ຖ້າກິ່ງກ້ານບາງສ່ວນຖືກຫັກອອກໄປ ແລະ ເຖິງແມ່ນເຈົ້າຈະເປັນໜໍ່ຂອງຕົ້ນໝາກກອກປ່າ ເຈົ້າກໍຖືກນຳມາຕໍ່ເຂົ້າໃນທ່າມກາງກິ່ງອື່ນໆ, ແລະ ບັດນີ້ ເຈົ້າກໍໄດ້ຮັບນ້ຳຫລໍ່ລ້ຽງຈາກຮາກຕົ້ນໝາກກອກເທດນັ້ນ, ກໍຢ່າຄິດວ່າຕົນເອງຢູ່ເໜືອກວ່າກິ່ງເຫລົ່ານັ້ນ. ຖ້າເຈົ້າເປັນຢ່າງນັ້ນ ກໍຈົ່ງພິຈາລະນາສິ່ງນີ້ວ່າ: ບໍ່ແມ່ນເຈົ້າທີ່ຄ້ຳຊູຮາກ ແຕ່ແມ່ນຮາກທີ່ຄ້ຳຊູເຈົ້າ.