YouVersion Logo
Search Icon

1 ກະສັດ 4

4
ບັນດາ​ຂ້າຣາຊການ​ຂອງ​ໂຊໂລໂມນ
1ເຈົ້າ​ໂຊໂລໂມນ​ເປັນ​ກະສັດ​ຂອງ​ຊົນຊາດ​ອິດສະຣາເອນ​ທັງໝົດ 2ແລະ​ບັນດາ​ຂ້າຣາຊການ​ຊັ້ນ​ຜູ້ໃຫຍ່​ຂອງ​ເພິ່ນ​ມີ​ດັ່ງນີ້:
ອາຊາຣີຢາ ລູກຊາຍ​ຂອງ​ຊາດົກ​ເປັນ​ປະໂຣຫິດ.
3ເອລີໂຮເຣັບ​ແລະ​ອາຮີຢາ ລູກຊາຍ​ຂອງ​ຊີຊາ​ເປັນ​ເລຂາທິການ​ປະຈຳ​ຣາຊວັງ.
ເຢໂຮຊາຟັດ ລູກຊາຍ​ຂອງ​ອາຮີລຸດ​ເປັນ​ຜູ້​ບັນທຶກ.
4ເບນາອີຢາ ລູກຊາຍ​ຂອງ​ເຢໂຮຍອາດາ​ເປັນ​ຜູ້​ບັນຊາການ​ກອງທັບ.
ຊາດົກ​ແລະ​ອາບີອາທາ​ເປັນ​ພວກ​ປະໂຣຫິດ.
5ອາຊາຣີຢາ ລູກຊາຍ​ຂອງ​ນາທານ​ເປັນ​ຫົວໜ້າ​ຜູ້ປົກຄອງ​ແຂວງ​ຕ່າງໆ.
ປະໂຣຫິດ​ຊາບຸດ ລູກຊາຍ​ຂອງ​ນາທານ​ເປັນ​ທີ່ປຶກສາ​ຂອງ​ກະສັດ.
6ອາຮີຊາ​ເປັນ​ຜູ້​ກຳກັບ​ບັນດາ​ຄົນ​ຮັບໃຊ້​ຢູ່​ໃນ​ວັງ.
ອາໂດນີຣາມ ລູກຊາຍ​ຂອງ​ອັບດາ​ເປັນ​ຜູ້​ຄວບຄຸມ​ແຮງງານ.
7ກະສັດ​ໂຊໂລໂມນ​ໄດ້​ແຕ່ງຕັ້ງ​ຜູ້ປົກຄອງ​ແຂວງ​ສິບສອງ​ຄົນ​ໄວ້​ຢູ່​ໃນ​ປະເທດ​ອິດສະຣາເອນ. ພວກ​ນີ້​ເປັນ​ພວກ​ທີ່​ຈັດ​ສະບຽງ​ອາຫານ​ຈາກ​ທ້ອງຖິ່ນ​ຂອງຕົນ ສຳລັບ​ກະສັດ​ແລະ​ສຳນັກ​ຂອງ​ເພິ່ນ. ແຕ່ລະຄົນ​ຕ້ອງ​ຮັບຜິດຊອບ​ຈັດຫາ​ສະບຽງ​ອາຫານ​ໃຫ້​ກຸ້ມ​ເດືອນ​ໜຶ່ງ​ຕໍ່​ປີ. 8ຕໍ່ໄປນີ້ ແມ່ນ​ລາຍຊື່​ຂອງ​ພວກ​ຂ້າຣາຊການ​ສິບສອງ​ຄົນ ແລະ​ເຂດ​ທ້ອງຖິ່ນ​ທີ່​ພວກເຂົາ​ຮັບຜິດຊອບ​ມີ​ດັ່ງນີ້:
ເບນເຮີ ຮັບຜິດຊອບ​ເຂດ​ເນີນພູ​ເອຟຣາອິມ.
9ເບັນເດເກ ຮັບຜິດຊອບ​ເມືອງ​ມາກາດ, ຊາອານບິມ, ເບັດເຊເມດ, ເອໂລນ ແລະ​ເບັດຮານານ.
10ເບັນເຮເສັດ ຮັບຜິດຊອບ​ເມືອງ​ອາຣຸບໂບດ, ໂສໂກ ແລະ​ເຂດແດນ​ເຮເຟ​ທັງໝົດ.
11ເບນາບີນາດາບ ຜູ້​ທີ່​ແຕ່ງງານ​ກັບ​ຕາຟາດ ລູກສາວ​ຂອງ​ກະສັດ​ໂຊໂລໂມນ ຮັບຜິດຊອບ​ອານາເຂດ​ເມືອງ​ໂດເຣ​ທັງໝົດ.
12ບາອານາ ລູກຊາຍ​ຂອງ​ອາຮີລຸດ ຮັບຜິດຊອບ​ເມືອງ​ຕາອານັກ, ເມກິດໂດ ແລະ​ທົ່ວ​ທັງ​ອານາເຂດ​ໃກ້​ກັບ​ເມືອງ​ເບັດ​ເຊອານ​ໃກ້​ເມືອງ​ຊາເຣທານ ທາງທິດໃຕ້​ເມືອງ​ຢິດຊະເຣນ ແລະ​ຈາກ​ເມືອງ​ເບັດ​ເຊອານ​ຈົນເຖິງ​ອາເບັນ​ເມໂຮລາ​ແລະ​ເມືອງ​ໂຢກເມອາມ.
13ເບັນເກເບ ຮັບຜິດຊອບ​ເມືອງ​ຣາໂມດ​ກີເລອາດ ໝູ່ບ້ານ​ຕ່າງໆ​ໃນ​ກີເລອາດ​ທີ່​ເປັນ​ຂອງ​ຕະກຸນ​ຢາອີ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ມານາເຊ ແລະ​ອານາເຂດ​ອັກໂກບ​ຢູ່​ໃນ​ບາຊານ​ຫົກສິບ​ເມືອງ​ໃຫຍ່ ຊຶ່ງ​ລ້ວນແຕ່​ມີ​ປ້ອມ​ປ້ອງກັນ​ອັນ​ແໜ້ນໜາ ທັງ​ມີ​ກອນປະຕູ​ເມືອງ​ທີ່​ເຮັດ​ດ້ວຍ​ທອງສຳຣິດ.
14ອາຮີນາດາບ ລູກຊາຍ​ຂອງ​ອິດໂດ ຮັບຜິດຊອບ​ເຂດ​ທ້ອງຖິ່ນ​ມະຫານາອິມ.
15ອາຮີມາອາດ ຜູ້​ທີ່​ໄດ້​ແຕ່ງງານ​ກັບ​ນາງ​ບາເສມາດ ລູກສາວ​ອີກ​ຄົນ​ໜຶ່ງ​ຂອງ​ກະສັດ​ໂຊໂລໂມນ ຮັບຜິດຊອບ​ເຂດແດນ​ເນັບທາລີ.
16ບາອານາ ລູກຊາຍ​ຂອງ​ຮູຊາຍ ຮັບຜິດຊອບ​ອານາເຂດ​ອາເຊ ແລະ​ເມືອງ​ເບອາໂລດ;
17ເຢໂຮຊາຟັດ ລູກຊາຍ​ຂອງ​ປາຣູອາ ຮັບຜິດຊອບ​ເຂດແດນ​ອິດຊາຄາ.
18ຊີເມອີ ລູກຊາຍ​ຂອງ​ເອລາ ຮັບຜິດຊອບ​ເຂດແດນ​ເບັນຢາມິນ.
19ເກເບ ລູກຊາຍ​ຂອງ​ອູຣິ ຮັບຜິດຊອບ​ອານາເຂດ​ກີເລອາດ​ຊຶ່ງ​ເຈົ້າ​ສີໂຫນ​ກະສັດ​ຂອງ​ຊາວ​ອາໂມ ແລະ​ເຈົ້າໂອກ​ກະສັດ​ຂອງ​ຊາວ​ບາຊານ​ໄດ້​ເປັນ​ຜູ້ປົກຄອງ​ມາ​ກ່ອນ.
ນອກຈາກ​ສິບສອງ​ຄົນ​ນີ້ ຍັງ​ມີ​ຜູ້​ກວດ​ຣາຊການ​ຄົນ​ໜຶ່ງ​ທີ່​ເບິ່ງແຍງ​ໃນ​ດິນແດນ​ຢູດາຍ.
ຣາຊການ​ຂອງ​ໂຊໂລໂມນ​ຈະເລີນ​ຮຸ່ງເຮືອງ
20ປະຊາຊົນ​ຊາວ​ອິດສະຣາເອນ​ແລະ​ຊາວ​ຢູດາ​ມີ​ຈຳນວນ​ຫລວງຫລາຍ ດັ່ງ​ເມັດ​ຊາຍ​ຕາມ​ຝັ່ງ​ທະເລ; ພວກເຂົາ​ກິນ​ແລະ​ດື່ມ​ຢ່າງ​ຊົມຊື່ນ​ຍິນດີ. 21ອານາຈັກ​ຂອງ​ກະສັດ​ໂຊໂລໂມນ​ລວມ​ເອົາ​ທັງ​ຊົນຊາດ​ຕ່າງໆ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ໄປ​ຈົນເຖິງ​ດິນແດນ​ຂອງ​ປະເທດ​ເອຢິບ. ພວກ​ນີ້​ເສຍສ່ວຍ​ແລະ​ຍອມ​ຢູ່​ໃຕ້​ອຳນາດ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.
22ສະບຽງ​ອາຫານ​ທີ່​ກະສັດ​ໂຊໂລໂມນ​ຕ້ອງການ​ໃນ​ແຕ່ລະມື້​ມີ​ດັ່ງນີ້: ແປ້ງ​ລະອຽດ​ຫົກ​ໂຕນ, ອາຫານ​ສິບສອງ​ໂຕນ, 23ງົວ​ຕຸ້ຍພີ​ສິບ​ໂຕ, ງົວ​ລ້ຽງ​ຈາກ​ທົ່ງນາ​ຊາວ​ໂຕ, ແກະ​ໜຶ່ງຮ້ອຍ​ໂຕ. ນອກຈາກນີ້ ຍັງ​ມີ​ກວາງ, ມັ່ງ, ໂອງ ແລະ​ໄກ່​ໂຕ​ອ້ວນພີ.
24ກະສັດ​ໂຊໂລໂມນ​ໄດ້​ປົກຄອງ​ດິນແດນ​ທັງໝົດ ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ຕັ້ງແຕ່​ທິບສາ​ໄປ​ຈົນເຖິງ​ເມືອງ​ກາຊາ​ທາງ​ທິດ​ຕາເວັນຕົກ. ກະສັດ​ທຸກຄົນ​ທີ່​ປົກຄອງ​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ຕ່າງ​ກໍ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ໂຊໂລໂມນ ແລະ​ເພິ່ນ​ເອງ​ກໍ​ຢູ່​ຢ່າງ​ສະຫງົບສຸກ​ກັບ​ປະເທດ​ໃກ້ຄຽງ​ທັງໝົດ. 25ຕາບໃດ​ທີ່​ກະສັດ​ໂຊໂລໂມນ​ຍັງ​ມີ​ຊີວິດ​ຢູ່ ປະຊາຊົນ​ທົ່ວ​ທັງ​ຢູດາຍ ແລະ​ອິດສະຣາເອນ​ຕ່າງ​ກໍ​ຢູ່​ກັນ​ຢ່າງ​ປອດໄພ, ແຕ່ລະ​ຄອບຄົວ​ກໍ​ມີ​ສວນອະງຸ່ນ ແລະ​ສວນ​ໝາກເດື່ອເທດ​ເປັນ​ຂອງ​ຕົນເອງ.
26ກະສັດ​ໂຊໂລໂມນ​ຍັງ​ມີ​ມ້າ​ສຳລັບ​ລົດຮົບ​ສີ່ໝື່ນ​ໂຕ ແລະ​ມີ​ທະຫານ​ມ້າ​ສິບສອງພັນ​ຄົນ. 27ພວກ​ຜູ້ປົກຄອງ​ສິບສອງ​ຄົນ​ຕ່າງ​ກໍ​ຮັບ​ໜ້າທີ່​ໃນ​ແຕ່ລະ​ເດືອນ ເພື່ອ​ລຳລຽງ​ສະບຽງ​ອາຫານ​ໃຫ້​ກະສັດ​ໂຊໂລໂມນ​ແລະ​ທຸກຄົນ​ທີ່​ກິນ​ຢູ່​ໃນ​ວັງ. ພວກເຂົາ​ຈັດ​ສົ່ງ​ທຸກສິ່ງ​ໃຫ້​ຕາມ​ທີ່​ເພິ່ນ​ຕ້ອງການ. 28ຜູ້ປົກຄອງ​ແຕ່ລະຄົນ​ຍັງ​ໄດ້​ແບ່ງປັນ​ເຂົ້າເດືອຍ ແລະ​ເຟືອງ​ຂອງຕົນ ສຳລັບ​ມ້າ​ປະຈຳ​ລົດຮົບ ແລະ​ສຳລັບ​ໃຫ້​ສັດ​ໃຊ້​ໃນ​ບ່ອນ​ຕ່າງໆ​ຕາມ​ທີ່​ຕ້ອງການ.
29ພຣະເຈົ້າ​ໄດ້​ໂຜດ​ປະທານ​ສະຕິປັນຍາ​ກັບ​ຄວາມ​ເຂົ້າໃຈ​ຢ່າງ​ພິເສດ ແລະ​ຄວາມຮູ້​ຢ່າງ​ລົ້ນເຫລືອ​ໃຫ້​ແກ່​ກະສັດ​ໂຊໂລໂມນ. 30ກະສັດ​ໂຊໂລໂມນ​ສະຫລາດ​ກວ່າ ພວກ​ນັກປາດ​ຊາວ​ຕາເວັນອອກ ຫລື​ພວກ​ນັກປາດ​ໃນ​ປະເທດ​ເອຢິບ. 31ເພິ່ນ​ເປັນ​ຜູ້​ສະຫລາດ​ກວ່າ​ຄົນ​ທັງປວງ ຄື​ສະຫລາດ​ກວ່າ​ຊາວ​ເອທານ, ຊາວ​ເອຊະຣາ, ຊາວ​ເຮມານ, ຊາວ​ການໂກນ ແລະ​ຊາວ​ດາກດາ, ບັນດາ​ລູກຊາຍ​ຂອງ​ມາໂຮນ ແລະ​ຊື່ສຽງ​ຂອງ​ເພິ່ນ​ກໍ​ຊ່າລື​ໄປ​ທົ່ວ​ປະເທດ​ໃກ້ຄຽງ. 32ເພິ່ນ​ໄດ້​ແຕ່ງ​ສຸພາສິດ​ສາມພັນ​ບົດ ແລະ​ແຕ່ງ​ເພງ​ໜຶ່ງພັນ​ຫ້າ​ບົດ. 33ເພິ່ນ​ໄດ້​ບັນລະຍາຍ​ເຖິງ​ເລື່ອງ​ຕົ້ນໄມ້​ແລະ​ພືດຜົນ​ຕ່າງໆ ນັບ​ແຕ່​ຕົ້ນແປກ​ທີ່​ພູ​ເລບານອນ ຈົນເຖິງ​ຕົ້ນ​ຫູສົບ​ທີ່​ເກີດຂຶ້ນ​ຕາມ​ກຳແພງ; ເພິ່ນ​ເວົ້າ​ເຖິງ​ເລື່ອງ​ສັດ, ນົກ, ສັດ​ເລືອຄານ ແລະ​ປາ. 34ບັນດາ​ກະສັດ​ທົ່ວ​ທັງ​ແຜ່ນດິນ​ໂລກ ທີ່​ໄດ້ຍິນ​ເຖິງ​ຄວາມ​ສະຫລາດ​ຂອງ​ກະສັດ​ໂຊໂລໂມນ ຕ່າງ​ກໍໄດ້​ສົ່ງ​ຄົນ​ມາ​ຟັງ​ສະຕິປັນຍາ​ຂອງ​ເພິ່ນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy