ແລ້ວພຣະເຈົ້າຢາເວກໍໄດ້ຕອບວ່າ:
“ຈົ່ງຂຽນສິ່ງທີ່ໄດ້ເປີດເຜີຍ
ແລະ ໃຫ້ເຫັນຊັດເຈນເທິງແຜ່ນຈາລຶກ
ເພື່ອວ່າທຸກຄົນທີ່ອ່ານຈະເຂົ້າໃຈໄດ້ທັນທີ.
ເພາະສິ່ງທີ່ຈະເປີດເຜີຍນັ້ນແມ່ນຍັງລໍຖ້າເວລາທີ່ກຳນົດໄວ້ຢູ່;
ເປັນເລື່ອງວາລະສຸດທ້າຍ
ແລະ ຈະພິສູດໄດ້ວ່າບໍ່ແມ່ນເລື່ອງບໍ່ຈິງ
ເຖິງແມ່ນວ່າຈະຊ້າຢູ່, ກໍຈົ່ງອົດໃຈລໍຖ້າ;
ມັນຈະມາເຖິງຢ່າງແນ່ນອນ
ແລະ ຈະບໍ່ຊັກຊ້າ.