ຢ່າງໃດ?”
10ອົງພຣະ​ຜູ້​ເປັນເຈົ້າ​ພໍໃຈ​ນຳ​ກະສັດ​ໂຊໂລໂມນ​ທີ່​ໄດ້​ຂໍຮ້ອງ​ຢ່າງ​ນີ້ 11ພຣະອົງ​ກ່າວ​ແກ່​ເພິ່ນ​ວ່າ, “ຍ້ອນ​ເຈົ້າ​ບໍ່ໄດ້​ຂໍ​ຊີວິດ​ຍືນຍາວ ບໍ່ໄດ້​ຂໍ​ຄວາມ​ຮັ່ງມີ ຫລື​ຂໍ​ຊີວິດ​ຂອງ​ເຫຼົ່າ​ສັດຕູ, ແຕ່​ເຈົ້າ​ຂໍ​ສະຕິປັນຍາ​ໃນ​ການ​ປົກຄອງ​ຢ່າງ​ເປັນທຳ 12ເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ຂໍ​ມາ. ເຮົາ​ຈະ​ໃຫ້​ເຈົ້າ​ມີ​ສະຕິປັນຍາ ແລະ​ຄວາມ​ເຂົ້າໃຈ​ເໜືອກວ່າ​ຄົນ​ໃດໆ​ທີ່​ເຄີຍ​ມີ​ມາ​ກ່ອນ ແລະ​ຈະ​ບໍ່ມີ​ຜູ້ໃດ​ມີ​ສະຕິປັນຍາ​ຄື​ເຈົ້າ​ອີກ​ຈັກເທື່ອ. 13ເຮົາ​ຍັງ​ຈະ​ໃຫ້​ເຈົ້າ​ໃນ​ສິ່ງ​ທີ່​ເຈົ້າ​ບໍ່​ຂໍ​ດ້ວຍ ຄື​ຕະຫລອດ​ຊົ່ວຊີວິດ​ຂອງ​ເຈົ້າ ເຈົ້າ​ຈະ​ຮັ່ງມີ ແລະ​ມີ​ກຽດ​ເໜືອກວ່າ​ກະສັດ​ຄົນ​ໃດໆ. 14ຖ້າ​ເຈົ້າ​ເຊື່ອຟັງ​ເຮົາ ແລະ​ຖື​ຮັກສາ​ບັນດາ​ກົດບັນຍັດ​ທັງ​ຂໍ້ຄຳສັ່ງ​ຂອງເຮົາ ດັ່ງ​ດາວິດ​ພໍ່​ຂອງ​ເຈົ້າ​ໄດ້​ປະຕິບັດ​ມາ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນຍາວ.”
15ກະສັດ​ໂຊໂລໂມນ​ຮູ້​ເມື່ອ​ຂຶ້ນ​ແລະ​ຮູ້ຈັກ​ແຈ້ງ​ວ່າ, ພຣະເຈົ້າ​ໄດ້​ກ່າວ​ແກ່​ຕົນ​ທາງ​ຄວາມຝັນ. ແລ້ວ​ເພິ່ນ​ກໍ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໄປ​ຢືນ​ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຈັດ​ງານ​ກິນລ້ຽງ​ສຳລັບ​ພວກ​ຂ້າຣາຊການ​ທຸກຄົນ​ຂອງ​ເພິ່ນ.
ໂຊໂລໂມນ​ຕັດສິນ​ຄະດີ​ທີ່​ຍາກ
16ມື້​ໜຶ່ງ ມີ​ຍິງໂສເພນີ​ສອງ​ຄົນ​ໄດ້​ເຂົ້າ​ມາ​ສະເໜີ​ຕົວ​ຕໍ່​ກະສັດ​ໂຊໂລໂມນ. 17ຜູ້​ທີ​ໜຶ່ງ​ໄດ້​ເວົ້າ​ວ່າ, “ຂ້າແດ່​ພະຣາຊາ ຍິງ​ຄົນ​ນີ້​ແລະ​ຂ້ານ້ອຍ​ຢູ່​ເຮືອນ​ຫລັງ​ດຽວກັນ. ຂ້ານ້ອຍ​ໄດ້​ອອກລູກ​ຢູ່​ໃນ​ເຮືອນ​ເປັນ​ຜູ້ຊາຍ​ໃນ​ຂະນະທີ່​ນາງ​ກໍ​ຢູ່​ທີ່​ນັ້ນ. 18ຫລັງຈາກ​ທີ່​ຂ້ານ້ອຍ​ອອກລູກ​ມາ​ໄດ້​ສອງ​ວັນ​ແລ້ວ ວັນ​ທີ​ສາມ​ຍິງ​ຄົນ​ນີ້​ກໍ​ອອກລູກ​ເປັນ​ຜູ້ຊາຍ​ຄືກັນ. ບໍ່ມີ​ຜູ້ໃດ​ຢູ່​ໃນ​ເຮືອນ ນອກຈາກ​ພວກ​ຂ້ານ້ອຍ​ພຽງແຕ່​ສອງ​ຄົນ​ເທົ່ານັ້ນ. 19ແລ້ວ​ຄືນ​ໜຶ່ງ ຍິງ​ຜູ້​ນີ້​ກໍ​ໄດ້​ນອນ​ເຕັງ​ລູກ​ຂອງຕົນ ຈົນ​ລູກ​ຫາຍໃຈ​ບໍ່​ອອກ​ແລະ​ຕາຍໄປ. 20ໃນ​ຕອນ​ກາງຄືນ​ນັ້ນ ນາງ​ໄດ້​ລຸກ​ຂຶ້ນ​ມາ ແລະ​ອູ້ມ​ເອົາ​ລູກ​ຂອງ​ຂ້ານ້ອຍ​ອອກ​ຈາກ​ຂ້າງ​ຂອງ​ຂ້ານ້ອຍ​ເອົາ​ໄປ​ໃສ່​ບ່ອນ​ນອນ​ຂອງ​ນາງ ໃນ​ຂະນະທີ່​ຂ້ານ້ອຍ​ນອນ​ຫລັບ​ຢູ່. ແລ້ວ​ເອົາ​ລູກຊາຍ​ຂອງ​ນາງ​ທີ່​ຕາຍ​ແລ້ວ​ນັ້ນ ມາ​ວາງ​ໃສ່​ບ່ອນ​ນອນ​ຂອງ​ຂ້ານ້ອຍ. 21ເຊົ້າ​ມື້​ໃໝ່​ມາ ເມື່ອ​ຂ້ານ້ອຍ​ລຸກ​ຂຶ້ນ​ມາ​ວ່າ​ຈະ​ເອົາ​ນົມ​ໃຫ້​ລູກ​ກິນ ກໍ​ເຫັນວ່າ​ລູກ​ຕາຍ​ເສຍ​ແລ້ວ. ເມື່ອ​ຂ້ານ້ອຍ​ເບິ່ງ​ລູກ​ນັ້ນ​ຄັກໆ ກໍ​ເຫັນ​ວ່າ​ບໍ່ແມ່ນ​ລູກ​ຂອງ​ຂ້ານ້ອຍ.”
22ແຕ່​ຍິງ​ຜູ້​ທີ​ສອງ​ໄດ້​ເວົ້າ​ຂຶ້ນ​ວ່າ, “ລູກ​ຜູ້​ຍັງ​ມີ​ຊີວິດ​ຢູ່​ນີ້​ແມ່ນ​ລູກ​ຂອງຂ້ອຍ ແລະ​ຜູ້​ຕາຍ​ແມ່ນ​ລູກ​ຂອງ​ເຈົ້າ.”
ຍິງ​ຜູ້​ທຳອິດ​ຕອບ​ວ່າ, “ລູກ​ຜູ້​ຕາຍ​ແມ່ນ​ລູກ​ຂອງ​ເຈົ້າ ຜູ້​ຍັງ​ມີ​ຊີວິດ​ຢູ່​ນີ້​ແມ່ນ​ລູກ​ຂອງຂ້ອຍ.”
ທັງສອງ​ໄດ້​ຖົກຖຽງ​ກັນ​ຢູ່​ຕໍ່ໜ້າ​ກະສັດ.
23ແລ້ວ​ກະສັດ​ໂຊໂລໂມນ​ກໍ​ເວົ້າ​ວ່າ, “ແຕ່ລະຄົນ​ໃນ​ພວກເຈົ້າ​ຕ່າງ​ກໍ​ທວງ​ເອົາ​ວ່າ ລູກ​ຜູ້​ຍັງ​ມີ​ຊີວິດ​ຢູ່​ນີ້​ແມ່ນ​ລູກ​ຂອງຕົນ ແລະ​ຜູ້​ຕາຍ​ແມ່ນ​ລູກ​ຂອງ​ຜູ້​ອື່ນ.” 24ດັ່ງນັ້ນ ເພິ່ນ​ຈຶ່ງ​ສັ່ງ​ຄົນ​ໄປ​ເອົາ​ດາບ​ມາ ພໍ​ເມື່ອ​ເຂົາ​ເອົາ​ດາບ​ມາ​ແລ້ວ 25ເພິ່ນ​ກໍ​ສັ່ງ​ວ່າ, “ຈົ່ງ​ຕັດ​ເດັກນ້ອຍ​ຜູ້​ຍັງ​ມີ​ຊີວິດ​ຢູ່​ນັ້ນ​ອອກ​ເປັນ​ສອງ​ຕ່ອນ ແລະ​ປັນ​ໃຫ້​ຍິງ​ທັງສອງ​ຄົນ​ນີ້​ຜູ້ລະຕ່ອນ.”
26ຜູ້​ເປັນ​ແມ່​ແທ້​ມີ​ຈິດໃຈ​ເຕັມ​ໄປ​ດ້ວຍ​ຄວາມຮັກ​ຕໍ່​ລູກຊາຍ​ຂອງຕົນ ຈຶ່ງ​ໄດ້​ເວົ້າ​ກັບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ກະລຸນາ​ຢ່າ​ຂ້າ​ເດັກ​ນີ້​ເລີຍ ເອົາ​ໃຫ້​ນາງ​ສາ.”
ແຕ່​ຍິງ​ຄົນ​ອື່ນ​ໄດ້​ບອກ​ວ່າ, “ຢ່າ​ເອົາ​ມັນ​ໃຫ້​ຜູ້ໃດ​ເລີຍ ຕັດ​ເປັນ​ສອງ​ຕ່ອນ​ສາ.”
27ແລ້ວ​ກະສັດ​ໂຊໂລໂມນ​ກໍ​ສັ່ງ​ວ່າ, “ຢ່າ​ຂ້າ​ເດັກນ້ອຍ​ນັ້ນ ເອົາ​ໃຫ້​ຍິງ​ຜູ້​ທີ​ໜຶ່ງ​ນັ້ນ​ສາ ເພາະ​ນາງ​ເປັນ​ແມ່​ທີ່​ແທ້ຈິງ​ຂອງ​ເດັກ.”
28ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ຄຳ​ຕັດສິນ​ຂອງ​ກະສັດ​ໂຊໂລໂມນ​ແລ້ວ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ໃຫ້​ຄວາມນັບຖື​ຢ່າງ​ສູງສົ່ງ ແລະ​ຢ່າງ​ເຕັມຈິດ​ເຕັມໃຈ​ແກ່​ເພິ່ນ ເພາະ​ພວກເຂົາ​ຮູ້​ວ່າ ພຣະເຈົ້າ​ໃຫ້​ເພິ່ນ​ໄດ້​ຮັບ​ສະຕິປັນຍາ​ເພື່ອ​ຕັດສິນ​ຄະດີ​ຢ່າງ​ຍຸດຕິທຳ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy