ແລ້ວພວກເຂົາກໍກະຈາຍລາຍງານໃນແງ່ບໍ່ດີທ່າມກາງຄົນອິດສະຣາເອນກ່ຽວກັບດິນແດນທີ່ພວກເຂົາໄດ້ໄປສຳຫລວດນັ້ນ. ພວກເຂົາເວົ້າວ່າ, “ດິນແດນທີ່ພວກເຮົາໄປສຳຫລວດນັ້ນກືນກິນຜູ້ທີ່ອາໄສຢູ່ໃນທີ່ນັ້ນ. ປະຊາຊົນທັງໝົດທີ່ພວກເຮົາໄດ້ເຫັນມີຮູບຮ່າງສູງໃຫຍ່.