1
ຈົດບັນຊີ 20:12
ພຣະຄຳພີລາວສະບັບສະໄໝໃໝ່
LCV
ແຕ່ພຣະເຈົ້າຢາເວກ່າວແກ່ໂມເຊກັບອາໂຣນວ່າ, “ເພາະວ່າເຈົ້າບໍ່ໄດ້ໄວ້ວາງໃຈໃນເຮົາພຽງພໍ ບໍ່ໄດ້ໃຫ້ກຽດເຮົາໃນຖານະອົງບໍລິສຸດຕໍ່ໜ້າຄົນອິດສະຣາເອນ, ເຈົ້າຈະບໍ່ໄດ້ນຳເອົາຊຸມຊົນນີ້ເຂົ້າສູ່ດິນແດນທີ່ເຮົາມອບໃຫ້ແກ່ພວກເຂົາ”.
Compare
Explore ຈົດບັນຊີ 20:12
2
ຈົດບັນຊີ 20:8
“ຈົ່ງເອົາໄມ້ເທົ້າມາ, ແລ້ວເຈົ້າ ແລະ ອາໂຣນອ້າຍຂອງເຈົ້າຈົ່ງເອີ້ນປະຊາຊົນມາລວມກັນ. ຈົ່ງເວົ້າກັບກ້ອນຫີນຕໍ່ໜ້າພວກເຂົາ ແລະ ຫີນນັ້ນຈະຖອກນ້ຳອອກມາ. ເຈົ້າຈະນຳເອົານ້ຳຈາກຫີນນັ້ນໃຫ້ຊຸມຊົນເພື່ອວ່າທັງຄົນ ແລະ ສັດລ້ຽງຂອງພວກເຂົາຈະໄດ້ດື່ມ”.
Explore ຈົດບັນຊີ 20:8
3
ຈົດບັນຊີ 20:11
ແລ້ວໂມເຊກໍຍົກມືຂອງເພິ່ນຂຶ້ນ ແລະ ເອົາໄມ້ຄ້ອນເທົ້າຟາດກ້ອນຫີນສອງບາດ. ນ້ຳໄດ້ພຸ່ງອອກມາ, ແລ້ວຊຸມຊົນ ແລະ ສັດລ້ຽງຂອງພວກເຂົາກໍໄດ້ດື່ມນ້ຳ.
Explore ຈົດບັນຊີ 20:11
4
ຈົດບັນຊີ 20:10
ເພິ່ນ ແລະ ອາໂຣນເອີ້ນເອົາຊຸມຊົນມາລວມກັນຕໍ່ໜ້າກ້ອນຫີນ ແລ້ວໂມເຊຈຶ່ງເວົ້າກັບພວກເຂົາວ່າ, “ຈົ່ງຟັງ, ພວກເຈົ້າຜູ້ກະບົດ, ພວກເຮົາຕ້ອງເອົານ້ຳອອກຈາກກ້ອນຫີນນີ້ໃຫ້ພວກເຈົ້າບໍ?”
Explore ຈົດບັນຊີ 20:10