YouVersion Logo
Search Icon

1 ກະສັດ 2

2
ກະສັດ​ດາວິດ​ແນະນຳ​ໂຊໂລໂມນ​ຄັ້ງ​ສຸດທ້າຍ
1ເມື່ອ​ກະສັດ​ດາວິດ​ໃກ້​ຈະ​ສິ້ນໃຈ​ຕາຍ ເພິ່ນ​ໄດ້​ເອີ້ນ​ໂຊໂລໂມນ​ລູກ​ຂອງຕົນ​ມາ ແລະ​ແນະນຳ​ສັ່ງສອນ​ເປັນ​ຄັ້ງ​ສຸດທ້າຍ​ວ່າ, 2“ເວລາ​ແຫ່ງ​ຄວາມຕາຍ​ຂອງ​ພໍ່​ໄດ້​ມາ​ເຖິງ​ແລ້ວ ຈົ່ງ​ກ້າຫານ​ແລະ​ເດັດດ່ຽວ 3ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສັ່ງ​ເຈົ້າ​ໃຫ້​ເຮັດ; ຈົ່ງ​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ ເພື່ອ​ວ່າ​ເຈົ້າ​ຈະ​ສຳເລັດຜົນ​ໃນ​ທຸກສິ່ງ​ທີ່​ເຈົ້າ​ເຮັດ. 4‘ຖ້າ​ເຈົ້າ​ປະຕິບັດ​ຕາມ ພຣະເຈົ້າຢາເວ​ຈະ​ຮັກສາ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້ ເມື່ອ​ພຣະອົງ​ໄດ້​ກ່າວ​ວ່າ ລູກຫລານ​ຂອງ​ພໍ່​ຈະ​ປົກຄອງ​ຊາດ​ອິດສະຣາເອນ​ຕໍ່ໄປ ຕາບໃດ​ທີ່​ພວກເຂົາ​ຕັ້ງໜ້າ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຢ່າງ​ສັດຊື່​ແລະ​ດ້ວຍ​ສຸດຈິດ​ສຸດໃຈ.’
5ຍັງ​ມີ​ເລື່ອງ​ອື່ນ​ອີກ ເຈົ້າ​ຈື່​ໄດ້​ບໍ​ສິ່ງ​ທີ່​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ໄດ້​ເຮັດ​ຕໍ່​ພໍ່ ໂດຍ​ໄດ້​ຂ້າ​ຜູ້​ບັນຊາການ​ກອງທັບ​ຂອງ​ຊາດ​ອິດສະຣາເອນ​ສອງ​ຄົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ. ເຈົ້າ​ຈື່​ໄດ້​ບໍ​ວ່າ​ລາວ​ໄດ້​ຂ້າ​ພວກເຂົາ​ໃນ​ຍາມ​ສະຫງົບສຸກ ເພື່ອ​ແກ້ແຄ້ນ​ໃຫ້​ແກ່​ພວກ​ທີ່​ຕາຍໄປ​ໃນ​ຍາມ​ສົງຄາມ. ລາວ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ ບັດນີ້ ພໍ່​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ກະທຳ​ຂອງ​ລາວ ແລະ​ພໍ່​ຕ້ອງ​ຮັບ​ຄວາມ​ທໍລະມານ ໃນ​ຜົນ​ກຳ​ນັ້ນ. 6ເຈົ້າ​ຮູ້​ດີ​ວ່າ​ຄວນ​ຈະ​ເຮັດ​ຢ່າງ​ໃດ; ເຈົ້າ​ຄົງ​ບໍ່​ປ່ອຍ​ໃຫ້​ລາວ​ຕາຍ​ຢ່າງ​ທຳມະດາ.
7ແຕ່​ເຈົ້າ​ຈົ່ງ​ເຮັດ​ດີ​ຕໍ່​ພວກ​ລູກຊາຍ​ຂອງ​ບາກຊິນໄລ​ຊາວ​ກີເລອາດ ແລະ​ເບິ່ງແຍງ​ຮັກສາ​ພວກເຂົາ​ເພາະ​ພວກເຂົາ​ໄດ້​ເຮັດ​ດີ​ຕໍ່​ພໍ່ ເມື່ອ​ພໍ່​ໄດ້​ປົບໜີ​ຈາກ​ອັບຊາໂລມ​ອ້າຍ​ຂອງ​ເຈົ້າ.
8ຍັງ​ມີ​ອີກ​ຜູ້ໜຶ່ງ​ຊື່​ວ່າ​ຊີເມອີ ລູກຊາຍ​ຂອງ​ເກຣາ​ຊາວ​ເບັນຢາມິນ​ຈາກ​ເມືອງ​ບາຮູຣິມ. ເມື່ອ​ພໍ່​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ມະຫານາອິມ ລາວ​ໄດ້​ປ້ອຍດ່າ​ພໍ່​ຢ່າງ​ເຈັບແສບ. ແຕ່​ເມື່ອ​ລາວ​ໄດ້​ພົບ​ພໍ່​ທີ່​ແມ່ນໍ້າ​ຈໍແດນ ພໍ່​ໄດ້​ສາບານ​ຢ່າງ​ໜັກແໜ້ນ​ໂດຍ​ພຣະເຈົ້າຢາເວ​ວ່າ ພໍ່​ຈະ​ບໍ່​ຂ້າ​ລາວ. 9ແຕ່​ເຈົ້າ​ບໍ່​ຕ້ອງ​ປ່ອຍ​ລາວ​ໄປ​ຢ່າງ​ບໍ່​ໃສ່​ໂທດ. ເຈົ້າ​ເປັນ​ຄົນມີ​ປັນຍາ ເຈົ້າ​ຮູ້​ວ່າ​ຄວນ​ຈະ​ເຮັດ​ຢ່າງໃດ ຈົ່ງ​ພິຈາລະນາ​ໃຫ້​ລາວ​ຖືກ​ໂທດ​ປະຫານ.”
ກະສັດ​ດາວິດ​ຕາຍ
10ກະສັດ​ດາວິດ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ໃນ​ເມືອງ​ຂອງ​ດາວິດ. 11ເພິ່ນ​ເປັນ​ກະສັດ​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ສີ່ສິບ​ປີ; ທີ່​ເຮັບໂຣນ​ເພິ່ນ​ໄດ້​ປົກຄອງ​ເຈັດ​ປີ ແລະ​ທີ່​ນະຄອນ​ເຢຣູຊາເລັມ​ປົກຄອງ​ສາມສິບສາມ​ປີ. 12ກະສັດ​ໂຊໂລໂມນ​ຂຶ້ນ​ເປັນ​ກະສັດ​ສືບແທນ​ກະສັດ​ດາວິດ​ພໍ່​ຂອງຕົນ ແລະ​ອຳນາດ​ໃນ​ຕຳແໜ່ງ​ກະສັດ​ຂອງ​ເພິ່ນ​ກໍ​ດຳລົງ​ຢູ່​ຢ່າງ​ໝັ້ນຄົງ.
ອາໂດນີຢາ​ຕາຍ
13ແລ້ວ​ອາໂດນີຢາ​ລູກຊາຍ​ຂອງ​ນາງ​ຮັກກິດ​ກໍໄດ້​ໄປ​ຫາ​ຣາຊິນີ​ບັດເຊບາ. ແມ່​ຂອງ​ກະສັດ​ໂຊໂລໂມນ. ເພິ່ນ​ຖາມ​ລາວ​ວ່າ, “ເຈົ້າ​ມາ​ຢາມ​ຂ້ອຍ​ຄັ້ງ​ນີ້​ໃນ​ຖານ​ເປັນ​ມິດ​ບໍ?”
ລາວ​ຕອບ​ວ່າ, “ແມ່ນແລ້ວ.” 14ແລ້ວ​ລາວ​ກໍ​ເວົ້າ​ຕື່ມ​ວ່າ, “ຂ້ອຍ​ຢາກ​ຂໍ​ຖາມ​ເຈົ້າ​ບາງ​ຢ່າງ​ແດ່​ໄດ້​ບໍ?”
ຣາຊິນີ​ຖາມ​ວ່າ, “ຖາມ​ເລື່ອງ​ຫຍັງ?”
15ລາວ​ຕອບ​ວ່າ, “ເຈົ້າ​ຄົງ​ຮູ້​ແລ້ວ​ວ່າ ຂ້ອຍ​ຄວນ​ຈະ​ໄດ້​ເປັນ​ກະສັດ ແລະ​ທຸກຄົນ​ໃນ​ຊາດ​ອິດສະຣາເອນ​ກໍ​ມີ​ຄວາມຫວັງ​ຢ່າງ​ນັ້ນ, ແຕ່​ເຫດການ​ກັບ​ກາຍ​ມາ​ເປັນ​ຢ່າງ​ອື່ນ ຄື​ນ້ອງຊາຍ​ຂອງ​ຂ້ອຍ​ໄດ້​ຂຶ້ນ​ເປັນ​ກະສັດ ເພາະ​ເປັນ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ. 16ບັດນີ້​ຂ້ອຍ​ມີ​ຄຳ​ຂໍຮ້ອງ​ຢ່າງ​ໜຶ່ງ; ຢ່າ​ປະຕິເສດ​ຂ້ອຍ​ເລີຍ.”
ຣາຊິນີ​ຖາມ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?”
17ລາວ​ຕອບ​ວ່າ, “ກະລຸນາ​ຂໍ​ນຳ​ກະສັດ​ໂຊໂລໂມນ ໃຫ້​ເອົາ​ນາງ​ອາບີຊາກ ຍິງສາວ​ຊາວ​ເມືອງ​ຊູເນມ​ມາ​ເປັນ​ເມຍ​ຂອງຂ້ອຍ ຂ້ອຍ​ຮູ້​ວ່າ​ເພິ່ນ​ຄົງ​ຈະ​ບໍ່​ປະຕິເສດ​ເຈົ້າ​ດອກ.”
18ຣາຊິນີ​ຕອບ​ວ່າ, “ດີ​ແລ້ວ ຂ້ອຍ​ຈະ​ຖາມ​ກະສັດ​ໃຫ້​ເຈົ້າ.”
19ດັ່ງນັ້ນ ຣາຊິນີ​ບັດເຊບາ​ຈຶ່ງ​ໄດ້​ໄປ​ຖາມ​ກະສັດ​ໃຫ້​ອາໂດນີຢາ. ກະສັດ​ລຸກ​ຢືນ​ຂຶ້ນ​ແລະ​ກົ້ມຂາບ​ແມ່. ແລ້ວ​ເພິ່ນ​ກໍ​ນັ່ງ​ລົງ​ເທິງ​ບັນລັງ ແລະ​ສັ່ງ​ຄົນ​ໃຫ້​ເອົາ​ຕັ່ງ​ມາ​ໃຫ້​ແມ່​ນັ່ງ​ເບື້ອງຂວາ​ຂອງຕົນ. 20ຣາຊິນີ​ກ່າວ​ວ່າ, “ແມ່​ຢາກ​ຂໍຮ້ອງ​ລູກ​ສິ່ງ​ນ້ອຍໆ​ພຽງ​ສິ່ງ​ໜຶ່ງ; ຂໍ​ລູກ​ຢ່າ​ປະຕິເສດ​ແມ່​ເລີຍ.”
ເພິ່ນ​ຖາມ​ວ່າ, “ແມ່​ຢາກ​ຂໍ​ຫຍັງ? ລູກ​ຈະ​ບໍ່​ປະຕິເສດ​ແມ່​ດອກ.”
21ຣາຊິນີ​ຕອບ​ວ່າ, “ແມ່​ຂໍ​ລູກ​ຍົກ​ນາງ​ອາບີຊາກ​ຊາວ​ຊູເນມ​ໃຫ້​ເປັນ​ເມຍ​ຂອງ​ອາໂດນີຢາ ອ້າຍ​ຂອງ​ລູກ​ສາ​ເຖີດ.” 22ກະສັດ​ຖາມ​ຄືນ​ວ່າ, “ເປັນຫຍັງ​ແມ່​ຈຶ່ງ​ຂໍຮ້ອງ​ລູກ​ຍົກ​ນາງ​ອາບີຊາກ​ຊາວ​ຊູເນມ​ໃຫ້​ລາວ​ເທົ່ານັ້ນ? ເປັນຫຍັງ​ແມ່​ບໍ່​ຂໍ​ໃຫ້​ລູກ​ຍົກ​ບັນລັງ​ໃຫ້​ລາວ. ເພາະ​ລາວ​ເປັນ​ອ້າຍ​ຂອງ​ລູກ ແລະ​ປະໂຣຫິດ​ອາບີອາທາ​ກັບ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ກໍ​ຢູ່​ຝ່າຍ​ລາວ” 23ແລ້ວ​ກະສັດ​ໂຊໂລໂມນ​ກໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ຢ່າງ​ໜັກແໜ້ນ​ວ່າ, “ຖ້າ​ຂ້ານ້ອຍ​ບໍ່​ຂ້າ​ອາໂດນີຢາ​ຍ້ອນ​ລາວ​ກ້າ​ຂໍຮ້ອງ​ຢ່າງ​ນີ້ ກໍ​ໃຫ້​ພຣະເຈົ້າ​ສັງຫານ​ຂ້ານ້ອຍ​ສາ​ເຖີດ 24ບັດນີ້ ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່, ພຣະອົງ​ໄດ້​ແຕ່ງຕັ້ງ​ຂ້ານ້ອຍ​ໃຫ້​ນັ່ງ​ເທິງ​ບັນລັງ​ຂອງ​ກະສັດ​ດາວິດ ພໍ່​ຂອງ​ຂ້ານ້ອຍ​ຢ່າງ​ໝັ້ນຄົງ; ພຣະອົງ​ໄດ້​ຮັກສາ​ພຣະສັນຍາ ໂດຍ​ຍົກ​ອານາຈັກ​ໃຫ້​ແກ່​ຂ້ານ້ອຍ ແລະ​ລູກຫລານ​ຂອງ​ຂ້ານ້ອຍ. ສະນັ້ນ ອາໂດນີຢາ​ຈະ​ຕ້ອງ​ຕາຍ​ໃນ​ວັນນີ້.”
25ດັ່ງນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ສັ່ງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໃຫ້​ຂ້າ​ອາໂດນີຢາ.
ອາບີອາທາ​ຖືກ​ໄລ່​ແລະ​ໂຢອາບ​ຖືກ​ປະຫານ
26ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ກ່າວ​ຕໍ່​ປະໂຣຫິດ​ອາບີອາທາ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ເມືອງ​ອານາທົດ​ບ້ານ​ເດີມ​ຂອງ​ເຈົ້າ. ເຈົ້າ​ສົມຄວນ​ຈະ​ຕາຍ ແຕ່​ເຮົາ​ຈະ​ບໍ່​ຂ້າ​ເຈົ້າ​ໃນ​ເວລາ​ນີ້ ເພາະ​ຄາວ​ທີ່​ເຈົ້າ​ຢູ່​ກັບ​ກະສັດ​ດາວິດ​ພໍ່​ເຮົາ​ນັ້ນ ເຈົ້າ​ໄດ້​ຮັບຜິດຊອບ​ຫີບ​ພັນທະສັນຍາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລະ​ໄດ້​ຮ່ວມສຸກ​ຮ່ວມທຸກ​ກັບ​ເພິ່ນ.” 27ແລ້ວ​ກະສັດ​ໂຊໂລໂມນ​ກໍ​ໄລ່​ອາບີອາທາ ອອກ​ຈາກ​ຕຳແໜ່ງ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ. ເຫດການ​ກໍ​ເປັນຈິງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທີ່​ເມືອງ​ຊີໂລ ກ່ຽວກັບ​ປະໂຣຫິດ​ເອລີ​ແລະ​ພວກ​ລູກຫລານ​ຂອງ​ເພິ່ນ.
28ເມື່ອ​ໂຢອາບ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ. (ເຖິງ​ແມ່ນ​ວ່າ​ລາວ​ບໍ່ໄດ້​ສະໜັບ​ສະໜູນ​ອັບຊາໂລມ, ແຕ່​ລາວ​ໄດ້​ສະໜັບ​ສະໜູນ​ອາໂດນີຢາ.) ດັ່ງນັ້ນ ລາວ​ຈຶ່ງ​ປົບໜີໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າຢາເວ ແລະ​ຈັບ​ແຈ​ຂອງ​ແທ່ນບູຊາ. 29ເມື່ອ​ກະສັດ​ໂຊໂລໂມນ​ຮູ້​ຂ່າວ​ວ່າ ໂຢອາບ​ໄດ້​ໜີ​ເຂົ້າ​ໄປ​ໃນ​ຫໍເຕັນ​ຂອງ​ພຣະເຈົ້າຢາເວ​ທີ່​ຂ້າງ​ແທ່ນບູຊາ ເພິ່ນ​ຈຶ່ງ​ໃຊ້​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໄປ​ຖາມ​ໂຢອາບ​ວ່າ ເປັນຫຍັງ​ລາວ​ຈຶ່ງ​ປົບ​ມາ​ທີ່​ແທ່ນບູຊາ​ນີ້. ໂຢອາບ​ຕອບ​ວ່າ, ລາວ​ປົບໜີ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ​ເພາະ​ຢ້ານ​ກະສັດ​ໂຊໂລໂມນ. ສະນັ້ນ ກະສັດ​ໂຊໂລໂມນ​ຈຶ່ງ​ສັ່ງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ ໄປ​ຂ້າ​ໂຢອາບ; 30ເບນາອີຢາ​ໄດ້​ໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າຢາເວ ແລະ​ເວົ້າ​ຕໍ່​ໂຢອາບ​ວ່າ, “ກະສັດ​ສັ່ງ​ເຈົ້າ​ໃຫ້​ອອກ​ມາ.”
ໂຢອາບ​ຕອບ​ວ່າ, “ບໍ່ ຂ້ອຍ​ຈະ​ຕາຍ​ຢູ່​ທີ່​ນີ້.”
ເບນາອີຢາ​ຈຶ່ງ​ກັບຄືນ​ໄປ​ບອກ​ກະສັດ​ຕາມ​ທີ່​ໂຢອາບ​ໄດ້​ເວົ້າ.
31ກະສັດ​ໂຊໂລໂມນ​ຕອບ​ວ່າ, “ຈົ່ງ​ເຮັດ​ຕາມ​ທີ່​ໂຢອາບ​ໄດ້​ເວົ້າ ຂ້າ​ລາວ​ແລະ​ຝັງ​ລາວ​ເສຍ. ແລ້ວ​ຄອບຄົວ​ພໍ່​ເຮົາ​ແລະ​ເຮົາ​ເອງ ກໍ​ຈະ​ບໍ່ໄດ້​ຮັບຜິດຊອບ​ໃນ​ການຄາດຕະກຳ​ທີ່​ໂຢອາບ​ໄດ້​ເຮັດ ເມື່ອ​ລາວ​ໄດ້​ຂ້າ​ຄົນ​ໂດຍ​ບໍ່ມີ​ຄວາມຜິດ. 32ພຣະເຈົ້າຢາເວ​ຈະ​ລົງໂທດ​ໂຢອາບ​ຍ້ອນ​ລາວ​ໄດ້​ຂ້າ​ຄົນ ໂດຍ​ທີ່​ກະສັດ​ດາວິດ​ພໍ່​ຂອງເຮົາ​ບໍ່​ຮູ້ຈັກ​ນຳ. ໂຢອາບ​ໄດ້​ຂ້າ​ຜູ້​ທີ່​ບໍ່ມີ​ຄວາມຜິດ​ສອງ​ຄົນ​ທີ່​ເກັ່ງກ້າ​ກວ່າ​ຕົນ ຄື​ອັບເນ​ລູກຊາຍ​ຂອງ​ເນຣະ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ອິດສະຣາເອນ ແລະ​ອາມາສາ​ລູກຊາຍ​ຂອງ​ເຢເທີ​ຜູ້​ບັນຊາການ​ກອງທັບ​ແຫ່ງ​ຢູດາຍ. 33ໂທດ​ຂ້າ​ຄົນ​ນີ້​ກໍ​ຈະ​ຕົກ​ຖືກ​ໂຢອາບ​ກັບ​ລູກຫລານ​ຂອງ​ລາວ​ຕະຫລອດໄປ. ແຕ່​ພຣະເຈົ້າຢາເວ​ຈະ​ໃຫ້​ລູກຫລານ​ຂອງ​ກະສັດ​ດາວິດ ຂຶ້ນ​ຄອງ​ບັນລັງ​ສືບແທນ​ເພິ່ນ​ຕໍ່ໄປ.”
34ດັ່ງນັ້ນ ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ຈຶ່ງ​ຂຶ້ນໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າຢາເວ ແລະ​ຂ້າ​ໂຢອາບ ແລ້ວ​ຝັງ​ລາວ​ໄວ້​ໃນ​ທີ່ດິນ​ຂອງ​ລາວ​ເອງ​ໃກ້​ຖິ່ນ​ແຫ້ງ​ແລ້ງ​ກັນດານ. 35ກະສັດ​ໄດ້​ແຕ່ງຕັ້ງ​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ໃຫ້​ເປັນ​ຜູ້​ບັນຊາການ​ກອງທັບ​ແທນ​ໂຢອາບ ແລະ​ແຕ່ງຕັ້ງ​ຊາດົກ​ໃຫ້​ເປັນ​ປະໂຣຫິດ​ແທນ​ອາບີອາທາ.
ຊີເມອີ​ຕາຍ
36ຕໍ່ມາ ກະສັດ​ໄດ້​ສົ່ງ​ຄົນ​ໄປ​ຫາ​ຊີເມອີ ແລະ​ບອກ​ລາວ​ວ່າ, “ໃຫ້​ເຈົ້າ​ສ້າງ​ເຮືອນ​ຢູ່​ເອງ​ທີ່​ນະຄອນ​ເຢຣູຊາເລັມ ໃຫ້​ຢູ່​ທີ່​ນັ້ນ​ແລະ​ຢ່າ​ໜີ​ອອກ​ຈາກ​ເມືອງ​ໄປ​ໃສ. 37ຖ້າ​ເຈົ້າ​ໜີ​ອອກ​ໄປ​ກາຍ​ຫ້ວຍ​ກິດໂຣນ ເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່ ແລະ​ເຈົ້າ​ກໍ​ຈະ​ເປັນ​ຜູ້​ຮັບ​ຜິດ​ເອງ.”
38ຊີເມອີ​ຕອບ​ວ່າ, “ກະສັດ​ກ່າວ​ມາ​ນັ້ນ​ແມ່ນ​ດີ​ແລ້ວ ຂ້ານ້ອຍ​ຈະ​ປະຕິບັດ​ຕາມ​ທີ່​ທ່ານ​ໄດ້​ກ່າວ.” ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ດົນນານ.
39ສາມ​ປີ​ຕໍ່ມາ ມີ​ທາດຮັບໃຊ້​ຂອງ​ຊີເມອີ​ສອງ​ຄົນ​ໄດ້​ປົບໜີໄປ​ຫາ​ເຈົ້າ​ອາກີເຊ ລູກຊາຍ​ຂອງ​ມາອາກາ​ກະສັດ​ແຫ່ງ​ເມືອງກາດ. ເມື່ອ​ຊີເມອີ​ຮູ້​ວ່າ​ທັງສອງ​ຢູ່​ເມືອງກາດ 40ລາວ​ຈຶ່ງ​ຂີ່​ລໍ​ໄປ​ຫາ​ກະສັດ​ອາກີເຊ​ທີ່​ເມືອງກາດ ເພື່ອ​ໄປ​ຊອກ​ຫາ​ທາດຮັບໃຊ້​ຂອງຕົນ. ລາວ​ໄດ້​ພົບ​ພວກເຂົາ​ແລະ​ນຳ​ກັບຄືນ​ມາ. 41ເມື່ອ​ກະສັດ​ໂຊໂລໂມນ​ໄດ້ຍິນ​ວ່າ​ຊີເມອີ​ເຮັດ​ດັ່ງນັ້ນ 42ເພິ່ນ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ຊີເມອີ​ໃຫ້​ມາ​ຫາ ແລະ​ຖາມ​ວ່າ, “ເຮົາ​ໄດ້​ໃຫ້​ເຈົ້າ​ສາບານ​ໂດຍ​ພຣະເຈົ້າຢາເວ​ແລ້ວ​ວ່າ ບໍ່​ໃຫ້​ເຈົ້າ​ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ. ເຮົາ​ໄດ້​ເຕືອນ​ເຈົ້າ​ແລ້ວ​ວ່າ ຖ້າ​ເຈົ້າ​ອອກ​ໄປ ເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່, ເຈົ້າ​ກໍ​ຕົກລົງ​ແລ້ວ​ບໍ່ແມ່ນ​ບໍ​ວ່າ ເຈົ້າ​ຈະ​ເຊື່ອຟັງ​ເຮົາ? 43ເຫດໃດ​ເຈົ້າ​ຈຶ່ງ​ບໍ່​ເຮັດ​ຕາມ​ຄຳສາບານ​ຕໍ່​ພຣະເຈົ້າຢາເວ ແລະ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງເຮົາ? 44ເຈົ້າ​ກໍ​ຮູ້​ດີ​ເຖິງ​ຄວາມຜິດ​ທຸກຢ່າງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ກະສັດ​ດາວິດ​ພໍ່​ຂອງເຮົາ. ພຣະເຈົ້າຢາເວ​ຈະ​ລົງໂທດ​ເຈົ້າ​ທີ່​ເຈົ້າ​ໄດ້​ເຮັດ​ດັ່ງນີ້. 45ແຕ່​ພຣະອົງ​ຈະ​ອວຍພອນ​ເຮົາ ແລະ​ຈະ​ເຮັດ​ໃຫ້​ອານາຈັກ​ຂອງ​ກະສັດ​ດາວິດ​ໝັ້ນຄົງ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ຕະຫລອດໄປ.”
46ແລ້ວ​ກະສັດ​ກໍໄດ້​ສັ່ງ​ໃຫ້​ເບນາອີຢາ​ລູກຊາຍ​ຂອງ​ເຢໂຮຍອາດາ​ນຳ​ເອົາ​ຊີເມອີ​ອອກ​ໄປ​ຂ້າ. ບັດນີ້ ກະສັດ​ໂຊໂລໂມນ​ໄດ້​ຄວບຄຸມ​ອຳນາດ​ທັງໝົດ​ເປັນ​ທີ່​ສຳເລັດ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in

YouVersion uses cookies to personalize your experience. By using our website, you accept our use of cookies as described in our Privacy Policy