1
ຈົດບັນຊີ 21:8
ພຣະຄຳພີລາວສະບັບສະໄໝໃໝ່
LCV
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງເຮັດງູໂຕໜຶ່ງແລ້ວແຂວນໄວ້ທີ່ຍອດເສົາ; ຜູ້ໃດກໍຕາມທີ່ຖືກງູຕອດກໍສາມາດຫລຽວເບິ່ງງູນັ້ນແລ້ວມີຊີວິດຢູ່”.
Compare
Explore ຈົດບັນຊີ 21:8
2
ຈົດບັນຊີ 21:9
ດັ່ງນັ້ນໂມເຊຈຶ່ງເຮັດງູທອງສຳລິດ ແລະ ແຂວນໄວ້ທີ່ຍອດເສົາ. ແລ້ວເມື່ອຜູ້ໃດຖືກງູຕອດກໍຫລຽວເບິ່ງງູທອງສຳລິດນັ້ນ, ຜູ້ນັ້ນກໍມີຊີວິດຢູ່.
Explore ຈົດບັນຊີ 21:9
3
ຈົດບັນຊີ 21:5
ພວກເຂົາພາກັນຈົ່ມວ່າຕໍ່ພຣະເຈົ້າ ແລະ ຕໍ່ຕ້ານໂມເຊ, ແລະ ກ່າວວ່າ, “ເປັນຫຍັງທ່ານຈຶ່ງໄດ້ນຳພາພວກເຮົາອອກມາຈາກເອຢິບເພື່ອຕາຍໃນຖິ່ນແຫ້ງແລ້ງກັນດານນີ້? ບໍ່ມີເຂົ້າຈີ່! ບໍ່ມີນ້ຳ! ແລະ ພວກເຮົາເບື່ອໜ່າຍຕໍ່ອາຫານຢ່າງນີ້!”
Explore ຈົດບັນຊີ 21:5
4
ຈົດບັນຊີ 21:6
ແລ້ວພຣະເຈົ້າຢາເວຈຶ່ງສົ່ງງູພິດມາທ່າມກາງພວກເຂົາ; ງູເຫລົ່ານັ້ນຕອດປະຊາຊົນ ແລະ ມີຄົນອິດສະຣາເອນຈຳນວນຫລາຍໄດ້ຕາຍໄປ.
Explore ຈົດບັນຊີ 21:6
5
ຈົດບັນຊີ 21:7
ປະຊາຊົນຈຶ່ງມາຫາໂມເຊ ແລະ ເວົ້າວ່າ, “ພວກເຮົາໄດ້ເຮັດບາບແລ້ວ ເມື່ອພວກເຮົາຈົ່ມວ່າຕໍ່ພຣະເຈົ້າຢາເວ ແລະ ທ່ານດ້ວຍ. ຂໍຈົ່ງອະທິຖານຕໍ່ພຣະເຈົ້າຢາເວໃຫ້ເອົາງູພິດເຫລົ່ານີ້ອອກໄປຈາກພວກເຮົາແດ່ທ້ອນ”. ດັ່ງນັ້ນໂມເຊຈຶ່ງອະທິຖານເພື່ອປະຊາຊົນ.
Explore ຈົດບັນຊີ 21:7